ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ດ້ານມະນຸດສະທໍາ ລະດັບສູງ ຂອງສະຫະປະຊາຊາດ ໄປຢ້ຽມຢາມ ເອທີໂອເປຍຄັ້ງທໍາອິດ ຢ່າງເປັນທາງການ


ທ່ານ ມາຕິນ ກຣິຟຟິດສ໌, ທູດພິເສດແຫ່ງອົງການສະຫະປະຊາຊາດປະຈໍາເຢເມນ, ສະແດງທ່າທາງໃນລະຫວ່າງການຖະແຫລງຂ່າວທີ່ສະໜາມບິນ ຊານາອາ, ໃນເມືອງ ຊານາອາ, ປະເທດເຢເມນ, ວັນທີ 31 ພຶດສະພາ, ປີ 2021.
ທ່ານ ມາຕິນ ກຣິຟຟິດສ໌, ທູດພິເສດແຫ່ງອົງການສະຫະປະຊາຊາດປະຈໍາເຢເມນ, ສະແດງທ່າທາງໃນລະຫວ່າງການຖະແຫລງຂ່າວທີ່ສະໜາມບິນ ຊານາອາ, ໃນເມືອງ ຊານາອາ, ປະເທດເຢເມນ, ວັນທີ 31 ພຶດສະພາ, ປີ 2021.

ເຈົ້າໜ້າທີ່ດ້ານມະນຸດສະທໍາລະດັບສູງ ຂອງອົງການສະຫະປະຊາຊາດ ເລີ້ມໄປຢ້ຽມຢາມ ເອທີໂອເປຍ ຢ່າງເປັນທາງການ ຄັ້ງທໍາອິດ ໃນມື້ວັນພະຫັດວານນີ້,ທ່າມກາງວິກິດການດ້ານມະນຸດສະທໍາອັນເປັນຜົນມາຈາກຄວາມຂັດແຍ້ງ ແລະໄພພິບັດທາງທໍາມະຊາດ ຢູ່ໃນພູມິພາກແຫ່ງນີ້.

“ຄວາມຕ້ອງການດ້ານມະນຸດສະທໍາຂອງປະເທດ ມີເພີ້ມຂຶ້ນໃນປີນີ້ ອັນເປັນຜົນມາຈາກການຕໍ່ສູ້ທາງອາວຸດຢູ່ໃນເຂດທິເກຣ ແລະ ເບນິສຊາງກູລ ກູມຸສ (Benishangul Gumuz), ຄວາມຮຸນແຮງລະຫວ່າງກັນໃນບາງເຂດຂອງ ອາຟາ (Afar), ໂຊມາລີ ແລະ SNNP, ແລະຄວາມແຫ້ງແລ້ງຢູ່ໃນເຂດໂຊມາລີ, ໂອໂຣເມຍ ແລະ ເຂດອາຟາ,” ນັ້ນຄືຄຳເວົ້າ ຂອງຮອງຫົວໜ້າດ້ານມະນຸດສະທໍາອົງການສະຫະປະຊາຊາດ, ຜູ້ປະສານງານດ້ານບັນເທົາທຸກສຸກເສີນທ່ານ ມາຕິນ ກຣິຟຟິດສ໌ (Martin Griffiths) ໄດ້ກ່າວໃນຖະແຫລງການ.

ທ່ານ ກຣິຟຟິດສ໌ ໄປຢ້ຽມຢາມ ເອທີໂອເປຍ ເປັນເວລາ 6 ມື້, ໃນລະຫວ່າງນັ້ນທ່ານຄາດວ່າ ຈະໄດ້ພົບກັບເຈົ້າໜ້າທີ່ລະດັບສູງຂອງລັດຖະບານ ແລະໂຕແທນຂອງໂຄງການດ້ານມະນຸດສະທໍາ ແລະໂຕແທນຜູ້ບໍລິຈາກນໍາດ້ວຍ.

ຈາກລາຍງານຂອງຖະແຫລງການດັ່ງກ່າວ, ທ່ານ ກຣິຟຟິດສ໌ ວາງແຜນຈະໄປຢ້ຽມຢາມຂົງເຂດທິເກຣ ທີ່ມີການຕໍ່ສູ້ຢູ່ທາງພາກເໜືອຂອງປະເທດ ເພື່ອຮັບຟັງຈາກປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບໂດຍກົງ ແລະເພື່ອຕິດຕາມເບິ່ງຄວາມທ້າທາຍທີ່ພະນັກງານດ້ານສິດທິມະນຸດສະທໍາ ຕ້ອງປະເຊີນພົບພໍ້.

ປະຊາຊົນປະມານ 5 ລ້ານ 2 ແສນຄົນຢູ່ໃນຂົງເຂດທິເກຣ, ຫລືປະມານ 90 ເປີເຊັນຂອງປະຊາກອນທັງໝົດແມ່ນກໍາລັງຕ້ອງການການຊ່ວຍເຫຼືອດ້ານມະນຸດ
ສະທຳ, ອີງຕາມຄຳເວົ້າຂອງອົງການສະຫະປະຊາຊາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG