ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະເຫຼີມສະຫຼອງວັນຊາດ ຂອງ ອາເມຣິກາ ຄົບຮອບ 246 ປີ ຢູ່ເມືອງເອັນເວລ ຂອງລັດນິວຢອກ


ແຟ້ມຮູບ-ການແຕກຂອງດອກໄມ້ໄຟຢູ້ເໜືອອາຄານລັດຖະສະພາຂອງສະຫະລັດ (ຊ້າຍ), ອານຸສາວະລີວໍຊິງຕັນ (ກາງ), ແລະອານຸສອນສະຖາສນຂອງທ່ານລິນຄອນ ໃນວັນສະເຫຼີມສະຫຼອງຄົບຮອບ ປີທີ 241 ຂອງວັນປະກາດເອກະລາດຂອງສະຫະລັດ ແລະເປັນວັນພັກແຫ່ງຊາດ ວັນທີ 4 ກໍລະກົດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 4 ກໍລະກົດ 2017.
ແຟ້ມຮູບ-ການແຕກຂອງດອກໄມ້ໄຟຢູ້ເໜືອອາຄານລັດຖະສະພາຂອງສະຫະລັດ (ຊ້າຍ), ອານຸສາວະລີວໍຊິງຕັນ (ກາງ), ແລະອານຸສອນສະຖາສນຂອງທ່ານລິນຄອນ ໃນວັນສະເຫຼີມສະຫຼອງຄົບຮອບ ປີທີ 241 ຂອງວັນປະກາດເອກະລາດຂອງສະຫະລັດ ແລະເປັນວັນພັກແຫ່ງຊາດ ວັນທີ 4 ກໍລະກົດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 4 ກໍລະກົດ 2017.

ຢູ່ໃນເມືອງເອັນແວລ, ເຊິ່ງເປັນເມືອງນ້ອຍໆທີ່ຢູ່ຮ່ອມພູທາງພາກເໜືອງຂອງລັກນິວຢອກ ແມ່ນຈະມີພິທີການການສະເຫຼີມສະຫຼອງງານບຸນວັນຊາດຂອງສະຫະລັດຄົບຮອບ 246 ປີ, ເຊິ່ງຈະໄດ້ຈັດການຍິງດອກໄມ້ໄຟ ທີ່ຍິ່ງໃຫຍ່ ແລະງົດງາມເໝືອນດັ່ງທຸກໆປີທີ່ຜ່ານມາຢູ່ທີ່ Highland Park ຂອງເມືອງດັ່ງກ່າວ.

ຍາປ້າ ແກ່ນຕາ ສຸວັນທອງ, ເຊິ່ງເປັນພົນລະເມືອງທີ່ອາໄສຢູ່ຂົງເຂດດັ່ງກ່າວມາເປັນເວລາດົນ ໄດ້ເວົ້າອ່ວຍພອນເຖິງວັນສໍາຄັນດັ່ງກ່າວນີ້ ສູ່ VOA ພາກພາສາລາວຟັງວ່າ:

“ປະເທດອາເມຣິກາເປັນຮົ່ມເງົາຂອງຊາວໂລກ, ອາເມຣິການີ້ສົມເພິ່ນເປັນຈອມໂລກແທ້ໆ, ເຮົາໄດ້ມາ ໄດ້ມີຄວາມສຸກໃນທຸກມື້ນີ້ ກໍຍ້ອນອາເມຣິການີ້ລະ, ທີ່ເພິ່ງຂອງເຮົາ ຮົ່ມໂພຮົ່ມໄຊຂອງອົບພະຍົບທຸກໆປະເທດໃນໂລກນີ້, ຂໍໃຫ້ເພິ່ນເປັນຮົ່ມໂພຮົ່ມໄຊໃຫ້ຊາວໂລກຕະຫຼອດໄປ ຊະນະທຸກສິ່ງທຸກຢ່າງ ໃຫ້ຜ່ານພົ້ນຄວາມຍາກລໍາບາກໄປໄດ້.”

ສໍາລັບວັນຊາດຂອງສະຫະລັດອາເມຣິກາ ແມ່ນວັນປະກາດເອກະລາດຢ່າງເປັນທາງການຂອງສະຫະລັດທີ່ຖືກຮັບຮອງໂດຍສະພາສູງ ເຊິ່ງຂຽນໂດຍປະທານາ ທິບໍດີຄົນທີສາມຂອງສະຫະລັດ ທ່ານໂທມັສ ເຈັບເຟີຊັນ (Thomas Jefferson 1743-1826). ເຖິງແມ່ນວ່າ ວັນທີ 2 ກໍລະກົດ 1776 ຈະເປັນມື້ທີ່ລົງຄະແນນສຽງແທ້, ແຕ່ຫຼັງຈາກນັ້ນສອງວັນຈຶ່ງແມ່ນມື້ວັນປະກາດເອກະລາດ ຢ່າງເປັນທາງການ ຄືວັນທີ 4 ກໍລະກົດ 1776.

ຢ່າງໃດກໍຕາມ, ເນື່ອງຈາກການສະເຫຼີມສະຫຼອງດັ່ງກ່າວ ຈະມີປະຊາຊົນຢູ່ໃນທ້ອງຖິ່ນຂອງເມືອງ ແລະໃກ້ຄຽງ ມາຊົມເປັນຈໍານວນຫຼວງຫຼາຍ, ດັ່ງນັ້ນ ທາງເຈົ້າໜ້າທີ່ຂອງເມືອງ ຈຶ່ງໄດ້ມີການກະກຽມ ແລະເພີ້ມການຮັກສາຄວາມປອດໄພຫຼາຍຂຶ້ນ ເພື່ອໃຫ້ທຸກໆຄົນທີ່ມາຍ່າງຫຼິ້ນທ່ຽວຊົມໃນຕອນແລງມື້ນີ້ ມີຄວາມປອດໄພ ແລະສະບາຍໃຈຍິ່ງຂຶ້ນ.

XS
SM
MD
LG