ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການໄທ ຂະຫຍາຍເວລາ ໃນການເຮັດວຽກຢູ່ໄທ ໄປເຖິງຕົ້ນປີ 2025 ໃຫ້ກັບແຮງງານ ລາວ ມຽນມາ ແລະ ກຳປູເຈຍ 3 ແສນກວ່າຄົນ


ແຮງງານຕ່າງປະເທດຢູ່ໃນປະເທດໄທ ກຳລັງພາກັນເດີນທາງກັບຄືນໄປະເທດ
ແຮງງານຕ່າງປະເທດຢູ່ໃນປະເທດໄທ ກຳລັງພາກັນເດີນທາງກັບຄືນໄປະເທດ

ທາງການໄທ ໄດ້ຕົກລົງຂະຫຍາຍໄລຍະເວລາໃນການເຮັດວຽກໃນປະເທດໄທ ໄປເຖິງຕົ້ນປີ 2024 ແລະຕົ້ນປີ 2025 ໃຫ້ກັບແຮງງານລາວ, ມຽນມາ, ແລະກໍາປູເຈຍ 300,000 ກວ່າຄົນ ທີ່ສິ້ນສຸດການອະນຸຍາດແລ້ວ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານອານຸຊາ ບູຣະພະໄຊສີ, ໂຄສົກລັດຖະບານໄທຖະແຫຼງວ່າ ລັດຖະບານໄທ ໄດ້ອະນຸຍາດ ແລະຜ່ອນຜັນໃຫ້ແຮງງານລາວ, ມຽນມາ ແລະ ກໍາປູເຈຍ ຫຼາຍ ກວ່າ 300,000 ຄົນ ເພື່ອໃຫ້ສາມາດເຮັດວຽກໃນປະເທດໄທຕໍ່ໄປໄດ້ຮອດວັນ ທີ 13 ກຸມພາ ປີ 2024 ຫຼືຮອດວັນທີ 13 ກຸມພາ ປີ 2025, ໂດຍການອະນຸ ຍາດດັ່ງກ່າວໄດ້ມີຂຶ້ນເພາະວ່າ ແຮງງານເຫຼົ່ານີ້ໄດ້ສິ້ນສຸດການອະນຸຍາດໃຫ້ເຮັດ ວຽກໃນໄທໃນວັນທີ 31 ກໍລະກົດ ປີ 2023 ທີ່ຜ່ານມາ ແລະເມື່ອຮອດກໍານົດ ດັ່ງກ່າວ ກໍຈະຕ້ອງເດີນທາງກັບໄປປະເທດທີ່ເປັນພູມລໍາເນົາໃນທັນທີ ແຕ່ເນື່ອງ ຈາກວ່າບັນດານາຍຈ້າງໃນໄທບໍ່ສາມາດດໍາເນີນການຈ້າງແຮງງານໃໝ່ເພື່ອທົດແທນໄດ້ທັນກັບກໍານົດເວລາດັ່ງກ່າວ ລັດຖະບານໄທຈຶ່ງໄດ້ດໍາເນີນມາດຕະການ ເພື່ອໃຫ້ການຊ່ວຍເຫຼືອບັນດານາຍຈ້າງໃນໄທ ດ້ວຍການຂະຫຍາຍໄລຍະເວລາ ຂອງການເຮັດວຽກໃນໄທໃຫ້ແກ່ແຮງງານ ລາວ, ມຽນມາ ແລະກໍາປູເຈຍ ທີ່ ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທຢູ່ແລ້ວ, ດັ່ງທີ່ທ່ານອານຸຊາ ຖະແຫຼງ ຢືນຢັນວ່າ:

“ໂດຍອະນຸຍາດໃຫ້ຄົນຕ່າງດ້າວດໍາເນີນການຂໍອະນຸຍາດການເຮັດວຽກ ແລະ ກໍຈັດທໍາໜັງສືເດີນທາງ ຫຼືເອກະສານໃຊ້ແທນໜັງສືເດີນທາງ ແລະກວດຈໍ້າກາ ໄດ້ທັນພາຍໃນວັນທີ 15 ພຶດສະພາ ປີ 2023 ນີ້ ໃຫ້ຢູ່ໃນລາດຊະອານາຈັກ ເປັນກໍລະນີພິເສດ ແລ້ວກໍໃຫ້ເຮັດວຽກໄດ້ຕາມເງື່ອນໄຂ ຕາມມະຕິຄະນະລັດ ຖະມົນຕີເດີມ ຄືອະນຸຍາດໃຫ້ຢູ່ ແລະເຮັດວຽກໄດ້ເຖິງວັນທີ 13 ກຸມພາ ປີ 2024 ຫຼື 13 ກຸມພາ ປີ 2025 ແລ້ວແຕ່ກໍລະນີ.”

ໂດຍກະຊວງແຮງງານໄທລາຍງານວ່າ ແຮງງານລາວໄດ້ຮັບອະນຸຍາດເຮັດ ວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທ ແລະໄດ້ຮັບການຂະຫຍາຍໄລຍະເວລາ ດັ່ງກ່າວ ມີຈໍານວນທັງໝົດ 2 ແສນກວ່າຄົນໃນປັດຈຸບັນ ແຕ່ວ່ານາຍຈ້າງໃນ ໄທຍັງຕ້ອງການແຮງງານເພີ້ມຂຶ້ນອີກຫຼາຍກວ່າ 8 ແສນຄົນໃນປີ 2023 ນີ້ ແລະລັດຖະບານໄທອະນຸຍາດໃຫ້ນໍາເຂົ້າແຮງງານໄດ້ໂດຍຜ່ານບໍລິສັດຈັດຫາ ງານທີ່ລັດຖະບານລາວ, ກໍາປູເຈຍ ແລະມຽນມາ ໃຫ້ການຮັບຮອງເທົ່ານັ້ນ, ແຕ່ດ້ວຍຄ່າທໍານຽມການຈັດຫາງານທີ່ສູງກວ່າ 1,300 ໂດລາສໍາລັບແຮງງານ ແຕ່ ລະຄົນ ທີ່ຕ້ອງການຈະໄປເຮັດວຽກໃນໄທທີ່ມີຄ່າຈ້າງສູງກວ່າຢູ່ລາວຫຼາຍ ກວ່າ 5 ເທົ່ານັ້ນ ຈຶ່ງເຮັດໃຫ້ເຄືອຂ່າຍຄຸ້ມຄອງແຮງງານອົບພະຍົບໃນອາຊຽນ ໄດ້ປະເມີນສະພາບການວ່າ ຍັງຈະມີແຮງງານລັກລອບເຮັດວຽກໂດຍຜິດກົດໝາຍໃນໄທເພີ້ມຂຶ້ນອີກນັບລ້ານຄົນ ໃນນີ້ກໍລວມເຖິງແຮງງານລາວຫຼາຍກວ່າ 4 ແສນຄົນທີ່ຫວ່າງງານຢູ່ໃນລາວໃນປັດຈຸບັນນີ້ອີກດ້ວຍ.

ທາງດ້ານສະຫະພັນກໍາມະບານລາວລາຍງານວ່າ ໃນປັດຈຸບັນມີແຮງງານລາວທີ່ ຫວ່າງງານເຖິງ 64,000 ກວ່າຄົນ ຈາກກໍາລັງແຮງງານທີ່ຢູ່ໃນພາກການຜະ ລິດຕ່າງໆຈໍານວນທັງໝົດຫຼາຍກວ່າ 2.4 ລ້ານຄົນໃນທົ່ວປະເທດ ແລະໃນ ຕົ້ນປີ 2023 ນີ້ມີແຮງງານລາວ 38,000 ກວ່າຄົນທີ່ເດີນທາງໄປເຮັດວຽກຢ່າງ ຖືກຕ້ອງຕາມກົດໝາຍໃນຕ່າງປະເທດ ໃນນີ້ເປັນແຮງງານເພດຍິງ 21,000 ກວ່າຄົນໂດຍໄທຄືປະເທດທີ່ແຮງງານລາວເດີນທາງໄປເຮັດວຽກຫຼາຍທີ່ສຸດ ເຊິ່ງຍັງຈະພາກັນເດີນທາງໄປເພີ້ມຂຶ້ນອີກຢ່າງຕໍ່ເນື່ອງ ເພາະວ່າອັດຕາຄ່າຈ້າງ ໃນໄທສູງກວ່າຢູ່ລາວເຖິງ 5 ເທົ່າ ໃນຂະນະທີ່ການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ເພື່ອໃຫ້ສອດຄອ່ງກັບສະພາວະຄ່າຄອງຊີບໂຕຈິງໃນລາວນັ້ນ ຍັງຈະຕ້ອງລໍຖ້າ ຈົນເຖິງທ້າຍປີ 2023 ຄະນະກໍາມະການຄ່າຈ້າງແຮງງານລາວ 3 ຝ່າຍຈຶ່ງຈະ ມີການສະເໜີຕໍ່ຄະນະລັດຖະບານລາວເພື່ອພິຈາລະນາອະນຸມັດໄດ້ຢ່າງເປັນ ທາງການ ເຊິ່ງເຮັດໃຫ້ແຮງງານລາວບໍ່ສາມາດຈະລໍຖ້າ ຈຶ່ງຕ້ອງພາກັນເດີນ ທາງໄປລັກລອບເຮັດວຽກຢ່າງຜິດກົດໝາຍໃນໄທເພີ້ມຂຶ້ນ, ດັ່ງທີ່ປະຊາຊົນ ໃນນະຄອນຫຼວງວຽງຈັນ ໄດ້ໃຫ້ການຢືນຢັນວ່າ:

“ກະປະຢັດ ປະຢັດສຸດ ກະມື້ລະແສນ ກິນຜັກ ກິນເຫຍື່ອເອົາທຸກມື້ນີ້ນະ ອີ້ຫຍັງກະ ແລ່ນຂຶ້ນເດ ຄັນຊີ້ນກະແຕ່ກີ້ກິໂລນຶ່ງສີ່ຫ້າສິບ ດຽວນີ້ຊີ້ນໂລນຶ່ງເຈັດແປດສິບ ສະເພາະຊີ້ນໝູ ປີນຶ່ງກະບໍ່ໄດ້ກິນເທື່ອນຶ່ງແລ້ວຊີ້ນງົວມັນແພງ ລູກຫຼານແມ່ກະ ແລ່ນໄປພຸ້ນໝົດແລ້ວ ໄປຝັ່ງນັ້ນໝົດແລ້ວ ໄປຂາຍແຮງງານ 6 ຄົນພຸ້ນລະ ເດືອນນຶ່ງໝື່ນສອງ ກະປະມານ 6 ລ້ານ ຄັນໝື່ນສີ່ ກະ 7 ລ້ານແລ້ວເນາະ.”

ໃນນີ້, ຄ່າຈ້າງໃນລາວຖືເປັນອັດຕາທີ່ຕໍ່າສຸດໃນອາຊຽນ ໂດຍທີ່ປະເທດ ສິງກະໂປມີອັດຕາຄ່າຈ້າງສູງທີ່ສຸດ.

XS
SM
MD
LG