ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສິ່ງສຳຄັນທີ່ສຸດ ສຳລັບ ສປປ ລາວ ແມ່ນຄວາມປອດໄພແຫ່ງຊາດ ແລະຄວາມທຸ່ນທ່ຽງດ້ານການເມືອງ


ກອງປະຊຸມຄັ້ງທີ iV ຂອງອົງຄະນະພັກກົມໃຫຍ່ການເມືອງ ກອງ ທັບ ວັນທີ 9-10 ເດືອນທັນວາ 2014.
ກອງປະຊຸມຄັ້ງທີ iV ຂອງອົງຄະນະພັກກົມໃຫຍ່ການເມືອງ ກອງ ທັບ ວັນທີ 9-10 ເດືອນທັນວາ 2014.

ປະທານປະເທດຢືນຢັນວ່າ ການຮັກສາຄວາມໝັ້ນຄົງແຫ່ງຊາດ ແລະເສລີພາບທາງ
ການເມືອງ ທີີ່ມີພັກລັດປະຊາຊົນປະຕິວັດລາວຊີ້ນຳ ກໍຄືພາລະໜ້າທີ່ສຳຄັນ ທີ່ສຸດຂອງ
ກຳລັງປ້ອງກັນຄວາມສະຫງົບ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ລິງໂດຍກົງ

ທ່ານບຸນຍັງ ວໍລະຈິດ ປະທານປະເທດ ໄດ້ເນັ້ນຢໍ້າຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ 5
ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ເມື່ອມໍ່ໆມານີ້ ວ່າການຮັກສາຄວາມ
ໝັ້ນຄົງແຫ່ງຊາດ ແລະສະຖຽນລະພາບທາງການເມືອງ ພາຍໃຕ້ການຊີ້ນຳຂອງພັກປະ
ຊາຊົນປະຕິວັດລາວ ຄືພະລະໜ້າທີ່ສຳຄັນທີ່ສຸດ ຂອງກໍາລັງປ້ອງກັນຄວາມສະຫງົບ
ແລະເພື່ອຮັບປະກັນວ່າ ການຈັດຕັ້ງປະຕິ ບັດດັ່ງກ່າວນີ້ຈະປະສົບຜົນສຳເລັດເປັນຢ່າງ
ດີນັ້ນຈະຕ້ອງເສີມສ້າງຄວາມພ້ອມ ໃຫ້ເທົ່າທັນກັບທຸກສະພາບການທີ່ເກີດຂຶ້ນ ດ້ວຍ
ການຈັດວາງກຳລັງປະຈຳການ ໄວ້ຕະຫຼອດເວລາ ດັ່ງທີ່ທ່ານບຸນຍັງ ຢືນຢັນວ່າ:

“ກຳລັງປ້ອງກັນຄວາມສະຫງົບທຸກຂັ້ນ ຕ້ອງເພີ້ມທະວີສະຕິລະວັງຕົວ ຍົກສູງ ຄວາມຮັບ
ຜິດຊອບໃນການຊີ້ນໍາ ບັນຊາກົມ ກອງ ແລະທ້ອງຖິ່ນກໍຄືເຫລົ່າລົບ ວິຊາສະເພາະ ຈັດ
ວາງກຳລັງປ້ອງກັນ ມີລະບອບປະຈຳການຕຽມພ້ອມສູ້ລົບ ເວນຍາມ ລາດຕະເວນ ມີແຜນ
ປ້ອງກັນສະກັດກັ້ນ ແລະມາດຕະການແກ້ໄຂ ແຕ່ລະດ້ານ ແຕ່ລະກໍລະນີ ຢ່າງຮອບດ້ານ
ແລະທັນການຮັບປະກັນບໍ່ໃຫ້ມີ ເຫດການຄວາມບໍ່ສະຫງົບທາງການເມືອງເກີດຂຶ້ນ.”

ທັງນີ້ກະຊວງປ້ອງກັນຄວາມສະຫງົບຈະຕ້ອງປະສານງານຢ່າງໃກ້ຊິດ ກັບ ກະຊວງປ້ອງ
ກັນປະເທດ ເພື່ອທີ່ຈະສາມາດຮັບປະກັນດ້ານຄວາມໝັ້ນຄົງແຫ່ງ ຊາດ ແລະສະຖຽນລະ
ພາບທາງການເມືອງໄດ້ຢ່າງເຕັມສ່ວນ ທັງສາມາດ ທີ່ຈະປົກປັກຮັກສາ ແລະສ້າງເສີມ
ລະບອບການເມືອງ ການປົກຄອງຂອງລາວ ໃຫ້ແຂງແຮງ ແລະເປັນທີ່ຍອມຮັບໃນເວທີສາ
ກົນຫຼາຍຂຶ້ນນັບມື້ອີກດ້ວຍ ທັງນີ້ກໍ ເພາະວ່າກອງທັບໄດ້ປະຕິບັດຕາມການຊີ້ນຳຂອງພັກ
ລັດຢ່າງເຂັ້ມງວດ ດັ່ງທີ່ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີວ່າການກະຊວງປ້ອງກັນ ປະເທດ ໄດ້ໃຫ້ການຢືນຢັນວ່າ:

“ພາຍໃຕ້ການຊີ້ນຳໆພາຂອງຄະນະພັກ ກະຊວງປ້ອງກັນປະເທດ ໃນການຈັດຕັ້ງປະຕິ
ບັດແນວທາງນະໂຍບາຍຂອງພັກວຽກງານຈຸດສຸມຂອງກະຊວງ ປ້ອງກັນປະເທດ ພວກ
ເຮົາສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານອັນພົ້ນ ເດັ່ນ ແມ່ນຮັບປະກັນໄດ້ສະຖຽນ
ລະພາບທາງດ້ານການເມືອງ ຄວາມສະຫງົບ ຄວາມປອດໄພທາງສັງຄົມອັນໄດ້ເຮັດໃຫ້
ບົດບາດອິດທິພົນຂອງ ສປປ ລາວ ຂອງພວກເຮົາໄດ້ພົ້ນເດັ່ນຂຶ້ນໃນພາກພື້ນໃນສາກົນ
ໃນນັ້ນກອງທັບເຮົາໄດ້ເປັນ ກຳລັງຫລັກແຫຼ່ງເຮັດໃຫ້ລະບອບພວກເຮົາ ປະເທດພວກ
ເຮົາມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ.”

ຫາກແຕ່ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຍອມຮັບວ່າ ປະຊາ ຊົນລາວ
ບັນດາເຜົ່າ ມີທ່າອ່ຽງທີ່ເສື່ອມສັດທາ ຕໍ່ການນຳພາຂອງພັກ ເພີ້ມຂຶ້ນ ນັບມື້ໂດຍມີສາ
ເຫດຈາກການຈັດຕັ້ງປະຕິບັດວຽກງານທີ່ບໍ່ມີປະສິດທິ ພາບຂອງ ບຸກຄະລາກອນພັກ
ແລະມີການທຸດຈະລິດເກີດຂຶ້ນຢ່າງກ້ວາງຂວາງທັງທີ່ຢູ່ຂັ້ນ ສູນກາງ ແລະທ້ອງຖິ່ນອັນ
ໄດ້ກາຍເປັນອຸປະຕໍ່ການສ້າງຄວາມເຂັ້ມແຂງຂອງ ພັກ ເພາະສະມາຊິກຈຳນວນຫຼາຍ
ເປັນບຸກຄະລາກອນທີ່ບໍ່ມີຄຸນນະພາບ.

ທ່ານບຸນທອງໄດ້ຍົກໂຕຢ່າງບັນດາໂຄງການລົງທຶນຂອງລັດຖະບານ 209 ໂຄງການ
ທີ່ຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມກົດໝາຍກໍມີເຖິງ 103 ໂຄງການ ທີ່ບໍ່ໄດ້ຈັດການປະມູ
ນກັບ 106 ໂຄງການທີ່ຈັດການປະມູນບໍ່ຖືກຕ້ອງຕາມ ກົດໝາຍ ແລະເຮັດໃຫ້ລັດຖະ
ບານລາວສູນເສຍງົບປະມານ 5,331 ກວ່າຕື້ກີບ ທີ່ເປັນ ການຮ່ວມມືລະຫວ່າງພະນັກ
ງານລັດກັບນັກທຸລະກິດ 1,285 ຄົນ ທັງຍັງກວດ ພົບໂຄງການໂຄງນອກແບບຂອງລັດ
ຖະບານລາວເຖິງ 285 ໂຄງການ ທີມີມູນ ຄ່າເສຍຫາຍເກີນກວ່າ 4,483 ຕື້ກີບ ຍຶດໄມ້
ທີ່ລັກລອບຂົນສົ່ງໄປຕ່າງປະເທດ ໄດ້ກວ່າ 4 ລ້ານແມັດກ້ອນ ຈຶ່ງເຮັດໃຫ້ອົງການ ເພື່ອ
ຄວາມໂປ່ງໃສສາກົນ (Transparency International) ລາຍງານວ່າ ລັດຖະບານ
ລາວມີຄວາມ ໂປ່ງໃສໃນການບໍລິຫານງານ ທີ່ລະດັບ 29 ຈາກ 100 ຄະແນນເຕັມໃນປີ 2019 ເທົ່າກັບໃນປີ 2018 ຊຶ່ງກໍໝາຍຄວາມວ່າ ມີນັກທຸລະກິດຕ່າງຊາດ ທີ່ ລົງທຶນ
ໃນລາວ 29 ໃນ 100 ຄົນ ທີ່ເຫັນວ່າການບໍລິຫານງານຂອງລັດຖະ ບານ ໄດ້ດຳເນີນ
ໄປຢ່າງໂປ່ງໃສ ສ່ວນ 71 ໃນ 100 ຄົນນັ້ນເຫັນວ່າ ມີການ ທຸດຈະລິດເກີດຂຶ້ນຢ່າງ
ກວ້າງຂວາງ ໃນລາວນັ້ນເອງ.

XS
SM
MD
LG