ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ປະຊາຊົນທີ່ອາໄສຢູ່ລັດ ຄາໂຣໄລນາໃຕ້ ກໍາລັງອອກໄປໃຊ້ສິດເລືອກຕັ້ງຄັ້ງທໍາອິດ ໃນການເລືອກຕັ້ງກາງສະໄໝນີ້


ຜູ້ມີສິດເລືອກຕັ້ງຄົນນຶ່ງ ກໍາລັງແປງປ້າຍ ໃນລະຫວ່າງທີ່ລາວກໍາລັງອອກຈາກເຮືອນຂອງ ວິນເຊັນ ສມິດທ໌ (Vincent Smith) ຢູ່ເມືອງເວີນວີລ (Varnville), ລັດ ຄາໂຣໄລນາໃຕ້. ສະຖານທີ່ສໍາລັບເລືອກຕັ້ງ ປະທານາທິບໍດີສະຫະລັດ ແລະສະຖານທີ່ເລືອກຕັ້ງທ້ອງຖິ່ນ ແມ່ນຢູ່ໃກ້ກັບເຮືອນຂອງ ສມິດທ໌.
ຜູ້ມີສິດເລືອກຕັ້ງຄົນນຶ່ງ ກໍາລັງແປງປ້າຍ ໃນລະຫວ່າງທີ່ລາວກໍາລັງອອກຈາກເຮືອນຂອງ ວິນເຊັນ ສມິດທ໌ (Vincent Smith) ຢູ່ເມືອງເວີນວີລ (Varnville), ລັດ ຄາໂຣໄລນາໃຕ້. ສະຖານທີ່ສໍາລັບເລືອກຕັ້ງ ປະທານາທິບໍດີສະຫະລັດ ແລະສະຖານທີ່ເລືອກຕັ້ງທ້ອງຖິ່ນ ແມ່ນຢູ່ໃກ້ກັບເຮືອນຂອງ ສມິດທ໌.

ດັ່ງທີ່ຫຼາຍໆຄົນຮູ້ກັນດີວ່າ ການເລືອກຕັ້ງກາງສະໄໝໃນຄັ້ງນີ້ ມີຄວາມເຄັ່ງຕຶງ ແລະເຕັມໄປດ້ວຍການແຂ່ງຂັນ. ສະນັ້ນ ມັນຈຶ່ງໄດ້ກະຕຸ້ນໃຫ້ປະຊາຊົນບາງຄົນທີ່ບໍ່ຄ່ອຍໄດ້ອອກໄປໃຊ້ສິດຕົນເອງເລືອກຕັ້ງໃນຫຼາຍສະໄໝທີ່ຜ່ານມາ ຢາກອອກໄປໃຊ້ສິດຂອງຕົນ, ດັ່ງທີ່ປະຊາຊົນທ່ານນຶ່ງທີ່ອາໄສຢູ່ໃນລັດຄາໂຣໄລນາໃຕ້ກ່າວວ່າ ລາວຢາກເຫັນການປ່ຽນແປງທີ່ດີ ເຊິ່ງບາງທີ່ 1 ສຽງຂອງລາວຈະເຮັດໃຫ້ມີການປ່ຽນແປງທີ່ດີຂຶ້ນ ໂດຍລາວກ່າວວ່າ:

“ຂ້ອຍບໍ່ເຄີຍໄປເລືອກຕັ້ງຈັກເທື່ອ ເພາະວ່າມັນບໍ່ມີບັນຫາຫຍັງສໍາລັບຂ້ອຍວ່າໃຜຊິເປັນປະທານາທິບໍດີໃນກ່ອນໜ້ານັ້ນ, ເພາະວ່າມັນກໍບໍ່ໄດ້ຢູ່ໃນສະຖານະການທີ່ບໍ່ດີຫຼາຍ, ທຸກຄະແນນສຽງແມ່ນສໍາຄັນ ແຕ່ເຮົາບໍ່ມີສິດທີ່ຈະເວົ້າຫຍັງຖ້າເຮົາບໍ່ໄດ້ໄປເລືອກຕັ້ງ ເພາະວ່າເຮົາບໍ່ໄດ້ໄປເລືອກຕັ້ງເດ, ດີ ຫຼືບໍ່ດີ. ສະນັ້ນ ທຸກສຽງທີ່ໄປປ່ອນບັດເລືອກຕັ້ງແມ່ນສໍາຄັນ ເພາະວ່າເຈົ້າສາມາດເຮັດໃຫ້ມັນປ່ຽນແປງໄດ້.”

ໃນອີກປະມານສອງອາທິດ ກໍເປັນວັນເລືອກຕັ້ງກາງສະໄໝຢູ່ໃນສະຫະລັດແລ້ວ, ຫຼາຍໆບ່ອນກໍມີການຂຶ້ນປ້າຍໂຄສະນາຫາສຽງໃຫ້ແກ່ສະມາຊິກພັກຂອງຕົນ, ໃນນັ້ນ ປະຊາຊົນຢູ່ບາງເຮືອນໃນບາງຂົງເຂດ ກໍຕິດຕັ້ງປ້າຍຊື່ຂອງບຸກຄົນທີ່ຕົນເອງຈະເລືອກເອົາ, ເຊິ່ງຖືເປັນເລື້ອງທໍາມະດາຢູ່ໃນສະຫະລັດ ທີ່ປະຊາຊົນສາມາດສະແດງອອກມາວ່າສະມາຊິກຂອງພັກຄົນໃດທີ່ຕົນມັກ ເພາະຖືເປັນການໃຊ້ສິດທິ ແລະມີສຽງຢ່າງແທ້ຈິງຂອງປະຊາຊົນ.

XS
SM
MD
LG