ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການສະຫຼອງ ບຸນປີໃໝ່ລາວຫຼາຍແຫ່ງ ຖືກຍົກເລີກ ຍ້ອນການລະບາດ ຂອງໄວຣັສໂຄໂຣນາ


ທ່ານວັນນະສິງ ແອນຕວນ ແກ້ວດາຣາ ປະທານສະພາອຳນວຍ
ການສູນກາງ ວັດທະນາທຳລາວ ທີ່ເມືອງແຊນດີເອໂກ ລັດຄາລິຟໍເນຍ ພ້ອມດ້ວຍລູກຫຼານລາວ-ອາເມຣິກັນ
ທ່ານວັນນະສິງ ແອນຕວນ ແກ້ວດາຣາ ປະທານສະພາອຳນວຍ ການສູນກາງ ວັດທະນາທຳລາວ ທີ່ເມືອງແຊນດີເອໂກ ລັດຄາລິຟໍເນຍ ພ້ອມດ້ວຍລູກຫຼານລາວ-ອາເມຣິກັນ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງ ວີໂອເອ
ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບບັນດາ ຜູຸ້ນຳສັງຄົມລາວອາເມ
ຣິກັນ ຢູ່ໃນສະຫະລັດ ກ່ຽວກັບການກະກຽມສະຫຼອງບຸນ ປີໃໝ່ລາວ ພ.ສ 2563 ປີ ໜູ
ໃນເດືອນເມສານີ້. ປັດຈຸບັນການເຕົ້າໂຮມໃດໆ ກໍຕາມ ແມ່ນໄດ້ຖືກທາງການຫ້າມ ບໍ່
ໃຫ້ມີການໂຮມຊຸມນຸມກັນ ເພື່ອປ້ອງກັນ ການແຜ່ລະບາດໄວຣັສໂຄໂຣນາທີ່ກຳລັງສົ່ງຜົນ
ກະທົບຢ່າງໜັກມາສູ່ປະຊາຄົມ ຢູ່ໃນທົ່ວໂລກ. ສະພາບການອັນຮ້າຍແຮງດັ່ງກ່າວນີ້ ມີ
ຜົນສະທ້ອນຕໍ່ການສະ ຫຼອງບຸນປີໃໝ່ລາວຢ່າງໃດນັ້ນ ກິ່ງສະວັນ ຈະນຳລາຍລະອຽດ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ທ່າມກາງລະດູບານໃໝ່ ທີ່ກຳລັງເຄື່ອນຍ້າຍເຂົ້າມາສູ່ເດືອນເມສາ ປີ 2020 ອັນເປັນ
ສັນຍາລັກໃນການຕ້ອນຮັບ ການສະຫຼອງບຸນປີໃໝ່ລາວ ປີ ໜູ ພ.ສ 2563. ເວລານີ້
ເຫດການອັນຮ້າຍແຮງທີ່ບໍ່ຄາດຄິດໄດ້ເກີດຂຶ້ນ ຄື ການແຜ່ລະບາດໄວຣັສໂຄໂຣນາ
ອອກໄປຢູ່ທົ່ວໂລກທີ່ໄດ້ເລີ້ມແຜ່ຂະຫຍາຍ ຈາກເມືອງວູຫານ ປະເທດຈີນ ໃນທ້າຍ
ປີ 2019.

ຕົກມາເຖິງປັດຈຸບັນນີ້ ໄວຣັສໂຄໂຣນາ ໄດ້ນຳເອົາຊີວິດຄົນໄປແລ້ວຫຼາຍພັນຄົນໂດຍ
ບໍ່ໄດ້ເລືອກຊົນຊັ້ນວັນນະ ຜິວພັນແລະອາຍຸເຍົາໄວ. ສະພາບການ ທີ່ໜ້າຢ້ານກົວໄດ້
ບັງຄັບໃຫ້ກິດຈະການຊີວິດປະຈຳວັນທຸກໆພາກສ່ວນຢຸດສະຫງັກລົງເຊັ່ນ ໂຮງຮຽນ
ໂຮງການ ບໍລິສັດຮ້ານຄ້າ ແລະທຸລະກິດຕ່າງໆ.

ບັດນີ້ທຸກໆຄົນກຳລັງພາກັນກັກຕົນເອງຢູ່ໃນບ້ານເຮືອນຂອງໃຜລາວ ຖະໜົນ ຫົນທາງ
ເປົ່າແປນ ແລະບ່ອນຊຸມນຸມທີ່ເຄີຍໜ້າແໜ້ນໄດ້ເປົ່າຫວ່າງລົງຢ່າງບໍ່ ເຄີຍເຫັນມາກ່ອນ
ເພື່ອຫລີກຫລ່ຽງການແຜ່ລະບາດໄວຣັສໂຄໂຣນາ. ໃນຂະນະດຽວກັນນີ້ ສັງຄົມລາວ
ອາເມຣິກັນຢູ່ທົ່ວປະເທດໄດ້ພາກັນກະກຽມສະຫຼອງ ບຸນປີໃໝ່ລາວຢູ່ຕາມວັດວາອາ
ຮາມ ທ້ອງຖິ່ນຂອງໃຜລາວນັ້ນ ບັດນີ້ຕ້ອງຍົກເລີກ ຫຼືບໍ່ກໍໂຈະໄວ້ຢ່າງບໍ່ມີກຳນົດ.

ປະຊາຄົມລາວທີ່ນະຄອນແຊນດີເອໂກ ລັດຄາລິຟໍເນຍ ຕັ້ງຢູ່ພາກໃຕ້ສຸດທາງ ທິດຕາ
ເວັນຕົກຂອງສະຫະລັດ ບ່ອນທີ່ມີດິນຟ້າອາກາດ ອົບອຸ່ນຕະຫຼອດປີນັ້ນ ແມ່ນແຫ່ງນຶ່ງ
ທີ່ໄດ້ຮັບຜົນກະທົບຈາກການຍົກເລີກ ບໍ່ໃຫ້ມີການສະຫຼອງບຸນປີໃໝ່ລາວ ດັ່ງທີ່ທ່ານ
ວັນນະສິງ ແອນຕວນ ແກ້ວດາຣາ ປະທານສະພາອຳນວຍການ ສູນກາງວັດທະນາ
ທຳລາວ ກ່າວສູ່ ວີໂອເອ ຟັງດັ່ງນີ້:

ການສະຫຼອງບຸນປີໃໝ່ລາວໃນແຕ່ລະປີຕາມປົກກະຕິແລ້ວ ແມ່ນພິທີການທີ່ໃຫຍ່ໂຕ
ມະໂຫລານ ມີບັນດາສະມາຊິກສັງຄົມລາວ ຄົນຕ່າງຊາດ ແລະບັນດາເຈົ້າ ໜ້າທີ່ຂັ້ນ
ສູງ ປະຈຳທ້ອງຖິ່ນ ຖືກເຊີນເຂົ້າຮ່ວມ ຊຶ່ງທ່ານວັນນະສິງ ກ່າວເຖິງຕອນນີ້ວ່າ:

ສ່່ວນຊີວິດການເປັນຢູ່ຂອງປະຊາຄົມລາວອາເມຣິກັນ ຢູ່ເຂດເມືຶອງແນສວິລ ລັດເທັນ
ເນສຊີ ໃນພາກຕາເວັນອອກສຽງໃຕ້ຂອງສະຫະລັດ ທ່ານຕຸ້ຍ ພົມມະຈັນ ຄະນະກຳມະ
ການສະຫຼອງບຸນປີໃໝ່ວັດ ລາວພຸດທະປະທີບ ໄດ້ກ່າວເຖິງສະພາບການ ຢູ່ໃນຂົງເຂດ
ນີ້ສູ່ ວີໂອເອ ຟັງວ່າ:

ທ່ານຕຸ້ຍ ພົມມະຈັນ ພ້ອມດ້ວຍລູກຫຼານລາວອະເມຣິກັນ
ທ່ານຕຸ້ຍ ພົມມະຈັນ ພ້ອມດ້ວຍລູກຫຼານລາວອະເມຣິກັນ

ລັດຖະບານຂອງປະທານາທິບໍດີດໍໂນລ ທຣໍາ ໄດ້ຄາດຄະເນວ່າຈະຍົກເລີກກົດລະບຽນ
ການຢູ່ຫ່າງກັນ ແລະເປີດກິດຈະການໃຫ້ເຂົ້າສູ່ສະພາບປົກກະຕິໃນທ້າຍເດືອນເມສານີ້
ແຕ່ນັ້ນກໍຍັງບໍ່ເປັນທີ່ແນ່ນອນໄດ້ເທື່ອ.

ໄວຣັສໂຄໂຣນາ ໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງ ຫັນປ່ຽນການດຳລົງ ຊີວິດໄປ
ທົ່ວໂລກທີ່ຈະຖືກບັນທຶກເອົາໄວ້ໃນປະຫວັດສາດຂອງສັງຄົມມະນຸດ ໂດຍສະເພາະ
ດ້ານການແພດ ອະນາໄມ ເສດຖະກິດ ແລະເປັນບົດຮຽນອັນ ລໍ້າຄ່າໃນການກະກຽມ
ສຳລັບອະນາຄົດ.

ໂຊກດີປີໃໝ່ ຈົ່ງເກີດຂຶ້ນແດ່ທຸກໆທ່ານ ແລະຂໍໃຫ້ມີສຸຂະພາບແຂງແຮງ.

ກິ່ງສະຫວັນ ປະຖັມມະວົງ ພ້ອມດ້ວຍຄະນະຈັດທຳລາຍການ ວີໂອເອ ພາກພາສາລາວ.

XS
SM
MD
LG