ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການສວຍໂອກາດ ແລະເອົາລັດ ເອົາປຽບຕໍ່ນັກທ່ອງທ່ຽວ ໃນລາວ ເປັນບັນຫາທີ່ຍັງບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ເທື່ອ


​ແມ່​ຄ້າ​ຂາຍ​ເຄື່ອງ​ຫັດ​ຖະ​ກຳ ແລະ​ເຄື່ອງ​ທີ່​ລະ​ນຶກ​ພາ​ກັນ​ລໍ​ຖ້າ​ນັກ​ທ່ອງ​ທ່ຽວມາ​ຊື້​ເຄື່ອງຢູ່​ຕະ​ຫລາດ​ຕອນ​ຄ່ຳທີ່​ເມືອງ​ຫລວງ​ພະ​ບາງ
​ແມ່​ຄ້າ​ຂາຍ​ເຄື່ອງ​ຫັດ​ຖະ​ກຳ ແລະ​ເຄື່ອງ​ທີ່​ລະ​ນຶກ​ພາ​ກັນ​ລໍ​ຖ້າ​ນັກ​ທ່ອງ​ທ່ຽວມາ​ຊື້​ເຄື່ອງຢູ່​ຕະ​ຫລາດ​ຕອນ​ຄ່ຳທີ່​ເມືອງ​ຫລວງ​ພະ​ບາງ

ການສວຍໂອກາດ ແລະເອົາລັດ ເອົາປຽບຕໍ່ນັກທ່ອງທ່ຽວໃນລາວ ເປັນບັນຫາທີ່​ຍັງ​ບໍ່​ໄດ້​ຮັບການແກ້ໄຂຢ່າງ​ຈິງ​ຈັງ ໂດຍມາດ​ຕະ​ການ​ຕໍ່ຜູ້ກະທຳຜິດຍັງ​ເປັນ​ພຽງການຕັກເຕືອນກັບປັບໄໝເທົ່ານັ້ນ, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນພະ​ແນກ​ແຜນການ-ວັດທະນະທຳ ແລະທ່ອງທ່ຽວເປີດ​ເຜີຍ​ວ່ານະໂຍບາຍເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ຕັ້ງແຕ່ເດືອນພຶສພາ 2022 ເປັນຕົ້ນມານັ້ນ ນັບໄດ້​ວ່າ​ປະ​ສົບ​ຜົນ​ສຳ​ເລັດໃນ​ລະ​ດັບຄາດໝາຍຂອງລັດຖະບານລາວ ແລະໝັ້​ນ​ໃຈ​ວ່າ ຈົນ​ເຖິງທ້າຍປີ 2022 ນີ້ ຈະ​ມີ ນັກທ່ອງທ່ຽວຕ່າງ​ຊາດ​ເດີນ​ທາງ​ມາ​ລາວ ຫຼາຍກວ່າ 9 ແສນຄົນ ຊຶ່ງ​ຈະ​ເຮັດໃຫ້ທຸລະກິດພາກບໍລິການ ແລະ ທ່ອງທ່ຽວມີ​ລາຍໄດ້​ຫລາຍກວ່າ 218 ລ້ານໂດ​ລາ ໂດຍ​ສະ​ເພາະໃນເຂດນະຄອນຫລວງວຽງຈັນນັ້ນ ກໍ​ຍັງໄດ້ ວາງເປົ້າໝາຍທີ່​ຈະ​ດຶງ​ດູດເອົານັກທ່ອງທ່ຽວຊາວ​ຕ່າງ​ປະ​ເທດ​ໃຫ້​ໄດ້​ເຖິງ 1 ລ້ານ ຄົນ ອີກ​ດ້ວຍ. ຫາກ​ແຕ່ວ່າ ບັນຫາທີ່​ຈະເຮັດໃຫ້ບໍ່ສາມາດບັນ​ລຸເປົ້າໝາຍດັ່ງ​ກ່າວ ກໍ່ແມ່ນການ​ສວຍໂອກາດ ແລະການເອົາລັດ ເອົາປຽບ ນັກ​ທ່ອງ​ທ່ຽວ ໂດຍຫົວໜ່ວຍທຸລະກິດບໍລິການໃນລາວ ເຊິ່ງເຮັດໃຫ້ຊາວ​ຕ່າງ​ຊາດບໍ່ຢາກກັບ ມາທ່ອງທ່ຽວ ໃນລາວອີກ ໂດຍ​ສະ​ເພາະແມ່ນການ​ສວຍໂອກາດການປັບຂຶ້ນລາຄາຫ້ອ​ງ​ພັກ, ອາຫານ ແລະ​ການ​ບໍ​ລິ​ການຕ່າງໆ ຢ່າງບ່ໍສົມເຫດສົມຜົນນັ້ນ ໃນຂະນະທີ່ການແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ ຍັງ​ບໍ່​ມີການຈັດຕັ້ງ ປະຕິບັດຢ່າງຈິງ​ຈັງ ໂດຍ​ມີພຽງການຕັກເຕືອນກັບປັບໄໝຕໍ່ຜູ້ກະທຳຜິດເທົ່ານັ້ນ ດັ່ງທີ່ເຈົ້າໜ້າທີ່ລາວໄດ້ ໃຫ້ການ​ຢືນ​ຢັນ​ວ່າ:

“ຜູ້​ປະ​ກອບ​ການມັນກະມີລະດັບແຕກ​ຕ່າງ​ກັນ ເພາະວ່າ ເຫັນ​ວ່າທ່າແຮງໂຕຈະນຳໃຊ້ແນວໃດ ຄິດແຕ່ວ່າ ເຮັດການ​ບໍ​ລິ​ການອັນໃດໄປ​ແລ້ວ ມີລາຍຮັບຂຶ້ນ​ມາ​ແລ້ວ ຢາກເຮັດຢາກເສີມຂະຫຍາຍໄປ ບາງອັນກໍບ່ໍຢູ່​ໃນກອບ ບໍ່​ຢູ່​ໃນ​ລະ​ບຽບ ບໍ່​ຢູ່​ໃນ​ແຜນ​ການຄຸ້ມ​ຄອງ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ມີ​ຫາງ​ສຽງ​ມາ​ວ່າ ໄປ​ກວດ​ກາບໍ່​ເປັນ​ຕົນ​ເປັນ​ໂຕ ສະ​ນັ້ນ​ແລ້ວ ພວກ​ເຮົາ​ຄິດ​ວ່າ ທຸກ​ຢ່າງນີ້ຈະ​ຕ້ອງ​ໄດ້​ຫັນ​ເຂົ້າ​ມາ​ສູ່​ລະ​ບົບແລະ​ວາງ​ແຜ​ນ​ ເຮັດ​ໃຫ້ເຈົ້າ​ໜ້າ​ທີ່ຂະ​ແໜງກ່ຽວຂ້ອງໄດ້ລົງກວດແລ້ວກວດອີກ ສຶກສາແລ້ວສຶກສາອີກ”

ທັງ​ນີ້ ​ການ​ລະ​ບາດ​ໄ​ວ​ຣັ​ສ​ໂຄວິດ-19 ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ​ກໍຍັງ​ໄດ້​ສົ່ງ​ຜົນ​ກະ​ທົບເຮັດ​ໃຫ້​ພາກບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ໃນ​ລາວ​ສູນ​ເສຍ​ລາຍ​ຮັບ​ເກີນກວ່າ 700 ລ້​ານ​ໂດ​ລາ​ ຕໍ່​ປີ ແລະ​ຍັງ​ເຮັ​ດ​ໃຫ້​ຫົວ​ໜ່ວຍທຸ​ລະ​ກິດຈຳ​ນວນ​ຫລາຍຕ້ອງ​ຂໍ​ເລື່ອນ​ຊຳ​ລະ​ໜີ້​ສິນ​ໃຫ້​ທະ​ນາ​ຄານ ໃນ​ນີ້​ກໍ​ຮວມ​ເຖິງ​ໂຮງ​ແຮມ ບ້ານ​ພັກ 2,920 ແຫ່ງ ບໍ​ລິ​ສັດ​ບໍ​ລິ​ການການ​ທ່ອງ​ທ່ຽວ 1,500 ກວ່າ​ລາຍ ໂດຍ​ສະ​ເພາະ​ແມ່ນ​ນະ​ຄອນ​ວຽງ​ຈັນນັ້​ນ​ມີ​ໜ່ວຍ​ທຸ​ລະ​ກິດ​ທີ່ຖືກ​ກະ​ທົບ​ຈາກ​ການ​ລະ​ບາດ​ໄວ​ຣັ​ສ​ໂຄ​ວິດ-19 ​ເກີນກວ່າ 90 ເປີ​ເຊັນ ຂອງ​ຫົ​ວ​ໜ່ວຍ​ທຸ​ລະ​ກິດ​ທັງ​ໝົດ​ໃນ​ພາກບໍ​ລິ​ການ ຊຶ່ງ​ໄດ້ເຮັດ​ໃຫ້ເກີ​ດການ​ເລີກ​ຈ້າງ ແລະ​ມີ​ການ​ຫວ່າງງ​ານ​ໃນ​ລາວ​ເກີນກວ່າ 1 ລ້ານ​ຄົນ​ໃນ​ປັດ​ຈຸ​ບັນ ດ້ວຍ​ສະ​ພາບ​ການ​ດັ່ງ​ກ່າວ ຈຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ໄດ້​ປະ​ກາດ​ເປີດ​ດ່ານ​ສາ​ກົນ​ໃນ​ທົ່ວ​ປະ​ເທດ ເພື່ອ​ຮັບ​ເອົາ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດນັບ​ຈາກວັນ​ທີ 9 ພຶດ​ສະ​ພາ ​ປີ 2022 ເປັນ​ຕົ້ນ​ມາ.

​ພ້ອມ​ກັນ​ນັ້ນ ລັດ​ຖະ​ບານ​ລາວຄາດ​ຫວັງ​ວ່າ​ ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ຈະ​ເດີນ​ທາງ​ມາ​ລາວ​ຫລາຍ​ຂຶ້ນ ໂດຍ​ສະ​ເພາະພາຍ​ຫລັງ​ຈາກ​ສາ​ມາດ​ຄວ​ຄຸມ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ໄດ້​ຢ່າງ​ຄັກ​ແນ່​ແລ້ວ​ນັ້ນ ເມື່ອ​ສົມ​ທົບ​ກັບ​ການ​ເປີດ​ການ​ເດີນ​ລົດ​ໄຟ​ລາວ​ຈີນ ນັບ​ຈາກ​ວັນ​ທີ 3 ທັນ​ວ​າ ປີ 2021 ເປັນ​ຕົ້​ນ​ມາ​ນັ້ນ ທາງ​ການ​ລາວຍັງຄາດ​ໝາຍ​ດ້ວຍ​ວ່າ ​ຈະ​ມີ​ຊາວ​ຈີນ​ເດີນ​ທາງ​ມາ​ລ​າວ​ເກີນກວ່າ 1 ລ້ານ​ຄົນ​ໃນ​ປີ 2022 ແລະ​ຈະ​ເພີ້ມ​ຂຶ້ນ​ເກີນກວ່າ 25 ເປີ​ເຊັນ ໃນ​ປີ​ຕໍ່​ໆໄປ ຫາກແຕ່​ວ່າ​ບັນ​ຫາ​ກໍ​ຄື​ລັດ​ຖະ​ບານ​ຈີນຍັງ​ຄົງ​ບໍ່​ອະ​ນຸ​ຍາດ​ໃຫ້​ຊາວ​ຈີນ ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ໄດ້ເລີຍ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້.

ທັງ​ນີ້​ກໍ​ເພື່ອ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ການ​ລະບາດ​ຂອງ​ພະ​ຍາດໂຄ​ວິດ-19 ໃນປະ​ເທດ​ຈີນ​ໃຫ້​ເປັນ​ສູນ ຫລື Zero Covid ຈຶ່ງ​ເຮັດ​ໃຫ້​ເປົ້າ​ໝາຍ​ທີ່​ຈະ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ​ດັ່ງ​ກ​ດ່າວ ບໍ່​ສາ​ມາດ​ທີ່​ຈະ​ເປັນ​ໄປ​ໄດ້​ຢ່າງ​ແນາ​ນອນ​ແລ້ວ ຈຶ່ງຕ້ອງປັບ​ປ່ຽນ​ເປົ້າ​ໝາຍໄປ​ທີ່​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ສະມາຊິກໃນ​ກຸ່ມ​ອາ​ຊຽນດ້ວຍ​ກັນ​ເປັນ​ຫຼັກ ຊຶ່ງ​ຈະຕ້ອງ​ອຳນວຍ​ຄວາມ​ສະດວກທັງໃນ​ການເດີນ​ທາງ​ເຂົ້າ​ມາ​ລາວ​ແລະ​ຮັບປະກັນ​ດ້ານຄວາມປອດ​ໄພໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ ດັ່ງທີ່​ ພົນ​ຕີ ຄຳ​ກິ່ງ ຜຸຍຫຼ້າ​ມະ​ນີ​ວົງ ຫົວ​ໜ້າ​ກົມ​ໃຫຍ່​ຕຳຫຼວດ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບໃຫ້​ການຢືນຢັນວ່າ:

“ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ກໍ​ໄດ້​ຊີ້​ນຳ​ຕຳຫຼວດ​ທ່ອງ​ທ່ຽວໃນ​ຂອບ​ເຂດທົ່ວ​ປະ​ເທດ ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ ໃຫ້ມີປະສິດທິພາບຄ່ອ​ງ​ຕົວ, ສະດວກ, ວ່ອງໄວ, ຮັບປະກັນໃຫ້​ໄດ້ທັງຄວາມສະຫງົບຄວາມປອດໄພ ຄວາມເປັນ ລະບຽບຮຽບຮ້ອຍ, ການກວດ​ກາ, ຕິດຕາມ ແລະ ປະ​ຕິ​ບັດເອກະສານ​ແຈ້ງການທີ່​ທາງລັດຖະບານວາງ​ອອກ ໃຫ້​ເຂັ້ມ​ງວດ ​ແລະ​ເປັນ​ເອກະ​ພາບ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ທັງ​ໃຫ້​ເອົາ​ໃຈ​ໃສ່ລົງ​ເລິກ​ ແລະ​ໃກ້​ຊິດຕິດ​ແທດ ຜູ້ປະກອບການຄືບໍລິສັດທ່ອງທ່ຽວ, ພາ​ຫະ​ນະ​ຂົນ​ສົ່ງທ່ອງທ່ຽວ ສະ​ຖານ​ທີ່ພັກ, ແຫລ່ງທ່ອງທ່ຽວ ຮ້ານອາຫານ-ບັນເທີງ, ແລະອື່ນໆ.”

ໂດຍສະເພາະໃນໄລຍະເດືອນພຶດສະພາ-ສິງຫາ 2022 ປາກົດວ່າ ມີນັກທ່ອງທ່ຽວຈາກອາຊຽນເຂົ້າມາລາວ ຫຼາຍກວ່າ 450,000 ຄົນ, ໃນນັ້ນເປັນນັກທ່ອງທ່ຽວຈາກໄທຫຼາຍກວ່າ 50 ເປີ​ເຊັນ ແລະ ຈາກຫວຽດ​ນາມ 30 ເປີ​ເຊັນ. ສ່ວນທີ່ເຫຼືອແມ່ນນັກທ່ອງທ່ຽວຈາກມາ​ເລ​ເຊຍ, ສິງກະໂປ, ຟີລິບປິນ ແລະ ບຣູໄນ.

XS
SM
MD
LG