ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໃນພາກໃຕ້ຂອງ ສະຫະລັດ ກໍໄດ້ຮັບຄວາມໜາວເຢັນຈາກສະພາບອາກາດໜາວຈາກພາກເໜືອເຊັ່ນກັນ


ຮູບພາບຈາກດາວທຽມທີ່ນໍາອອກມາເຜີຍແຜ່ໂດຍ NOAA ສະແດງໃຫ້ເຫນກ່ຽວກັບລະບົບອາກາດທີ່ຂ້າມຜ່ານພາກເໜືອຂອງສະຫະລັດ ໃນວັນທີ 23 ທັນວາ 2022, ນະເວລາ 10:56 ເຊົ້າຂອງເວລາທາງທິດຕາເວັນອອກ.
ຮູບພາບຈາກດາວທຽມທີ່ນໍາອອກມາເຜີຍແຜ່ໂດຍ NOAA ສະແດງໃຫ້ເຫນກ່ຽວກັບລະບົບອາກາດທີ່ຂ້າມຜ່ານພາກເໜືອຂອງສະຫະລັດ ໃນວັນທີ 23 ທັນວາ 2022, ນະເວລາ 10:56 ເຊົ້າຂອງເວລາທາງທິດຕາເວັນອອກ.

ເນື່ອງຈາກສະພາບອາກາດທີ່ໜາວເຢັນໄດ້ປົກຄຸມໄປທົ່ວສະຫະລັດອາເມຣິກາ, ອັນໄດ້ເຮັດໃຫ້ເກືອບທຸກຂົງເຂດຂອງສະຫະລັດ ໂດຍສະເພາະທາງພາກເໜືອ ບາງເຂດທີ່ໄດ້ຮັບຜົນທະທົບຢ່າງໜັກ. ຢ່າງໃດກໍຕາມ, ຢູ່ທາງພາກໃຕ້ຂອງ ສະຫະລັດ ກໍໄດ້ຮັບຜົນກະທົບຈາກຄວາມໜາວເຢັນຂອງອາກາດເຊັ່ນກັນ ໂດຍສະເພາະແມ່ນເມືອງເມີຟຣີສໂບໂຣ ແລະເມືອງໃກ້ຄຽງໃນລັດເທັນເນັສຊີ, ເຊິ່ງຄວາມໜາວເຢັນຍ້ອນລົມໜາວ ໄດ້ເຮັດໃຫ້ນໍ້າກາຍເປັນນໍ້າກ້ອນ ແລະ ໄຟຟ້າມອດໃນບາງພື້ນທີ່ຂອງເມືອງ ພ້ອມທັງການສັນຈອນໄປມາທີ່ບໍ່ສະດວກ, ດັ່ງທີ່ປະຊາຊົນທ່ານນຶ່ງທີ່ອາໄສຢູ່ໃນເມືອງເມີຟຣີໂບໂຣໄດ້ເລົ່າສູ່ຟັງວ່າ:

“ສະພາບອາກາດນີ້ໜາວຫຼາຍ ອຸນຫະພູມລົງຕໍ່າຫຼາຍ, ມາຢູ່ທີ່ນີ້ຮອດ 15 ປີລະ ຄັ້ງທໍາອິດທີ່ເຫັນອາກາດໜາວຂະໜາດນີ້. ບໍ່ສະດວກສະບາຍທີ່ເຮົາຈະອອກໄປ ຂ້າງນອກ ຮ້ານກໍປິດມາໄດ້ສາມມື້ລະ ເພາະວ່າຂັ້ນອອກໄປນອກນຶ່ງນາທີ ເສື້ອເຮົານິຈົນເຢັນ ຈົນເປັນນໍ້າແຂັງ.”

ພ້ອມກັນນັ້ນ, ຢູ່ໃນເມືອງຮັນສວີລ ແລະເມືອງເມດີຊັນຂອງລັດອາລາບາມາ ກໍມີຫິມະຕົກ ສົ່ງຜົນເຮັດໃຫ້ລົດຫຼາຍຄັນເຈືອກອອກນອກຫົນທາງຍ້ອນຖະໜົນ ທີ່ປຽກມື່ນ.

ມາຮອດວັນອັງຄານວານນີ້, ເຖິງແມ່ນສະພາບອາກາດເລີ້ມດີຂຶ້ນມາ ແຕ່ສາຍ ການບິນຫຼາຍຖ້ຽວທີ່ຖືກໂຈະ ແລະເລື່ອນເວລາອອກໄປຍ້ອນບັນຫາຂອງສະ ພາບອາກາດຍັງພົບກັບຄວາມຫຍຸ້ງຍາກໃນການຈັດການກັບຖ້ຽວບິນ ແລະຜູ້ໂດຍສານທີ່ໄດ້ຮັບຜົນກະທົບເນື່ອງຈາກບັນຫາຂອງສະພາບອາກາດທີ່ຜ່ານມາດັ່ງກ່າວ.

XS
SM
MD
LG