ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸເຮີຣິເຄນອີສໄອອີອັສ ກຳລັງເຄື່ອນຍ້າຍຂຶ້ນຝັ່ງ ເຂົ້່າສູ່ລັດຄາໂຣໄລນາເໜືອ ຂອງສະຫະລັດ


ປ້າຍເຕືອນວ່າການກວດສອບຫາໄວຣັສໂຄນາ ໄດ້ລົບລ້າງ ເນື່ອງຈາກເຮີຣິເຄນອີສໄອອີອັສ ກຳລັງຈະມາເຖິງ ທີ່ລັດນິວຢອກ ວັນທີ 3 ສິງຫາ 2020.
ປ້າຍເຕືອນວ່າການກວດສອບຫາໄວຣັສໂຄນາ ໄດ້ລົບລ້າງ ເນື່ອງຈາກເຮີຣິເຄນອີສໄອອີອັສ ກຳລັງຈະມາເຖິງ ທີ່ລັດນິວຢອກ ວັນທີ 3 ສິງຫາ 2020.

ເຮຣິເຄນອີສໄອອີອັສ (Isaias) ກຳລັງສືບຕໍ່ເຄື່ອນຍ້າຍເຂົ້າສູ່ເຂດແຜ່ນດິນຂອງລັດຄາ
ໂຣໄລນາເໜືອທີ່ຢູ່ທາງພາກໃຕ້ຂອງປະເທດນັ້ນ.

ແວັບໄຊຂອງສູນກາງເຮີຣິເຄນແຫ່ງຊາດກ່າວວ່າ ພາບຖ່າຍຂອງເຣດາ ແລະພາບໜ້າ
ຖ່າຍເທິງໜ້າດິນສະແດງໃຫ້ເຫັນວ່າຫົວຂອງເຮຣິເຄນອີສໄອອີອັສ (Isaias) ໄດ້ເຄື່ອນ
ຍ້າຍເຂົ້າສູ່ໜ້າດິນເປັນເທື່ອທຳອິດຢູ່ໃກ້ກັບເກາະໂອຊິອຽນບິຈ (Ocen Isle Beach)
ທີີ່ມີລົມແຮງຢູ່ໃນລະດັບ 85 ກິໂລແມັດຕໍ່ຊົ່ວໂມງຢ່າງສະໝໍ່າ ສະເໝີ ພຽງແຕ່ 11 ໂມງ
ກາງຄືນຂອງເວລາພາກຕາເວັນອອກເທົ່ານັ້ນ.

ໃນເວລາພໍ່ຮອດນຶ່ງຊົ່ວໂມງຕໍ່ມາ ສູນກາງພະຍາກອນອາກາດຢູ່ທີ່ຈອນນີ ເມີເຊີຣ ເພຍ
(Jonny Mercer Pier) ໃນຫາດຊາຍໄວຣສວິລ (Wrightsville Beach)

ຂອງລັດ ຄາໂຣໄລນາເໜືອວັດແທກຄວາມແຮງຂອງລົມວ່າແຮງເຖິງ 100 ກິໂລແມັດ
ຕໍ່ຊົ່ວໂມງ.

ຄາດວ່າມີຝົນຕົກໜັກ ແລະ ນໍ້າຖ້ວມຍ້ອນມີຟອງພະຍຸເຂົ້າມາຢູ່ຕາມຊາຍຝັ່ງທະເລ.

ບັນດານັກພະຍາກອນອາກາດກ່າວວ່າ ພາກສ່ວນຂອງທິດຕາເວັນອອກສຽງໃຕ້ ແລະ
ພາກຕາເວັນອອກຂອງລັດຄາໂຣໄລນາເໜືອ ຄາດວ່າຈະມີຝົນຕົກປະມານ 7 ຫາ 15
ຊັງຕີແມັດ.

ເຮຣິເຄນອີສໄອອີອັສ (Isaias) ຄາດວ່າຈະເຄື່ອນຍ້າຍຜ່ານໄປທາງພາກກາງ ແລະ
ເຂດຕາເວັນອອກສຽງເໜືອ ຂອງມະຫາສະໝຸດແອັດແລນຕິກ ໃນວັນ ອັງຄານ ແລະ
ຕອນແລງວັນອັງຄານມື້ນີ້ ຊຶ່ງຈະສົ່ງຜົນກະທົບຕໍ່ ບັນດາລັດເວີຈີເນຍ ແມຣີແລນ
ນິວເຈີຊີ ນິວຢອກ ເພນໂຊລເວເນຍ ວໍຊິງຕັນ ດີ.ຊີ ແລະນິວອິງເກລິນ.

ເຕືອນໃຫ້ຮູ້ພະຍຸລະດູຮ້ອນກຳລັງມີຜົນບັງຄັບໃຊ້ນັບແຕ່ຊາຍແດນລັດເວີຈີເນຍ ໄປ
ຫາລັດເມນ ທີ່ຢູ່ທາງພາກຕາເວັນອອກສຽງເໜືອສຸດ.

ປະທານາທິບໍດີດໍໂນລ ທຣໍາ ໄດ້ປະກາດພາວະສຸກເສີນໃນລັດຄາໂຣໄລນາເໜືອ ເພື່ອ
ໃຫ້ປ່ອຍກອງທຶນສຸກເສີນແກ່ພວກເຈົ້າໜ້າທີ່ລັດຖະບານກາງຊ່ວຍ ເຫຼືອບັນດາເມືອງ
ນ້ອຍ ແລະເມືອງໃຫຍ່ຕ່າງໆ ໃນການປະສານງານດໍາເນີຍ ຄວາມພະຍາ ຍາມໃນການ
ບັນເທົ່າທຸກ.

ທ່ານທຣໍາໄດ້ປະກາດທີ່ຄ້າຍຄືກັນໃນວັນເສົາທີ່ຜ່ານມາແກ່ລັດຟລໍຣິດາ ທີ່ໄດ້ຮັບຜົນກະທົບຢ່າງແຮງຈາກພະຍຸດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG