ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທອງລຸນ ສີສຸລິດ ສືບຕໍ່ນຳພາ ກອງປະຊຸມ ສຸດຍອດ ອາຊຽນ


ພາບຂ້າງໃນຫໍປະຊຸມແຫ່ງຊາດ ແລະ ໜ້າຈໍກອງປະຊຸມສຸດຍອດ ອາຊຽນ
ພາບຂ້າງໃນຫໍປະຊຸມແຫ່ງຊາດ ແລະ ໜ້າຈໍກອງປະຊຸມສຸດຍອດ ອາຊຽນ

ໃນກອງປະຊຸມຄັ້ງນີ້ ບັນດາຜູ້ນຳອາຊຽນ ໄດ້ຕີລາຄາຄືນ ກ່ຽວກັບ ການຮ່ວມມື ລະຫວ່າງ
ອາຂຽນ ກັບບັນດາຄູ່ເຈລະຈາແລະຄູ່ຮ່ວມພາຍນອກ ໃນລະຍະຜ່ານມາພ້ອມທັງວາງທິດ
ທາງການຮ່ວມມືໃນອະນາຄົດ ໂດຍບັນດາຜູ້ນຳອາຊຽນ ໄດ້ເນັ້ນເຖິງຄວາມສຳຄັນ ໃນ ການຮັກສາຄວາມເປັນແກນກາງຂອງ ອາຊຽນ ໃນໂຄງສ້າງພາກພືຶ້ນທີ່ພວມຜັນແປ ແລະ ໄດ້ເຫັນດີເພີ້ມທະວີການຮ່ວມມືກັບບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກອຶ່ນໆໂດຍ ຜ່ານບັນດາກົນໄກທີ່ ອາຊຽນ ເປັນຜູ້ລິເລີ້ມເຊັ່ນ : ອາຊຽນບວກໜຶ່ງ, ອາຊຽນບວກສາມ, ເວທີ ພາກພື້ນອາຊຽນ, ກອງປະຊຸມຖະມົນຕີປ້ອງກັນອາຊຽນບວກ ແລະ ກອງປະຊຸມສຸດ ຍອດ ເອເຊຍຕາເວັນອອກ.

ນອກນັ້ນຜູ້ນຳອາຊຽນ ຍັງໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ກ່ຽວກັບ ບັນຫາພາກພື້ນ ແລະສາກົນ ທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນຊຶ່ງລວມ ມີສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະ ບໍ່ແມ່ນການທະຫານ ເຊັ່ນ: ການກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ ໄພພິບັດທຳມະຊາດ ການປ່ຽນແປງຂອງ ດິນຟ້າອາກາດ ບັນຫາຊາວອົບພະຍົບ ການຄ້າມະນຸດ ຂໍ້ຂັດແຍ່ງດ້ານເຂດແດນ ຄວາມ ໝັ້ນຄົງ ແລະຄວາມປອດໄພທາງທະເລ ການປະທະກັນດ້ວຍກຳລັງ ແລະ ອາຊະຍະກຳ ຂ້າມຊາດ ແລະ ສະພາບການຢູ່ພາກພື້ນຕ່າງໆເຊັ່ນ ແຫລມເກົາຫລີ ຕາເວັນອອກກາງ ແລະ ທະເລຈີນໃຕ້.

ນອກຈາກນັ້ນແລ້ວ ໃນຕອນເຊົ້າວັນທີ 7 ກັນຍາ ກໍມີກອງປະຊຸມສຸດຍອດ ຄົບຮອບ 25 ປີ ຂອງການສົນທະນາ ອາຊຽນ-ຈີນ ຕິດຕາມດ້ວຍກອງປະຊຸມ ອາຊຽນ-ຍີ່ປຸ່ນ, ກອງປະຊຸມ ສຸດຍອດສາທາລະນະ ເກົາຫລີ, ກອງປະຊຸມ ອາຊຽນບວກສີ່, ກອງປະຊຸມສຸດຍອດ ອາ​ ຊຽນ-ອອສເຕຣເລຍ, ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ແລະ ໃນຕອນ
ຄໍ່າເວລາ 20:00 ຫາ 22:00 ໂມງ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ ແລະ ປະທານກອງປະຊຸມອາຊຽນ ມາດາມ ນາລີ ສີສຸລິດ ເພື່ອເປັນກຽດໃຫ້ແກ່ ອາຊຽນ ແລະ ບັນດາຫົວໜ້າປະເທດອາຊຽນຕາເວັນອອກ ເລຂາທິການອົງການສະຫະປະຊາຊາດ ແລະ ບັນດາຜູ້ແທນ.

Changing of the Guards in front of Convention Center, Vientiane, Laos
please wait

No media source currently available

0:00 0:00:20 0:00
ລິງໂດຍກົງ

XS
SM
MD
LG