ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກໃໝ່ຂອງ​ລາວ ສັນຍາວ່າ ຈະທຸ້ມເທ ສຸດຄວາມ​ສາ​ມາດ ເຂົ້າໃນການນຳພາ ບໍລິຫານປະ​ເທດ


ທ່ານ​ສອນ​ໄຊ ສີ​ພັນ​ດອນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ລາວ ທີ່​ຂຶນ​ກຳ​ຕຳ​ແໜ່ງ​ໃນ​ວັນ​ທີ 30 ທັນ​ວາ, 2022 ເປັນ​ຕົ້ນ​ມາ
ທ່ານ​ສອນ​ໄຊ ສີ​ພັນ​ດອນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ລາວ ທີ່​ຂຶນ​ກຳ​ຕຳ​ແໜ່ງ​ໃນ​ວັນ​ທີ 30 ທັນ​ວາ, 2022 ເປັນ​ຕົ້ນ​ມາ

ນາຍົກລັດຖະມົນຕີຄົນໃໝ່ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະ​ທຸ້ມ​ເທ​ຢ່າງ​ສຸດ​ກຳ​ລັງໃນ​ການ​ນຳ​ພາເພື່ອບໍລິຫານ ໃນ​ຄະ​ນະລັດຖະບານລາວ ໂດຍຄໍານຶງເຖິງຜົນປະໂຫຍດຂອງຊາດ ແລະ ປະຊາຊົນລາວເປັນ​ສຳ​ຄັນ, ຊົງ​ຣິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານພັນຄໍາ ວິພາວັນ ໄດ້ຖະແຫຼງການເພື່ອປະກາດລາອອກຈາກຕໍາແໜ່ງນາຍົກລັດຖະມົນຕີຂອງ ສປປ ລາວ ຢ່າງເປັນທາງການຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດລາວ ໃນວັນທີ 30 ທັນວາ 2022 ທີ່​ຜ່ານ​ມາດ້ວຍ​ເຫດ​ຜົນ​ວ່າ ຕົວ​ທ່ານເອງມີບັນຫາດ້ານສຸຂະພາບ ໃນຂະນະ​ທີ່​ສະຖານະ​ການ​ຂອງ​ປະ​ເທດ​ຍັງ​ປະສົບ​ກັບ​ວິ​ກິດ​ການ​ເສດຖະກິດ​ຢ່າງ​ໜັກ​ໜ່ວງ ຈຶ່ງ​ເຮັດ​ໃຫ້ທ່ານບໍ່ສາມາດທີ່​ຈະແບກຫາບພາລະໜ້າທີ່ອັນໜັກໜ່ວງໄດ້ອີກຕໍ່ໄປ ຍ້ອນບັນຫາສຸຂະພາບດັ່ງກ່າວ. ທັງ​ນີ້ ໂດຍ​ທ່ານໄດ້ຍື່ນໜັງສືເພື່ອ ຂໍລາອອກຈາກ​ຕຳ​ແໜ່ງຕໍ່ທ່ານທອງລຸນ ສີສຸລິດ, ປະທານປະເທດ ແລະ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ໃນວັນທີ 15 ທັນວາ 2022 ແລະກໍໄດ້ຮັບອະນຸຍາດຢ່າງເປັນທາງການຕາມການສະເໜີດັ່ງກ່າວແລ້ວ ດັ່ງທີ່ທ່ານ​ພັນຄໍາໄດ້​ຖະ​ແຫລງຢືນຢັນວ່າ:

“​ໃນ​ສະ​ພາບ​ທີ່​ບ້ານ​ເມືອງກຳ​ລັງ​ພົບ​ຄວາມ​ຫຍຸ້ງຍາກຄື​ສູ່ມື້ນີ້ ຂ້າພະ​ເຈົ້າ​ບໍ່​ສາມາດ​ແບກ​ຫາບ ພາລະ​ໜ້າ​ທີ່​ອັນ​ໜັກໜ່ວງຕໍ່ໄປ​ໄດ້​ອີກ​ແລ້ວ ຍ້ອນ​ແນວນັ້ນ ໃນ​ວັນ​ທີ 15 ທັນ​ວາ 2022 ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້ຂຽນ​ຄຳ​ຮ້ອງສະ​ເໜີ​ເຖິງ​ທ່ານປະ​ທານ​ປະ​ເທດ ເພື່ອ​ຂໍ​ໃຫ້​ເພິ່ນ​ພິ​ຈາ​ລະ​ນາອະນຸມັດໃຫ້ຂ້າ​ພະ​ເຈົ້າ ໄດ້ຮັບນະໂຍບາຍອອກພັກຜ່ອນ ຮັບ​ເບ້ຍ​ບຳນານ ທ່ານ​ ປະທານ ປະເທດ ໄດ້​ໃຫ້ຄວາມ​ກະ​ລຸ​ນາ ແລະ​ເຫັນ​ດີອະ​ນຸ​ຍາດໃຫ້ຂ້າພະເຈົ້າອອກພັກຜ່ອນ ຮັບເບ້ຍ ບໍານານຕາມຄຳສະເໜີ.”

ຕໍ່ຈາກ​ນັ້ນ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ກໍໄດ້ສະເໜີໃຫ້ສະພາແຫ່ງຊາດລາວ ເພື່ອ​ລົງ​ມະ​ຕິຮັບຮອງໃຫ້ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີຄົນໃໝ່ ດ້ວຍຄະແນນສຽງທີ່​ເຫັນ​ດີ​ມີ 149 ສຽງ ແລະ ບໍ່​ເຫັນ​ດີ 2 ສຽງ ອັນ​ເປັນ​ຜົນ​ເຮັດ​ໃຫ້ທ່ານສອນໄຊ ໄດ້​ກ້າວ​ສູ່​ຕຳ​ແໜ່ງເປັນນາຍົກລັດຖະມົນຕີ ຄົນທີ 9 ຂອງ ສປປ ລາວ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະທຸ້ມ​ເທ​ປະ​ຕິ​ບັດ​ໜ້າ​ທີ່ຢ່າງ​ສຸດກຳ​ລັງ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ ຕາມ​ແນວທາງ​ທີ່​ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ວາງ​ອອກ ດັ່ງ​ທີ່​ທ່ານສອນ​ໄຊ​ໄດ້ຖະ​ແຫລງ​ຢືນຢັນວ່າ:

“ຂ້າ​ພະ​ເຈົ້າຂໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ແລະປະ​ຕິ​ຍານວ່າ ​ຈະ​ເຊີດ​ຊູມາ​ນະ​ຈິດ​ປະ​ຕິ​ວັດບຸກ​ໃຫ້​ສູງ​ກວ່າ​ເວ​ລາໃດ​ໝົດ ຮ່ວມ​ກັບ​ສະມາຊິກ​ໃນລັດຖະບານ ​ປະຕິບັດ​ໜ້າ​ທີ່ຂອງ​ຕົນ​ໃຫ້​ດີ​ທີ່​ສຸດ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ. ພ້ອມ​ທີ່​ຈະ​ອຸ​ທິດ​ເຫື່ອ​ແຮງ, ສະ​ຕິ​ປັນ​ຍາ ແລະ​ຄວາມ​ຮູ້, ຄວາມ​ສາ​ມາດເຂົ້າ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່ ດ້ວຍຄວາມຮັບຜິດຊອບສູງ ແລະ ຄວາມຊື່ສັດບໍລິສຸດ ​ເພື່ອຮ່ວມ​ກັບ​ຄະ​ນະ​ນຳຂອງ​ພັກ-ລັດຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ໃຫ້​ປະສົບ​ຜົນສຳ​ເລັດ.”

ທາງ​ດ້ານ​ຮອງ​ສາດ​ສະ​ດາ​ຈານ ດຣ. ປິຕິ ສ​ຣີແສງນາມ, ຜູ້​ອຳ​ນວຍ​ການສູນເສດຖະກິດສາກົນ ມະຫາວິທະຍາໄລຈຸລາລົງກອນ ໃຫ້ທັດ​ສະ​ນະ​ວ່າ ບັນຫາອັນຮີບດ່ວນທີ່ລັດຖະບານລາວ ຕ້ອງໄດ້ແກ້ໄຂຢ່າງແທ້ຈິງນັ້ນ ກໍຄືການປາບປາມການທຸດ​ຈະ​ລິດ ໃນວົງ ການພັກ-ລັດ. ຖ້າບໍ່ດັ່ງ​ນັ້ນແລ້ວ ປະເທດລາວ ກໍຍັງຕ້ອງປະເຊີນກັບວິກິດການທາງດ້ານເສດຖະກິດ ດັ່ງທີ່ຮອງສາດສະດາຈານ ດຣ. ປິ​ຕິ ໃຫ້​ການ​ຢືນ​ຢັນ​ວ່າ:

“ຮາກເຫງົ້າ​ຂອງ​ບັນ​ຫາ​ຮາກ​ເຫງົ້ານຶ່ງ ​ທີ່ຈະ​ຕ້ອງ​ເລັ່ງ​ຈັດ​ການ​ເລີຍນັ້ນ​ກໍ​ຄື ​ເລື້ອງ​ຂອງ​ການ​ຄໍ​ຣັບ​ຊັນ ຊຶ່ງມັນ​ເຮັດໃຫ້ບັນຫາຕ່າງໆ ຮ້າຍແຮງຂຶ້ນໄປ​ຫຼາຍ ແລະເຂົາກໍຍອມຮັບອີກ​ດ້ວຍວ່າ ຕອນນີ້ ເສດ​ຖະ​ກິດ​ຂອງ​ເຂົາມີບັນຫາ. ນອກເຫນືອຈາກຈະເປັນເລື້ອງເສດຖະກິດຂະຫນາດນ້ອຍແລ້ວ ມັນຍັງກ່ຽວກັບການ​ທີ່ລາວເປັນ Land Lock Country ອີກ ເພາະ​ສະ​ນັ້ນ ຕົ້ນ​ທຶນ​ໃນ​ການ​ນຳ​ເຂົ້າ, ຕົ້ນ​ທຶນ​ໃນ​ການ​ສົ່ງ​ອອກ, ຂອງເສດຖະກິດຂະຫນາດນ້ອຍ ທີ່ບໍ່ສາມາດຜະລິດທຸກຢ່າງດ້ວຍຕົວເອງໄດ້ ມັນກໍ​ເລີຍເຮັດໃຫ້ເກີດວິກິດການເງິນເຟີ້ ຄວບ​ຄູ່​ໄປ​ກັບ ວິກິດການ ການຂາດແຄນເງິນຕາຕ່າງປະເທດ.”

ສ່ວນ​ທ່ານຄຳ​ພັນ ພົມ​ມະ​ທັດ ປະ​ທານ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ​ຢືນ​ຢັນ​ວ່າ ການກວດ​ກາ​ພັກ ແລະ ລັດ​ໃນ​ປັດ​ຈຸ​ບັນ ​ໄດ້​ແນ​ໃສ່​ການກວດ​ກາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ບັນ​ດາ​ໂຄງ​ການ​ພັດ​ທ​ະ​ນາ​ທີ່​ລົງ​ທຶນ​ໂດຍ​ລັດ​ຖະ​ບານ​ເປັນຫຼັກ ເພາະ​ເປັນ​ພາກ​ສ່ວນ​ທີ່​ມີ​ການ​ຮົ່ວ​ໄຫຼ ແລະ ເກີດ​ການ​ສູນ​ເສຍດ້ານ​ງົບ​ປະ​ມານຫຼາຍ​ທີ່​ສຸດ.

ໂດຍ​ໃນ​ໄລ​ຍະ 5 ປີ​ທີ່​ຜ່າ​ນ​ມາ ​ໄດ້​ກວດ​ພົບ​ການ​ທຸ​ຈະ​ລິດ​ທີ່​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ມາ​ຊິກ​ພັກ​ກັບ​ບຸກ​ຄົນ​ພາຍ​ນອກ​ເຖິງ 749 ຄົນ​ທີ່​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍຫຼາຍກວ່າ 746 ຕື້​ກີບ​ກັບ 362 ກວ່າ​ລ້ານ​ບາດ ແລະ 14 ລ້ານ​ໂດ​ລາ. ສ່ວນ​ການກວດ​ກາ 4,185 ເປົ້າ​ໝາຍ​ ໃນ​ຊ່ວງ​ປີ 2016 ຫາກ​າງ​ປີ 2022 ຍັງ​ພົບ​ອີກດ້ວຍ​ວ່າ​ການ​ທຸ​ຈະ​ລິດ​ໄດ້​ເຮັດ​ໃຫ້​ລັດ​ຖະ​ບານ ລາວ ເສຍ​ຫາຍ​ເກີນກວ່າ 8,370 ຕື້​ກີບ​ກັບ 50.22 ລ້ານ​ໂດ​ລາ ແລະ 36.89 ລ້ານ​ບາດ ຊຶ່ງ​ມີ​ສະ​ມາ​ຊິກ​ພັກ​ເຖິງ 3,690 ຄົນ ​ທີ່​ພົວ​ພັນ​ກັບ​ການ​ທຸ​ຈະ​ລິດ​ດັ່ງ​ກ່າວ ແລະໃນ​ນີ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ພັກ-ລັດ ທັງ​ໝົດ​ເຖິງ 2,169 ຄົນ.

XS
SM
MD
LG