ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ການເປີດທົດລອງບໍລິການລະບົບລົດໄຟລາວ -ຈີນ ຄັ້ງທຳອິດໃນ ສ​ປ​ປ ລາວ


ສະຖານີລົດໄຟຄວາມໄວສູງສໍາລັບຄົນໂດຍສານທີ່ຕັ້ງຢູ່ເຂດບ້ານໄຊ, ຊານເມືອງຂອງນະຄອນຫລວງວຽງຈັນ
ສະຖານີລົດໄຟຄວາມໄວສູງສໍາລັບຄົນໂດຍສານທີ່ຕັ້ງຢູ່ເຂດບ້ານໄຊ, ຊານເມືອງຂອງນະຄອນຫລວງວຽງຈັນ

ຂະນະທີ່ມີການຂຸ້ນຂ້ຽວກໍ່ສ້າງທາງລົດໄຟລາວຈີນ ໃຫ້ສໍາເລັດທັນກັບ ການເປີດການບໍລິ
ການລົດໄຟເປັນຄັ້ງທໍາອິດໃນລາວຢູ່ນີ້ ເຈົ້າໜ້າທີ່ໃນໂຄງການ ທາງລົດໄຟລາວ-ຈີນ
ພ້ອມດ້ວຍພາກສ່ວນກ່ຽວຂ້ອງກໍໄດ້ທໍາການທົດລອງການ ໃຊ້ລົດໄຟຂະບວນທໍາອິດ
ໃນວັນທີ 14 ຫາ 15 ເດືອນນີ້. ກິ່ງສະຫວັນ ມີລາຍລາຍກ່ຽວກັບເລື້ອງນີ້ຈາກນັກຂ່າວ ຂອງພວກ
ເຮົາມາສະເໜີທ່ານໃນອັນດັບຕໍ່ໄປ.


ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:02:24 0:00

ເພື່ອກະກຽມເປີດບໍລິການລົດໄຟຄວາມໄວສູງລະຫວ່າງນະຄອນຄຸນໝິງຢູ່ທາງ ພາກໃຕ້
ຂອງຈີນຫານະຄອນຫລວງວຽງຈັນຢ່າງເປັນທາງການ ໃນວັນທີ 2 ທັນວາ ກໍຄືວັນຊາດ
ລາວທີ່ຈະມາເຖິງນີ້ ໂຄງການທາງລົດໄຟລາວ-ຈີນ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງໄດ້ທໍ
າການທົດລອງການໃຊ້ລົດໄຟຂະບວນປະຖົມມະເລີກ ທີ່ມີຊື່ວ່າ ຂະບວນລ້ານຊ້າງຫລື
EMU ໃນວັນທີ 14 ຫາ 15 ເດືອນນີ້. ຂະບວນລົດໄຟນີ້ ໄດ້ເລີ້ມເດີນທາງຈາກຊາຍແດນ
ລາວ-ຈີນທີ່ເມືອງບໍ່ເຕັນແລະມາເຖິງນະຄອນຫລວງວຽງຈັນ ໃນວັນທີ 15 ຜ່ານມາ. ການ
ທີ່ໄດ້ເຫັນລົດໄຟ ແລ່ນຢູ່ພາຍໃນລາວ ເປັນເທື່ອທໍາອິດ ໃນປະຫວັດສາດຂອງປະເທດ
ໄດ້ສ້າງ ຄວາມຕື່ນເຕັ້ນໃຫ້ແກ່ຄົນລາວສ່ວນໃຫຍ່ ແຕ່ຢ່າງໃດກໍຕາມການທົດລອງແລ່ນ
ລົດໄຟທີ່ວ່ານີ້ ກໍຍັງຊັກຊ້າກວ່າແຜນການຫລາຍ ອີງຕາມເຈົ້າໜ້າທີ່ຂັ້ນສູງໃນ ພະແນກ
ໂຍທາແລະຂົນສົ່ງ ໃນແຂວງພາກເໜືອແຫ່ງນຶ່ງ ທີ່ມີທາງລົດໄຟລາວ-ຈີນນີ້ໄປຜ່ານ ຊຶ່ງ
ທ່ານໃຫ້ລາຍລະອຽດວ່າ:

“ທາງລົດໄຟທາງພາກເໜືອ ມັນຜ່ານຫລວງນໍ້າທາ ອຸດົມໄຊ ເຂົ້າສູ່ຫລວງພະບາງ ແຂວງ
ວຽງຈັນ ເຂົ້າສູ່ນະຄອນຫລວງວຽງຈັນຈັ່ງຊີ້ນະ ຕາມແຜນແທ້ໆມັນຈະເປີດເດືອນ 9 ຊຶ່ງ
ເດືອນເກົ້າຈະມີການແຫ່ຂະບວນລ້ານຊ້າງ ມັນເປັນລັກສະ ນະວ່າເອົາລົດໄຟແທ້ ມາທົດ
ລອງເບິ່ງລາງຫັ້ນນະ ທົດລອງຊື່ໆເດືອນ 9 ມັນບໍ່ ເກີດຕາມແຜນ ເອົາມາເປັນເດືອນ 10
ທ້າຍເດືອນສິບ ຫວ່າງນຶ່ງນີ້ເດ ເອີຫລັງຈາກລອງແລ້ວກະຊິແລ່ນໄປປົກກະຕິຫັ້ນແຫລະ
ເພື່ອທົດລອງແລ່ນໄປແລ່ນມາເພື່ອທົດລອງລົດໄຟ ລອງເຕັກນິກ ລອງພະນັກງານຄຸ້ມ
ຄອງ ເສັ້ນທາງລົດໄຟນີ້ລະ ເວົ້າເລື້ອງການໄປການມາ ມັນກະຊິມີການໂບກການຫຍັງ
ຫັ້ນນະ ເປັນການຊ້ອມກະວ່າໄດ້ ເປັນການຊ້ອມນໍາຕື່ມ ຊ້ອມພວກພະນັກງານຢູ່ຄຸ້ມຄອງ
ເສັ້ນທາງລົດໄຟແຕ່ລະຈຸດຫັ້ນນະ ເປັນການຊ້ອມແນ່ ເປັນການທົດລອງແນ່ຈັກ ໜ່ອຍຊິ
ແລ່ນໄປແລ່ນມາຢູ່ນີ້ ກ່ອນຊິມອບຮັບວັນທີ 2 ທັນວາເດ ຖືວ່າເປັນການມອບຮັບເປັນທາງ
ການລະໄດ໋. ມັນສໍາເລັດຫັ້ນ 98 ຫລື 99 ເປີເຊັນແລ້ວໄດ໋. ຍັງມັນຍັງແຕ່ຂອດເລື້ອງການ
ຕົບແຕ່ງທາງເຂົ້າສະຖານີ ວ່າຊິເຮັດແນວໃດລົດຈອດແນວໃດຊື່ໆນະ ແຕ່ລະຈຸດທົ່ວປະ
ເທດຫັ້ນ ແມ່ນແລ້ວໝົດແລ້ວ.”

ຂະບວນລົດໄຟລ້ານຊ້າງນີ້ປະກອບມີ 7 ຕູ້ ແລະມີທັງໝົດ 720 ບ່ອນນັ່ງ ໃນ ແຕ່ລະຕູ້
ມີບ່ອນນັ່ງຢູ່ສອງຊັ້ນບັນຈຸຄົນໂດຍສານໄດ້ 90 ຄົນ ແລະລົດໄຟ ກໍມີ 3 ສີຂອງທຸງຊາດ
ລາວ ຄືສີແດງ, ຂາວ ແລະຟ້າ. ຫລັງຈາກມີການທົດລອງແລ່ນລົດໄຟຄວາມໄວສູງຄັ້ງ
ທໍາອິດໃນລາວແລ້ວ ຕໍ່ມາກໍຄືໃນວັນທີ 20 ໄດ້ມີການເປີດນໍາໃຊ້ສູນຄວບຄຸມການເດີນ
ລົດໄຟຂອງໂຄງການທາງລົດໄຟດັ່ງກ່າວເຊັ່ນກັນ ຊຶ່ງສູນດັ່ງກ່າວນີ້ຈະເຮັດໃຫ້ພະນັກ
ງານ ຄວບຄຸມການຈັດສົ່ງ ສາມາດອອກຄໍາສັ່ງຕ່າງໆ ຢູ່ເທິງໜ້າຈໍຄອມພິວເຕີໄດ້. ສ່ວນ
ອັດຕາຄ່າເດີນທາງນັ້ນ ແມ່ນ 350 ກີບ ຫລື 0.3 ຢວນຕໍ່ກິໂລແມັດ ຕໍ່ຄົນ ຊຶ່ງລວມ ເປັນ 140,000 ກີບ ຕະຫລອດເສັ້ນທາງລົດໄຟນີ້ໃນລາວ ຊຶ່ງຖ້າທຽບໃສ່ການເເດີນທາງ
ດ້ວຍລົດແລ້ວ ແມ່ນປະຢັດເງິນໄດ້ເທົ່າໂຕແລະກໍຈະປະ ຢັດເວລາລົງໄດ້ 20 ຊົ່ວໂມງ.
ສ່ວນຄ່າຂົນສົ່ງສິນຄ້ານັ້ນແມ່ນໂຕນລະ 600 ກີບຕໍ່ກິໂລແມັດ ແລະປະຢັດເງິນໄດ້ເທົ່າ
ໂຕເຊັ່ນກັນ ອີງຕາມໂຄງການທາງລົດ ໄຟ-ລາວຈີນ.

ແຕ່ຢ່າງໃດກໍຕາມການເນື່ອງຈາກມີການປິດເມືອງໃນຫລາຍແຂວງແລະນະຄອນຫລວງ
ວຽງຈັນ ຍ້ອນຄື້ນຟອງການລະບາດຂອງໂຄວິດ-19 ຮອບ 3 ທີ່ຍັງສືບຕໍ່ ເພີ້ມຄວາມຮ້າຍ
ແຮງຂຶ້ນຢູ່ນີ້ ຈະບໍ່ໄດ້ໃຫ້ນັກທ່ອງທ່ຽວເດີນທາງເຂົ້າລາວເລີຍ ສະນັ້ນການບໍລິການຂອງ
ລົດໄຟນີ້ ຕົ້ນຕໍຈະແມ່ນຂົນສົ່ງສິນຄ້າ ແລະຈະມີການ ຫລຸດຈໍານວນຖ້ຽວເດີນທາງຂອງ
ມັນລົງ. ພ້ອມກັນນັ້ນການຊົດເຊີຍຄ່າເສຍຫາຍ ໃຫ້ແກ່ປະຊາຊົນທີ່ຖືກກະທົບ ຈາກການ
ສ້າງທາງລົດໄຟນີ້ ກໍຍັງຊັກຊ້າຢູ່ ດັ່ງທີ່ ເຈົ້າໜ້າຂັ້ນສູງທີ່ກ່າວມາຂ້າງເທິງນັ້ນໃຫ້ຄໍາເຫັນວ່າ:

“ໃນເບື້ອງຕົ້ນຄາດວ່າຈະແລ່ນໃຫ້ໄດ້ສີ່ຖ້ຽວກ່ອນ ດຽວນີ້ມັນໂຄວິດຫັ້ນລະ ລົດສິນຄ້າສອງ
ຖ້ຽວ ລົດໂດຍສານບໍ່ມີກະຊິບໍ່ເປີດເທື່ອ ບາງເທື່ອກະຊິແລ່ນມື້ນຶ່ງສອງຖ້ຽວກ່ອນ. ສໍາລັບ
ການຊົດເຊີຍຖ້າທຽບເປີເຊັນແມ່ນຍັງເຫລືອແຕ່ສິບ ຫລື ຊາວເປີເຊັນນີ້ແຫລະ. ມັນມີບາງ
ຄອບຄົວຊື່ໆດອກ ແລ້ວບາງໂຄງການກະມອບຮັບກະບໍ່ຢາກຮັບເງິນກະມີ ສ່ວນນຶ່ງກະເລັ່ງ
ບ້ານຈັດສັນທາງບ້ານນາໝໍ້. ການຊົດເຊີຍບາງຄອບຄົວກະຖືວ່າມອບຮັບແລ້ວເງິນບໍ່ທັນ
ໄດ້ກະມີ. ແຕ່ວ່າກະເລັ່ງໃຫ້ມັນແລ້ວກ່ອນເປີດສະຖານີລົດໄຟຫັ້ນລະ.”

ບໍລິສັດກຸ່ມກໍ່ສ້າງທາງລົດໄຟ ລາວຈີນ
ບໍລິສັດກຸ່ມກໍ່ສ້າງທາງລົດໄຟ ລາວຈີນ

ສ່ວນຜູ້ທີ່ໄດ້ຮັບການຊົດເຊີຍຄ່າເສຍຫາຍໃຫ້ແກ່ທີ່ດິນ ແລະຊັບສິນຂອງເຂົາເຈົ້າ ທີ່ໄດ້ເອົາໄປນໍາໃຊ້ເຂົ້າໃນໂຄງການດັ່ງກ່າວນີ້ ກໍປາກົດວ່າບໍ່ຄ່ອຍເພິ່ງພໍໃຈປານໃດ ແຕ່ເຂົາເຈົ້າກໍຕ້ອງໄດ້ຍອມຮັັບ ດັ່ງການໃຫ້ສໍາພາດຂອງປະຊາຊົນທ່ານນຶ່ງໃນເຂດເມືອງນາຊາຍທອງຢູ່ນະຄອນຫລວງວຽງຈັນບອກກັບວີໂອເອ ກ່ຽວກັບບັນຫາດັ່ງກ່າວວ່າ:

“ກະພໍໃຈຢູ່ຫັ້ນແຫລະ ເຮັດຫຍັງບໍ່ພໍໃຈກະໄດ້ພໍຫັ້ນລະ ຊິເຮັດຈັ່ງໃດ ເພື່ອຄວາມຈະເລີນ
ຂອງບ້ານເມືອງເດ ຊິເຮັດແນວໃດ ກະໂອເຄ ກະໂອເຄ ຈັ່ງ ຊັ້ນແຫລະ”

ທາງລົດໄຟລາວ-ຈີນທີ່ວ່ານີ້ແມ່ນອອກແບບມາໃຫ້ຮອງຮັບລົດໄຟທີ່ແລ່ນໃນຄວາມໄວ
160 ກິໂລແມັດຕໍ່ຊົ່ວໂມງສໍາລັບການຂົນສົ່ງໂດຍສານ ແລະ 120 ກິໂລ ແມັດຕໍ່ຊົ່ວໂມງ
ສໍາລັບຂົນສົ່ງສິນຄ້າ. ມັນຈະເປັນພາກສ່ວນສໍາຄັນຂອງໂຄງການທາງລົດໄຟຈາກຄຸນໝິງ
ຂອງຈີນໄປຫາສິງກະໂປ ແລະນອນຢູ່ໃນໂຄງການລິເລີ້ມ ນຶ່ງແລວທາງ ນຶ່ງເສັ້ນທາງ ຫລື
One Belt One Road Initiative ຊຶ່ງເປັນໂຄງ ການກໍ່ສ້າງພື້ນຖານໂຄງລ່າງລະດັບ
ໂລກອັນທໍາອິດທີ່ຈີນໄດ້ພະຍາຍາມເຮັດສຸດຂີດ. ທາງການລາວກໍຄາດຫວັງໄວ້ວ່າ ມັນ
ຈະເຮັດໃຫ້ລາວທີ່ເປັນປະເທດບໍ່ມີທາງອອກສູ່ທະເລນັ້ນ ກາຍເປັນຈຸດສູນກາງການ
ເຊື່ອມຕໍ່ຢູ່ໃນຂົງເຂດເອເຊຍ ແລະ ມັນໄດ້ນໍາເອົາຄວາມດີໃຈມາໃຫ້ຄົນລາວຈໍານວນນຶ່ງ
ຜູ້ທີ່ມີທີ່ດິນ ຫລື ຊັບສິນທີ່ບໍ່ຖືກທາງລົດໄຟນີ້ ເພາະຄິດວ່າມັນຈະກະຕຸ້ນໃຫ້ມີການຂະ
ຫຍາຍດ້ານການທ່ອງ ທ່ຽວ ແລະການຄ້າຂາຍອື່ນໆ ທີ່ຈະເຮັດໃຫ້ເຂົາຄ່ອຍໄດ້ຮັບຜົນ
ປະໂຫຍດໄປ ນໍາ ດັ່ງທີ່ນັກທຸລະກິດທ່ານນຶ່ງທີ່ມີດິນຢູ່ບ້ານຄໍາສະຫວາດບ່ອນທີ່ມີສະຖາ
ນີລົດໄຟຈຸດສຸດທ້າຍ ທີ່ມາຈາກໄທໃນ ແລະໃກ້ຈະສໍາ ເລັດແລ້ວ ຕັ້ງຢູ່ໃນນະຄອນຫລວງ
ວຽງຈັນເຊັ່ນກັນນັ້ນ ລົມສູ່ຟັງວ່າ:
“ຂຶ້ນແຜນວ່າຊິເຮັດຮ້ານຄ້າຢູ່ເຮືອນ ເຮັດເປັນບ້ານພັກເບາະ ເຮັດເປັນຫ້ອງແຖວເບາະຄາ
ລະໂອເຄເບາະຊິນະ ກະຍັງຄິດວ່າ ຊິນໍາເອົາແບ້ຂອງສະຫະກອນ, ເອົາແບ້ມາ, ເອົາເປັດ
ເອົາໄກ່ມາຂາຍທາງພີ້ຫັ້ນນະ. ເພາະວ່າທາງບ້ານພວກນ້ອງມັນໃກ້ສະຖານີທາງລົດໄຟ
ມັນກະຊິຄັກຢູ່ຫັ້ນແຫລະ. ມັນຕິດທາງໃຫຍ່ທີ່ຫາຍາກເພາະມັນພຸກໄດ້ຊື່ໆ ປົກກະຕິມັນ
ບໍ່ໜ້າຈະໄດ້”.

ສະຫລຸບແລ້ວການລະບາດຂອງພະຍາດໂຄວິດ-19 ຢູ່ໃນລາວ ແລະຈີນປາກົດ ວ່າ ມັນບໍ່
ໄດ້ເຮັດໃຫ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ເປັນຊ່ວງທໍາອິດຂອງໂຄງການລິເລີ້ມ
ນຶ່ງແລວທາງນຶ່ງເສັ້ນທາງຂອງປັກກິ່ງນັ້ນ ຊັກຊ້າລົງພໍເທົ່າ ໃດ ແຕ່ວ່າການຊົດເຊີຍຄ່າເສຍ
ຫາຍໃຫ້ທີ່ປະຊາຊົນທີ່ຖືກກະທົບຈາກໂຄງການດັ່ງກ່າວແມ່ນຍັງມີການຊັກຊ້າ ແລະກໍບໍ່
ຄ່ອຍເປັນທີ່ເພິ່ງພໍໃຈຂອງເຈົ້າຂອງຊັບສິນປານໃດ.

XS
SM
MD
LG