ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ເຖິງຈະໄດ້ທີ 22 ຈາກທັງໝົດ 50 ທີມໃນການແຂ່ງຂັນເຕະບານສາກົນທີ່ ສະເປນ ແຕ່ທີມເຍົາວະຊົນ W.I.G Naga ໄດ້ສ້າງປະຫວັດສາດ ໃຫ້ແກ່ລາວ


ທ້າວອານຸສັກ (ເສື້ອສີຂຽວ)ມ ກໍາລັງແລ່ນຍາດເອົາໝາກບານ ໃນຂະນະລົງແຂ່ງຂັນກັບທີມຄູ່ແຂ່ງ.
ທ້າວອານຸສັກ (ເສື້ອສີຂຽວ)ມ ກໍາລັງແລ່ນຍາດເອົາໝາກບານ ໃນຂະນະລົງແຂ່ງຂັນກັບທີມຄູ່ແຂ່ງ.

ທີມເຍົາວະຊົນຈາກສະໂມສອນ W.I.G Naga ທີ່ສະໜັບສະໜູນໂດຍນັກທຸລະ ກິດລາວ-ອາເມຣິກັນ ຍັງສືບຕໍ່ສ້າງຊື່ສຽງໃຫ້ແກ່ປະເທດລາວ ແລະທໍາໜ້າທີ່ ເປັນທີມຕາງໜ້າແກ່ປະເທດໃນຂົງເຂດເອເຊຍ ໄດ້ດີສົມຄວນ ໂດຍຊິງໄດ້ອັນດັບ 6 ຂອງດິວິຊັນ 2 ທີ່ແຂ່ງເອົາຂັນເງິນ ແລະເປັນທີມເກັ່ງອັນດັບທີ 22 ຈາກທັງໝົດ 50 ທີມທົ່ວໂລກໃນການແຂ່ງຂັນເຕະບານສາກົນ TAR 2024 ຢູ່ທີີ່ ນະຄອນ ບາເຊໂລນາ, ປະເທດສະເປນ.

ໃນການແຂ່ງຂັນເຕະບານສາກົນ TAR U11 2024 ຢູ່ທີ່ນະຄອນບາເຊໂລນາຂອງປະເທດສະເປນ ທີ່ຫາກໍ່ສິ້ນສຸດລົງສອງມື້ຜ່ານມານີ້ ທີມເຍົາວະຊົນລາວ ຈາກສະໂມສອນ W.I.G Naga ສືບຕໍ່ສ້າງຊື່ສຽງໃຫ້ແກ່ປະເທດ ແລະ ທໍາໜ້າທີ່ເປັນທີມ ຕາງໜ້າໃຫ້ແກ່ທີມເຕະບານເຍົາວະຊົນຈາກຂົງເຂດເອເຊຍ ໄດ້ດີສົມຄວນ ໂດຍຊິງໄດ້ອັນດັບທີ 6 ຂອງດິວິຊັນ 2 ທີ່ຊິງເອົາຂັນເງິນ ແລະໄດ້ອັນດັບທີ 22 ຈາກທັງໝົດ 50 ທີມທົ່ວໂລກທີ່ເຂົ້າຮ່ວມການແຂ່ງຂັນປີນີ້. ຍ້ອນວ່າມີການປ່ຽນແປງກະຕິກາຄັດເລືອກເອົາຈໍານວນທີມສໍາລັບປີນີ້ ຈຶ່ງເຮັດໃຫ້ລາວ ທີ່ໄດ້ເປັນທີມເກັ່ງອັນດັບ 18 ໃນຮອບຄັດເລືອກກຸ່ມນັ້ນ ພາດໂອກາດໃນການເຂົ້າຮອບ 16 ທີມສຸດທ້າຍທີ່ແຂ່ງເອົາແຊ້ມ ດັ່ງທີ່ທ່ານ ວຽງໄຊ ວິໄລກຸນ, ນັກທຸລະກິດ ລາວ-ອາເມຣິກັນ, ປະທານກໍ່ຕັ້ງສະໂມສອນ ແລະເປັນຜູ້ຊີ້ນໍາໃນການແຂ່ງຂັນນີ້ເວົ້າວ່າ:

ຄິດວ່າຄັນເຂົາເຈົ້າເອົາຕາມກົດປີກາຍ ເຮົາກະໄດ້ເຂົ້າດີວິຊັນ 1 ແຫລະ ເຂົາເຈົ້າ ຕັດເອົາແຕ່ 16 ທີມຈາກ 50 ທີມເດ້ ທໍາມະດາຕ້ອງເອົາເຄິ່ງນຶ່ງຢ່າງຂີ້ລ້າຍ ຄວນ ເອົາ 32 ທີມແລ້ວຈຶ່ງມາ 16 ທີມ. ເຂົາເຈົ້າຕັດບາດດຽວເລີຍເອົາແຕ່ 16 ເຮົາເປັນ ທີ 18 ໃນ 50 ທີມໜີ້ເຮົາກະບໍ່ທໍາມະດາ ແຕ່ວ່າຢູ່ໃນ 16 ທີມເຂົາເຈົ້າຫັ້ນ ເຮົາກະ ຄິດວ່າເກັ່ງກວ່າຫຼາຍທີມຢູ່ ເພາະວ່າເຮົາໂຊກບໍ່ດີມາຖືກໂຕທີມເຈົ້າພາບ ທີມ ແຂງ ທີ່ສຸດ ທີມຣຽວ ເບຕິສ.”

ທ່ານອະທິບາຍກ່ຽວກັບການແຂ່ງຂັນຄັ້ງນີ້ອີກວ່າ:

“1 ຫາ 16 ລະແມ່ນໄປແຂ່ງເອົາຂັນຄໍາ ດີວິຊັນນຶ່ງ ລະບັດນີ 17 ຫາ 24 ໄປແຂ່ງ ເອົາຂັນເງິນ ທໍາມະດາເຮົາໜີ້ກະຊິຢູ່ໃນ 24 ທີມທີ່ຈະໄປແຂ່ງເອົາຂັນຄໍາຫັ້ນຫລະ ແຕ່ວ່າເຂົາມາຕັ້ງກົດໃໝ່ ຕັດອອກ 8 ທີມ ຍັງເຫລືອ 16 ທີມນຶ່ງ ເຮົາບັງເອີນເປັນທີ 18 ເຮົາຫລະບໍ່ໄດ້ເຂົ້າໂຕທັອບ ເຮົາລະມາໄດ້ໂຕຫລ່າງ ແຕ່ເຮົາໂຊກດີກວ່າພວກ ຊີງຂັນທອງແດງ ຄິດວ່າພູມໃຈແລ້ວວ່າ ປະເທດຝຣັ່ງ ປະເທດກຣີກ ປະແມ່ນ ຫຍັງໆມາກະຕົກໝົດເນາະ ເຮົາຍັງໄດ້ມາຢູ່ ໄດ້ຫຼິ້ນໃຫ້ພໍ່ແມ່ປະຊາຊົນໄດ້ເບິ່ງອີກ 3 ເກມ ເກມສໍາຄັນ.”

ທີມບານເຕະເຍົາວະຊົນລາວ ກໍາລັງຖ່າຍຮູບຮ່ວມກັບຄູຝຶກ ແລະຜູ້ສະໜັບສະໜູນທີມຂອງພວກເຂົາເຈົ້າ.
ທີມບານເຕະເຍົາວະຊົນລາວ ກໍາລັງຖ່າຍຮູບຮ່ວມກັບຄູຝຶກ ແລະຜູ້ສະໜັບສະໜູນທີມຂອງພວກເຂົາເຈົ້າ.

ໃນການແຂ່ງຂັນຮອບຄັດເລືອກເອົາທີມຕາງໜ້າກຸ່ມທີ່ມີ 10 ກຸ່ມ ໃນວັນເສົາທີ 27 ຜ່ານມານັ້ນ ທີມລາວທີ່ຢູ່ກຸ່ມ H ໄດ້ຊະນະ 2, ສະເໝີນຶ່ງ ແລະເສຍ 1 ໂດຍໄດ້ ເສຍໃຫ້ທີມປະເທດເຈົ້າພາບກໍຄືທີມ Real Betis ທີ່ເປັນທີມແຂງອັັນດັບສອງຂອງສະເປນຮອງມາຈາກທີມ FC Barcelona ທີ່ຄ້ວາແຊມໄດ້ອີກໃນປີນີ້

ແຕ່ແນວໃດກໍຕາມ ທ່ານວຽງໄຊກໍຍັງບອກວ່າ ມີຄວາມພາກພູມໃຈຢູ່ທີ່ເຮັດໄດ້ດີ ເຖິງປານນີ້ ຊຶ່ງທ່ານກ່າວມ້ວນທ້າຍວ່າ:
ແປວ່າຄັນຊິເວົ້າໜິ ສະຫລຸບແລ້ວກະຄືພູມໃຈຫລະວ່າເດັກນ້ອຍເຮົາເຮັດໄດ້ດີ ທັງໜາວ ທັງສູ້ທຸກສິ່ງທຸກຢ່າງ ປ່ຽນດິນຟ້າອາກາດຈາກຮ້ອນມາເປັນເຢັນ ຈາກ ເວລົມເວລາຕ່າງກັນ 6 ຊົ່ວໂມງຈັ່ງຊີ້ເນາະ ເຂົາກະປັບເວລາກະບໍ່ທັນໄດ້ແດ່ ແຕ່ເຂົາເຮັດໄດ້ຊໍ່ານີ້ກະໂອດີໃຈຫລາຍຫລະ.”

ໂດຍເປັນທີມທໍາອິດທີ່ຕາງໜ້າໃຫ້ແກ່ລາວເດີນທາງຂ້າມທະວີບມາແຂ່ງ ເຕະ ບານສາກົນຢູ່ໃນປະເທດສະເປນທີ່ຕັ້ງຢູ່ຂົງເຂດຢູໂຣບ ຖືວ່າເປັນປະສົບ ການອັນລໍ້າຄ່າ ສໍາລັບທັງຄູຝຶກ ແລະນັກກິລາເຍົາວະຊົນລາວ ດັ່ງທີ່ຄູຝຶກຕົ້ນຈັກກິດ ນ້ອຍສົມສີ ຫລື ໂຄສເສືອ ຜູ້ທີ່ຮັບຜິດຊອບເປັນຄູຝຶກຕົ້ນຕໍຢູ່ໃນການແຂ່ງຂັນຄັ້ງນີ້ເວົ້າດ້ວຍຄວາມພູມໃຈວ່າ:

ກາເປັນຄັ້ງແລກຫັ້ັ້ນຫລະເນາະເຮົາມາ ເປັນປະສົບການທີ່ລໍ້າຄ່າຫາໃສບໍ່ໄດ້ ຖືວ່າຄັ້ງ ປະຫວັດສາດ ທີ່ວ່າເດັກນ້ອຍ ທີມງານໂຄສ ທີມງານຫຍັງໄດ້ມາ ກາຮູ້ສຶກຕື່ນເຕັ້ນ ຫັ້ນຫລະສິ່ງທີ່ເຮົາບໍ່ເຄີຍໄດ້ເຫັນເຮົາກະໄດ້ເຫັນ ເດັກນ້ອຍ ຢູໂຣບກັບເອເຊຍມັນ ຕ່າງກັນຊໍ່າໃດ ລະດັບມາດຕະຖານມັນຕ່າງກັນຊໍ່າໃດ ເຮົາກະຄິດວ່າເຮົາກະເຮັດ ດີສຸດໆ ຊ້ອມມາສຸດໆ ແຕ່ເຮົາມາເຈິຢູໂຣບ ເຂົາເຈົ້າ ກະຍັງດີກວ່າເຮົາອີກຢູ່ ແລ້ວເຮົາຕ້ອງໄດ້ກັບໄປພັດທະນາແລ້ວກະເບິ່ງຈຸດດີຂອງ ເຂົາເຈົ້າ ກັບເມືອລະກາ ພັດທະນາແກ້ໄຂ ເພາະນັກກິລາມັນກະເຫັນ ແລະທີມ ງານໂຄສເຮົາກະເຫັນນໍາ ກັນໝົດວ່າ ເຮົາອ່ອນກວ່າເຂົາເຈົ້າເທົ່າໃດລະຈຸດດີ ຂອງເຂົາເຈົ້າມີຫຍັງແດ່.”

ນອກຈາກອຸປະສັກທີ່ກ່າວມາຂ້າງເທິງນັ້ນແລ້ວ ດາວເດັ່ນຂອງທີມສອງຄົນ ຄື ອານຸສັກ ວິໄລກຸນ ຫລືບຽວເກດ ທີ່ເປັນກັບຕັນຂອງທີມ ກໍເປັນໄຂ້ ແລະເຈັບແຂ້ວ ແລະທ້າວແຟຣັງ, ນັກຍິງປະຕູຜູ້ສໍາຄັນອີກຄົນນຶ່ງກໍແຂນຫັກ ຍ້ອນຖືກນັກເຕະບານຈາກຄູ່ຕໍ່ສູ້ຕໍາລົ້ມລົງຢ່າງແຮງໃນການແຂ່ງຂັນມື້ກ່ອນນັ້ນ. ເມື່ອທີມດັ່ງກ່າວ ຂາດສອງຄົນສໍາຄັນຂອງທີມໄປໃນການແຂ່ງຂັນ 3 ນັດຂອງມື້ສຸດທ້າຍ ໃນວັນທີ 28 ຜ່ານມາ ທີມຂອງລາວ ຈຶ່ງທໍາຄະແນນບໍ່ໄດ້ດີປານໃດ ຊຶ່ງໄດ້ຊະນະ 1 ນັດ ແລະເສຍສອງນັດ, ອີງຕາມທ່ານວຽງໄຊ.

ສະຫລຸບແລ້ວເຖິງແມ່ນວ່າ ຈະບໍ່ໄດ້ນໍາຫລຽນອັນໃດກັບບ້ານ ກໍຕາມແຕ່ທີມກິລາ ເຕະບານເຍົາວະຊົນລຸ້ນບໍ່ເກີນອາຍຸ 11 ປີ ຂອງສະໂມສອນ W.I.G Naga ກໍຍັງ ຖືວ່າ ເຮັດໄດ້ດີທີ່ສຸດໃນນາມທີ່ເປັນທີມຈາກປະເທດລາວ ແລະຕາງໜ້າໃຫ້ເຂດ ເອເຊຍ ແລະກໍຖອດຖອນບົດຮຽນໄດ້ຫລາຍຢ່າງເພື່ອຈະນໍາໄປປັບປຸງວົງການ ກິລາເຕະບານລຸ້ນເຍົາວະຊົນຂອງລາວຕໍ່ໄປ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG