ໃນຊ່ວງຕົ້ນອາທິດທີ່ຜ່ານມາ ມີລົມພາຍຸລະດູໜາວ ພັດເຂົ້າບໍລິເວນເຂດເມືອງ ເມດີສັນ ແລະບໍລິເວນເມືອງໃກ້ຄຽງ ຢູ່ທາງພາກເໜືອ ຂອງລັດແອລາບາມາ, ເຊິ່ງມັນໄດ້ນໍາເອົາລົມ ຝົນ ແລະມີຫິມະຕົກລົງມາ ຢ່າງຫຼວງຫຼາຍ, ຄວາມໜາຂອງຫິມະແມ່ນປະມານ 15.24 ຫາ 20.32 ຊັງຕີແມັດ ຫຼື 6 ຫາ 8 ອິນຈິສ. ໂດຍປົກກະຕິແລ້ວ ຢູ່ຂົງເຂດແຫ່ງນີ້ ບໍ່ຄ່ອຍຈະມີຫິມະຕົກລົງມາຫຼາຍແບບນີ້, ໃນປີ ນຶ່ງໆ ຈະມີຫິມະຕົກລົງມາຢູ່ໜ້ອຍໆ ພໍແຕ່ເປັນຝອຍໆ, ແຕ່ເທື່ອນີ້ ແມ່ນຕົກລົງມາຫຼາຍຈົນທາງໂຮງຮຽນ ແລະຫ້ອງການຕ່າງໆ ຕ້ອງໄດ້ແຈ້ງໃຫ້ປິດລ່ວງໜ້າ. ທ່ານສົມຈິດ ຂຸນມະໂນ, ປະຊາຊົນທ່ານນຶ່ງ ທີ່ອາໄສຢູ່ໃນເມືອງແຫ່ງນີ້ມາເປັນເວລາ 30 ກວ່າປີແລ້ວ ກ່າວໃຫ້ຟັງວ່າ “ນີ້ແມ່ນລັກສະນະທີ່ບໍ່ປົກກະຕິຂອງສະພາບອາກາດ ສໍາລັບບໍລິເວນຂົງເຂດນີ້, ແລະດົນໆກໍຈະມີສະພາບອາກາດ ທີ່ບໍ່ປົກກະຕິແບບນີ້ເຂົ້າມາ ແຕ່ລະເທື່ອກໍແຕກຕ່າງກັນຕາມສະພາບຂອງລະດູການ ເຊັ່ນຄັ້ງຫຼ້າສຸດ ກ່ອນໜ້າຊິມີພະຍຸເຂົ້າມາແບບນີ້ ກໍແມ່ນໃນເດືອນເມສາ ຂອງປີ 2011, ໃນຄັ້ງນັ້ນພາຍຸຫິມະມາແຮງຫຼາຍ ແລະກໍຫຼາຍກວ່າໃນຄັ້ງນີ້ອີກ ອັນໄດ້ເຮັດໃຫ້ໄຟຟ້າມອດ ເປັນເວລາເຖິງນຶ່ງອາທິດ,” ເຊິ່ງເພິ່ນໄດ້ກ່າວໃຫ້ຟັງໃນບາງຕອນດັ່ງນີ້:
“ມັນບໍ່ປົກກະຕິ ປະມານ 35 ປີທີ່ມາຢູ່ນີ້ ມັນກໍບໍ່ຮອດ 10 ຄັ້ງ, ດົນໆມັນຈະມີເທື່ອນຶ່ງ ຄັ້ງສຸດທ້າຍແມ່ນເດືອນເມສາ ປີ 2011 ເປັນຄັ້ງສຸດທ້າຍທີ່ມັນຫຼາຍ ຫຼາຍກວ່າຄັ້ງນີ້ອີກ. ສະແດງວ່າ ບໍ່ອີຫຼີ ບໍ່ມີ ວ່າຊັ້ນສາ, ເມື່ອວ່າ ພາຍຸມາບາດໃດ ໄຟມັນກໍມັກມອດ ໃນເດືອນເມສາ ປີ 2011 ຄັ້ງນັ້ນກໍມອດຫຼາຍ ແຮງດົນ ເປັນອາທິດ, ທຸກຄັ້ງທີ່ມີອາກາດແບບນີ້ຫັ້ນ ໄຟມັນມັກມອດ, ເພິ່ນວ່າ ສາເຫດນັ້ນ ມັນແມ່ນບ່ອນສະຖານີແຈກຢາຍໄຟຟ້ານັ້ນມັນລະເບີດ.”
ໃນມື້ວັນເສົາທີ 1 ມັງກອນທີ່ຜ່ານມາ ສະພາບອາກາດຢູ່ບໍລິເວນດັ່ງກ່າວ ແມ່ນອົບອຸ່ນ ໂດຍມີອຸນຫະພູມ 79 ອົງສາ ແລະມີລາຍງານກ່ຽວກັບສະພາບຂອງພາ ຍຸໂທນາໂດ, ແຕ່ມາໃນວັນອາທິດ ສະພາບອາກາດແມ່ນເຢັນລົງຢ່າງກະທັນຫັນ ແລ້ວກາຍມາເປັນຫິມະ.
ອີງຕາມຂໍ້ມູນຈາກ ຊິຕີ້ ອັອຟ ເອເທັນ ຢູທີລິທີ ໄດ້ແຈ້ງໃຫ້ຮູ້ວ່າ ສາເຫດທີ່ເຮັດໃຫ້ໄຟຟ້າດັບ ແມ່ນອາດຈະມາຈາກຟ້າຜ່າ ໝໍ້ແບ່ງໄຟຂອງສະຖານີຈ່າຍໄຟຟ້າໃຫຍ່ຢູ່ໃນຂົງເຂດນັ້ນ ອັນໄດ້ເຮັດໃຫ້ປະຊາຊົນ ຢູ່ໃນບໍລິເວນຂົງເຂດ ທີ່ໃກ້ຄຽງດັ່ງກ່າວ ໄດ້ຮັບຜົນກະທົບ ບໍ່ມີໄຟຟ້າໃຊ້ຢູ່ປະມານ 3500 ກວ່າຄອບຄົວ ເປັນເວລາເກືອບສອງວັນ.