ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ກອງປະຊຸມ ຂອງປະຊາຄົມ ອາເມຣິກັນ ເຊື້ອສາຍລາວ ແລະ ກຳປູເຈຍ ກ່ຽວກັບ ສັນຍາປາຣີ


ກອງປະຊຸມເອເຊຍຕາເວັນອອກສຽງໃຕ້ ຂອງບັນດາອົງການ ຈັດຕັ້ງປະຊາຄົມ ອາເມຣິກັນ ເຊື້ອສາຍກຳປູເຈຍ ແລະ ເຊື້ອສາຍລາວ ທີ່ມະຫາວິທະຍາໄລ George Mason.

ຫົກອົງການຈັດຕັ້ງປະຊາຄົມອາເມຣິກັນ​ເຊື້ອສາຍກຳປູເຈຍ ແລະອາ​ເມຣິກັນ​ເຊື້ອ ສາຍ ລາວ ໄດ້ຈັດກອງປະຊຸມເອເຊຍຕາເວັນອອກສຽງໃຕ້ ເພືື່ອສົນທະນາຫາລື ຊອກຫາຊ່ອງ ທາງແກ້ໄຂສະພາບການເປັນຢູ່ໃນອະດີດບ້ານເກີດເມືອງນອນຂອງເຂົາເຈົ້າ ທີ່​ເຫັນ​ວ່າ​ຫວຽດນາມ ຍັງ​ສືບ​ຕໍ່​ແຊກ​ແຊງ​ທາງດ້ານ​ການ​ເມືອງ ຢູ່ຕະຫລອດມາ ​ແລະ​ສະພາບ​ການ​ປົກຄອງ​ທີ່​ມີ​ພັກ​ການ​ເມືອງ​ພຽງ​ພັກດຽວ. ກອງປະຊຸມດັ່ງກ່າວ​ຈັດ​ຂຶ້ນ​ໃນ​ວັນ​ສຸກ​ທີ 21 ຕຸລາ ອາທິດແລ້ວນີ້ ຢູ່ທີ່ມະຫາວິທະຍາໄລ George Mason ເມືອງ Arlington ລັດ Virginia ຊຶ່ງ​ຍານາງ​ບຸນ​ຈັນ ​ແສນ​ທະ​ວົງ ປະທານອົງການພະລັງຮ່ວມຊາດລາວຈາກລັດ Virginia ໄດ້ກ່າວເຖິງຄວາມເປັນຫ່ວງຕອນນຶ່ງຕໍ່ວີໂອເອດັ່ງນີ້

“ເຮົາກຳລັງວິຕົກກັງວົນກັນສະພາບການປະເທດຊາດບ້ານເມຶືອງເຮົາ ໂດຍສະເພາະ ກໍແມ່ນ​ເລ້ຶອງວ່າ ລາວກັບຂະເໝັນ ແມ່ນວ່າ ປົກຄອງປະເທດແບບຜະເດັດການ ທັງ ສອງປະເທດ ຄືຂະເໝັນເຂົາເຈົ້າກໍມີຜູ້ນຳຜູ້ດຽວສາມສິບກວ່າປີລະບັດນີ້ປະເທດລາວ ເຮົານີ້ເຖິງວ່າຈະບໍ່ມີຜູ້ນຳຜູ້ດຽວ ກະເປັນພັກເປັນພັກດຽວຕະຫລອດມາ ຊຶ່ງວ່າບໍ່ໄດ້ໃຫ້ ຄວາມເປັນທຳແກ່ປະຊາຊົນບີບບີ້ຂົ່ມເຫັງປະຊາ ຊົນ ປະຊາຊຫົນໃນຊາດບໍ່ມີສິດປາກ ບໍ່ມີສິດເວົ້າ ບໍ່​ມີ​ສິດ​ອອກ​ຄວາມ​ເຫັນ​ໃດໆ​ທັງ​ໝົດ.”

ປ້າຍຄຳຂວັນຂອງກອງປະຊຸມ
ປ້າຍຄຳຂວັນຂອງກອງປະຊຸມ

ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 79 ຄົນ ສ່ວນໃຫຍ່ເປັນຊາວກຳປູເຈຍ ແລະມາ ຈາກປະຊາຄົມອາເມຣິກັນ​ເຊື້ອສາຍ​ລາວ ​ໃນສາມລັດ ຄືລັດ Texas, North Carolina ແລະ Virginia ຮວມທັງໝົດ 12 ຄົນ ຊຶ່ງຫົວ​ຂໍ້​ກອງປະຊຸມ ໄດ້ກ່າວເຖິງສັນຍາ​ປາ​ຣີ ປີ 1973 ທີ່​ຫວຽດນາມ ຕ້ອງ​ຖອນ​ທະ​ຫານ​ອອກ​ຈາກ ລາວ ​ແລະ​ກຳປູ​ເຈຍ​ໃຫ້​ໝົດ ​ແຕ່​ເຖິງ​ເທົ່າ​ປັດຈຸບັນ​ນີ້​ຫວຽດນາມ​ຍັງສືບ​ຕໍ່ ​ແຊກ​ແຊງ​ຢູ່​ໃນ​ສອງ​ປະ​ເທດ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG