ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີີບານ ປ່ອຍຊະເລີຍ ຝ່າຍລັດຖະບານ 20 ຄົນ ຫຼັງຈາກມີການປ່ອຍຊະເລີຍ ຕາລີບານ 300 ຄົນ


ພວກນັກໂທດຕາລິບານ ທີ ຖືກປ່ອຍໂຕ ອອກມາໃໝ່ ທີ່ເຫັນຢູລົດບັສ ທີ່ຄຸກບາກຣໍາ ທາງພາກເໜືອຂອງນະຄອນຫຼວງກາບູນ ອັຟການິສຖານ
ພວກນັກໂທດຕາລິບານ ທີ ຖືກປ່ອຍໂຕ ອອກມາໃໝ່ ທີ່ເຫັນຢູລົດບັສ ທີ່ຄຸກບາກຣໍາ ທາງພາກເໜືອຂອງນະຄອນຫຼວງກາບູນ ອັຟການິສຖານ

ກຸ່ມຕາລິບານໄດ້ປ່ອຍຊະເລີຍຈຸທຳອິດ 20 ຄົນ ໃນວັນອາທິດວານນີ້ ຊຶ່ງເປັນຜົນເຮັດ
ໃຫ້ມີການແລກປ່ຽນຊະເລີຍທີ່ສຳຄັນ ກັບລັດຖະບານອັຟການິສຖານດຳເນີນການໄປ
ໜ້າ ທີ່ແນໃສ່ເພື່ອເລີ້ມການເຈລະຈາສັນຕິພາບ ລະຫວ່າງທຸກພັກຝ່າຍ ຂອງສົງຄາມ
ໃນອັຟການິສຖານ.

ການເຄື່ອນໄຫວຂອງພວກກະບົດ ມີຂຶ້ນຫຼັງຈາກໄດ້ມີການປ່ອຍໂຕພວກຊະເລີຍຕາລິ
ບານ 300 ຮ້ອຍຄົນ ໃນໄລຍະສອງສາມມື້ທີ່ຜ່ານມານນີ້ ຮວມທັງອີກ 100 ຄົນ ທີ່ຖືກ
ປ່ອຍໂດຍລັດຖະບານ ໃນວັນອາທິດວານນີ້.

ໂຄສົກກຸ່ມຕາລິບານ ທ່ານຊູເຮລ ຊາຮີລ ໄດ້ຂຽນຂໍ້ຄວາມລົງໃນທວິດເຕີ ໃນ ຕອນເຊົ້າ
ຂອງມື້ວານນີ້ວ່າ “ມື້ນີ້ພວກຊະເລີຍ 20 ຄົນຂອງລັດຖະບານກາບູລ ຈະຖືກປ່ອຍໂຕ
ຈາກລັດອິສລາມເອເມເຣັດແຫ່ງອັຟການິສຖານ ແລະມອບໃຫ້ ແກ່ສະພາກາແດງ
ສາກົນຫຼື ICRC ໃນ “ແຂວງການດາຮາ” ທາງພາກໃຕ້ຂອງ ປະເທດ

ການແລກປ່ຽນຊະເລີຍເປັນສ່ວນນຶ່ງຂອງຂໍ້ຕົກລົງໃນວັນທີ 29 ກຸມພາ ທີ່ສະຫະລັດ
ໄດ້ເຊັນ ກັບກຸ່ມຕາລິບານຢູ່ປະເທດກາຕາ ໂດຍມີເປົ້າໝາຍ ເພື່ອຢາກໃຫ້ມີການເຈ
ລະຈາຍຸຕິສົງຄາມທີ່ແກ່ຍາວມາໃນອັຟການິສຖານຊຶ່ງປັດຈຸບັນນີ້ຕົກເປັນ ປີທີ
19 ແລ້ວ.

ຂໍ້ຕົກລົງດັ່ງກ່າວບັງຄັບໃຫ້ພວກເຈົ້າໜ້າທີ່ອັຟການິສຖານ ປ່ອຍພວກຊະເລີຍກະບົດ
ເຖິງ 5000 ຄົນ ແລະກຸ່ມຕາລິບານປ່ອຍພວກທີ່ຖືກກັກຂັງ 1000 ຄົນ ຊຶ່ງ ສ່ວນໃຫຍ່
ແມ່ນກຳລັງຮັກສາຄວາມປອດໄພອັຟການິສຖານ

ກ່ອນການເຈລະຈາ ສັນຕິພາບພາຍໃນຂອງອັຟການິສຖານຈະສາມາດເລີ້ມຂຶ້ນໄດ້.

ການແລກປ່ຽນຊະເລີຍ ຄວນທີ່ຈະເສັດສິ້ນລົງກ່ອນວັນທີ 10 ມີນາ ເວລາການ ເຈລະ
ຈາສັນຕິພາບຈະເລີ້ມ ແຕ່ຄວາມລັ່ງເລໃຈຂອງລັດຖະບານອັຟການິສຖານ ຊຶ່ງບໍ່ໄດ້
ເຂົ້າຮ່ວມຂໍ້ຕົກລົງນັ້ນຂັດຂວາງການຈັດຕັ້ງປະຕິບັດອົງປະກອບທີ່ສຳຄັນ 2 ຂໍ້ ຢູ່ໃນ
ຂໍ້ຕົກລົງ.

ພວກນັກວິເຄາະກ່າວວ່າ ການເຄື່ອນໄຫວທີ່ຊັກຊ້າເກີນໄປ ຂອງການແລກປ່ຽນ ພວກ
ຊະເລີຍ ໝາຍຄວາມວ່າຈະເປັນຫຼາຍອາທິດຖ້າບໍ່ແມ່ນອີກຫຼາຍເດືອນກ່ອນ ການເຈ
ລະຈາພາຍໃນອັຟການິສຖານ ຈະເລີ້ມຂຶ້ນໄດ້.

ຄວາມຄືບໜ້າທີ່ໄດ້ລໍຖ້າມາດົນນານ ໃນການແລກປ່ຽນພວກຊະເລີຍ ມີຂຶ້ນຫຼັງ ຈາກ
ການພົບປະໃນວັນສຸກຜ່ານມາ ລະຫວ່າງນາຍພົນສະກັອດ ມິລເລີ ຜູ້ບັນ ຊາການທະ
ຫານສະຫະລັດໃນອັຟການິສຖານ ແລະບັນດາຜູ້ນຳຕາລິບານໃນ ນະຄອນຫຼວງໂດຮາ
ປະເທດກາຕາ ທີີ່ເປັນບ່ອນຕັ້ງຫ້ອງການດ້ານການເມືອງ ຂອງກະບົດດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG