ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເຈົ້າ​ໜ້າ​ທີ່​ລາວ ຈະ​ສ້າງ​ ມະ​ຫາ​ວິ​ທະ​ຍາ​ໄລ ເທັກ​ນິກ​ທາງ​ລົດ​ໄຟ ໃນ​ບໍ່​ຊ້າ​ນີ້


ການ​ກໍ່​ສ້າງ​ທາງ​ລົດ​ໄຟ ໃນ ສ​ປ​ປ ລາວ.
ການ​ກໍ່​ສ້າງ​ທາງ​ລົດ​ໄຟ ໃນ ສ​ປ​ປ ລາວ.

ທາງ​ການ​ລາວ​ຈະ​ສ້າງ​ຕັ້ງ​ວິ​ທະ​ຍາ​ໄລ​ເທັກ​ນິກ​ການ​ລົດ​ໄຟຂຶ້ນ ຢ່າງ​ເປັນ​ທາງ​ກາ​ນ​ໃນ
​ມໍ່ໆ​ນີ້ ໂດ​ຍໄດ້​ສົ່ງບຸກ​ຄະ​ລາ​ກອນ​ລາວ​ໄປ​ຮຽນດ້ານ​ລົດ​ໄຟ ແລະ​ດ້ານອື່ນໆ​ທີ່​ກ່ຽວ​ຂ້ອງ
ທັງ​ໃນ​ຈີນ ແລະ​ຫວຽດ​ນາມ.

ທ່ານ​ນາງ ​ແສງ​ເດືອນ ຫຼ້າ​ຈັນ​ທະ​ບູນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ​
ກິ​ລາ ໃຫ້​ການ​ຢືນ​ຢັນ​ຕໍ່ກອງ​ປະ​ຊຸມ​ສ​ະ​ໄໝ​ສາ​ມັນ​ຄັ້ງ​ທີ 7 ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ
ທີ່​ດຳ​ເນີນ​ການ​ປະ​ຊຸມ​ລະ​ຫວ່າງວັນ​ທີ 5-25 ມິ​ຖຸ​ນາ 2019 ນີ້​ວ່າໄດ້​ສົ່ງ​ບຸ​ກ​ຄະ​ລ​າ​ກອນ​
ລາວ​ຈຳ​ນວນ​ຫຼາຍ​ສົມ​ຄວນ ເພື່ອ​ໄປ​ຮຽນ​ໃນ​ດ້ານ​ເທັກ​ນິກ​ທີ່​ກ່ຽວ​ກັບ​ລົດ​ໄຟ ແລະ​ດ້ານ
​ອື່ນໆ​ທີ່​ກ່ຽວ​ຂ້ອງ ທັງ​ໃນ​ປະ​ເທດ​ຈີນ ແລະ​ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ໂດຍ​ມີ​ເປົ້າ
​ໝາຍ​ສະ​ເພາະ​ໜ້າ​ເພື່ອ​ຮອງ​ຮັບ​ການ​ສ້າງ​ຕັ້ງ ວິ​ຍາ​ໄລ​ເທັກ​ນິກ​ການ​ລົດ​ໄຟ​ແຫ່ງ​ທຳ​ອິດ​
ໃນ​ລາວ ຢູ່​ທີ່ບ້ານ​ໂພນ​ຄຳ ເມືອງ​ໄຊ​ເສດ​ຖາ ນະ​ຄອນຫຼ​ວງວຽງ​ຈັນ​ນັ້ນ ກໍ​ໄດ້​ສົ່ງ​ບຸກ​ຄະ
​ລາ​ກອນຈຳ​ນວນ 34 ຄົນ ໄປ​ຮຽນ​ໃນ​ດ້ານ​ເທັກ​ນິກ​ທີ່​ກ່ຽວ​ກັບ​ລົດ​ໄຟ​ຢູ່​ທີ່ຕ່າງປະ​ເທດ
ນັບ​ແຕ່​ປີ 2018 ເປັນ​ຕົນ​ມາ​ແລ້ວ ດັ່ງ​ທີ່​ທ່ານ​ແສງ​ເດືອນ ຖະ​ແຫຼງ​ໃຫ້​ການ​ຢືນ​ຢັນ​ວ່າ:

“ລັດ​ຖະ​ບານ​ກໍ​ໄດ້​ສົ່ງ​ນັກ​ຮຽນ​ໄປ​ຮຽນ ສ​ປ.ຈີນ ສ​ສ ຫວຽດ​ນາມ ກ່ຽວ​ກັບ​ລົດ​ໄຟ ບໍ່​
ແຮ່ ພ​ະ​ລັງ​ງານ​ໄຟ​ຟ້າ ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ​ອື່ນໆ​ຈຳ​ນວນ​ຫຼາຍ​ສົມ​ຄວນ ສະ​
ເພາະ​ການ​ກະ​ກຽມ​ໃສ່​ການ​ສິດ​ສອນ ໃນວິ​ທະ​ຍາ​ໄລ​ເທັກ​ນິກ​ການ​ລົດ​ໄຟ
ຊຶ່ງ​ຈະ​ຕັ້ງ​ຢູ່​ບ້ານ​ໂພນ​ຄຳ ເມືອງ​ໄຊ​ເສດ​ຖາ ໃນ​ປີ 2018 ກໍ​ໄດ້​ສົ່ງ​ນັກ​ຮຽນ​ຈຳ​ນວນ
34 ຄົນ ໃນ​ວິ​ຊາ​ສະ​ເພາະ​ໄຟ​ຟ້າ ທາງ​ລົດ​ໄຟ​ ເທັກ​ນິກຫົວລົດ​ໄຟ ແລະ​ການ​ຄຸ້ມ​
ຄອງ​ທາງ​ລົດ​ໄຟ ໄປ​ຮຽນ​ຢູ່​ນຳ​ຕ່າງປະ​ເທດ.”

ກ່ອນ​ໜ້າ​ນີ້ ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 6 ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ​ໄດ້​ລົງ​ມະ
​ຕິ​ຮັບ​ຮອງເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົດ​ໄຟ ສະ​ບັບ​ທຳ​ອິດ ຂອງ​ລາວ​ໃນ​ທ້າຍ​ປີ 2018
ຜ່ານ​ມາ ພາຍ​ໃຕ້​ເປົ້າ​ໝາຍ​ເພື່ອ​ໃຫ້​ເປັນ​ພື້ນ​ຖານ​ສຳ​ລັບ​ຮອງ​ຮັ​ບ​ການ​ຈັດ​ຕັ້ງ​ປະ​ຕິ
​ບັດ​ແຜນ​ການ​ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ ລ​າວ​ກັບ​ຕ່າງ​ປະ​ເທດ​ກໍ​ຄື​ການ​ພັດ​ທະ​ນາ​ລາວ​
ໃຫ້​ເປັນ​ສູນ​ກາງ​ການ​ເຊື່ອມ​ຕໍ່​ທາງ​ດ້ານ​ຄົມ​ມະ​ນາ​ຄົມຂົນ​ສົ່ງ ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ໃຫ້​ໄດ້
​ຢ່າງເປັນ​ຮູບປະ​ທຳ ໂດຍ​ລັດ​ຖະ​ບານ​ລາວ​ໄດ້​ວາງ​ແຜນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ໃນ 4
ເສັ້ນ​ທາງ​ດ້ວຍ​ກັນ​ກໍ​ຄື​ເສັ້ນ​ທາງ​ຈາກ​ນະ​ຄອນ​ຫຼວງວຽງ​ຈັນ​ໄປ​ເມືອງ​ທ່າ​ແຂກ ແຂວງ​
ຄຳ​ມ່ວນ ເຊື່ອມ​ຕໍ່​ໄປ​ທ່າ​ເຮືອ​ຫວຸງ​ແອ່ງ ໃນ​ແຂວງຫ​າ​ຕິງ​ຂອງ​ຫວຽດ​ນາມ ກັບ​ເສັ້ນ​ທາງ​
ຈາກ​ເມືອງ​ທ່າ​ແຂກ​ໄປ​ສະ​ຫວັນ​ນະ​ເຂດ ປາກ​ເຊ ດ້ານ​ວັງ​ເຕົ່າ​ໃນ​ແຂວງ​ຈຳ​ປາ​ສັກ
ເຊື່ອມ​ຕໍ່​ກັບ​ເສັ້ນ​ທ​າງ​ລົດ​ໄຟ ທີ່​ຈັງ​ຫວັດ​ ອຸ​ບົນ​ຣາດ​ຊະ​ທາ​ນີ ເສັ້ນ​ທ​າງ​ຈາກ​ສະ​ຫວັນ
​ນະ​ເຂດ​ໄປ​ດ່ານ​ລາວ ບາວ ເຊື່ອມ​ຕໍ່​ໄປ​ທ່າ​ເຮືອ​ດາ​ນັງ​ໃນ​ຫວຽດ​ນາມ ແລະ​ເສັ້ນ​ທາງ
​ລົດ​ໄຟ​ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ​ລາວ​ກັບ​ໄທ ແລະ​ຈີນ.

ທັງ​ນີ້​ທ່ານ​ອາ​ຄົ​ມ ເຕີມ​ພິທະ​ຍາ​ໄພ​ສິດ ລັດ​ຖະ​ມັນ​ຕີ​ວ່າ​ການ​ກະ​ຊວງ​ຄົມ​ມະ​ນາ​ຄົມ
​ຂອງ​ໄທ​ໃຫ້​ການ​ຢືນ​ຢັນ​ວ່າ​ ການກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ໄທ ເພື່ອ​ເຊື່ອມ​ຕໍ່
​ກັ​ບ​ລາວ ແລະ​ຈີນ ​ຈະສຳ​ເລັດ​ໃນ​ທ້າຍ​ປີ 2023 ແລະ​ຈະ​ເລີ້ມ​ການ​ເດີນ​ຂະ​ບວນລົດ​
ໄຟຕົ້ນປີ 2024 ທີ່​ເຊື່ອມ​ຕໍ່​ເມືອງ​ຂຸນ​ໝິງ​ໃນ​ແ​ຂວງ​ຢູ​ນານ​ຂອງ​ຈີນ ກັບ​ນະ​ຄອນ​ວຽ​ງ​ຈັນ
ແລະ ບາງກອກ​ຢ່າງ​ເປັນ​ຮູບ​ປະ​ທຳ.

ສ່ວນ​ທ່ານ​ໂຈວ ຊຽວເຊຍ ຫົວ​ໜ້າ​ໂຄງ​ການ​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ຊ່ວງ​ທີ່ 1 ຢືນ​
ຢັນ​ວ່າ​ການ​ກໍ່​ສ້າງ​ທາງ​ລົດ​ໄຟລາວ-ຈີນ ໄດ້​ຄືບ​ໜ້າ​ແລ້ວກວ່າ 70 ເປີ​ເຊັນ ຂອງ​ແຜນ
​ການ​ທັງ​ໝົດ ໂດຍ​ສະ​ເພາະ​ເດືອນ​ມີ​ນາ 2019 ກໍ​ໄດ້​ສຳ​ເລັດ​ການ​ເຈາະ ແລະ​ກໍ່​ສ້າງ​ອຸ
​ໂມງ​ບໍ່​ເຕັນ ຢູ່​ເຂດ​ເມືອງ​ຫຼວງ​ນ້ຳ​ທາ ທີ່​ມີ​ໄລ​ຍະ​ທາງ​ຍາວ 6,453.5 ແມັດ ທີ່​ເປັນ​ 1 ໃນ
10 ອຸ​ໂມງ ທີ່​ມີໄລ​ຍະ​ທາງ​ຍາວກວ່າ 5,000 ແມັດ​ຂຶ້ນ​ໄປ ຫາກ​ແຕ່​ສຳ​ລັບ​ການ​ເຈາະ
ແລະ​ກໍ່​ສ້າງ​ອຸ​ໂມງ ເພື່ອ​ເຊື່ອມ​ຕໍ່​ຈາກ​ຈີນ​ມາ​ທີ່​ດ່ານ​ບໍ່​ເຕັນ ຊຶ່ງ​ມີ​ໄລ​ຍະ​ທາງກວ່າ 9,000
ແມັດ​ນັ້ນ​ກໍ​ຕ້ອງ​ໄດ້​ໂຈະ​ໄວ້​ຊົ່ວ​ຄາວ ເພາະ​ວ່າ​ໄດ້​ເຈາະ​ໄປ​ຖືກ​ແຮ່​ເກືອ ທີ່​ມີ​ປະ​ລິ​ມານ
​ຫຼາຍ​ສົມ​ຄວນ ຈຶ່ງ​ຕ້ອງ​ໄດ້​ມີ​ການ​ສຶກ​ສາ​ວິ​ໃຈ​ຢ່າງ​ລະ​ອຽດ​ເສຍ​ກ່ອນ.

ທັງ​ນີ້​ໂດຍ​ທາງ​ລົດ​ໄຟ​ລາວ-ຈີນ ທີ່​ເຊື່ອມ​ຕໍ່​ຈາກ​ບໍ່​ເຕັນ ໄປ​ຍັງ​ນະ​ຄອນຫຼວງວຽງ​ຈັນ
ຈະ​ຕ້ອງ​ຂຸດ​ເຈາະ ແລະ​ກໍ່​ສ້າງ​ອຸ​ໂມງ ກໍ​ຈະ​ນວນ 75 ອຸ​ໂມງ​ໃນ​ຕະ​ຫຼອດ​ເສັ້ນ​ທ​າງ​ລົດ
​ໄຟ ທີ່​ມີ​ໄລ​ຍະ​ທາງ​ຍາວ​ທັງ​ໝົດ 414 ກິ​ໂລ​ແມັດ ຊຶ່ງ​ຈາກ​ການ​ດຳ​ເນີນ​ງານ​ນັບ​ແຕ່​
ທ້າຍ​ປີ 2016 ເປັນ​ຕົ້ນ​ມາທີ່​ມີການ​ນຳ​ໃຊ້​ນາຍ​ຊ່າງ ແລະ​ກຳ​ລັງ​ແຮງ​ງານ​ຈາກ​ຈີນ
ຫຼາຍກວ່າ 30,000 ຄົນ​ໃນ​ປັດ​ຈຸ​ບັນ​ນີ້ ກໍ​ເຮັດ​ໃຫ້​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ​ລົດ​ໄຟ​ລາວ
ຈີນ​ຈຳ​ກັດ ຊຶ່ງ​ມີ​ທ່ານ​ຈູ ກົວະ​ຈຽງ ເປັນ​ປະ​ທານ​ນັ້ນ ມີຄວາມ​ໝັ້ນ​ໃຈ​ວ່າ ການ​ກໍ່​ສ້າງ
​ທາງ​ລົດ​ໄຟ​ລາວ-ຈີນ ຈະ​ແລ້ວ​ເສັດ​ຢ່າງ​ສົ​ມ​ບຸນ​ຕາມ​ກຳ​ນົດ​ໃນ​ທ້າຍ​ປີ 2021
ຢ່າງ​ແນ່​ນອນ.

XS
SM
MD
LG