ຜູ້ນຳຂອງມຽນມາ ທ່ານນາງອອງ ຊານ ຊູ ຈີ ທີ່ຖືກປົດອອກຈາກຕຳແໜ່ງ ຈະໄປປາກົດຕົວຢູ່ສານໃນ ວັນທີ 24 ພຶດສະພາ ອີງຕາມຄຳເວົ້າ ທະນາຍຄວາມ ຂອງທ່ານນາງ.
ທ່ານນາງຍັງບໍ່ໄດ້ປາກົດຕົວຢູ່ໃນທີ່ສາທາລະນະ ນັບແຕ່ວັນທີ 1 ເດືອນກຸມພາ ເປັນຕົ້ນມາ ເວລາທ່ານນາງໄດ້ຖືກກັກບໍລິເວນ ໂດຍທະຫານ ທີ່ໄດ້ເຂົ້າຍຶດອຳ ນາດ.
ນັບແຕ່ການເຮັດລັດຖະປະຫານ ທ່ານນາງໄດ້ຖືກກ່າວຫາວ່າ ກະທຳຜິດ 6 ກະ ທົງ ຮວມທັງບໍ່ປະຕິບັດຕາມ ຂໍ້ຈຳກັດກ່ຽວກັບໂຄວິດ-19 ໃນລະຫວ່າງການ ເລືອກຕັ້ງ ປີກາຍນີ້.
ສິ່ງທີ່ຮ້າຍແຮງສຸດ ທ່ານນາງຖືກກ່າວຫາກໍຄື ການລະເມີດກົດໝາຍ ວ່າດ້ວຍຄວາມລັບຂອງປະເທດ. ການຕັດສິນລົງໂທດດັ່ງກ່າວ ທີ່ອາດນຳໄປສູ່ການຕິດ ຄຸກດົນເຖິງ 14 ປີ ອີງຕາມອົງການຂ່າວຣອຍເຕີ້.
ອຳນາດການປົກຄອງໃນປັດຈຸບັນ ຍັງໄດ້ກ່າວຫາທ່ານນາງ ສໍ້ລາດບັງຫຼວງ ແຕ່ຍັງບໍ່ທັນໄດ້ຟ້ອງ ຢ່າງເປັນທາງການເທື່ອ.
ມີລາຍງານວ່າ ທ່ານນາງຊູ ຈີ ໄດ້ໄປຮ່ວມໃຫ້ການຈຳນວນນຶ່ງຜ່ານກອງປະຊຸມ ທາງວີດີໂອ ແລະໄດ້ຈົ່ມວ່າການດຳເນີນຄະດີແມ່ນຊ້າຫຼາຍ.