ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີກ​ດ້ານ​ນຶ່ງ ຂອງ​ການ​ພົບ​ປະ​ສຸດຍອດ ລະ​ຫວ່າງ​ປູ​ຕິນ ກັບ ກິມ: ມອງ​ເບິ່ງ​ໄປ​ໄກ​ກວ່າ ການ​ຕົກ​ລົງ​ຊື້​ຂາຍ​ອາ​ວຸດ


ແຟ້ມ - ຜູ້​ນຳ​ເກົາ​ຫຼີ​ເໜືອ ກິມ ຈົງ ອຶນ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທີ່​ສູນ​ກາງ​ສົ່ງ​ຍານ​ອະ​ວະ​ກາດ ວົ​ສ​ຕ​ົກ​ນີ້ ທີ່​ເຂດ​ອາ​ເມີ ໃນ​ພາກ​ຕາ​ເວັນ​ອອກ​ໄກ​ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 13 ກັນ​ຍາ 2023 ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ KCNA.
ແຟ້ມ - ຜູ້​ນຳ​ເກົາ​ຫຼີ​ເໜືອ ກິມ ຈົງ ອຶນ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທີ່​ສູນ​ກາງ​ສົ່ງ​ຍານ​ອະ​ວະ​ກາດ ວົ​ສ​ຕ​ົກ​ນີ້ ທີ່​ເຂດ​ອາ​ເມີ ໃນ​ພາກ​ຕາ​ເວັນ​ອອກ​ໄກ​ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 13 ກັນ​ຍາ 2023 ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ KCNA.

ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ກິມ​ ຈົງ ອຶນ ປາ​ກົດ​ວ່າ​ໄດ້​ນຳ​ໃຊ້ ການ​ພົບ​ປະ​ສຸດຍອດ​ທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ຢ່າງ​ໃຫຍ່ໃນ​ອາ​ທິດນີ້ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ​ເພື່ອ​ຄວບ​ຄຸມ​ປະ​ເທດ​ຂອງ​ທ່ານ​ໃຫ້​ເຂັ້ມ​ງວດ​ຫຼາຍ​ຂຶ້ນ​ໃນ​ການ​ສູ້​ຊົນ ກັບ​ການ​ລົງ​ໂທດ​ຂອງ​ນາໆ​ຊາດ ​ແລະສະ​ພາບ​ເສດ​ຖະ​ກິດ​ທີ່​ຍັງ​ບໍ່​ເຂັ້ມ​ແຂງ​ເນື່ອງ​ຈາກ​ໂຣກ​ລະ​ບາດ​ໂຄວິດ-19 ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ນັກ​ຊ່ຽວ​ຊານ.

ທ່ານ​ປູ​ຕິນ ແລະ​ທ່ານ​ກິມ ໄດ້​ພົບ​ປະ​ໃນ​ວັນ​ພຸດ​ແລ້ວ ທີ່​ສູນ​ກາງ​ສົ່ງ​ຍານ​ອະ​ວະ​ກາດ​ໂວ​ສ​ຕອກ​ນີ ໃນ​ພາກ​ຕາ​ເວັນ​ອອກ​ໄກຂອງ​ຣັດ​ເຊຍ ​ທີ່ກອງ​ປະ​ຊຸມ​ສຸດຍອດ ຄັ້ງ​ທຳ​ອິດ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ຮອບ​ສີ່​ປີກວ່າໆ.

ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ ຫຼື KCNA ລາຍ​ງານ​ວ່າ ທ່ານ​ປູ​ຕິນ ແລະ​ທ່ານ​ກິມ ໄດ້​ປະ​ກາດ​ທີ່​ຈະ​ເສີມ​ຂະ​ຫຍາຍ “ການ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ ແລະ​ກົນ​ລະ​ຍຸດ” ໂດຍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ.

ວໍ​ຊິງ​ຕັນ​ສົງ​ໄສວ່າ ພຽງ​ຢາງ​ອາດ​ຈະ​ສະ​ໜອງ​ອາ​ວຸດ​ຍຸດ​ທະ​ພັນ​ໃຫ້​ແກ່​ມົ​ສ​ກູ ໃນ​ການ​ເຮັດ​ສົງ​ຄາມ​ຢູ່​ໃນ​ຢູ​ເຄ​ຣນ ແລະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ຈາກ​ມົ​ສ​ກູ ​ເພື່ອ​ເອົາ​ຊະ​ນະ​ອຸບ​ປະ​ສັກ ​ທີ່​ສຳ​ຄັນໆ ໃນ​ການ​ສ້າງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ຂ້າມ​ທະ​ວີບ ສ້າງກຳ​ປັ່ນ​ດຳ​ນ້ຳ ​ທີ່​ຂັບ​ເຄື່ອນ​ດ້ວຍ​ພະ​ລັງ​ງານ​ນິວ​ເຄ​ລຍ ແລະ ​ດາວ​ທຽມ​ສອດ​ແນມ​ທາງທະ​ຫານ.

ຫຼັງ​ຈາກ​ການ​ພົບ​ປະ​ດັ່ງ​ກ່າວ​ແລ້ວ ສະ​ຫະ​ລັດ​ ໄດ້​ເຕືອນ​ເກົາ​ຫຼີ​ເໜືອ ຕໍ່​ການ​ສະ​ໜອງ​ອາ​ວຸດ​ໃຫ້​ແກ່​ຣັດ​ເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG