ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ປະຫວັດໃນພິທີສາບານຕົນ ເຂົ້າຮັບຕໍາແໜ່ງ ຂອງວ່າທີ່ປະທານາທິບໍດີ ແລະຄວາມຮູ້ສຶກ ຄວາມຫວັງ ຂອງຊາວອາເມຣິກັນເຊື້ອສາຍລາວ


ປະຫວັດໃນພິທີສາບານຕົນເຂົ້າຮັບຕໍາແໜ່ງຂອງວ່າທີ່ປະທານາທິບໍດີ ແລະຄວາມຮູ້ສຶກ ຄວາມຫວັງ ຂອງຊາວອາເມຣິກັນເຊື້ອສາຍລາວ ຕໍ່ມື້ດັ່ງກ່າວນີ້.

ທຸກໆສີ່ປີ ໃນວັນສາບານຕົນເຂົ້າຮັບຕໍາແໜ່ງປະທານາທິບໍດີຂອງປະເທດ, ປະຊາຊົນ ຜູ້ທີ່ໃຫ້ການສະໜັບສະໜູນ ຈະອອກມາເຕົ້າໂຮມກັນຢ່າງຫຼວງຫຼາຍຢູ່ທີ່ສະໜາມຫຼວງແຫ່ງຊາດ ເພື່ອສະແດງຄວາມຍິນດີ ກັບປະທານາທິບໍດີຄົນໃໝ່ ໃນວັນທີ 20 ມັງກອນມື້ນີ້.

ວັນສາບານຕົນເຂົ້າຮັບຕໍາແໜ່ງຄັ້ງທໍາອິດຂອງວ່າທີ່ປະທານາທິບໍດີສະຫະລັດແມ່ນ ວັນທີ 30 ເມສາ ປີ 1789, ຢູ່ນະຄອນນິວຢອກ, ລັດນິວຢອກ ຂອງ ທ່ານຈອດຈ໌ ວໍຊິງຕັນ (Goerge Washington). ໃນເວລານັ້ນ ມີຜູ້ເຂົ້າຮ່ວມເປັນຈໍານວນຫຼາຍຮ້ອຍຄົນ. ຫຼັງຈາກນັ້ນ, ລະຫວ່າງປີ 1793-1933 ການສາບານຕົນ ຈຶ່ງໄດ້ປ່ຽນມາເປັນວັນທີ 4 ຂອງເດືອນ ມີນາ, ແລະກາຍມາເປັນວັນທີ 20 ມັງກອນ ໃນປີ 1937 ເປັນຕົ້ນມາ ຫຼັງຈາກການຕົກລົງເຫັນດີ ໃນການແກ້ໄຂລັດທະທໍາມະນູນເພີ້ມເຕີມຄັ້ງທີ 20, ອີງຕາມລາຍງານຂອງ USA.gov.

ວັນສາບານຕົນເຂົ້າຮັບຕໍາແໜ່ງ ເປັນມື້ ທີ່ວ່າທີ່ປະທານາທິບໍດີ ແລະຮອງວ່າທີ່ປະທານາທິບໍດີ ຈະທໍາການສາບານຕົນຢູ່ທີ່ຫໍລັດຖະສະພາສະຫະລັດ ໃນວັນທີ 20 ມັງກອນ ຫຼື ວັນທີ 21 ມັງກອນ ຖ້າມື້ວັນທີ 20 ຂອງປີນັ້ນ ຫາກກົງກັບວັນອາທິດ.

ໃນມື້ນີ້, ເປັນອີກວັນປະຫວັດສາດນຶ່ງຂອງ ສະຫະລັດ ທີ່ພິທີສາບານຕົນໃນອີກບໍ່ເທົ່າໃດຊົ່ວໂມງຂ້າງໜ້າ ທີ່ເລີ້ມຂຶ້ນຕັ້ງແຕ່ຕອນເຊົ້າຕາມເວລາໃນທ້ອງຖິ່ນ, ເຊິ່ງບັນດາຜູ້ສະໜັບສະໜູນຂອງວ່າທີ່ປະທານາທິບໍດີ ກໍໄດ້ກ່າວເຖິງທ່ານດ້ວຍຄວາມປະທັບໃຈວ່າ ພວກເຂົາເຊື່ອໝັ້ນວ່າ ເພິ່ນປະຕິບັດໄດ້ຕາມຄໍາເວົ້າຂອງເພິ່ນ.

ທ່ານ ແຊມ, ຊາວອາເມຣິກັນເຊື້ອສາຍລາວ ຈາກລັດເວີຈີເນຍ ກ່າວວ່າ:

“ຊາວອາເມຣິກັນຫຼາຍຄົນຢາກເຫັນອາເມຣິກາ great (ຍິ່ງໃຫຍ່) ອີກຄັ້ງນຶ່ງ, ເພາະວ່າ ລາວເວົ້າຫຍັງ ລາວເຮັດ ແລະເຮົາກໍຢາກເຫັນລາວເຮັດອີກຄັ້ງນຶ່ງ ເຊິ່ງລາວວ່າ ລາວເຮັດໄດ້ ແລະເຮົາກໍຢາກເຫັນ.”

ທ່ານ ແຊມ ກ່າວຕື່ມວ່າ ສິ່ງທີ່ເຮັດໃຫ້ລາວປະທັບໃຈຕໍ່ທ່ານ ເນື່ອງຈາກລາວເຫັນການເຮັດວຽກຂອງວ່າທີ່ປະທານາທິບໍດີຄົນທີ 47 ທ່ານນີ້ ໃນສະໄໝທີ່ເພິ່ນເຄີຍດໍາລົງຕໍາແໜ່ງເປັນປະທານາທິບໍດີຄົນທີ 45, ແລະລາວກໍເຊື່ອໝັ້ນວ່າ ທ່ານຈະເຮັດໃຫ້ລະບົບເສດຖະກິດຂອງປະເທດດີຂຶ້ນ, ແລະກ້າວໜ້າຂຶ້ນ ໂດຍສະເພາະ ດ້ານວຽກເຮັດງານທໍາຂອງປະຊາຊົນ.

ທ່ານ ແຊມ, ຊາວອາເມຣິກັນເຊື້ອສາຍລາວ ຈາກລັດເວີຈີເນຍ ກ່າວວ່າ:

“ວຽກງານກໍມີຫຼາຍຫັ້ນນະ ໂດຍສະເພາະວຽກງານດ້ານກໍ່ສ້າງຕ່າງໆ ເຊິ່ງ ທ່ານດໍໂນລ ທຣໍາ ເຮັດຫຼາຍວຽກອອກມາດີ, ດັ່ງນັ້ນ ຂ້ອຍຈຶ່ງຮັກ ທ່ານດໍໂນລ ທຣໍາ.”

ດຣ. ທອງຄໍາ, ຜູ້ອາໄສຢູ່ໃນເມືອງ ໂອກລາໂຮມາ ຊິຕີ້, ລັດ ໂອກລາໂຮມາ ກ່າວວ່າ ຮູ້ສຶກດີໃຈທີ່ເພິ່ນກັບເຂົ້າມາກໍາຕໍາແໜ່ງອີກຄັ້ງ ແລະສິ່ງທໍາອິດທີ່ລາວຕ້ອງການໃຫ້ເພິ່ນລົງມືປະຕິບັດກໍຄື ການແກ້ໄຂບັນຫາຄົນເຂົ້າເມືອງທີ່ຜິດກົດໝາຍ.

ດຣ. ທອງຄໍາ ວັນນາຣາຊ, ນາຍແພດດ້ານກະດູກຈາກເມືອງ ໂອກລາໂຮມາ ຊິຕີ້, ລັດ ໂອກລາໂຮມາ ກ່າວວ່າ:

“ຄົນເຖື່ອນທີ່ເຂົ້າມາປະເທດເຮົາ ເຂົາເອີ້ນວ່າ Illegal ເນາະ ຄັນເວົ້າແບບຄວາມຈິງແທ້ໆ ກໍແມ່ນ Illegal ເນາະ ບໍ່ແມ່ນວ່າ Migrant ທີ່ເຂົາເຈົ້າຈະໜີຈາກປະເທດເຂົາເຈົ້າມາແບບບໍ່ມີເງິນບໍ ຫຼືລັດຖະບານຂົ່ມເຫັງ ເຊິ່ງຈະໄປໃນກໍລະນີ Asylum. ອັນນີ້ ມັນເຮັດໃຫ້ບໍ່ຍຸຕິທໍາສໍາລັບຜູ້ທີ່ຈະເອົາແຟນມາຈາກປະເທດລາວບໍ ແຟນມາຈາກປະເທດໄທບໍ ຈັງຊີ້ນະ ຫຼືວ່າ ປະເທດຕ່າງໆເນາະ ທີ່ເຂົາເຈົ້າເອີ້ນວ່າ Fiance Visa, ມັນບໍ່ຍຸຕິທໍາໃຫ້ພວກທີ່ລໍຖ້າມາ 6 ເດືອນ, 9 ເດືອນ, 12 ເດືອນ 18 ເດືອນ ຫຼືວ່າ ສອງສາມປີຈັງຊີ້ນະ.”

ນອກຈາກນັ້ນ ດຣ. ທອງ ຍັງກ່າວຕື່ມໂດຍເຊື່ອວ່າ ນະໂຍບາຍທາງດ້ານເສດຖະກິດຂອງວ່າທີ່ປະທານາທິບໍດີ ຈະສາມາດເຮັດໃຫ້ ສະຫະລັດ ດໍາເນີນທຸລະກິດກັບຕ່າງປະເທດໄດ້ ແບບຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ດຣ. ທອງຄໍາ ວັນນາຣາຊ, ນາຍແພດດ້ານກະດູກຈາກເມືອງ ໂອກລາໂຮມາ ຊິຕີ້, ລັດ ໂອກລາໂຮມາ ກ່າວວ່າ:

“ເພິ່ນຮູ້ຈັກວິທີເຈລະຈາ, ເພິ່ນເປັນແບບວ່າ The Art of the deals, ເພິ່ນໄດ້ຂຽນປຶ້ມ ແລະເພິ່ນກໍຮູ້ຈັກວິທີວິທີເຈລະຈາຕໍ່ລອງ.”

ສໍາລັບທ່ານໝໍແຂ້ວຊາວອາເມຣິກັນເຊື້ອສາຍລາວທ່ານນຶ່ງທີ່ອາໄສໃນລັດເວີຈີເນຍ ມີຄວາມຄາດຫວັງຕໍ່ວ່າທີ່ປະທານາທິບໍດີຄົນທີ 47 ວ່າ ຢາກເຫັນປະເທດມີສາທັດຄີກັນ ສະໜັບສະໜູນກັນ ແລະມີທິດທາງທີ່ດີກສ່າເກົ່າ:

ທ່ານໝໍແຂ້ວ ທີ່ອາໄສໃນລັດເວີຈິເນຍ ກ່າວວ່າ:

“ຂະນ້ອຍກໍຍັງມີຄວາມຫວັງ ເຖິງແມ່ນວ່າ ຂະນ້ອຍຊິບໍ່ສະໜັບສະໜູນພັກຣີພັບບລິກັນກໍຕາມ, ຂະນ້ອຍກໍຫວັງວ່າ ເພິ່ນຈະສາມາດແກ້ໄຂປະເທດເຮົາໄດ້ ແລະບໍ່ໃຫ້ພວກເຮົາມີຄວາມຂັດແຍ້ງກັນ ເນື່ອງຈາກເພິ່ນເປັນປະທານາທິບໍດີຂອງສະຫະລັດ ແລະພວກເຮົາກໍມີສອງພັກການເມືອງ ເຊິ່ງມັນກໍຕ້ອງມີທາງທີ່ລາວຈະພະຍາຍາມເພື່ອສະໜັບສະໜູນທຸກໆຄົນ ໂດຍບໍ່ແມ່ນແຕ່ຜູ້ສະໜັບສະໜູນພັກຣີພັບບລິກັນເທົ່ານັ້ນ, ແລະທ້າຍທີ່ສຸດ ເຮົາກໍຄໍານຶງເຖິງສິ່ງທີ່ຜູ້ຄົນເຊື່ອຖື ແລະໃນທີ່ສຸດ ທັງໝົດພາຍໃນປະເທດສະຫະລັດອາເມຣິກາ ກໍຈະດີຂຶ້ນ.”

ເຖິງວ່າທັງສອງຄົນຈະຍິນດີທີ່ເພິ່ນຈະສາບານຕົນເຂົ້າຮັບຕໍາແໜ່ງໃນມື້ນີ້, ແຕ່ທັງສອງກໍບໍໄດ້ມາຮ່ວມພິທີຂອງເພິ່ນ ດັ່ງທີ່ປະຊາຊົນຊາວອາເມຣິກັນຫຼາຍກວ່າຮ້ອນພັນຄົນລົງທະບຽນມາຮ່ວມພິທີດັ່ງກ່າວນັ້ນ.

ແນວໃດກໍຕາມ, ອີງຕາມກົມອຸຕຸແຫ່ງຊາດອອກມາເຕືອນວ່າ ເນື່ອງຈາກສະພາບອາກາດໃນມື້ນີ້ຈະໜາວຫຼາຍ ດ້ວຍອຸນຫະພູມປະມານ -12 ອົງສາເຊລຊຽສ, ຈຶ່ງເຮັດໃຫ້ແຜນການໃນການສາບານຕົນທີ່ປົກກະຕິຈະຈັດຢູ່ດ້ານນອກຕໍ່ໜ້າສະໜາມຫຼວງ ຕ້ອງຍ້າຍເຂົ້າໄປຈັດພິທີທາງດ້ານໃນຫໍ ໂຣທັນດາ ຂອງຫໍລັດຖະສະພາແທນເປັນຄັ້ງທໍາອິດໃນຮອບ 40 ປີ, ອີງຕາມອົງການຂ່າວ AP, ເຊິ່ງເຄີຍຈັດຂຶ້ນໃນເວລາທີ່ ທ່ານ ໂຣໂນລ ຣີແກນ (Ronald Reagan) ສາບານຕົນເຂົ້າຮັບຕໍາແໜ່ງສະໄໝທີສອງ ໃນວັນທີ 21 ມັງກອນ ປີ 1985 ເນື່ອງຈາກສະພາບອາກາດທີ່ໜາວເຢັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG