ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບຸນດອກຊາກຸຣະແຫ່ງຊາດ ຈະກັບຄືນມາສູ່ນະຄອນຫຼວງວໍຊິງຕັນອີກຄັ້ງ


ດອກ​ຊາ​ກຸ​ຣະ ພວມ​ເບັ່ງ​ບານ ຢູ່​ໃນ​ບໍ​ລິ​ເວນແຄມ​ນ້ຳ​ໂປ​ໂຕ​ແມັດ ທີ່​ເອີ້ນ​ວ່າ Tidal Basin ທີ່​ສາ​ມາດ​ແນມ​ເຫັນ​ອະ​ນຸ​ສາ​ວະ​ລີວໍ​ຊິງ​ຕັນ ຢູ່​ທາງ​ດ້ານ​ຫຼັງ ເມື່ອ​ວັນ​ທີ 5 ເມ​ສາ 2018.
ດອກ​ຊາ​ກຸ​ຣະ ພວມ​ເບັ່ງ​ບານ ຢູ່​ໃນ​ບໍ​ລິ​ເວນແຄມ​ນ້ຳ​ໂປ​ໂຕ​ແມັດ ທີ່​ເອີ້ນ​ວ່າ Tidal Basin ທີ່​ສາ​ມາດ​ແນມ​ເຫັນ​ອະ​ນຸ​ສາ​ວະ​ລີວໍ​ຊິງ​ຕັນ ຢູ່​ທາງ​ດ້ານ​ຫຼັງ ເມື່ອ​ວັນ​ທີ 5 ເມ​ສາ 2018.

ການສະເຫຼີມສະຫຼອງບຸນດອກຊາກຸຣະແຫ່ງຊາດ ແມ່ນໄດ້ກັບຄືນມາຈັດອີກໃນປີນີ້ຢູ່ນະຄອນຫຼວງ ວໍຊິງຕັນ. ບຸນດັ່ງກ່າວປົກກະຕິແລ້ວຈະຖືກຈັດຂຶ້ນທຸກໆປີແຕ່ໄດ້ຖືກຍົກເລີກໄປ ເມື່ອສອງປີທີ່ຜ່ານມາ ຍ້ອນໂຣກລະບາດ COVID-19.

ບຸນຂອງປີ 2022 ນີ້ ຈະເປັນການສະເຫຼີມສະຫຼອງຄົບຮອບ 110 ປີທີ່ເຈົ້າຄອງນະຄອນຫຼວງ ໂຕກຽວ ໄດ້ມອບຕົ້ນດອກຊາກຸຣະ ໃຫ້ນະຄອນຫຼວງ ວໍຊິງຕັນ.

ວັນເສົາມື້ອື່ນນີ້ຈະມີການເດີນສວນສະໜາມ, ການສະແດງສິລະປະຕ່າງໆຢູ່ຖະໜົນລັດຖະທຳມະນູນ, ພ້ອມກັນນັ້ນ ກໍຈະມີການຮ້ອງເພງຂອງບັນດານັກຮ້ອງທັງຫຼາຍ ແລະ ຈະມີການຖ່າຍທອດສົດ ອອກໂທລະພາບໃນທ້ອງ ຖິ່ນ. ສຳລັບການເຂົ້າຊົມການສະແດງຕ່າງໆນັ້ນແມ່ນຕ້ອງໄດ້ຊື້ປີ້, ເຊິ່ງປີ້ນຶ່ງ ແມ່ນເລີ່ມຕົ້ນ 25 ໂດລາ.

ທ້າວ ດາວິດ ຄົນ ເຢຍຣະມັນ ເຊື້ອສາຍ ລາວ ທີ່ທຳການສຶກສາ ຢູ່ນະຄອນ ຫຼວງ ວໍຊິງຕັນ ກ່າວວ່າ “ປີນີ້ເປັນປີທຳ ອິດທີ່ຂ້າພະເຈົ້າຈະໄປບຸນຊາກຸຣະ, ວັນເສົານີ້ ຂະນ້ອຍໄປງານທີ່ເອີ້ນວ່າ Cherry blossom wine and beer festival. ເປັນງານກິນເຫຼົ້າໄວນ໌ ແລະ ເບຍຢ່າງບໍ່ຈຳກັດ, ຊິໄປກັບໝູ່ຫຼາຍຄົນ. ແຕ່ກ່ອນຈະໄປງານນັ້ຂ້ານ້ອຍກໍຈະໄປຊົມງານອື່ນກ່ອນ. ງານນີ້ຂະນ້ອຍກັບໝູ່ກໍນັດກັນໃສ່ເສື້ອຍີ່ປຸ່ນ, ເພື່ອໃຫ້ເຂົ້າກັບບັນຍາກາດຂອງບຸນນັ້ນ.”

ນອກຈາກການເດີນສວນສະໜາມກໍ່ຈະມີງານວາງສະແດງ ແລະ ຂາຍອາຫານນຳດ້ວຍ.

ແຕ່ລະປີບຸນຊາກຸຣະແຫ່ງຊາດ ຈະດຶງດູດປະຊາຊົນທີ່ອາໄສຢູ່ໃນລັດອ້ອມແອ້ມນະຄອນຫຼວງ ວໍຊິງຕັນ ມາເຂົ້າ ຮ່ວມຢ່າງຫຼວງຫຼາຍ. ແລະ ການສັນຈອນຢູ່ຕາມຖະໜົນຕ່າງໆແມ່ນຄາດວ່າຈະຕິດໜັກ.

XS
SM
MD
LG