ການເກືອດຫ້າມບໍ່ໃຫ້ຄົນເດີນທາງຢູ່ໃນບາງແຂວງແລະເມືອງຂອງຈີນ ເພື່ອປ້ອງກັນ
ການແຜ່ຜາຍເຊື້ອໄວຣັສໂຄໂຣນາ ຫລື ໂຄວິດ 19 ນັ້ນ ໄດ້ເລີ້ມເຮັດໃຫ້ໂຄງການໃຫຍ່ໆ
ຂອງຈີນ ທີ່ຮ່ວມລົງທຶນກັບຕ່າງປະເທດ ເຊັ່ນ ໂຄງການ ນຶ່ງ ແລວ ນຶ່ງເສັ້ນທາງໄດ້ຮັບ
ຜົນກະທົບ ເມື່ອກໍາມະກອນຈີນຈໍານວນຫລາຍບໍ່ສາມາດເດີນທາງກັບຄືນເຮັດວຽກຕາມ
ກຳນົດຫລັງຈາກພັກປີໃໝ່ຈີນແລ້ວ ແລະການສະໜອງວັດຖຸກໍ່ສ້າງບາງຢ່າງບໍ່ທ່ວງທັນ
ເວລາຍ້ອນໂຮງງານຫລາຍແຫ່ງຂອງຈີນຖືກຕັດຂາດ ຈາກວັດຖຸນຳເຂົ້າທີ່ ໃຊ້ປ້ອນໃຫ້
ໂຮງງານຜະລິດວັດສະດຸກໍ່ສ້າງຕ່າງໆ. ສ່ວນການກໍ່ສ້າງທາງລົດໄຟຄວາມໄວສູງ ທີ່ມີ
ການໃຊ້ແຮງງານຂອງຈີນຫລາຍກວ່າ 32 ພັນຄົນນັ້ນໄດ້ຮັບຜົນກະທົບຢູ່ແຕ່ກໍຢູ່ໃນລະ
ດັບຕໍ່າ, ອີງຕາມການສໍາພາດຂອງພະນັກງານຂັ້ນສູງທ່ານນຶ່ງຂອງລາວ. ດ້ວຍເຫດໃດ
ຈຶ່ງເປັນເຊັ່ນນັ້ນ ກິ່ງສະຫວັນມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ໂຮງງານຫລາຍແຫ່ງຢູ່ໃນຈີນຍັງຖືກປິດໄວ້ຢູ່ ຫລືບໍ່ ກໍເປີດໃຫ້ຄົນໄປເຮັດວຽກ ແຕ່ກໍບໍ່
ເຕັມກໍາລັງການຜະລິດເໝືອນກັນກັບເມື່ອກ່ອນ ຍ້ອນການລະບາດຂອງເຊື້ອໄວຣັສໂຄ
ໂຣນາ ຫລືໂຄວິດ-19, ອີງຕາມລາຍງານຢູ່ໃນເວັບໄຊທ໌ ຂອງອົງການຂ່າວຣອຍເຕີ ໃນ
ວັນທີ 18 ກຸມພາ 2020 ຜ່ານມາ. ສະພາບການນີ້ ໄດ້ເຮັດໃຫ້ໂຄງການ ກໍ່ສ້າງພື້ນຖານ
ໂຄງລ່າງຂອງຈີນຮ່ວມກັບຕ່າງປະເທດ ເຊັ່ນໂຄງການນຶ່ງແລວ ນຶ່ງເສັ້ນທາງທີ່ເປັນໂຄງ
ການລິເລີ້ມຂຶ້ນໂດຍປະທານ ປະເທດສີ ຈິ້ນຜິງຂອງຈີນນັ້ນ ຊັກຊ້າລົງ. ທັງນີ້ກໍເປັນຍ້ອນ
ວ່າ ໂຄງການທີ່ວ່ານີ້ ໃຊ້ວິຊາການ, ແຮງງານ ຕະຫລອດເຖິງວັດຖຸ, ອຸປະກອນ ແລະ
ເຄື່ອງຈັກສ່ວນໃຫຍ່ຈາກຈີນ. ພ້ອມກັນນັ້ນການເກືອດຫ້າມບໍ່ໃຫ້ຄົນເດີນທາງຢູ່ໃນ
ບາງແຂວງ ເຊັ່ນແຂວງຫູເບ ບ່ອນທີ່ມີລາຍງານວ່າເຊື້ອໄວຣັສໂຄໂຣນາເກີດຂຶ້ນທຳອິດ
ນັ້ນໄວ້ ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດທີ່ໄດ້ເຮັດໃຫ້ຫລາຍກວ່າ
2,200 ຄົນເສຍຊີວິດແລ້ວຢູ່ໃນປະເທດດັ່ງກ່າວນັ້ນ ກໍໄດ້ເຮັດໃຫ້ ຊາວຈີນລວມທັງ
ນັກວິຊາການ ແລະກໍາມະກອນກໍ່ສ້າງຫລາຍຄົນ ໃນໂຄງ ການນີ້ ບໍ່ສາມາດກັບຄືນ
ໄປເຮັດວຽກຢູ່ຕ່າງປະເທດໄດ້ໃນເວລານີ້.
ສ່ວນໂຄງການສ້າງທາງລົດໄຟຄວາມໄວສູງລາວ-ຈີນ ຊຶ່ງເປັນສ່ວນນຶ່ງຂອງໂຄງການ
ນຶ່ງແລວ ນຶ່ງເສັ້ນທາງນີ້ ກໍໄດ້ຮັບຜົນກະທົບເຊັ່ນກັນ ແຕ່ວ່າ ກໍຢູ່ໃນລະດັບຕໍ່າ, ອີງຕາມ
ຄໍາເຫັນຂອງເຈົ້າໜ້າທີ່ຂັ້ນສູງຂອງບໍລິສັດທາງລົດໄຟລາວ-ຈີນ ທີ່ໃຫ້ສໍາພາດຕໍ່ ວີໂອເອ
ໃນອາທິດແລ້ວນີ້ ຊຶ່ງທ່ານກ່າວດັ່ງນີ້:
“ປັດຈຸບັນ ມັນກະດໍາເນີນປົກກະຕິເນາະ ແຕ່ວ່າ ກໍຢາກຂາດໆ ຫລືຊ້າໄປແດ່ຢູ່ໂຊນອຸ
ດົມໄຊ ຫາບໍ່ເຕັນຫັ້ນເນາະ ເຫັນວ່າວຽກ ທີ່ເຂົາເຮັດຢູ່ຫັ້ນກະບໍ່ໄດ້ເຕັມຮ້ອຍ (100),
ມັນອາດບໍ່ດໍາເນີນໄປສະດວກປານໃດ ບໍ່ຄືກັບຊ່ວງທີ່ບໍ່ມີພະຍາດຫັ້ນນາະ ເພາະ ສ່ວນ
ຫຼາຍຈີນເຂົາເມືອຫຼາຍ, ການກັບມາຂອງເຂົາບາງຄົນກໍ່ໄດ້ກັບ ບາງຄົນ ກໍ່ບໍ່ໄດ້ກັບ, ບາງ
ຄົນທີ່ບໍ່ຢູ່ໃນເຂດຊຸ່ມສ່ຽງກໍມີແຕ່ກວດ ຄັນເຫັນວ່າບໍ່ມີແລ້ວ ເຂົາກໍ່ສົ່ງມາບາງສ່ວນ. ສະ
ນັ້ນ ບາງຊ່ວງ ບາງສັນຍາທີ່ວ່າ ຄົນເຂົາກັບຫລາຍຫັ້ນ ມັນກໍ່ມີການສະລໍຕົວ ຫຼືວ່າຊັກ
ຊ້າ ໜ້ອຍນຶ່ງ. ແຕ່ວ່າ ຢູ່ໃນບາງຊ່ວງ ເຊັ່ນແຖວວັງວຽງ ແຖວຫຼວງພະບາງ ມາຫານະ
ຄອນຫຼວງວຽງຈັນເຮົານີ້ ຖືວ່າມີການກໍ່ສ້າງປົກກະຕິເນາະ, ພະນັກງານເຂົາ ແຮງງານ
ຄົນຈີນກັບເມືອຢູ່ ແຕ່ວ່າກໍບໍ່ ຫລາຍ. ສະນັ້ນວຽກຊ່ວງນີ້ຖືວ່າ ປົກກະຕິຫັ້ນຫລະ.”
ເມື່ອຖາມວ່າເປັນຫຍັງກໍາມະກອນຈີນໃນໂຄງການສ້າງທາງລົດໄຟນີ້ ໂດຍສະເພາະຢູ່
ໃນເຂດແຕ່ຫລວງພະບາງຫາວຽງຈັນນັ້ນ ຈຶ່ງບໍ່ໄດ້ກັບໄປບ້ານຫລາຍໃນຊ່ວງປີໃໝ່ ຫລື ກຸດຈີນນັ້ນທ່ານຕອບວ່າ:
“ໃນຊ່ວງນີ້ແມ່ນໃນຊ່ວງທີ່ເຂົາຂຸ້ນຂ້ຽວຫັ້ນແຫຼະ ວ່າຊັ້ນຊາເນາະ. ສະນັ້ນ ບັນດາແຮງ
ງານຈີນຜູ້ໃດທີ່ວ່າກັບຫັ້ນນະ ກໍແມ່ນເນື່ອງຈາກວ່າເປັນຜູ້ທີ່ມີ ຄວາມຈໍາເປັນແທ້ໆ. ສ່ວນບາງຈໍານວນທີ່ບໍ່ໄດ້ກັບກໍຖືວ່າດໍາເນີນການເຮັດວຽກຕາມປົກກະຕິ.”
ຕາມການສັງເກດຂອງປະຊາຊົນທ່ານນຶ່ງທີ່ອາໄສຢູ່ເຂດໃກ້ກັບບ່ອນສ້າງທາງລົດໄຟຢູ່
ໃນເມືອງນາຊາຍທອງກໍໃຫ້ຄຳເຫັນກົງກັນວ່າ:
“ກະເຫັນຢູ່ຄົນຈີນເຂົາເຮັດວຽກຕາມເສັ້ນທາງລົດໄຟຊ່ວງອາທິດແລ້ວນີ້ ໄດ້ຍິນເຂົາວ່າ ພະຍາດໂຄໂລນອກ ໂຄໂລນານີ້ນະ ດຽວນີ້ຄົນລາວຄົນຈີນ ກໍ່ເຮັດວຽກເປັນປົກ ກະຕິຢູ່ ກະບໍ່ມີຫຍັງເກີດຂຶ້ນ.”
ໂຄງການທາງລົດໄຟທີ່ມີມູນຄ່າການລົງທຶນ 5.8 ຕື້ໂດລາ ຊຶ່ງກວາມເອົາປະມານ 32.00 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນຂອງລາວນັ້ນ ຈີນມີຫຸ້ນສ່ວນຢູ່ 70 ເປີເຊັນ ແລະ ລາວແມ່ນ 30 ເປີເຊັນ ຂອງການລົງທຶນທັງໝົດ. ໂຄງການດັ່ງກ່າວສະໜອງວຽກເຮັດງານທຳໃຫ້ກຳມະກອນລາວປະມານ 1,200 ຄົນ ໃນຂະນະທີ່ຈ້າງກຳມະກອນ ແລະນັກວິຊາການຈີນ ຫລາຍກວ່າ 32 ພັນຄົນ.
ເມື່ອຖາມເຖິງຄວາມກ້າວໜ້າໃນການສ້າງທາງລົດໄຟທີ່ມີຄວາມຍາວ 414 ກິໂລແມັດ ປາຍນີ້ ວ່າມັນຈະສຳເລັດຕາມແຜນການກໍຄືໃນເດືອນທັນວາປີໜ້ານີ້ ຫລືບໍ່ນັ້ນເຈົ້າໜ້າທີ່ຂັ້ນສູງຂອງບໍລິສັດລົດໄຟລາວ-ຈີນທ່ານນັ້ນກໍຕອບວ່າ:
“ກະຄົງຈະບໍ່ມີບັນຫາຫຍັງດອກ ເພາະດຽວນີ້ກໍ່ສໍາເລັດໄດ້ປະມານ 73% ແລ້ວໄດ໋ ກະຍັງເຫຼືອອີກເກືອບສອງປີ ກະຍັງພຽງແຕ່ 27% ເທົ່ານັ້ນ ຄົງຈະ ບໍ່ມີບັນຫາຫຍັງ
ດອກຄິດວ່າ ຖ້າບໍ່ມີອັນອື່ນນອກເໜືອໄປກວ່ານີ້.”
ສະຫຼຸບແລ້ວ ເຖິງແມ່ນວ່າການລະບາດຂອງເຊື້ອໄວຣັສໂຄໂຣນາ ຫລື ໂຄວິດ 19 ຈະມີຜົນກະທົບເຮັດໃຫ້ກຳມະກອນຈີນບາງຈຳນວນບໍ່ສາມາດກັບມາເຮັດວຽກໄດ້ຕາມກຳນົດກໍຕາມ ເຈົ້າໜ້າທີ່ລາວເວົ້າວ່າ ແຕ່ມັນເຮັດໃຫ້ການສ້າງທາງລົດໄຟຄວາມໄວສູງດັ່ງກ່າວຊັກຊ້າໄປພຽງເລັກໜ້ອຍ ແລະກໍໝັ້ນໃຈວ່າໂຄງການດັ່ງກ່າວຍັງຈະສຳເລັດຕາມກຳນົດເວລາທີ່ວາງໄວ້ຢູ່.