ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກິດຈະການ ຮ້ານຊີ້ນດາດ ໃນນະຄອນຫຼວງວຽງຈັນ


BBQ that served on wood stove.
BBQ that served on wood stove.

ຊີ້ນດາດ ເປັນອາຫານທີ່ຫຼາຍຄົນນິຍົມຮັບປະທານ ແລະສາມາດກິນໄດ້ ໃນທຸກໆໂອກາດ, ການເປີດກິດຈະການຮ້ານຊີ້ນດາດແມ່ນບໍ່ຍາກ ໂດຍເລີ້ມຕົ້ນ ຈາກຂັ້ນຕອນແບບງ່າຍໆ, ແຕ່ຄວາມທ້າທາຍກໍມີຫຼາຍສໍາລັບກິດຈະການດ້ານນີ້. ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັບດັບຕໍ່ໄປ.

ຄຽງຂ້າງກັບອາຫານລາວປະເພດອື່ນໆແລ້ວ, ຊີ້ນດາດ ເປັນອາຫານອີກເມນູນຶ່ງ ທີ່ຄົນລາວນິຍົມຮັບປະທານໃນປັດຈຸບັນ ໂດຍສະເພາະເວລາກິນນໍາກັນຫຼາຍໆ ຄົນກັບຄອບຄົວ ແລະໝູ່ເພື່ອນ, ເຊິ່ງ ຊີ້ນດາດທີ່ຊາວນະຄອນຫຼວງວຽງຈັນຮັບ ຮູ້ມາດົນນານ ແລະນິຍົມໄປກິນກໍຄື ຊີ້ນດາດຮ້ານໂປ້ຍຊຽນ.

ຍານາງແສງນິມິດ ຈຸນລະມະນີ, ນຶ່ງໃນ 4 ເອື້ອຍນ້ອງເຈົ້າຂອງກິດຈະການ ຮ້ານຊີ້ນດາດໂປ້ຍຊຽນກ່າວໃຫ້ຟັງວ່າ ຮ້ານຂອງເພິ່ນເປີດມາດົນນານແລ້ວ, ເປັນຮ້ານທີ່ຂະຫຍາຍກິດຈະການ ດ້ວຍການເປີດເລີ້ມຕົ້ນຈາກຮ້ານນ້ອຍໆ ທີ່ຕັ້ງຢູ່ໃນຮ່ອມທາງ ແລະມີພຽງ 6 ໂຕະ ປະກອບດ້ວຍ 4 ເມນູຄື ດາດໝູ, ໄກ່, ງົວ, ແລະ ປາ ໂດຍຕັ້ງຢູ່ບໍລິເວນເດີ່ນກາງບ້ານຂອງສວນດອກໂປ້ຍຊຽນ ເທົ່ານັ້ນ, ເຊິ່ງນາງໄດ້ກ່າວໃຫ້ຟັງເຖິງການເລີ້ມຕົ້ນມາດັ່ງນີ້:

“ສະພາບການຂອງເງິນເດືອນກະຄືແບບວ່າມັນບໍ່ພໍຢູ່ພໍກິນ ແຕ່ພວກເຮົາກໍ ມີສີໄມ້ລາຍມືໃນການເຮັດກິນ ທີ່ໄດ້ຖ່າຍທອດມາຈາກແມ່ສອນມາໃຫ້ ກະເລີຍ ຫຼັງຈາກເລີກວຽກ ເຮົາກະເລີຍມາເລີ້ມເປີດຮ້ານຊີ້ນດາດ ແປວ່າເຮົາກໍບໍ່ໄດ້ເຮັດ ໃຫຍ່ເນາະ ຕອນທໍາອິດເຮົາເປີດກະມີແຕ່ 6 ໂຕະ ຄືເຮົາເອົາສະຖານທີ່ເຮືອນ ຂອງພໍ່ແມ່ນິເປັນຮ້ານຊີ້ນດາດເລີຍເນາະ ເພາະວ່າທາງບ້ານພວກເຮົານີ້ມັກປູກ ດອກໄມ້ເນາະ ລະມັນກໍມີດອກໄມ້ຫຼາຍ ໂດຍສະເພາະແມ່ນດອກໂປ້ຍຊຽນ ກະເລີຍວ່າມາໃສ່ຊື່ວ່າ ຊີ້ນດາດໂປ້ຍຊຽນ, ທໍາອິດເຮົາກະບໍ່ໄດ້ໂຄສະນາຫຍັງ ຫຼາຍ ໝູ່ເພື່ອນ ຍາດຕິພີ່ນ້ອງ ມາຊ່ອຍອຸດໜຸນ ລະກະເຂົາເຈົ້າມາກິນລະກະ ເຂົາເຈົ້າກະຮູ້ສຶກວ່າມັນແຊບ ກະເລີຍເວົ້າສູ່ກັນຟັງ ກະເລີຍປາກຕໍ່ປາກ ກະເລີຍມາຫຼາຍຂຶ້ນ ລະເຮົາກະເລີ້ມໄດ້ເພີ້ມຈໍານວນໂຕະ, ແຕ່ກ່ອນທີ່ເຮົາຊິ ເຮັດຮ້ານຊີ້ນດາດ ຖະໜົນ T2 ນີ້ຍັງບໍ່ຖືກຕັດມາເທື່ອ ຍັງເປັນຊອຍນ້ອຍໆຢູ່.”

BBQ menu in different kinds of meat.
BBQ menu in different kinds of meat.

ຮ້ານຊີ້ນດາດໂປ້ຍຊຽນ ຕັ້ງຢູ່ບ້ານໜອງສະໂນຄໍາ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍເປີດກິດຈະການມາຕັ້ງແຕ່ປີ 1998, ເຊິ່ງເປັນຮ້ານທີ່ມີລັກສະນະຂອງສະພາບແວດລ້ອມແບບເປີດຢູ່ກາງເດີນ ແລະໃນສະຖານທີ່, ປະກອບດ້ວຍ 88 ໂຕະ, ໃນນີ້ ລູກຄ້າຈະເຂົ້າມາໃຊ້ບໍລິ ການໃນທຸກໆມື້ ໂດຍສະເລ່ຍປະມານ 150 ຄົນຕໍ່ມຶ້, ເຊິ່ງລູກຄ້າຂອງເພິ່ນຈະ ມາຫຼາຍທີ່ສຸດໃນຊ່ວງຕົ້ນເດືອນ, ໂດຍນາງກ່າວວ່າ:

“ມັນຂຶ້ນຕາມກາລະເວລາເນາະ ເຮົາເຮັດມາຫຼາຍປີຈົນຮອດ 25 ປີ ເຮົາຮູ້ເລີຍ ວ່າຊ່ວງວັນທີ 1 ຈົນເຖິງວັນທີ 10 ນີ້ລູກຄ້າຈະຫຼາຍ ຈາກນັ້ນ 11, 12, 13, 14 ຈົນຮອດວັນທີ 20 ລູກຄ້າຈະພໍປານກາງ ແລະຫຼັງຈາກນັ້ນທ້າຍເດືອນມາ ລູກຄ້າຈະມາຫຼາຍອີກ. ເກັບກໍາສະຖິຕິ ເພື່ອເຮັດໃຫ້ເຮົາຊື້ວັດສະດຸເຂົ້າມາແຕ່ ລະມື້ໃຫ້ມັນພຽງພໍກັບຊ່ວງໄລຍະເວລາຂອງເດືອນ, ຮ້ານເຮົາຫັ້ນລູກຄ້າສ່ວນ ຫຼາຍ 60 ເປີເຊັນນີ້ເປັນລູກຄ້າພື້ນຖານທີ່ອາໄສຢູ່ປະເທດລາວເນາະ. ແຕ່ເວົ້າ ວ່າທົວພວກເຮົາມີບໍ ມີ, ທົວຫັ້ນສ່ວນຫຼາຍທີ່ຈະມາຫາເຮົາຫັ້ນກໍຈະມີເປັນເກົາຫຼີ, ຍີ່ປຸ່ນ, ແລະກະມີຫວຽດນາມ ແລະກະມີໄທ. ໃນກໍລະນີຂອງທົວນິ ທົວຈະຕ້ອງ ເປັນຜູ້ມາໂທຈອງກັບເຮົາສາກ່ອນ ປະມານ 4 ມື້ເຈົ້າ.”

ຈຸດເດັ່ນຂອງຮ້ານກໍຄື ນໍ້າຊຸບ ແລະນໍ້າແຈ່ວ, ເມື່ອຜູ້ປະກອບການທ່ານໃດ ຈະເປີດຮ້ານຊີ້ນດາດ ຈຸດສໍາຄັນຫຼັກທີ່ທ່ານຕ້ອງຄໍານຶງເຖິງຄື ສູດສະເພາະຂອງ ແຈ່ວ ແລະນໍ້າຊຸບສະເໝີ, ເຊິ່ງທາງຮ້ານຊີ້ນດາດໂປ້ຍຊຽນ ເພິ່ນຈະມີສູດຂອງ ນໍ້າແຈ່ວ ແລະນໍ້າຊຸບຂອງຄອບຄົວ ທີ່ຍັງຄົງຮັກສາລົດຊາດ ແລະມາດຕະຖານ ແບບເກົ່າມາຈົນເຖິງທຸກມື້ນີ້.

ຜັກສົດ, ໃໝ່ ແລະ ກອບ ຈາກສວນຢູ່ໃນທ້ອງຖິ່ນ ມີບໍລິການທຸກໆມື້.​ (ຮ້ານຊີ້ນດາດ ໂປ້ຍຊຽນ/Poysian BBQ Restaurant).
ຜັກສົດ, ໃໝ່ ແລະ ກອບ ຈາກສວນຢູ່ໃນທ້ອງຖິ່ນ ມີບໍລິການທຸກໆມື້.​ (ຮ້ານຊີ້ນດາດ ໂປ້ຍຊຽນ/Poysian BBQ Restaurant).

ຍານາງແສງນິມິດກ່າວໃຫ້ຟັງອີກວ່າ ການເປີດກິດຈະການຮ້ານຊີ້ນດາດ ຈະຕ້ອງເນັ້ນໜັກເຖິງຄຸນນະພາບ ຄວາມສະອາດ ຫຼັກອະນາໄມ ແລະ ຄວາມໄວ, ເຊິ່ງເວລາລູກຄ້າມານັ່ງ ຈະຕ້ອງເສີບໃນທັນທີ ບໍ່ຕ້ອງໃຫ້ລູກຄ້າ ລໍຖ້າດົນ. ນອກຈາກນັ້ນ, ວັດຖຸດິບທີ່ເພິ່ນສະໜອງຢູ່ໃນຮ້ານເກືອບທັງໝົດ ຈະເປັນຜົນຜະລິດພາຍໃນທ້ອງຖິ່ນເຊັ່ນຜັກ ທີ່ມີຄູ່ຄ້າປູກ ແລະສົ່ງໃຫ້ທຸກໆຄັ້ງ ຕາມຄວາມຕ້ອງການ, ຊີ້ນງົວ ຊີ້ນປາ ທີ່ມີສະໜອງໃຫ້ທຸກໆເວລາຢູ່ໃນທ້ອງ ຕະຫຼາດ ແລະອາຫານທະເລທີ່ຈະຕ້ອງໄດ້ນໍາເຂົ້າຈາກປະເທດເພື່ອນບ້ານ ແລະບາງສ່ວນປະກອບຂອງນໍ້າແຈ່ວ, ນອກນັ້ນ ຍັງມີຊີ້ນງົວວາກີວຂອງຍີ່ປຸ່ນ ທີ່ສະໜອງໃຫ້ໂດຍສະມາຄົນຍີ່ປຸ່ນ ເຊິ່ງເມນູນີ້ ຈະເປັນເມນູທີ່ພິເສດ ເຊິ່ງມີລາຄາຊຸດນຶ່ງ 600,000 ກີບ, ສ່ວນເມນູຖືກສຸດຂອງຮ້ານ ຈະເປັນຊຸດ ດາດຊີ້ນໝູ ໃນລາຄາ 100,000 ກີບ. ໃນນັ້ນ ລູກຄ້າສາມາດເລືອກເມນູຊີ້ນ ດາດໄດ້ໃນ 13 ລາຍການເມນູ ພ້ອມທັງເມນູອາຫານປະເພດອື່ນໆ.

ຍານາງແສງນິມິດຍັງໄດ້ກ່າວອີກວ່າ ຮ້ານຊີ້ນດາດໂປ້ຍຊຽນ ມີເອກະລັກເປັນ ຂອງຕົນເອງ, ທາງຮ້ານຈະບໍ່ໄດ້ໝັກຊີ້ນ ເຊິ່ງພວກເພິ່ນຈະຈັດຕຽມໃໝ່ໆພ້ອມ ເສີບໃຫ້ລູກຄ້າເລີຍ ແຕ່ຫົວໃຈຫຼັກກໍຄືນໍ້າແຈ່ວ ແລະ ນໍ້າຊຸບ.

ແນວໃດກໍຕາມ, ຍານາງແສງນິມິດຍັງໄດ້ກ່າວເພີ້ມອີກວ່າ ການຂະຫຍາຍຮ້ານ ກໍຄືການໝູນວຽນຂອງທຶນ ເຊິ່ງທາງຜູ້ປະກອບການຈະຄ່ອຍຂະຫຍັບຂະຫຍາຍ ຮ້ານອອກ ຕາມທຶນທີ່ຕົນເອງໄດ້ຈາກການຂາຍອາຫານ ຕາມໄລຍະເວລາ ແລະຄວາມສາມາດ, ທີ່ສໍາຄັນ ຈະບໍ່ສ້າງໜີ້ເພື່ອມາຕໍ່ເຕີມຮ້ານ.

ມຸມທາງເຂົ້າ ຂອງຮ້ານຊີ້ນດາດ ໂປ້ຍຊຽນ, ບ້ານໜອງສະໂນຄໍາ, ສີໂຄດຕະບອງ, ນະຄອນຫຼວງວຽງຈັນ. (Poysian BBQ Restaurant)
ມຸມທາງເຂົ້າ ຂອງຮ້ານຊີ້ນດາດ ໂປ້ຍຊຽນ, ບ້ານໜອງສະໂນຄໍາ, ສີໂຄດຕະບອງ, ນະຄອນຫຼວງວຽງຈັນ. (Poysian BBQ Restaurant)

ສະຫຼຸບແລ້ວ, ການປະກອບທຸລະກິດຮ້ານຊີ້ນດາດ ສິ່ງສໍາຄັນຫຼັກຕ້ອງຄໍານຶງ ເຖິງຄວາມຕ້ອງການຂອງລູກຄ້າ, ສຶກສາເບິ່ງໄລຍະ ແລະເວລາທີ່ລູກຄ້າເຂົ້າ ຮ້ານ ເພາະຈະເຮັດໃຫ້ຕົນສາມາດເກັບສະຖິຂອງປະລິມານວັດຖຸດິບທີ່ຈະສະ ໜອງ, ເຊິ່ງຈຸດນີ້ຈະສາມາດເຮັດໃຫ້ອາຫານທີ່ເສີບໃຫ້ລູກຄ້າຍັງສົດ ແລະໃໝ່, ພ້ອມກັນນັ້ນ ການບໍລິການທີ່ວ່ອງໄວທັນໃຈກໍເປັນອີກນຶ່ງປັດໃຈຫຼັກ, ຄວາມອົດ ທົນກໍເປັນອີກແຮງຜັກດັນນຶ່ງ ແລະຄວາມຈິງໃຈ ຄືສິ່ງທີ່ລູກຄ້າເຊື່ອໝັ້ນ, ແຕ່ສິ່ງທີ່ຂາດບໍ່ໄດ້ ແລະບໍ່ຄວນຂາດຕົກກໍຄື ຈຸດເດັ່ນຂອງຂະໜາດ ແລະມາດ ຕະຖານຕັ້ງແຕ່ເລີ້ມຕົນ ຈົນມາເຖິງປັດຈຸບັນຕ້ອງຮັກສາໃຫ້ຄົງທີ່ ແລະຄືສະໝໍ່າ ສະເໝີ ແລະບໍ່ຢຸດທີ່ຈະພັດທະນາ.

ບັນຍາກາດຢູ່ກາງເດີນ ພາຍໃນຮ້ານ ທີ່ລູກຄ້າສາມາດສໍາພັດຄວາມໂລ່ງສະບາຍຂອງອາກາດສົດ ຢູ່ທີ່ຮ້ານຊີ້ນດາດໂປ້ຍຊຽນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. (Poysian BBQ Restaurant).
ບັນຍາກາດຢູ່ກາງເດີນ ພາຍໃນຮ້ານ ທີ່ລູກຄ້າສາມາດສໍາພັດຄວາມໂລ່ງສະບາຍຂອງອາກາດສົດ ຢູ່ທີ່ຮ້ານຊີ້ນດາດໂປ້ຍຊຽນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. (Poysian BBQ Restaurant).

XS
SM
MD
LG