ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອງອາຊຽນ ເຫັນດີໃຫ້ສ້າງສູນປະສານງານ ການຊ່ວຍເຫຼືອດ້ານມະນຸດສະທຳ ແກ່ຊາວພະມ້າ ໃນປະເທດໄທ


ທັດສະນີຍະພາບ ໃນນະຄອນຫຼວງພະບາງ
ທັດສະນີຍະພາບ ໃນນະຄອນຫຼວງພະບາງ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອງອາຊຽນ ຕົກລົງໃຫ້ສູນປະສານງານ ເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ຊາວພະມ້າ ທີ່ໜີໄພສົງຄາມຈາກພະມ້າ ເຂົ້າໄປທີ່ເຂດຊາຍແດນຂອງໄທ. ຊົງຣິດ ໂພນເງິນ ມີລາຍງານ ກ່ຽວກັບເລື້ອງນີ້ຈາກບາງກອກ.

ທ່ານ ປານປຣີ ມະຫິດທານຸກອນ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີວ່າການຕ່າງປະເທດຂອງໄທ ຖະແຫຼງຢືນຢັນວ່າ ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງອາຊຽນ ທີ່ນະຄອນຫຼວງພະບາງ ໃນຊ່ວງວັນທີ 28-29 ມັງກອນ 2024 ທີ່ຜ່ານມາ ໄດ້ໃຫ້ຄວາມສຳຄັນເປັນພິເສດໃນການຮ່ວມມື້ກັນເພື່ອແກ້ໄຂບັນຫາຂັດແຍ້ງທາງການເມືອງໃນພະມ້າ ດ້ວຍການສືບຕໍ່ການຈັດຕັ້ງປະຕິບັດຕາມເງື່ອນໄຂ 5 ຂໍ້ ທີ່ໄດ້ກຳນົດໃນກອງປະຊຸມວາລະພິເສດຂອງຜູ້ນຳອາຊຽນ ທີ່ນະຄອນຫຼວງຈາກາຕາ ອິນໂດເນເຊຍ ເມື່ອເດືອນເມສາ 2021 ນັ້ນ ທັງນີ້ໂດຍຄວາມຄືບໜ້າ ທີ່ເກີດຂຶ້ນໃນກອງປະຊຸມຄັ້ງນີ້ ກໍ່ຄືການຕົກລົງໃຫ້ຕັ້ງສູນປະສານງານເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ຊາວພະມ້າ ທີ່ໜີໄພສົງຄາມຈາກພະມ້າ ໄປຢູ່ໃນເຂດຊາຍແດນຂອງໄທ ຊຶ່ງທາງການໄທຈະຈັດຕັ້ງຂຶ້ນພາຍໃນເດືອນກຸມພາ 2024 ນີ້ ດັ່ງທີ່ທ່ານປານປຣີ ຖະແຫຼງຢືນຢັນວ່າ:

ການກຳນົດພື້ນທີ່ນັ້ນ ເຮົາຈະເລີ້ມຈາກພື້ນທີ່ໃນຈັງຫວັດຕາກກ່ອນ ຊຶ່ງຂ້າພະເຈົ້າກໍຈະລົງໄປເບິ່ງພື້ນທີ່ທີ່ເໝາະສົມ ແລະ ກໍໄດ້ຮັບການຍອມຮັບຈາກທຸກຝ່າຍໃນມ່ຽນມ້າ ບໍ່ແມ່ນສະເພາະລັດຖະບານຢ່າງດຽວ ເຮົາກໍ່ຈະດຳເນີນການເລີ້ມຕົ້ນທີ່ຈຸດນັ້ນກ່ອນ ຊຶ່ງເປັນພື້ນທີ່ທີ່ບໍ່ໃຫຍ່ຫຼາຍປານໃດ ແລ້ວກໍ່ຖ້າໃນສ່ວນນີ້ນັ້ນ ປະສົບຜົນສຳເລັດດີ ເຮົາກໍ່ຈະຂະຫຍາຍພື້ນທີ່ໄປອີກ. ໃນການປະຊຸມອາຊຽນ ທຸກປະເທດ ໃຫ້ການສະໜັບສະໜູນແນວທາງລິເລີ້ມຂອງປະເທດໄທ ຊຶ່ງຢູ່ພາຍໃຕ້ສັນທາມະຕິ 5 ຂໍ້”

ທັງນີ້ ສັນທາມະຕິ 5 ຂໍ້ ໃນການແກ້ໄຂບັນຫາຂັດແຍ້ງທາງການເມືອງ ໃນພະມ້າດັ່ງກ່າວ ປະກອບດ້ວຍການຢຸດຢັ້ງການໃຊ້ຄວາມຮຸນແຮງໃນທັນທີ ການຈັດໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງເຈລະຈາກັນຢ່າງສັນຕິ ການໃຫ້ຜູ້ແທນພິເສດຂອງອາຊຽນເປັນຜູ້ປະສານງານການເຈລະຈາ ການຊ່ວຍເຫຼືອໃນດ້ານມະນຸດສະທຳໃນພະມ້າ ຜ່ານສູນປະສານງານກ່ຽວກັບການຈັດການໄພພິບັດຂອງອາຊຽນ ແລະ ການອະນຸຍາດໃຫ້ຜູ້ແທນພິເສດອາຊຽນພົບປະກັບທຸກຝ່າຍທີ່ກ່ຽວຂ້ອງໃນພະມ້າໄດ້ຢ່າງອິດສະຫຼະ ຊຶ່ງກ່ອນໜ້ານີ້ ລັດຖະບາລາວໃນຖານະປະທານຂອງອາຊຽນ ກໍໄດ້ແຕ່ງຕັ້ງ ທ່ານອະລຸນແກ້ວ ກິດຕິຄຸນ ໃຫ້ເປັນທູດພິເສດຂອງປະທານອາຊຽນ ແລະ ໄດ້ເດີນທາງໄປເຂົ້າພົບ ພົນເອກ (ອະວຸໂສ) ມິນ ອ່ອງ ລາຍ ຜູ້ນຳລັດຖະບານທະຫານພະມ້າຢູ່ທີ່ນະຄອນຫຼວງເນປີດໍ ເມື່ອວັນທີ 10-12 ມັງກອນ 2024 ທີ່ຜ່ານມາ ຊຶ່ງຖືເປັນຄວາມພະຍາຍາມໃນການແກ້ໄຂບັນຫາຂັດແຍ້ງໃນພະມ້າທີ່ມີຄວາມຄືບໜ້າເກີດຂຶ້ນ ໂດຍລັດຖະບານທະຫານພະມ້າ ໄດ້ມອບໝາຍໃຫ້ ທ່ານນາງມາລາ ຕານໄທ້ກ໌ ຫົວໜ້າຫ້ອງວ່າການກະຊວງການຕ່າງປະເທດຂອງພະມ້າເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງອາຊຽນ ໃນຄັ້ງນີ້ ທີ່ນະຄອນຫຼວງພະບາງດ້ວຍ.

ນອກຈາກນີ້ ກອງປະຊຸມດັ່ງກ່າວ ກໍຍັງໄດ້ປະກອບຄວາມຄິດເຫັນ ເພື່ອກຳນົດທ່າທີຂອງອາຊຽນທີ່ມີຕໍ່ສະພາບການຕ່າງໆ ທັງໃນລະດັບພາກພື້ນ ແລະສາກົນ ໂດຍສະເພາະແມ່ນບັນຫາໃນເຂດທະເລຈີນໃຕ້ ສົງຄາມຣັດເຊຍ-ຢູເຄຣນ ແລະ ບັນຫາໃນເຂດຕາເວັນອອກກາງ ດັ່ງທີ່ທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕິີ ລັດຖະມົນຕີການຕ່າງປະເທດ ແລະ ປະທານກອງປະຊຸມ ໄດ້ຖະແຫຼງຢືນຢັນວ່າ:

ບັນດາລັດຖະມົນຕີອາຊຽນ ກໍ່ໄດ້ແລກປ່ຽນຄວາມຄິດ-ຄວາມເຫັນຕໍ່ບັນຫາຕ່າງໆ ທີ່ມັນເກີດຂຶ້ນຢູ່ໃນພາກພື້ນ ແລະສາກົນນີ້ ໂດຍສະເພາະແມ່ນຕໍ່ບັນຫາມຽນມາ ເຮັດແນວໃດ໋? ອາຊຽນຈະພ້ອມກັນຊ່ວຍມຽນມາໃນການແກ້ໄຂບັນຫາການເມືອງພາຍໃນຂອງມຽນມາຫັ້ນ ນອກຈາກນັ້ນບັນດາລັດຖະມົນຕີອາຊຽນ ກໍໄດ້ປຶກສາຫາລືກ່ຽວກັບບັນຫາທະເລຈີນໃຕ້ ບັນຫາແຫຼມເກົາຫຼີ ບັນຫາຢູເຄຣນ ບັນຫາຕາເວັນອອກກາງ ມາດຕະການຫຼືວ່າຮູບແບບການພົວພັນຮ່ວມມືລະຫວ່າງອາຊຽນກັບບັນດາປະເທດຄູ່ຮ່ວມເຈລະຈາຕ່າງໆ ຫັ້ນ

ໂດຍການທີ່ລັດຖະບານລາວໄດ້ເປັນປະທານອາຊຽນໃນປີ 2024 ຍ່ອມຖືເປັນໂອກາດສຳຄັນທີ່ລັດຖະບານລາວຈະໄດ້ສະແດງບົດບາດນຳໃນການເສີມຂະຫຍາຍການພົວພັນ-ຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ ເພາະຈະຕ້ອງເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ ແລະ ປະເທດຄູ່ເຈລະຈາຂອງອາຊຽນເຖິງ 2 ຄັ້ງ ຢູ່ໃນລາວ ແຕ່ວ່າໃນຂະນະດຽວກັນ ລັດຖະບາລາວຈະຖືກຈັບຕາ ແລະຖືກກົດດັນຈາກນານາຊາດເພີ້ມຂຶ້ນຢ່າງຫຼີກລ້ຽງບໍ່ໄດ້ເຊັ່ນດຽວກັນ ໂດຍສະເພາະແມ່ນຕໍ່ບັນຫາຂັດແຍ້ງທາງການເມືອງໃນພະມ້ານັ້ນ ຈະມີແນວໃດ? ຈຶ່ງຈະເຮັດໃຫ້ມີໝາກຜົນ ທີ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG