ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໓໑ ມີນາ ໒໐໒໕

ນາງ ລິນ​ດາ ຟາ​ຈີ ສ້າງ​ໂຕ​ໝາ​ດ້ວຍ​ການ​ປັກຂົນ​ສັດ ທີ່​ເໝືອນ​ຈິງ​ ຢ່າງບໍ່​ໜ້າ​ເຊື່ອ


ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້ ດ້ວຍ​ການ​ບັນ​ຍາຍ​ເປັນ​ພາ​ສາ​ລາວ.

ນາງ ລິນດາ ຟາຈີ ມີວຽກທີ່ພິເສດ ແລະ ມີສະເໜ່ຫຼາຍ. ດ້ວຍການໃຊ້ເຄື່ອງ ມືພຽງສອງສາມຢ່າງ ແລະ ທຳການປັກເຂັມຫຼາຍຄັ້ງ, ລາວກໍຈະໄດ້ຮູບປັ້ນທີ່ເໝືອນຈິງຫຼາຍ, ຖ້າມັນບໍ່ນ້ອຍເກີນໄປ, ມັນຄົງຈະຍາກທີ່ຈະບອກໄດ້ວ່າ ນັ້ນແມ່ນຂອງແທ້ຫຼືຂອງປອມ. ແອນນາ ແນລສັນ ໄດ້ພົບກັບນາງ ຟາຈີ ເພື່ອລົມກ່ຽວກັບ ວຽກສິລະປະຂອງລາວ. ເຊີນທ່ານຟັງລາຍລະອຽດໃນອັນດັບຕໍ່ໄປ.

ນາງ ລິນດາ ຟາຈີ ມີວຽກທີ່ມ່ວນຊື່ນ, ສ້າງສັນ ແລະ ບໍ່ທຳມະດາ, ລາວເຮັດຕຸກກະຕາໝາ ຈາກຂົນສັດ ທີ່ເບິ່ງຄືຂອງແທ້ຢ່າງໜ້າເຫຼືອເຊື່ອ.

ນາງ ລິນດາ ຟາຈີ, ນັກສິລະປະ ກ່າວວ່າ “ຂ້ອຍບໍ່ແນ່ໃຈວ່າ ຊິອະທິບາຍມັນຈັ່ງໃດ. ຄືວ່າ, ຂ້ອງເຮັດໂຕໝາຂະໜາດນ້ອຍທີ່ເໝືອນຈິງ. ເຮັດຈາກຂົນສັດແທ້! ນັ້ນແມ່ນໂຕໝາແທ້ບໍ? ແລະນີ້ແມ່ນສິ່ງທີ່ຂ້ອຍເຮັດ.”

ນາງ ຟາຈີ ໄດ້ເຮັດວຽກຢູ່ຫຼາຍບໍລິສັດເປັນເວລາດົນກວ່າສອງທົດສະວັດ. ແຕ່ນາງມັກຈະມີກິດຈະກຳໃນຍາມຫວ່າງ ທີ່ກ່ຽວຂ້ອງກັບງານຝີມືຢູ່ສະເໝີ.

ນາງ ລິນດາ ຟາຈີ ກ່າວວ່າ “ມີມື້ນຶ່ງ ຂ້ອຍໄດ້ໄປຮ່ວມງານເຕົ້າໂຮມກັນຢູ່ຮ້ານຊື່ວ່າ Anthropologie, ແລະ ມີແມ່ຍິງຄົນນຶ່ງ ກຳລັງເຮັດປັກຂົນປຽກ ແລະ ໃນຕອນທ້າຍຂອງການຮຽນ, ລາວໄດ້ເລີ່ມໃຊ້ເຂັມ, ປັກລາຍລະອຽດເຂົ້າໄປໃນໃບໜ້າເບື້ອງນຶ່ງ, ຂ້ອຍຄິດວ່າ ພວກເຮົາກຳລັງເຮັດໂຕກະຕ່າຍ… ແລະຂ້ອຍກໍຄິດວ່າ ສິ່ງວິເສດນີ້ ແມ່ນຫຍັງ?”

ນາງ ຟາຈີ ໄດ້ເລີ່ມເຮັດໝາແບັກເຊ ອອສເຕຣເລຍ ຂະໜາດນ້ອຍດ້ວຍຕົວລາວເອງ. ມີຄົນທີ່ລາວຮູ້ຈັກ ຢາກໃຫ້ລາວເຮັດໃຫ້ເຂົາເຈົ້າ. ນາງ ຟາຈີ ກໍມີຄວາມຍິນດີທີ່ຈະເຮັດອີກໂຕນຶ່ງ, ແລ້ວກໍເອົາວຽກຝີມືຂອງລາວ ລົງໃນ ອິນສຕາແກຣມ.

ນາງ ລິນດາ ຟາຈີ ກ່າວວ່າ “ຂ້ອຍຈະບໍ່ມີວັນລືມ.. ຂ້ອຍໄດ້ນັ່ງຢູ່ຕັ່ງຊະລົ້ງຂອງຂ້ອຍ ແລະ ຢູ່ໂທລະສັບຂອງຂ້ອຍມັນກໍມີແຈ້ງເຕືອນຂຶ້ນມາວ່າ, ມີຄົນຄລິກມັກໃນຮູບອິນສຕາແກຣມຂອງເຈົ້າ. ຂ້ອຍຄິດວ່າ ຂ້ອຍໄດ້ຄົນຕິດຕາມໃໝ່ 10,000 ຄົນໃນຂ້າມຄືນດຽວ.”

ບໍ່ດົນຕໍ່ມາ, ວຽກງານໃໝ່ກໍໄດ້ກຳເນີດຂຶ້ນມາ.

ນາງ ລິນດາ ຟາຈີ ກ່າວວ່າ “ຂ້ອຍໄດ້ຕັດສິນໃຈທີ່ຈະອອກຈາກໂລກບໍລິສັດ ແລະ ເຮັດວຽກນີ້ເຕັມເວລາ. ຂ້ອຍບໍ່ຮູ້ວ່າ ວຽກນີ້ຈະພາຂ້ອຍໄປຮອດໃສ. ຂ້ອຍກຳລັງເຮັດວຽກກັບໂຕໝາທີ່ນຳເອົາຄວາມສຸກແບບນັ້ນມາໃຫ້ຂ້ອຍ.”

ນາງ ຟາຈີ ກ່າວວ່າໝາແຕ່ລະໂຕໃຊ້ເວລານຶ່ງອາທິດເພື່ອສ້າງມັນຂຶ້ນມາ.

ນາງ ລິນດາ ຟາຈີ ກ່າວວ່າ “ດັງແມ່ນເຮັດຈາກດິນດາກ, ຕາແມ່ນເຮັດຈາກເມັດໝາກຕຸ້ມ, ແລະ ລີ້ນແມ່ນດິນດາກ.”

ຮູບປັ້ນໂຕໝາປັກຂົນຂອງນາງ ຟາຈີ ມີລາຄາຈາກ 375 ໂດລາຕໍ່ໂຕນຶ່ງ ເຖິງສອງສາມພັນໂດລາ, ແລ້ວແຕ່ວັດຖຸ ແລະ ຂະໜາດ. ໃບສັ່ງຊື້ທີ່ແພງທີ່ສຸດແມ່ນຄົນທີ່ຂໍໃຫ້ສ້າງຄືນໝາພັນນ້ອຍຂະໜາດຈິງໂຕນຶ່ງ.

ນາງ ລິນດາ ກ່າວວ່າ “ລູກຄ້າຂອງຂ້ອຍຫຼາຍຄົນຈະຮ້ອງໄຫ້ ເວລາທີ່ເຂົາເຈົ້າເປີດຖົງອອກ ເພາະວ່າ ເຂົາເຈົ້າເວົ້າວ່າມັນເຮັດໃຫ້ມີຄວາມຮູ້ສຶກທີ່ສຳຜັດເຖິງໝາຂອງເຂົາເຈົ້າໄດ້ຢ່າງແທ້ຈິງ.”

ວຽກງານຫຼາຍຢ່າງຂອງນາງ ຟາຈີ ແມ່ນກ່ຽວຂ້ອງກັບການສ້າງສັດຮັກຈຳລອງທີ່ໄດ້ຕາຍໄປແລ້ວ.

ນາງເວົ້າວ່າ ບໍ່ວ່າຊີວິດຂອງໝາຈະຍືນປານໃດກໍຕາມ, ແຕ່ມັນກໍມັກຈະສັ້ນຫຼາຍສຳລັບເຈົ້າຂອງທີີ່ຮັກແພງມັນ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາອ​ັງ​ກິດ

Linda Facci has a unique and charming job. Using just a few tools and a lot of felt, she makes hyper realistic sculptures that, if they weren’t so small, it would be hard to tell them apart from the real thing.

Linda Facci‘s job is equal parts fun, creative and… unusual – she makes felt dogs that look incredibly realistic.

I wasn’t sure how to explain it. ‘Well, I make mini realistic dogs… out of wool! Let me show you!’ And then I’d pull out the photo, and they’d say, ‘That’s not a real dog?!’ And this is what I do!”

Facci worked at a variety of corporate jobs for over two decades. But she always had a hobby that revolved around crafting.

“One day I went to a little gathering at [the store] Anthropologie, and a woman was doing wet felting… And at the end of the lesson, she started using this needle, poking some details into a face – I think we made a bunny… And I thought, ‘What is this magic?!’”

Facci started by making herself a miniature Australian shepherd. Someone she knew wanted one for themselves. Facci happily made another one, then published her handiwork on Instagram.

“I’ll never forget – I’m sitting on my couch, and on my phone there was a notification, ‘Instagram liked your photo’ // I think I got 10,000 new followers overnight!”

Soon enough, a new job was born.

“I decided to leave the corporate world and do this full-time; I didn’t know where this was going to take me. // But working with dogs brings such a joy!”

“You’d think I’d have every color, but I just recreated a dog where I had to mix almost three colors to get the color of his fur…”

Facci says each dog can take up to a week to create.

“Noses are made out of clay, the eyes are made out of beads, the tongue is clay.

Facci’s felted dogs cost anywhere from $375 a piece up to a few thousand dollars, depending on the materials and the size. The most expensive orders are the ones asking to recreate a life-sized small-breed dog.

“Many of my customers cry when they open up the bag because they say I really captured the essence of their dog.”

A lot of Facci’s work revolves around creating replicas of beloved pets that have passed on.

She says no matter how long a dog’s life is, it’s always too short for a loving owner.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG