ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາບການສະໜອງນໍ້າມັນ ຢູ່ຕາມປໍ້ານໍ້າມັນຕ່າງໆ ໃນເຂດເທດ​ສະ​ບານ ນະຄອນຫຼວງວຽງຈັນ


ຮູບພາບ ຫົວໃສ່ນໍ້າມັນ ຢູ່ທີ່ປໍ້ານໍ້າມັນແຫ່ງນຶ່ງ.
ຮູບພາບ ຫົວໃສ່ນໍ້າມັນ ຢູ່ທີ່ປໍ້ານໍ້າມັນແຫ່ງນຶ່ງ.

ໃນຊ່ວງອາທິດທີ່ຜ່ານມາ ສະຖານະການກ່ຽວກັບນໍ້າມັນລົດຢູ່ ສປປ ລາວ ເບິ່ງຄືວ່າ ໜັກໜ່ວງຍິ່ງຂຶ້ນໄປເລື້ອຍໆ, ໂດຍຈະເຫັນໄດ້ ຈາກສະພາບການຕໍ່ແຖວລຽນຄິວຍາວຂອງລົດ ຢູ່ຕາມທ້ອງຖະໜົນຫົນທາງຢູ່ຫຼາຍແຂວງໃນທົ່ວປະເທດເພື່ອຊື້ນໍ້າມັນ.

ປະຊາຊົນຢູ່ນະຄອນຫຼວງວຽງຈັນທ່ານນຶ່ງກ່າວວ່າ ສະພາບກໍເປັນດັງທີ່ຫຼາຍຄົນເຫັນ, ມັນເປັນບັນຫາທົ່ວປະເທດ ກໍຄືທົ່ວໂລກ, ໃຜໆກໍໄດ້ຮັບຜົນກະທົບ, ກໍເຂົ້າໃຈ ແຕ່ຍ້ອນວ່າເຮົານໍາເຂົ້ານໍ້າມັນຈາກຕ່າງປະເທດເດ ເມື່ອຕົ້ນທາງມີບັນ ຫາ ພວກເຮົາກໍພົບກັບບັນຫາ, ວິທີທີ່ຊິແກ້ໄຂໄດ້ກໍມີແຕ່ກັບມາຂີ່ລົດຖີບຄືນ ໃນເມື່ອກ່ອນເຮົາກໍຍັງຂີ່ລົດຖີບ ເຮົາກະມາຂີ່ລົດຖີບຄືນອີກກະໄດ້, ດັ່ງທີ່ນາງໄດ້ກ່າວໃນບາງຕອນດັ່ງນີ້:

“ຕາມຄວາມຄິດຂອງນ້ອງຄື ຕ້ອງກຸ້ມຕົນເອງ, ຫັນມາຂີ້ລົດຖີບຫັ້ນນະເອື້ອຍ ແບບວ່າ ທຸກມື້ນີ້ນ້ອງກໍປະຢັດນໍ້າມັນ ອັນທີ່ບໍ່ຈໍາເປັນນ້ອງກໍບໍ່ອອກເຮືອນໄປໃສເລີຍ ໄປໃກ້ໆເຮົາກະໃຊ້ລົດທີ່ປະຢັດນໍ້າມັນ, ທຸກມື້ນີ້ກະເຫັນປະຊາຊົນຫຼາຍຄົນໃດ ມາຂີ້ລົດຖີບໄຟຟ້າກະມີ ບາງຄົນກໍມາຂີ່ລົດຖີບທີ່ທໍາມະດາທີ່ເຮົາເຄີຍຂີ່ຫັ້ນລະ.”

ຢ່າງໃດກໍຕາມ, ປະທານບໍລິສັດຜູ້ນໍາເຂົ້ານໍ້າມັ ນກໍໄດ້ອອກມາເຕືອນປະຊາຊົນວ່າ ບໍ່ໃຫ້ແຕກຕື່ນ ຫຼືກັງວົນກ່ຽວກັບນໍ້າມັນ ເນື່ອງຈາກທາງບໍລິສັດ ຈະນໍາເຂົ້ານໍ້າມັນມາເລື້ອຍໆເພື່ອບໍ່ໃຫ້ຂາດ ແລະພຽງພໍ, ແຕ່ຂໍໃຫ້ທຸກຄົນຈົ່ງນໍ້າໃຊ້ນໍ້າມັນແບບແບ່ງປັນກັນ ບໍ່ໃຫ້ຍາດແຍ່ງກັນ.

XS
SM
MD
LG