ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິທີການດໍາເນີນງານ ກ່ອນຈະມາເປັນສາຂາຂອງຮ້ານຊູຊິ


ຊູຊິ ປາເຊລມອນ. (Photo by Diaa Bekheet)
ຊູຊິ ປາເຊລມອນ. (Photo by Diaa Bekheet)

ວກທ່ານອາດຈະເຄີຍເຫັນ ສາຂາຍ່ອຍ ຂອງຮ້ານຊູຊິທີ່ຂາຍຢູ່ໃນຕະ ຫຼາດໃຫຍ່, ແລ້ວບັນດາເຈົ້າຂອງກິດຈະການເຫຼົ່ານັ້ນ ດໍາເນີນການຕາມຂັ້ນຕອນໄປແນວໃດ ຈຶ່ງສາມາດມາປະກອບການດັ່ງກ່າວນີ້ໄດ້? ທິບສຸດາມີລາຍລະອຽດ ຈາກຜູ້ປະກອບການດ້ານນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເປີດສາຂາຍ່ອຍຂອງອາຫານຍີ່ປຸ່ນຢູ່ໃນຮ້ານໃຫຍ່ ເປັນອີກທຸລະກິດນຶ່ງທີ່ພວກເຮົາມັກຈະເຫັນວ່າມີບໍລິການຫຼາຍ, ເຊິ່ງເປັນອາຫານທີ່ຫຼາຍຄົນສາມາດເລືອກຊື້ມາກິນໄດ້ຕາມຄວາມຕ້ອງການ ແບບທັນເວລາ ແລະທັນໃຈ.

ນຶ່ງໃນຜູ້ທີ່ມີປະສົບການ ໃນການບໍລິຫານຮ້ານຊູຊິ ແລ້ວກາຍມາເປັນເຈົ້າຂອງສາຂາດັ່ງກ່າວຢູ່ໃນປະເທດຝຣັ່ງບອກວ່າ ທຸກໆຄົນສາມາດເປີດສາຂາດັ່ງກ່າວນີ້ໄດ້ ດ້ວຍການສະສົມປະສົບການ ແລະຮູ້ວິທີການດໍາເນີນງານ ກ່ຽວກັບລາຍລະ ອຽດໃຫ້ດີ ໂດຍນາງເລົ່າເຖິງວິທີການດໍາເນີນເອກະສານ ກ່ອນມາເປີດສາຂາໃຫ້ຟັງວ່າ:

“ແຕ່ວ່າການເສັ້ງນີ້ ຕ້ອງມີເງິນກ້ອນນຶ່ງເພື່ອໄປລົງທະບຽນເປີດບໍລິສັດຢ່າງໜ້ອຍນຶ່ງເດືອນ, ອັນທີ່ຕ້ອງການກໍຄື ຕ້ອງມີເງິນມາຈ່າຍໃຫ້ພະນັກງານພາຍໃນເດືອນທໍາອິດ, ໄປສະເໜີ ເອົາ Business Plans ໃຫ້ເຂົາເຈົ້າເບິ່ງ ອະດີດມັນເປັນຈັງຊີ້ ຫ້າງນີ້ມັນໄດ້ຂາຍຈັງຊີ້ ແຕ່ລະເດືອນມັນເປັນຈັງຊີ້ ໄປສະເໜີໃຫ້ເຂົາເຈົ້າວ່າ ແຕ່ລະເດືອນມັນໄດ້ເງິນຊໍ່ານີ້ ຕ່າງແຕ່ວ່າຂ້ອຍຕ້ອງການເງິນກ້ອນນີ້ ເພື່ອມາຈ່າຍໃຫ້ພະນັກງານ ຫຼືວ່າຈ່າຍຊື້ຜັກຊື້ຫຍັງເພື່ອໃຫ້ມັນໝຸນ, ກ່ອນທີ່ວ່າຫ້າງມັນຈະໂອນ 75 ເປີເຊັນມາໃຫ້ເຮົາຫັ້ນ ເພາະວ່າສັນຍາກັບຫ້າງຫັ້ນຄືວ່າ 1 ເດືອນ ບວກໃຫ້ 1 ເດືອນ ເປັນ 2 ເດືອນ ເຂົາເຈົ້າຈຶ່ງສາມາດເອົາເງິນໃຫ້ເຮົາໄດ້ຫັ້ນນະ.”

ແນວໃດກໍຕາມ, ອີກຈຸດນຶ່ງທີ່ຜູ້ຈະປະກອບການ ຊູຊິ Franchise ຕ້ອງເຂົ້າໃຈກໍຄື ທາງຫ້າງທີ່ສາຂາຕັ້ງຢູ່ ຈະໂອນເງິນທີ່ໄດ້ຈາກການຂາຍມາໃຫ້ຂອງຍອດຂາຍໃນເດືອນນັ້ນ ເປັນທ້າຍຂອງເດືອນຖັດໄປ.

ຍານາງພູວັນ ບອກວ່າ ແຕ່ລະບ່ອນ ແລະແຕ່ລະກໍລະນີກໍບໍ່ຄືກັນ, ສໍາລັບສາຂາແມ່ທີ່ນາງຮ່ວມກິດຈະການນໍານີ້ ແມ່ນເລີ້ມຕົ້ນມາຈາກການເປັນຜູ້ບໍລິຫານໃຫ້ສາຂາຂອງບໍລິສັດ, ເຊິ່ງນັ້ນໝາຍຄວາມວ່າ ທາງບໍລິສັດແມ່ຈະໃຫ້ເຂົ້າຮ່ວມເປັນສາຂາຍ່ອຍໄດ້ ເຂົາເຈົ້າຈະຕ້ອງເຫັນຄວາມສາມາດຂອງຜູ້ຈະປະກອບການເສຍກ່ອນ.

ນາງກ່າວວ່າ ສໍາລັບຕົນເອງແມ່ນບໍ່ມີຕົ້ນທຶນຫຼາຍ ດັ່ງນັ້ນການຫາແຫຼ່ງທຶນຈຶ່ງເປັນສິ່ງສໍາຄັນ, ແຕ່ເອກະສານກ່ອນການເປີດຮ້ານ ກໍເປັນສິ່ງສໍາຄັນເຊັ່ນດຽວກັນ ເພາະຕ້ອງມີຊື່ບໍລິສັດກ່ອນດໍາເນີນການເປັນເຈົ້າຂອງສາຂາໄດ້, ໂດຍເງິນທຶນທີ່ໃຊ້ເຂົ້າໃນການປະກອບເອກະສານເພື່ອລົງທະບຽນເປີດບໍລິສັດ ກ່ອນຈະມາເປັນເຈົ້າຂອງສາຂາ ແມ່ນມີມູນຄ່າປະມານ 2,000 ຢູໂຣ.

ນາງກ່າວວ່າ ເນື່ອງຈາກສາຂາທີ່ຕົນຈະຮັບຊ່ວງຕໍ່ນັ້ນ ເຄີຍມີເຈົ້າຂອງມາກ່ອນ, ດັ່ງນັ້ນ ການລົງທຶນຈື່ງບໍ່ໄດ້ໃຊ້ຫຼາຍ ໂດຍນາງຈະໃຊ້ທຶນປະມານ 20,000 ຢູໂຣ ເຊິ່ງທາງສາຂາແມ່ ຈະເປັນຜູ້ສະໜອງແຫຼ່ງຂໍ້ມູນກູ້ຢືມໃຫ້, ໂດຍນາງບອກວ່າ:

“ບໍລິສັດໃຫຍ່ຫັ້ນ ເຂົາຫາທະນາຄານໃຫ້ຕ່າງຫາກ ວ່າໃຫ້ເຮົາຈ່າຍເດືອນນຶ່ງເທົ່າໃດ 1,800-2,000 ນີ້ລະ, ແລະກະເຄື່ອງຕ່າງໆເຈົ້ານາຍເກົ່າລາວຈະຂາຍຜ່ອນຜັນໃຫ້ ແລ້ວກະໃຫ້ເຮົາໃຊ້ຈ່າຍ 3 ງວດຈັ່ງຊີ້ນະ. ແຕ່ເຮົາກະເອົາເງິນໂຕທີ່ວ່າຂາຍໄດ້ຈາກຫ້າງຫັ້ນລະໄປໃຊ້ລາວ ເພາະວ່າຈັງໃດມັນກໍໄດ້ຢູ່ແລ້ວຫັ້ນນະ. ຄັນເຮົາເລີ້ມຕົ້ນ ເຮົາຈະໄດ້ເສຍເງິນຫຼາຍ ເພາະວ່າຢ່າງໜ້ອຍມີເງິນລົງ ທຶນໝູນວຽນເປັນກ້ອນຫັ້ນ 40,000 ສະແຕນນຶ່ງ ບວກກັບອຸປະກອນທີ່ບໍລິສັດແມ່ມັນເອົາມາລົງອີກ, ຕົວຢ່າງວ່າ ຫຸ່ນຍົນທີ່ມັນຜະລິດເຂົ້າ ເຕົາອົບ ມັນຈະມີອ່າງນໍ້າ ລະກະມັນຈະມີຕູ້ເຢັນ ມັນຈະມີຫ້ອງແຊ່ແຂັງຈັ່ງຊີ້ຫັ້ນນະ ແລະກະມີຕູ້ວາງຂາຍອີກ”

ນາງກ່າວວ່າ ໃນຊ່ວງໄລຍະປີທໍາອິດທີ່ເຮົາເຂົ້າມາເປັນເຈົ້າຂອງສາຂາ ນັ້ນໝາຍຄວາມວ່າເຮົາຈະມີສັນຍາກັບສາຂາແມ່ໂດຍກົງໃນຊ່ວງ 1 ປີທໍາອິດ, ໃນໄລຍະນີ້ ຜູ້ປະກອບການຕ້ອງປະຕິບັດຕາມສັນຍາກັບທາງສາຂາໃຫຍ່ອີກດ້ວຍ, ສ່ວນໃນເລື້ອງຂອງຍອດຂາຍ ກໍຕ້ອງໃຫ້ໄດ້ຕາມເປົ້າໝາຍ.

ໃນນັ້ນ, ການຊໍາລະເງິນຕາມເປີເຊັນຈາກລາຍຮັບ ຈະເປັນໄປຕາມສັນຍາຈາກທາງສາຂາແມ່ດັ່ງນີ້: ທາງຫ້າງທີ່ຜູ້ປະກອບການຕັ້ງ Franchise ຢູ່ ຈະໄດ້ຮັບ 8 ເປີເຊັນຂອງຍອດຂາຍໃນແຕ່ລະເດືອນ, ສ່ວນສາຂາແມ່ ແມ່ນຈະໄດ້ຮັບ 17 ເປີເຊັນ, ສໍາລັບຜູ້ປະກອບການ ຈະໄດ້ຮັບສ່ວນທີ່ເຫຼືອທັງໝົດ. ແນວໃດກໍຕາມ ໃນ 75 ເປີເຊັນທີ່ຜູ້ປະກອບການໄດ້ຮັບ ຈະເອົາໄປຊໍາລະຄ່າພະນັກງານ ພາສີ ແລະຄ່າວັດຖຸດິບ ຕົວຢ່າງ: ສະເພາະປາເຊລມອນ ຈະມີລາຄາ 17 ຢູໂຣຕໍ່ກິໂລ ແລະຈະໃຊ້ປາປະມານ 200 ກິໂລທີ່ໝູນວຽນຢູ່ໃນຮ້ານແຕ່ລະອາທິດ ສ່ວນຜູ້ປະກອບການຈະມີລາຍຮັບປະມານ 8,000 ຢູໂຣ ຈາກຈໍານວນທັງໝົດ 50,000 ຢູໂຣ ຂອງຍອດຂາຍໃນເດືອນນັ້ນຕໍ່ 1 ສາຂາ, ແຕ່ໃນກໍລະ ນີຂອງນາງແມ່ນ 3 ສາຂາ. ໝາຍຄວາມວ່າ ລາຍຮັບ ແມ່ນຂຶ້ນຢູ່ກັບຍອດຂາຍທີ່ໄດ້ໃນແຕ່ລະສາຂາ ແລະແຕ່ລະເດືອນ.

ຜູ້ປະກອບການບອກວ່າ ການເປັນເຈົ້າຂອງກິດຈະການ Franchise ຂອງຮ້ານຊູຊິ ອາດຈະບໍ່ມີເງິນກ້ອນໃຫຍ່ໃນທັນທີ, ແຕ່ທ່ານສາມາດມີລາຍຮັບທີ່ໝັ້ນຄົງ ສາມາດເບິ່ງແຍງຕົນເອງ ແລະຄອບຄົວໄດ້.

ແນວໃດກໍຕາມ, ການເປັນເຈົ້າຂອງສາຂາກິດຈະການ Franchise ຊູຊິ ອາດຈະບໍ່ອາໄສປະສົບການສູງ ແຕ່ກໍຕ້ອງຄວາມໝັ້ນພຽນ ມີຄວາມຮັກໃນວຽກງານ ແລະມີເປົ້າໝາຍ, ພ້ອມກັນນັ້ນ ກໍຕ້ອງສຶກສາ ແລະເຂົ້າໃຈລາຍລະອຽດກ່ຽວກັບບໍລິສັດແມ່ ເພາະແຕ່ລະບໍລິສັດ ກໍມີນະໂຍບາຍແຕກຕ່າງກັນ, ແຕ່ສິ່ງສໍາຄັນ ແລະຈໍາເປັນແທ້ໆ ກໍຕ້ອງຂຶ້ນຢູ່ກັບທັກສະໃນການຂາຍ ການບໍລິຫານ ແລະການບໍລິການລູກຄ້າຂອງຜູ້ປະກອບການເອງອີກດ້ວຍ.

XS
SM
MD
LG