ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມຄາດຫວັງ ຂອງປະຊາຊົນອາເມຣິກັນຄົນ​ນຶ່ງ ​ຢູ່​ຟີ​ລາ​ແດ​ລ​ເຟຍ ລຸນຫຼັງການເລືອກຕັ້ງກາງສະໄໝ


ຜູ້ມີສິດເລືອກຕັ້ງ ຢືນລຽນແຖວ ເພື່ອເຂົ້າໄປປ່ອນບັດລົງຄະແນນສຽງເລືອກຕັ້ງ ໃນການເລືອກຕັ້ງກາງສະໄໝ, ເມືອງ ໄຣດາລ, ລັດ ເພນຊີລວາເນຍ, ວັນທີ 8 ພະຈິກ 2022.
ຜູ້ມີສິດເລືອກຕັ້ງ ຢືນລຽນແຖວ ເພື່ອເຂົ້າໄປປ່ອນບັດລົງຄະແນນສຽງເລືອກຕັ້ງ ໃນການເລືອກຕັ້ງກາງສະໄໝ, ເມືອງ ໄຣດາລ, ລັດ ເພນຊີລວາເນຍ, ວັນທີ 8 ພະຈິກ 2022.

ປະຊາຊົນຊາວອາເມຣິກັນຫຼາຍໆຄົນ ໄດ້ພາກັນອອກໄປໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງ ເພື່ອເລືອກເອົາພັກ ທີ່ມີແນວຄິດສອດຄ່ອງ ກັບຄວາມຕ້ອງການຂອງຕົນ. ດັ່ງປະຊາຊົນທ່ານນຶ່ງ ທີ່ອາໄສຢູ່​ໃນນະ​ຄອນຟີລາເດລເຟຍ ລັດເພັນຊີລ ວາເນຍກ່າວວ່າ ຫຼັງຈາກໄປເລືອກຕັ້ງມາແລ້ວ ເພິ່ນກໍຮູ້ສຶກດີໃຈ ແລະສົມຄວາມຕັ້ງໃຈແລ້ວ ທີ່ໄດ້ໃຊ້ສິດຂອງປະຊາຊົນຊາວອາເມຣິກັນຄົນນຶ່ງ ເພື່ອເລືອກເອົາພັກຣີພັບບຣິກັນ, ແລະເພິ່ນກໍຫວັງວ່າ ພັກດັ່ງກ່າວຈະໄດ້ຮັບໄຊ​ຊະ​ນະ ຢູ່ໃນສະພາຕໍ່າ, ເຊິ່ງຜົນອອກມາກໍເປັນດັ່ງທີ່ເພິ່ນຕັ້ງໃຈໄວ້ ໂດຍເພິ່ນໄດ້ສະແດງຄວາມຄິດເຫັນ ແລະຝາກຄວາມຫວັງວ່າ ພັກຣີພັບບຣິກັນຈະແກ້ໄຂບັນຫາຕ່າງໆນີ້ໃຫ້ດີຂຶ້ນ ເຊິ່ງເພິ່ນໄດ້ກ່າວວ່າ:

“ກໍຂໍຝາກຄວາມຫວັງເຖິງວ່າ ຂໍໃຫ້ເພິ່ນແກ້ໄຂບັນຫາຢ່າງຈິງຈັງກ່ຽວກັບບັນຫາບ້ານເມືອງ ໂດຍສເພາະແລ້ວແມ່ນເງິນເຟີ້ ເສດຖະກິດຖີບຂຶ້ນສູງ ລາຄາສິນຄ້າກໍແພງຂຶ້ນ, ເພິ່ນຄວນຈະແກ້ໄຂບັນຫານີ້ກ່ອນບໍ ຫຼືວ່າມີບັນຫາໃດທີ່ຍິ່ງໃຫຍ່ໄປກວ່ານີ້. ກໍຂໍຝາກຄວາມຫວັງ ແລະກໍຫວັງວ່າບັນດາຜູ້ແທນເຫຼົ່ານັ້ນ ຈະທໍາຕາມຄໍາໝັ້ນສັນຍາ.”

ການເລືອກຕັ້ງກາງສະໄໝໃນຄັ້ງນີ້ ປະຊາຊົນຫຼາຍຄົນໄດ້ພາກັນຕື່ນໂຕອອກໄປໃຊ້ສິດຂອງຕົນຫຼາຍຂຶ້ນ, ເໝືອນດັ່ງປະຊາຊົນທ່ານນຶ່ງທີ່ອາໄສຢູ່ໃນລັດຄາໂລໄລນາໃຕ້ບອກວ່າ ນາງບໍ່ເຄີຍໄດ້ອອກໄປເລືອກຕັ້ງຈັກເທື່ອ ແຕ່ນາງອອກໄປປ່ອນບັດ ເອົາພັກຣີພັບບລິກັນ ຍ້ອນນາງຢາກເຫັນການປ່ຽນແປງທີ່ດີຂຶ້ນ.

XS
SM
MD
LG