ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກທຸລະກິດ ລາວອາເມຣິກັນ ຈະເຮັດທຸລະກິດ ຂາຍກາເຟແບບໃໝ່ ຍ້ອນວິກິດການໂຄວິດ-19


ທ່ານແຄວິນ ກອງສະມິດ ນັກທຸລະກິດລາວອາເມຣິກັນ.
ທ່ານແຄວິນ ກອງສະມິດ ນັກທຸລະກິດລາວອາເມຣິກັນ.

ຮ້ານກາເຟ KSJ CAFÉ ທີ່ຕັ້ງຢູ່ໃນເມືອງແວນກູເວີ ລັດວໍຊິງຕັນ ທາງພາກ ເໜືອສຸດ
ຂອງສະຫະລັດ ຕິດກັບຊາຍແດນປະເທດການາດາ ທີ່ໄດ້ເປີດກິດຈະ ການມາ ເປັນເວ
ລາ 10 ກວ່າປີແລ້ວ. ທ່ານກອງສະມິດ ເປັນນັກທຸລະກິດຂະໜາດນ້ອຍ ທີ່ປະສົບຜົນ
ສຳເລັດ ແລະນໍາລາຍໄດ້ມາສູ່ຄອບຄົວແຕ່ລະເດືອນ ຢ່າງໜ້ອຍໝື່ນກວ່າໂດລາ. ນັບ
ແຕ່ເກີດໄວຣັສໂຄໂຣນາມາເປັນເວລານຶ່ງປີທີ່ ຜ່ານມາ ຮ້ານ KSJ CAFÉ ຕົກຢູ່ໃນ
ຈຳນວນ 95 ເປີເຊັນ ຂອງທຸລະກິດຢູ່ ໃນຂົງເຂດດັ່ງກ່າວ ທີ່ຕ້ອງໄດ້ປິດລົງຢ່າງບໍ່ມີ
ກຳນົດ ແລະຈະບໍ່ກັບມາເປີດບໍລິການຄືນໃໝ່ອີກ.

ປັດຈຸບັນນີ້ ທ່ານກອງສະມິດ ກຳລັງພິຈາລະນາໃຊ້ວິທີເຮັດທຸລະກິດແບບໃໝ່ ເຊັ່ນວ່າ
ຂາຍກາເຟ ແລະເຄື່ອງດື່ມແບບຂັບລົດຜ່ານມາຮັບເອົາ ຫຼື drive through ຖ້າບໍ່ດັ່ງ
ນັ້ນກໍຈະເຮັດທຸລະກິດຢ່າງອື່ນ. ທ່ານກອງສະມິດ ໄດ້ແບ່ງ ປັນປະສົບການທີ່ຜ່ານມາ
ແລະໃຫ້ເຫດຜົນທີ່ທ່ານເຫັນວ່າ ເປັນໄປໄດ້ຍາກຕໍ່ ສະພາບການເປັນຢູ່ໃນປັດຈຸບັນ
ຊຶ່ງທ່ານກ່າວສູ່ ວີໂອເອ ຟັງດັ່ງນີ້:

ຜົນກະທົບຈາກໂຄວິດ-19 ໄດ້ສ້າງຄວາມເສຍຫາຍຢ່າງໜັກ ໂດຍສະເພາະ ແກ່ບັນດາ
ທຸລະກິດຂະໜາດນ້ອຍ ແລະໃຫຍ່. ເພື່ອບັນເທົາທຸກຕໍ່ວິດກິດການ ດັ່ງກ່າມວນີ້ ທ່ານ
ກອງສະມິດ ແມ່ນນັກທຸລະກິດຄົນນຶ່ງ ທີ່ໄດ້ຮັບເງິນ ຊ່ວຍ ເຫຼືອຈາກລັດຖະບານກາງເທື່ອທຳອິດ 15,000 ໂດລາ ເທື່ອທີສອງ 21,000 ໂດລາເພື່ອເປັນການຕັ້ງໂຕໃໝ່ ແລະນອກ
ຈາກນັ້ນ ຍັງໄດ້ຮັບເງິນຫວ່າງງານ ອີກ. ທ່ານກອງສະມິດໄດ້ສະແດງຄວາມປື້ມປິຕິຍິນດີ
ເປັນຢ່າງຍິ່ງໃນການຊ່ວຍ ເຫຼືອຂອງລັດຖະບານສະຫະລັດອາເມຣິກາ.

XS
SM
MD
LG