ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ແລະ ທ່ານ ໄບເດັນ ຈະໂຕ້ວາທີກັນ ຄືນວັນພະຫັດນີ້ ໃນການປະເຊີນໜ້າກັນ ຄັ້ງສຸດທ້າຍ


ແຜ່ນໄສປ້ອງກັນຕັ້ງຢູ່ເທິງເວທີລະຫວ່າງ ແທ່ນກ່າວຄຳປາໄສຂອງປະທານາທິບໍດີ ດໍໂນລ ທຣຳ ກັບ ຂອງທ່ານ ໂຈ ໄບເດັນ, ກ່ອນການໂຕ້ວາທີຂອງພວກເພິ່ນຢູ່ມະຫາວິທະຍາໄລ ແບລມັອນ, ນະຄອນ ແນສວິລ, ລັດ ເທັນເນັສຊີ. 21 ຕຸລາ, 2020.
ແຜ່ນໄສປ້ອງກັນຕັ້ງຢູ່ເທິງເວທີລະຫວ່າງ ແທ່ນກ່າວຄຳປາໄສຂອງປະທານາທິບໍດີ ດໍໂນລ ທຣຳ ກັບ ຂອງທ່ານ ໂຈ ໄບເດັນ, ກ່ອນການໂຕ້ວາທີຂອງພວກເພິ່ນຢູ່ມະຫາວິທະຍາໄລ ແບລມັອນ, ນະຄອນ ແນສວິລ, ລັດ ເທັນເນັສຊີ. 21 ຕຸລາ, 2020.

ປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ແລະ ຜູ້ທ້າຊິງຈາກ ພັກເດໂມແຄຣັດຂອງທ່ານ, ອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ແມ່ນຈະໂຕ້ວາທີກັນໃນຄືນວັນພະຫັດນີ້ ໃນການປະເຊີນໜ້າຕໍ່ໜ້າຄັ້ງສຸດທ້າຍຂອງພວກເພິ່ນ ກ່ອນການເລືອກຕັ້ງປະທານາທິບໍດີ ໃນວັນທີ 3 ພະ ຈິກນີ້.

ຜູ້ລົງແຂ່ງຂັນທັງສອງທ່ານ, ເຊິ່ງມີອາຍຸໃນໄວ 70 ກວ່າປີນັ້ນ, ໄດ້ລົບກວນກັນ ແລະ ກັນຊໍ້າແລ້ວຊໍ້າອີກ, ເຊິ່ງທ່ານ ທຣຳ ເຮັດຫຼາຍຄັ້ງກວ່າທ່ານ ໄບເດັນ, ໃນການໂຕ້ວາທີດົນກວ່າ 90 ນາທີ ຂອງພວກເພິ່ນໃນທ້າຍເດືອນ ກັນຍາທີ່ຜ່ານມາ, ເປັນການປະເຊີນໜ້າກັນທີ່ຜູ້ຊ່ຽວຊານດ້ານການເມືອງ ສະຫະລັດ ບາງຄົນອະທິບາຍວ່າ ເປັນການໂຕ້ວາທີປະທານາທິບໍດີ ສະຫະລັດ ທີ່ຂີ້ຮ້າຍທີ່ ສຸດເທົ່າທີ່ເຄີຍມີມາ.

ຄັ້ງນີ້, ຄະນະກຳມາທິການອິດສະຫຼະ ກ່ຽວກັບ ການໂຕ້ວາທີປະທານາທິບໍດີຈະມອດສຽງໄມຂອງຜູ້ລົງແຂ່ຂັນແຕ່ລະຄົນ ໃນຂະນະທີ່ຄົນນຶ່ງເວົ້າສອງນາທີໃນການຕອບຄຳຖາມ ກ່ຽວກັບ ບັນຫາທີ່ກຳ ລັງເກີດຂຶ້ນໃນປັດຈຸບັນ 6 ຂໍ້ທີ່ ຖືກເລືອກໂດຍຜູ້ດຳເນີນລາຍການທ່ານນາງ ຄຣິສເຕັນ ແວລເກີ ຈາກໂທລະ ພາບ NBC News.

ຖ້າທ່ານ ທຣຳ ຫຼື ທ່ານ ໄບເດັນ ບໍ່ມີຄົນໃດພະຍາຍາມເວົ້າທັບກັນ ໃນລະຫວ່າງການເປີດໃຫ້ຄຳເຫັນສອງນາທີນັ້ນ, ຄະນະກຳມາທິການເວົ້າວ່າເຂົາເຈົ້າຄິດວ່າ ຜູ້ລົງຄະແນນສຽງ ອາເມຣິກັນ, ຢ່າງໜ້ອຍບໍ່ເທົ່າໃດຄົນຜູ້ທີ່ອ້າງວ່າ ເຂົາເຈົ້າຍັງຕັດສິນໃຈບໍ່ໄດ້ວ່າຈະເຂົາເຈົ້າຈະລົງຄະແນນສຽງແນວໃດນັ້ນ ອາດໄດ້ຮັບຂໍ້ຄິດເຫັນທີ່ຊັດເຈນກວ່າເກົ່າວ່າ ແຕ່ລະຄົນອາດພາປະເທດໄປໃສ ເວລາທີ່ນຶ່ງໃນນັ້ນໄດ້ສາບານຕົນເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ.

ຫຼັງຈາກນັ້ນ, ໄມໂຄໂຟນຂອງຜູ້ລົງແຂ່ງຂັນທັງສອງຄົນຈະຖືກເປີດຄືນ ແລະ ໃຫ້ທຸກຄົນເວົ້າຢ່າງອິດສະຫຼະ ເຊິ່ງຜົນຕາມມາເຫດການທີ່ຄືກັບຄັ້ງກ່ອນອາດຈະເກີດຂຶ້ນຊໍ້າອີກ. ນັ້ນກໍແມ່ນເວລາທີ່ທ່ານ ທຣຳ ແລະ ທ່ານ ໄບເດັນ ໄດ້ເວົ້າເຍາະເຢີ້ຍ, ດູຖູກ ແລະ ຕຳໜິວິຈານກັນ, ດ້ວຍການເວົ້າລົບກວນກັນເຮັດໃຫ້ມັນລຳບາກສຳລັບຜູ້ຊົມທີ່ຈະຕິດຕາມການໂຕ້ຖຽງກັນນັ້ນ.

ຫຼາຍຢ່າງໄດ້ປ່ຽນແປງລະຫວ່າງການໂຕ້ວາທີຄັ້ງທຳອິດ ແລະ ງານໃນແລງວັນພະຫັດມື້ນີ້, ເຊິ່ງຈະຈັດຂຶ້ນຢູ່ເວທີການໂຕ້ວາທີຢູ່ມະຫາວິທະຍາໄລແຫ່ງນຶ່ງໃນນະຄອນ ແນສວິລ, ລັດ ເທັນເນັສຊີ. ການໂຕ້ວາທີຄັ້ງທີສອງທີ່ຖືກວາງແຜນ ສຳລັບອາທິດທີ່ຜ່ານມາແມ່ນໄດ້ຖືກຍົກເລີກ ຫຼັງຈາກທ່ານ ທຣຳ ໄດ້ຕິດໄວຣັສ ໂຄໂຣນາ ແລະ ເຂົ້າໂຮງໝໍເປັນເວລາສາມວັນ.

ນັ້ນໄດ້ເຮັດໃຫ້ຄະນະກຳມາທິການເວົ້າຢ່າງເປັນເອກະສັນວ່າ ຜູ້ລົງແຂ່ງຂັນທັງ ສອງທ່ານຈະໂຕ້ວາ ທີກັນທາງອອນໄລນ໌, ແຕ່ທ່ານ ທຣຳ ໄດ້ປະຕິເສດທີ່ຈະເຮັດ ແລະ ການໂຕ້ວາທີດັ່ງກ່າວໄດ້ຖືກຍົກເລີກ.

ຍິ່ງສຳຄັນກວ່ານັ້ນ, ປະຊາຊົນ ອາເມຣິກັນ ຫຼາຍລ້ານຄົນແມ່ນໄດ້ທຳການຕັດສິນໃຈແລ້ວ ກ່ຽວ ກັບ ການເລືອກຕັ້ງ, ໂດຍມີຫຼາຍກວ່າ 43 ລ້ານຄົນແມ່ນໄດ້ປ່ອນບັດຄະແນນສຽງຂອງເຂົາເຈົ້າກ່ອນກຳນົດທາງໄປສະນີ ຫຼື ດ້ວຍຕົນເອງແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG