ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ຈີນ ເປີດເຜີຍການລະບາດຂອງ ‘ໄວຣັສເອຊເອັມພີວີ’ ເລີ້ມຫລຸດລົງແລ້ວ


ທ່ານ ຫວັງ ຫລີປິ່ງ ນັກວິໄຈຈາກ CDC ຈີນ ກ່າວທີ່ກອງປະຊຸມລາຍງານສະຖານະການ ຢູ່ທີ່ National Health Commission ທ່າມກາງຄວາມກັງວົນກ່ຽວກັບໄວຣັສ HMPV ທີ່ທາງຕອນເໜືອຂອງຈີນ ທີ່ນະຄອນຫຼວງປັກກິ່ງ, ວັນທີ 12 ມັງກອນ 2025 (AP Photo/Andy Wong).
ທ່ານ ຫວັງ ຫລີປິ່ງ ນັກວິໄຈຈາກ CDC ຈີນ ກ່າວທີ່ກອງປະຊຸມລາຍງານສະຖານະການ ຢູ່ທີ່ National Health Commission ທ່າມກາງຄວາມກັງວົນກ່ຽວກັບໄວຣັສ HMPV ທີ່ທາງຕອນເໜືອຂອງຈີນ ທີ່ນະຄອນຫຼວງປັກກິ່ງ, ວັນທີ 12 ມັງກອນ 2025 (AP Photo/Andy Wong).

ເຈົ້າໜ້າທີ່ສາທາລະນະສຸກຈີນ ເປີດເຜີຍເມື່ອວັນອາທິດວານນີ້ ວ່າ ອັດຕາການຕິດໄວຣັສໂຣກລະບົບທາງຫາຍໃຈກະທັນຫັນ ທີ່ຄ້າຍກັບໄຂ້ຫວັດ ຮິວແມນ ເມຕານູໂມເນຍ (human metapneumovirus) ຫຼື HMPV ທາງຕອນເໜືອຂອງຈີນ ກຳລັງຫລຸດລົງ ທ່າມກາງຄວາມກັງວົນວ່າ ໄວຣັສດັ່ງກ່າວຈະກາຍເປັນການລະບາດໃຫຍ່ຄັ້ງໃໝ່ຂອງໂລກ ອີງຕາມລາຍງານຂອງອົງການຂ່າວເອພີ.

HMPV ເຊິ່ງເປັນໄວຣັສໃນສາຍພັນດຽວກັນກັບໄວຣັສ RSV ມີອາການຄ້າຍກັບໄຂ້ຫວັນຫຼືໄຂ້ຫວັດທົ່ວໄປ ທັງມີໄຂ້ສູງ ໄອ ແລະດັງຕັນ ເຊິ່ງໂດຍປົກກະຕິແລ້ວ ອາການຕ່າງໆ ຈະຫາຍໄປໄດ້ເອງ ເຖິງແມ່ນວ່າ ໄວຣັສອາດເຮັດໃຫ້ເກີດອາການຕິດເຊື້ອບໍລິເວນທາງຫາຍໃຈສ່ວນລຸ່ມໃນເດັກນ້ອຍ ຜູ້ສູງອາຍຸ ແລະຜູ້ທີ່ມີຄວາມບົກພ່ອງໃນລະບົບພູມຕ້ານທານ.

ເດັກທາລົກໃສ່ໜ້າກາກອະນາໄມ ຄອຍຖ້າກັບຄອບຄົວທີ່ພະແນກເດັກນ້ອຍທີ່ໂຮງໝໍໃນເມືອງຫາງໂຈວ ເຂດມົນທົນ ເຈີຈຽງຂອງຈີນ, ວັນທີ 6 ມັງກອນ 2025 (AFP)
ເດັກທາລົກໃສ່ໜ້າກາກອະນາໄມ ຄອຍຖ້າກັບຄອບຄົວທີ່ພະແນກເດັກນ້ອຍທີ່ໂຮງໝໍໃນເມືອງຫາງໂຈວ ເຂດມົນທົນ ເຈີຈຽງຂອງຈີນ, ວັນທີ 6 ມັງກອນ 2025 (AFP)

ທ່ານ ຫວັງ ຫຼີປິ່ງ ນັກວິໄຈຈາກສູນຄວບຄຸມແລະປ້ອງກັນໂຣກ ຫຼື CDC ຂອງຈີນກ່າວລະຫວ່າງການລາຍງານສະຖານະການກັບຜູ້ສື່ຂ່າວຮ່ວມກັບຄະນະກຳມະການສາທາລະຍະສຸກແຫ່ງຊາດຈີີນ ຫຼື National Health Commission ຫຼື NHC ວ່າ “HMPV ບໍ່ແມ່ນໄວຣັສໂຕໃໝ່ ແລະຢູ່ກັບມະນຸດມາຢ່າງໜ້ອຍ 20 ຫາ 30 ປີແລ້ວ” ແລະວ່າ ການເພີ້ມຂຶ້ນຂອງຜູ້ຕິດເຊື້ອໃນຊ່ວງບໍ່ເທົ່າໃດປີມານີ້ ຫລັງຈາກທີ່ພົບຜູ້ປ່ວຍລາຍທຳອິດໃນເນເທີແລນ ເມື່ອປີ 2001 ນັ້ນ ເນື່ອງມາຈາກເທັກໂນໂລຈີການກວດຫາເຊື້ອໂຣກທີ່ດີຂຶ້ນໃນປັດຈຸບັນ.

ທ່ານ ຫວັງ ກ່າວວ່າ “ໃນຂະນະນີ້ ຈຳນວນນຜູ້ຕິດເຊື້ອ HMPV ມີຄວາມຜັນຜວນ ອັດຕາຜູ້ປ່ວຍຕິດເຊື້ອໃນເຂດມົນທົນທາງຕອນເໜືອຂອງຈີນ ກຳລັງຢູ່ໃນທິດທາງຂາລົງ ແລະອັດຕາຜູ້ປ່ວຍຕິດເຊື້ອອາຍຸຕ່ຳກວ່າ 14 ປີ ເລິ້ມຫລຸດລົງແລ້ວ.”

ຄວາມກັງວົນກ່ຽວກັບໄວຣັສ HMPV ທີ່ລະບາດທາງຕອນເໜືອຂອງຈີນ ເລີ້ມຫຼາຍຂຶ້ນ ຫລັງຈາກມີພາບຂອງໂຮງໝໍທີ່ເຕັມໄປດ້ວຍຜູ້ປ່ວຍໃສ່ໜ້າກາກອະນາໄມ ເຜີຍແພ່ນທາງໂລກອອນໄລນ໌ ຂະນະທີ່ອົງການອະນາໄມໂລກ ໄດ້ອອກມາຍລະບຸວ່າ ຍັງບໍ່ໄດ້ຮັບລາຍງານກ່ຽວກັບການແພ່ລະບາດຢ່າງຜິດປົກກະຕິໃນຈີນ ຫຼືພື້ນທີ່ອື່ນໆໃນໂລກ.

ດ້ານຜູ້ຊ່ຽວຊານ ລະບຸວ່າ HMPV ແຕກຕ່າງຈາກໂຄວິດ-19 ໃນແງ່ທີ່ວ່າ ໄວຣັສດັ່ງກ່າວ ຢູ່ມາດົນຫຼາບສິບປີແລ້ວ ແລະຜູ້ຄົນມີພູມຕ້ານທານໃນໂຕ ອີກທັງເດັກນ້ອຍສ່ວນໃຫຍ່ເຄີຍຕິດເຊື້ອໄວຣັສນີ້ ກ່ອນທີ່ຈະອາຍຸ 5 ປີ.

ທ່ານຫວັງ ກ່າວດ້ວຍວ່າ ໂຣກລະບົບທາງຫາຍໃຈ ທີ່ກະທົບກັບຜູ້ຄົນໃນຈີນຂະນະນີ້ ເປັນສາຍພັນທີ່ເປັນທີ່ຮູ້ຈັກ ແລະບໍ່ພົບການຕິດເຊື້ອໄວຣັສອຸນບັດໃໝ່ແຕ່ຢ່າງໃດ.

ດ້ານທ່ານເກົາ ຊິນສຽງ ຮອງຜູ້ອຳນວຍການໜ່ວຍງານຮັບມືເຫດສຸກເສີນດ້ານສາທາລະນະສຸກຂອງຄະນະກຳມະການສາທາລະນະສຸກແຫ່ງຊາດຈີນ ລະບຸວ່າ ໂຕເລກຜູ້ທີ່ປ່ວຍເປັນໄຂ້ສູງຕາມຄລີນິກ ແລະພະແນກສູກເສີນທົ່ວປະເທດຈີນ ມີທິດທາງເພີ້ມຂຶ້ນ ແຕ່ຍັງຖືວ່າ ຕ່ຳກວ່າໃນຊ່ວງດຽວກັນຂອງປີກ່ອນ ແລະຢ້ຳວ່າ ບໍ່ມີການຂາດແຄນຊັບພະຍາກອນທາງການແພດ ໃນເວລານີ້.

ສ່ວນທ່ານຫູ ສຽງສຽງ ໂຄສົກຂອງຄະນະກຳມະການສາທານລະນະສຸກແຫ່ງຊາດຈີນຢືນຢັນວ່າ ການຕິດເຊື້ອໄຂ້ຫວັດໃຫຍ່ທົ່ວປະເທດຄາດວ່າ ຈະຫລຸດລນົງຢ່າງຫຼາຍ ໃນຊ່ວງກາງເດືອນເຖິງປາຍເດືອນມັງກອນນີ້.

ປັດຈຸບັນ ຍັງບໍ່ມີວັກຊີນ ຫຼືຢາສຳລັບໄວຣັສ HMPV ຜູ້ຊ່ຽວຊານແນະນຳຂໍ້ຄວາມລະວັງໃນການປ້ອງກັນການຕິດເຊື້ອໄວຣັສ ແລະໂລກທາງຫາຍໃຈອື່ນໆ ເຊິ່ງລວມເຖິງການລ້າງມື ເປັນປະຈຳ ຫລີກລ່ຽງຝູງຊົນຫາກເປັນໄປໄດ້ ແລະການໃສ່ໜ້າກາກອະນາໄມ ໃນສະຖານທີ່ທີ່ມີຜູ້ຄົນໜາແໜ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG