ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການລົງທຶນທີ່ເພີ່ມຂຶ້ນຂອງຈີນ ເຮັດໃຫ້ ເສດຖະກິດແຂວງອຸດົມໄຊ ສືບຕໍ່ຂະຫຍາຍຕົວ ທ້າມກາງການລະບາດ ຂອງ ໂຄວິດ-19


ການກໍ່ສ້າງທາງລົດໄຟໃນແຂວງອຸດົມໄຊ
ການກໍ່ສ້າງທາງລົດໄຟໃນແຂວງອຸດົມໄຊ

ການລົງທຶນທີ່ເພີ່ມຂຶ້ນຂອງບໍລິສັດຈີນຢູ່ແຂວງອຸດົມໄຊ ໄດ້ເຮັດໃຫ້ເສດຖະກິດໃນແຂວງດັ່ງກ່າວນີ້ ຍັງສືບຕໍ່ຂະຫຍາຍຕົວ ເຖິງແມ່ນວ່າຈະຖືກກະທົບຈາກການລະບາດຂອງໂຄວິດ-19 ກໍຕາມ, ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາຈາກບາງກອກ.

ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ແຂວງອຸດົມໄຊ ຖະແຫລງວ່າການລົງທຶນຂອງຕ່າງປະເທດ ໃນແຂວງອຸດົມໄຊ ໃນຊ່ວງປີ 2016-2020 ມີຈໍານວນທັງໝົດ 493 ໂຄງ ການທີ່ຄິດເປັນມູນຄ່າ ການລົງ ທຶນລວມເກີນກວ່າ 2,493 ຕື້ກີບ ເຊິ່ງຫຼຸດລົງຫຼາຍກ່ວາ 18 ເປີເຊັນ ເມື່ອທຽບໃສ່ການລົງທຶນຂອງຕ່າງປະເທດໃນຊ່ວງປີ 2011-2015 ເພາະຖືກກະທົບຈາກການລະບາດຂອງພະຍາດໂຄວິດ-19 ເປັນສໍາຄັນ ຫາກແຕ່ວ່າ ດ້ວຍການລົງທຶນເພີ່ມຂຶ້ນຢ່າງຕໍ່ເນື່ອງຂອງບັນດາບໍລິສັດຈີນນັ້ນ ກໍເຮັດໃຫ້ເສດຖະກິດໃນແຂວງອຸດົມໄຊ ຍັງສືບຕໍ່ຂະຫຍາຍຕົວເພີ້ມຂຶ້ນຢູ່ທີ່ລະດັບສະເລ່ຍ 7.35 ເປີເຊັນ ຈາກຄາດໝາຍ 8,5 ເປີເຊັນຕໍ່ປີແລະ ທັງຍັງເຮັດໃຫ້ສາມາດຄວບຄຸມອັດຕາເງິນເຟີ້ ແລະອັດຕາແລກປ່ຽນ ໃຫ້ຢູ່ໃນລະດັບປົກກະຕິໄດ້ອີກດ້ວຍ ດັ່ງທີ່ທ່ານສົມຈິດ ໃຫ້ການຢືນຢັນວ່າ:
“ເສດຖະກິດມະຫາພາກສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນ 5 ປີ 7.35 ເປີເຊັນ, ແຜນການ 8.5 ເປີເຊັນ, ມູນຄ່າຜະລິດຕະພັນທັງໝົດ ໃນປີ 2020 ເທົ່າກັບ 3,635,26 ຕື້ກີບ ທຽບໃສ່ປີ 2016 ເພີ່ມຂຶ້ນ 4 ເປີເຊັນ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 1,210 ໂດລາ, ຄາດໝາຍ 1,750 ໂດລາ. ພວກເຮົາສາມາດຄຸ້ມຄອງອັດຕາ ເງິນເຟີ້ໃຫ້ຢູ່ໃນລະດັບ 1.96 ເປີເຊັນ, ອັດຕາແລກປ່ຽນລະຫວ່າງ ກີບກັບເງິນຕາຕ່າງປະເທດ ກະຢູ່ໃນເກນບວກ - ລົບ 5 ເປີເຊັນ."

ໃນໄລຍະຜ່ານມາກໍປາກົດວ່າ ບັນດາບໍລິສັດຈາກຈີນ ໄດ້ພາກັນເຂົ້າມາລົງທຶນໃນແຂວງອຸດົມໄຊ ເພີ່ມ ທັງໃນພາກກະສິກໍາ ແລະການທ່ອງທ່ຽວ ທັງຍັງມີບໍລິສັດຈີນຫລາຍບໍລິສັດທີ່ສົນໃຈຈະລົງທຶນໃນດ້ານຂອງການພັດທະນາ Logistic ອີກດ້ວຍ ເພາະເລັງເຫັນຜົນປະໂຫຍດທີ່ຈະຈາກການຂົນສົ່ງ ແລະ ການກະຈາຍສິນຄ້າທີ່ຈະສະດວກວ່ອງໄວຂຶ້ນ ຈາກການທີ່ທາງລົດໄຟ ລາວ-ຈີນ ຊ່ວງທີ່ຜ່ານແຂວງອຸດົມໄຊນັ້ນມີໄລຍະຍາວທີ່ສຸດໃນລາວ ດັ່ງທີ່ທ່ານ ອ່ອນແກ້ວ ອຸ່ນອາລົມ ຫົວໜ້າຜະແນກແຜນການ ແລະ ການລົງທຶນ ແຂວງ ອຸດົມໄຊ ຢືນຢັນວ່າ:
ສະພາບການລົງທຶນທີ່ນັກລົງທຶນສົນໃຈຢູ່ແຂວງອຸດົມໄຊເຮົານີ້ ສ່ວນໃຫຍ່ກໍແມ່ນລົງທຶນທາງດ້ານກະສິກຳ, ການບໍລິການ ແລະການທ່ອງທ່ຽວນີ້ ແລະ ກະມີຈຳນວນນຶ່ງເຂົາເຈົ້າກໍສົນໃຈມາເຮັດເລື່ອງ Logistic ເພາະວ່າຢູ່ແຂວງອຸດົມໄຊເຮົາມັນມີທ່າແຮງອັນນຶ່ງ ກໍຖືວ່າທາງລົດໄຟນີ້ຜ່ານຫຼາຍກວ່າໝູ່ຫັ້ນແຫຼະໃນ 400 ກວ່າກິໂລແມັດນີ້ທາງລົດໄຟຜ່ານແຂວງອຸດົມໄຊນີ້ ກໍຖືວ່າ 160 ກວ່າກິໂລແມັດ ແລະ ກໍມີສະຖານີລົດໄຟຢູ່ 3​ ແຫ່ງເພື່ອພັດທະນາເລື່ອງການຂົນສົ່ງເລື່ອງເຮັດ Logistic ຕິດພັນກັບການທ່ອງທ່ຽວ.

ທ່ານ ອ່ອນແກ້ວ ເຊື່ອໝັ້ນວ່າການລົງທຶນໃນແຂວງອຸດົມໄຊ ຈະກັບຄືນສູ່ສະພາວະປົກກະຕິໃນໄວໆນີ້ ໂດຍສະເພາະແມ່ນການລົງທຶນຂອງນັກທຸລະກິດ ຈີນ ແລະ ໄທ ທີ່ໄດ້ດຳເນີນການສຶກສາ ແລະ ສຳຫຼວດພື້ນທີ່ເພື່ອຮອງຮັບການລົງທຶນຂະໜາດໃຫຍ່ 3 ໂຄງການສຳເລັດແລ້ວໃນປີ 2019 ທີ່ຜ່ານມາ ແລະ ຄາດວ່າຈະເລີ່ມການລົງທຶນຕົວຈິງໃນປີ 2020 ນີ້ກໍຄືໂຄງການລົງທຶນຂອງບໍລິສັດ AMATA ຈາກ ໄທ ໂຄງການຂອງບໍລິສັດດອກງິ້ວຄໍາຈາກຈີນ ແລະ ໂຄງການຂອງກຸ່ມບໍລິສັດບໍ່ເຕັນແດນງາມຈາກຈີນເຊັ່ນກັນ.

ສ່ວນທ່ານນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູງກາງແນວລາວສ້າງຊາດຢືນຢັນວ່າ ປະຊາຊົນ ລາວ ຍັງບໍ່ທັນເຫັນດີກັບໂຄງການລົງທຶນຂອງບໍລິສັດ AMATA ທີ່ຈະພັດທະນາເມືອງໃໝ່ທັນສະໄໝ ແລະ ຜະລິດສິນຄ້າກະສິກຳປອດສານພິດ ເພາະເຊື່ອວ່າໂຄງການນີ້ຈະສົ່ງຜົນກະທົບຢ່າງກວ້າງຂວາງທັງຕໍ່ຊີວິດ ແລະຊັບສິນ ຈຶ່ງໄດ້ພາກັນຮຽກຮ້ອງໃຫ້ດຳເນີນການກວດກາຢ່າງຮອບຄອບກ່ອນທີ່ຈະມີການອະນຸຍາດໃຫ້ສຳປະທານໂຄງການ.

ທັງນີ້ ບໍລິສັດ AMATA ຈະພັດທະນາຕົວເມືອງທັນສະໄໝ ແລະ ເຂດພັດທະນາກະສິກຳສະອາດຢູ່ ໃນພື້ນທີ່ 5,000 ເຮັກຕາ ສ່ວນບໍລິສັດດອກງິ້ວຄຳຈາກ ຈີນ ທີ່ໃນປັດຈຸບັນນີ້ເປັນເຈົ້າຂອງສຳປະ ທານເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວນັ້ນ ກໍຈະລົງທຶນພັດທະນາເມືອງໃໝ່ເຊື່ອມຕໍ່ກັບສະຖານີລົດໄຟ 9 ແຫ່ງໃນເຂດແຂວງອຸດົມໄຊ ແລະບໍລິສັດບໍ່ເຕັນແດນງາມ ຈະລົງທຶນພັດທະນາເຂດເສດຖະກິດພິເສດ ບົນເນື້ອທີ່ 3,000 ເຮັກຕາຢູ່ທັງໃນເຂດເມືອງໄຊ ແລະເມືອງນາໝໍ້.

XS
SM
MD
LG