ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮູບ​ເງົາ ດ​ຣາ​ມາ ຄອບ​ຄົວ The Harvest ທີ່​ຂຽນ​ໂດຍ​ນັກ​ສະ​ແດງ​ຊາວ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ມົ້ງ ຈະ​ອອກ​ສາຍ​ໃນ​ວັນ​ທີ 12 ກຸມ​ພານີ້


ທ້າວ ຕົວ ມົວ, ຂວາ, ທຳ​ການ​ສະ​ແດງ​ໃນ​ຮູບ​ເງົາ The Harvest.
ທ້າວ ຕົວ ມົວ, ຂວາ, ທຳ​ການ​ສະ​ແດງ​ໃນ​ຮູບ​ເງົາ The Harvest.

ຜູ້ໃດທີ່ມັກຊົມຮູບເງົາ ດຣາມາຄອບຄົວ, ໃນວັນທີ 12 ກຸມພານີ້ທ່ານຈະໄດ້ ຊົມຮູບເງົາຊື່ວ່າ The Harvest ທີ່ຂຽນໂດຍດາຣານັກສະແດງຮໍລີວູດຊາວ ອາເມຣິກັນເຊື້ອສາຍມົ້ງລາວ ທ້າວ ຕົວ ມົວ. ເຊິ່ງຈະເປີດຕົວໃນເມືອງ ແຊນຕາ ບາບາຣາ, ລັດຄາລິຟໍເນຍ.

ຮູບເງົາທີ່ວ່ານີ້ແມ່ນກ່ຽວກັບຊີວິດຂອງຄອບຄົວຊາວມົ້ງຄອບຄົວນຶ່ງຢູ່ລັດຄາລິຟໍ ເນຍ, ດັ່ງທີ່ທ່າວ ຕົວ ມົວ ກ່າວວ່າ “ມັນແມ່ນຮູບເງົາຄອບຄົວ, ກ່ຽວກັບ ລູກຊາຍຄົນນຶ່ງທີ່ກັບມາບ້ານຈາກນະຄອນ ແຊນແຟຣນຊິສໂກ ກັບໄປບ້ານ ຢູ່ເມືອງ ລອງ ບີດຈ໌ ລັດຄາລິຟໍເນຍ ເພື່ອເບິ່ງ ແຍງພໍ່ຂອງລາວ ຜູ້ທີ່ປະສົບ ອຸບັດຕິເຫດເມື່ອບໍ່ດົນມານີ້ ແລະ ລາວກັບມາບ້ານ ແລະ ປ່ຽນແປງຄວາມມີຊີ ວິດຊີວາຢູ່ໃນບ້ານທີ່ສົ່ງຜົນກະທົບຕໍ່ໝົດຄອບຄົວ.”

ທ້າວ ຕົວ ມົວ ນອກຈາກຈະຂຽນບົດຮູບເງົາແລ້ວ, ລາວຍັງສະແດງເປັນພະ ເອກຂອງຮູບເງົາ, ຊື່ວ່າ ທ້າວ ທາຍ.

ຮູບເງົາດັ່ງກ່າວໃຊ້ເວລາຂຽນປະມານສອງປີ, ມີຜູ້ກຳກັບເປັນຄົນ ອາເມຣິກັນ ເຊື້ອສາຍກຳປູເຈຍ ແລະ ນັກສະແດງທັງຫຼາຍແມ່ນລວມ ມີຄົນມົ້ງ, ລາວ, ໄທ, ອາເມຣິກາ ແລະ ອື່ນໆ.

ທ້າວ ຕົວ ມົວ ມີຊື່ສຽງທີ່ໂດ່ງດັງຈາກຮູບເງົາ ມູລານ ແລະ ແກຣນ ໂຕຣີໂນ ເຊິ່ງໄດ້ຮັບຄວາມນິຍົມໄປທົ່ວ ໂລກ. ວັນອາທິດໜ້າພວກເຮົາຈະນຳເອົາການນຳພາດກັບລາວ ກ່ຽວກັບ ຮູບເງົານີ້​ມາ​ສະ​ເໜີ​ທ່ານໃນລາຍ ການຊຸມຊົນຊາວລາວໃນທະ​ວີບອາເມຣິກາ, ກະລຸນາຕິດຕາມຮັບຟັງ.

XS
SM
MD
LG