ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມໂຊກຮ້າຍຂອງແມ່ຍິງລາວ ທີ່ຖືກຫຼອກລວງໄປຂາຍແຮງງານ ຢູ່ຕ່າງປະເທດ ຍັງປາກົດມີຢ່າງຕໍ່ເນື່ອງໃນລາວ


ພະແນກແຮງງານ ແລະສະຫວັດດີການສັງຄົມ ຂອງນະຄອນຫຼວງວຽງຈັນ, ສປປ ລາວ.
ພະແນກແຮງງານ ແລະສະຫວັດດີການສັງຄົມ ຂອງນະຄອນຫຼວງວຽງຈັນ, ສປປ ລາວ.

ການເພີ້ມຂຶ້ນສູງຢ່າງຕໍ່ເນື່ອງຂອງການລະບາດຂອງພະຍາດໂຄວິດ-19 ຢູ່ລາວ ປະກອບກັບການຫລັ່ງໄຫລກັບບ້ານຂອງແຮງງານລາວຈາກໄທ ແລະປະເທດອື່ນ ຫລາຍແສນຄົນ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ ໄດ້ເຮັດໃຫ້ມີການຫວ່າງງານຢ່າງກວ້າງຂວາງຢູ່ໃນລາວ ແລະເພີ້ມຄວາມຫຍຸ້ງຍາກໃຫ້ແກ່ຄອບຄົວທີ່ເພິ່ງພາອາໄສເງິນທີ່ສົ່ງມາຈາກຕ່າງປະເທດ. ສະພາບການນີ້ເຮັດໃຫ້ແຮງງານລາວ ໂດຍ ສະເພາະແມ່ນແມ່ຍິງຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ງ່າຍ. ນາງສາວ ລາວຄົນນຶ່ງ ທີ່ຖືກຫລອກລວງໄປຂາຍແຮງງານແບບຜິດກົດໝາຍ ແລະຖືກຄຸມ ຂັງຢູ່ໃນຄຸກແຫ່ງນຶ່ງໃນພາກໃຕ້ຂອງຈີນ ກໍນອນໃນຜູ້ໄດ້ຮັບເຄາະຮ້າຍຍ້ອນ ສະພາບການ ທີ່ກ່າວມານີ້. ໄຊຈະເລີນສຸກ ມີລາຍລະອຽດກ່ຽວກັບເລື້ອງນີ້ ຈາກນັກຂອງພວກເຮົາມາສະເໜີທ່ານໃນອັນດັບຕໍ່ໄປ.

ຫລາຍທ່ານຄົງຮູ້ດີແລ້ວເນາະວ່າ ການລະບາດຢ່າງໜັກຂອງພະຍາດໂຄວິດ-19 ທີ່ໄດ້ເລີ້ມຕົ້ນຂຶ້ນຢູ່ທົ່ວໂລກ ລວມທັງລາວ ແລະປະເທດເພື່ອນບ້ານນັ້ນ ໄດ້ສົ່ງຜົນກະທົບຢ່າງໜັກເປັນພິເສດຕໍ່ປະຊາຊົນທີ່ມີລາຍໄດ້ຕໍ່າ ເຊັ່ນແຮງງານລາວ ທີ່ກັບມາຈາກຕ່າງປະເທດ ແລະຄອບຄົວກາງຕໍ່ເພິ່ງພາອາໄສເງິນທີ່ເຂົາເຈົ້າສົ່ງມາຈາກຕ່າງປະເທດນັ້ນ. ສະພາບການນີ້ເຮັດໃຫ້ແຮງງານລາວຕົກຢູ່ໃນຄວາມສ່ຽງທີ່ຈະຖືກຂູດຮີດ ແລະຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ງ່າຍ ໃນຂະນະທີ່ບໍ່ສາມາດ ໄດ້ຮັບການຄຸ້ມຄອງຈາກເຈົ້າໜ້າທີ່ລາວ ເທົ່າທີ່ຄວນ. ນາງໄລ (ນາມແຝງ) ທີ່ມາ ຈາກຄອບຄົວທຸກຍາກຄອບຄົວນຶ່ງ ທີ່ຕ້ອງຫາເງິນ ສົ່ງເສຍນ້ອງສາວຮຽນໜັງສື ແລະແບ່ງເບົາຄວາມລໍາບາກຂອງແມ່ ຢູ່ໃນ ນະຄອນຫລວງວຽງຈັນນັ້ນ ພ້ອມກັບເພື່ອນຍິງທີ່ມີຢູ່ປະມານ 4 ຄົນ ດ້ວຍກັນ ກໍນອນຢູ່ໃນພວກໄດ້ຮັບເຄາະຮ້າຍ ຍ້ອນສະພາບການທີ່ກ່າວມານີ້.

ພວກເຂົາເຈົ້າຖືກຫລອກລວງໄປຂາຍແຮງງານ ໃນຂະນະທີ່ໄປອອກແຮງງານ ຢູ່ທາງພາກເໜືອຂອງລາວ ແລະບໍ່ມີເອກະສານເດີນທາງທີ່ຖືກຕ້ອງ. ເນື່ອງຈາກລັກລອບເຂົ້າໄປທໍາງານແບບຜິດກົດໝາຍຢູ່ໃນຈີນ ພວກກ່ຽວຖືກເຈົ້າ ໜ້າທີ່ຈີນ ຈັບຕົວໄປຄຸມຂັງໃນຄຸກແຫ່ງນຶ່ງໃນພາກໃຕ້ຂອງຈີນ.

ນາງໄດ້ຢູ່ໃນຄຸກແຫ່ງນັ້ນ ມາໄດ້ເດືອນກວ່າແລ້ວ ຂະນະທີ່ແມ່ຂອງນາງ ກໍາລັງດີ້ນຮົນຕິດຕໍ່ຫາເຈົ້າໜ້າທີ່ທີ່ກ່ຽວຂ້ອງໃຫ້ຊ່ວຍເອົານາງອອກຈາກຄຸກ ແລະກັບມາບ້ານຢູ່ນີ້. ຫລັງຈາກຖືກກັກຕົວໄດ້ປະມານອາທິດນຶ່ງ ກໍຄືຕົ້ນເດືອນກໍລະກົດຜ່ານມານີ້ ໃນຂະນະທີ່ນາງໄດ້ຮັບອານຸຍາດຈາກເຈົ້າໜ້າທີ່ຍາມຄຸກຂອງຈີນ ໃຫ້ໂທລະສັບເປັນເວລາພຽງ 15 ນາທີນັ້ນ ນາງໄດ້ສົ່ງຂ່າວ ບອກແມ່ຢູ່ທາງບ້ານເປັນຄັ້ງທໍາອິດວ່າ:

“ອີ່ແມ່ ເຈົ້າຟັງເຮົາເວົ້າເດີ້ ເຮົາຢູ່ຂູໜານ ແລ້ວທາງຕໍາຫລວດທາງນີ້ຫັ້ນ ບອກວ່າ ທາງສະຖານທູດລາວເຮົາຫັ້ນ ເຖິງແມ່ນເຂົາໄດ້ສົ່ງເບີຫຍັງ ໃຫ້ເພື່ອໃຫ້ຕິດຕໍ່ຫາ ເຂົາເຈົ້າເພິ່ນກະຍັງບໍ່ຕິດຕໍ່ເທື່ອ. ເຂົາບອກວ່າ ເຂົາໄດ້ສົ່ງລາຍລະອຽດໃຫ້ ທາງສະຖານທູດລາວເຮົາແລ້ວວ່າໃຫ້ຕິດຕໍ່ຫາເຂົາ, ໃຫ້ກົງສູນເມືອງຂູໜານ ຕິດຕໍ່ຫາກເຂົາ. ເຂົາບອກເຮົາແຕ່ທໍ່ນີ້. ແລ້ວເຂົາບອກເຮົາວ່າ ເຮົາບໍ່ໄດ້ມີ ຄວາມຜິດອີ່ຫຍັງ. ເຂົາຈະສົ່ງເຮົາກັບກໍຕໍ່ເມື່ອທາງສະຖານທູດລາວ ໂທຫາເຂົາເທົ່ານັ້ນ.”

ນາງເວົ້າສູ່ແມ່ຟັງ ແມ່ກໍຟັງຕໍ່ໄປດ້ວຍຄວາມທໍ້ຖອຍໃຈ ແລະສະອຶ້ນວ່າ:

“ໂອ້ຍໃຈຊິຂາດແລ້ວແມ່! ເຮົາບໍ່ຮູ້ວ່າຊິເຮັດຈັ່ງໃດ. ເຮົາກະເດີນທາງ ເຮົາກະ ພະຍາມຕິດຕໍ່ຫາເຂົາຕະຫລອດ. ໂທລະສັບເຮົາກໍບໍ່ໄດ້ໂທ ມັນກະເລີຍ ຕິດຕໍ່ ຍາກ. ເຮົາຄືຊິບໍ່ໄດ້ເມືອດອກ ເຮົາທໍ້ລະ. ຄືຊິຕາຍຢູ່ນີ້ລະ ເຮົາຄືຊິບໍ່ໄດ້ເມືອດອກ, ກິນເຂົ້າກະກິນແຕ່ກັບເກືອ.”

ດັ່ງທີ່ວີໂອເອໄດ້ສະເໜີໄປໃນເດືອນແລ້ວນີ້ ບົດລາຍງານປະຈໍາປີ 2021 ຂອງ ກະຊວງການຕ່າງປະເທດສະຫະລັດກ່າວວ່າ ເນື່ອງຈາກການລະບາດຢ່າງໜັກຂອງພະຍາດໂຄວິດ-19 ມາຮອດເດືອນມິຖຸນາປີກາຍນີ້ ແຮງງານລາວຫລາຍພັນຄົນຢູ່ໄທ ແລະປະເທດອື່ນ ລວມທັງມາເລເຊຍແລະຈີນນັ້ນໄດ້ເລີ້ມພາກັນກັບຄືນປະເທດທັງແບບເປັນທາງການ ແລະບໍ່ເປັນທາງການ ຊຶ່ງພາໃຫ້ມີການຫວ່າງງານຢ່າງກວ້າງຂວາງໃນລາວ ແລະເພີ້ມຄວາມຫຍຸ້ງຍາກທາງເສດຖະກິດໃຫ້ແກ່ຄອບຄົວທີ່ເພິ່ງພາອາໄສເງິນທີ່ເຂົາເຈົ້າສົ່ງມາຈາກຕ່າງປະເທດ ຊຶ່ງສະພາບການນີ້ ເຮັດໃຫ້ແຮງງານລາວຕົກຢູ່ໃນສະພາບ ທີ່ອາດຈະຖືກຂູດຮີດໄດ້ງ່າຍໃນຂະນະທີ່ພວກເຂົາເຈົ້າກໍາລັງຊອກຫາວຽກງານ ທີ່ຈ່າຍຄ່າແຮງງານຕໍ່າໃນລາວ ແລະພະຍາຍາມຍົກຍ້າຍໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ.

ພວກຄ້າມະນຸດ ມັກຈະຫລອກແມ່ຍິງ ແລະເດັກສາວວ່າ ຈະມີໂອກາດໄດ້ວຽກເຮັດງານທໍາທີ່ຖືກກົດໝາຍ ຫລືສັນຍາວ່າ ຈະໄດ້ແຕ່ງງານກັບຄົນໃນປະເທດ ຫລືກັບຄົນຢູ່ປະເທດໃກ້ຄຽງ ຕົ້ນຕໍແລ້ວແມ່ນຢູ່ຈີນ. ເຊັ່ນດຽວກັນໃນກໍລະນີ ຂອງນາງໄລ, ອີງຕາມ ການບອກເລົ່າຂອງແມ່ນາງ ຫລັງຈາກກັບມາຈາກ ໄປອອກແຮງງານຢູ່ໄທ ໃນປີ 2020 ນີ້ແລ້ວ ນາງກໍດີ້ນຮົນຫາວຽກເຮັດ ແລ້ວຈຶ່ງໄດ້ໄປເຮັດວຽກຢູ່ໃນເຂດເສດຖະກິດພິເສດຢູ່ແຂວງຫລວງນໍ້າທາ ທີ່ມີຊາຍແດນຕິດກັບຈີນນັ້ນ ແຕ່ກໍຖືກໝູ່ຊວນໄປ ເຮັດວຽກຢູ່ໃນຈີນ ໂດຍຜ່ານນາຍໜ້າທີ່ສັນຍາວ່າ ຈະໄດ້ຮັບຄ່າຈ້າງທີ່ສູງກວ່າຢູ່ລາວ. ທັ້ງໆທີ່ນາງບໍ່ມີໜັງສືເດີນທາງ ຫລື ປັສປອດກໍຕາມ ນາງກໍໄດ້ຕັດສິນ ໃຈໄປກັບໝູ່ ຊຶ່ງແມ່ຂອງນາງເລົ່າຕົ້ນເຫດຂອງເລື້ອງທັງໝົດນີ້ສູ່ຟັງວ່າ:

“ທໍາອິດແມ່ນໄປເຮັດວຽກ ແຕ່ຫາກບໍ່ຮູ້ວ່າໄປຮອດຈີນ ຫາກໄປເຮັດວຽກຢູ່ ຫລວງນໍ້າທາຫັ້ນ ກະເຄີຍໄດ້ລົມໄດ້ຫຍັງ ເພິ່ນກະວ່າ ເພິ່ນຢູ່ຫລວງນໍ້າທາ, ເຮັດວຽກຢູ່ຫັ້ນ. ບັດນີ້ອີກພັກນຶ່ງດົນເຕີບ ຜັດວ່າຢູ່ຈີນ.”

ແມ່ຂອງນາງເວົ້າອີກວ່າ ທັງນີ້ກໍຍ້ອນຄວາມທຸກຍາກຊຶ່ງແມ່ຂອງນາງໄລ ເລົ່າສູ່ຟັງວ່າ:

“ຍ້ອນຄວາມທຸກຍາກລໍາບາກ ພໍ່ກະບໍ່ມີ ແລະຍ້ອນຄວາມບໍ່ຮູ້ເທົ້າເຖິງການ, ເຊື່ອຄົນງ່າຍກະເລີຍປ່ອຍໃຫ້ລູກໄປ ຄິດວ່າຈະໄປເຮັດວຽກ, ທໍາງານນໍາໝູ່ ຢູ່ທາງພາກເໜືອຂອງລາວ ແຕ່ກະບໍ່ຄິດວ່າເຫດການມັນຈະເລວລ້າຍເຖິງປານນີ້. ແຕ່ຜ່ານໄປປະມານສອງເດືອນກວ່າໆ ກໍໄດ້ຮັບໂທລະສັບຂອງລູກໂທມາແຕ່ຕ່າງແດນ ຂັ້ນຕົ້ນກະບໍ່ເຊື່ອ ສຸດທ້າຍກະຕ້ອງຍອມຮັບວ່າ ລູກຖືກຕໍາຫລວດຕ່າງດ້າວກັກຂັງໄວ້ແລ້ວ ແຕ່ຕອນນີ້ກະຍັງບໍ່ໄດ້ຮັບການຊ່ວຍເຫລືອເທົ່າທີ່ຄວນ ກະອຸກໃຈຫລາຍ”.

ສະຫລຸບແລ້ວ ການລະບາດຢ່າງໜັກຂອງພະຍາດໂຄວິດ-19 ໃນລາວ ແລະ ປະເທດເພື່ອນບ້ານເປັນຕົ້ນແມ່ນປະເທດໄທ ທີ່ມີກໍາມະກອນລາວ ໄປອອກ ແຮງງານຫລາຍທີ່ສຸດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ຍັງສືບຕໍ່ສູງຂຶ້ນຢູ່ນີ້ ກໍພາໃຫ້ແຮງງານລາວ ຫລາຍແສນຄົນຫວ່າງງານ ຫລັງຈາກນາຍຈ້າງ ສ່ວນໃຫຍ່ປິດກິດຈະການ ແລະເລີກຈ້າງງານ. ສະພາບການນີ້ ເຮັດໃຫ້ແຮງ ງານລາວ ມີສະພາບຊີວິດການເປັນຢູ່ທີ່ລໍາບາກຫລາຍ ໂດຍສະເພາະແມ່ນແມ່ຍິງຖືກຫລອກໄປຂາຍຢູ່ປະເທດເພື່ອນບ້ານໄດ້ງ່າຍຂຶ້ນນັບມື້ ແລະອາດຈະຂະຫຍາຍເປັນວົງກວ້າງອອກໄປເລື້ອຍໆ.

Video Related report of Lao women misfortune tricked to go work abroad for better pay, 08-06
please wait

No media source currently available

0:00 0:03:26 0:00
ລິງໂດຍກົງ

XS
SM
MD
LG