ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນກະທົບ ຈາກໂຄວິດ-19 ໃນຊ່ວງເລີ້ມຕົ້ນ ທີ່ມີການລະບາດ ຕໍ່ຄອບຄົວທີ່ມີເສດຖະກິດ ຂະໜາດນ້ອຍ ແລະກາງ


ຢູ່ທາງໜ້າຮ້ານອາຫານ Yummy Yum
ຢູ່ທາງໜ້າຮ້ານອາຫານ Yummy Yum

ຍ້ອນຄວາມບາກບັ່ນພະຍາຍາມຫລືເປັນຈັ່ງບຸນຈຶ່ງເຮັດໃຫ້ຜູ້ຄົນທີ່ຫາເຊົ້າກິນຄໍ່າ ເປີດຮ້ານອາຫານນ້ອຍໆ ສາມາດຜ່ານຜ່າ ຄວາມຫຍຸ້ງຍາກລໍາບາກ ໃນຊ່ວງການແຜ່ລະບາດຢ່າງຮຸນແຮງຂອງພະຍາດໂຄວິດ-19 ມາໄດ້? ນາງລັດສະໝີ ກົງຈັນ ຜູ້ທີ່ອາໄສ ຢູ່ໃນເມືອງເມີຟຣີສໂບໂຣ (Murfreesboro) ລັດເທັນເນັສຊີ (Tennesee) ກັບສາມີແລະລູກນ້ອຍໄວປະຖົມທັງສາມຄົນຈະມາເລົ່າເຖິງປະສົບການຂອງນາງ ໃຫ້ທຸກຄົນໄດ້ຮັບຟັງດັ່ງນີ້:

“ຫລັກໆກໍ່ຄື ບໍ່ທໍ້ແທ້ ຄິດເຫັນຄອບຄົວເປັນຫລັກ ລູກຄ້ານິບໍ່ໃຫ້ເວົ້າເລີຍ ຫລຸດລົງເກືອບເຄິ່ງນຶ່ງ ບາງມື້ກະໄດ້ຂາຍບໍ່ພໍເທົ່າໃດອໍເດີ້ ແຕ່ກະພໍໄດ້ຖູໆໄຖໆໄປເນາະ ຢ່າງໜ້ອຍເຮົາກະຍັງໄດ້ຂາຍໃຫ້ລູກຄ້າປະຈໍາເຮົາດີກວ່າທີ່ເຮົາຊິປິດຮ້ານໄປເລີຍ ເລື່ອງກ່ຽວກັບລູກໆທັງສາມຊ່ວງທໍາອິດນິກະຢາກຍາກເນາະ ແຕ່ເຮົາກະຊອກຫາກິດຈະກໍາໃຫ້ເພິ່ນເບິ່ງກະຕຸນບໍ...ເຖິງວ່າພວກເຮົາຈະເຈິຄວາມຫຍຸ້ງຍາກຊໍ່າໃດ ແຕ່ພວກເຮົາກະຍັງໂຊກດີທີ່ວ່າລັດຖະບານເນາະ ເພິ່ນກະຍັງມີນະໂຍບາຍຊ່ວຍເຫລືອເສດຖະກິດຂະໜາດນ້ອຍ ແລະທາງເຈົ້າຂອງຮ້ານທີ່ພວກເຮົາເຊົ່າຫັ້ນນະ ສາມາດຈ່າຍຄ່າເຊົ່າຊ້າໄດ້.”

ປັດຈຸບັນ ເບິ່ງຄືວ່າ ສະພາບການເກືອບທຸກແຫ່ງເລີ່ມດີຂຶ້ນ ແລະກັບຄືນມາເປັນປົກກະຕິແດ່ແລ້ວ ແຕ່ນາງກໍ່ຍັງກ່າວຕື່ມອີກວ່າ ນາງບໍ່ເຄີຍລະເລີຍ ຕໍ່ວິທີປ້ອງກັນແລະມາດຕະການການຄວບຄຸມທີ່ທາງການໄດ້ແນະນໍາອອກມາ, ຢ່າງໃດກໍ່ຕາມ ຖ້າທຸກຄົນໄດ້ຜ່ານໄປ-ຜ່ານມາແຖວນັ້ນ ກໍ່ສາມາດໄປອຸດໜຸນນາງໄດ້ ທີ່ຮ້ານອາຫານ Yummy Yum.

XS
SM
MD
LG