ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົງຄາມທີ່ດົນນານທີ່ສຸດ ໄດ້ສິ້ນສຸດລົງ ດ້ວຍຂໍ້ ຕົກລົງ ສັນຕິພາບໃນ ໂຄລົມເບຍ


ສະມາຊິກຂອງທະຫານເຮືອ ໂຄລົມເບຍ ເຕົ້າໂຮມກັນຢູ່ນອກໂບດ ບ່ອນທີ່ປະທານາທິບໍດີ ທ່ານ Juan Manuel Santos ຈະເຂົ້າ
ຮ່ວມກອງຊຸມນຸມໃນວັນຈັນມື້ນີ້.
ສະມາຊິກຂອງທະຫານເຮືອ ໂຄລົມເບຍ ເຕົ້າໂຮມກັນຢູ່ນອກໂບດ ບ່ອນທີ່ປະທານາທິບໍດີ ທ່ານ Juan Manuel Santos ຈະເຂົ້າ ຮ່ວມກອງຊຸມນຸມໃນວັນຈັນມື້ນີ້.

ຂໍ້ຕົກລົງສັນຕິພາບສະບັບສຸດທ້າຍ ລະຫວ່າງ ລັດຖະບານ ໂຄລົມເບຍ ກັບ ຂະບວນການ ກອງໂຈນແຫ່ງຊາດ ແມ່ນຈະໄດ້ຖືກເຊັນກັນໃນວັນຈັນມື້ນີ້, ນຳໄປສູ່ການສິ້ນສຸດຂອງ ການກະບົດທີ່ແກ່ຍາວມາດົນນານທີ່ສຸດໃນຊີກຕົກຕາເວັນຕົກຂອງໂລກ.

“ມັນເປັນການສິ້ນສຸດຂອງການສູ້ຮົບແບບກອງໂຈນຢ່າງເຕັມທີ່ຄັ້ງສຸດທ້າຍ ທີ່ໄດ້ຮັບ ແຮງຈູງໃຈມາຈາກອຸດົມການ ຄິວບາ ແລະ ໂຊວຽດ ຕໍ່ຕ້ານກັບສະຖາບັນປະຊາທິປະ ໄຕໃນຊີກໂລກແຫ່ງນີ້” ເປັນວິທີທີ່ມັນໄດ້ຖືກອະທິບາຍໂດຍເຈົ້າໜ້າທີ່ລະດັບສູງຂອງ ລັດຖະບານ ສະຫະລັດ.

ຄວາມຂັດແຍ້ງລະຫວ່າງ ລັດຖະບານ ກັບ ກອງກຳລັງຕິດອາວຸດປະຕິວັດແຫ່ງ ໂຄລົມ ເບຍ ຫຼື FARC ຜູ້ທີ່ກອງທຶນຂອງພວກເຂົາແມ່ນໄດ້ມາຈາກອຸດສາຫະກຳຄ້າຂາຍກັນຊາ ທີ່ຜິດ ກົດໝາຍຂອງປະເທດ, ເຊິ່ງໄດ້ຖືກກ່າວຫາ ຍ້ອນການເສຍຊີວິດຂອງປະຊາຊົນ ຫຼາຍກວ່າ 250,000 ຄົນ ແລະ ຢ່າງໜ້ອຍ 5 ລ້ານຄົນຂາດທີ່ຢູ່ອາໄສ.

ຫົວໜ້ານັກເຈລະຈາສັນຕິພາບ ສຳລັບລັດຖະບານ ໂຄລົມເບຍ ທ່ານ Humberto De la Calle ລົມກັບເຈົ້າໜ້າທີ່ຊ່ວຍເຫຼືອຄົນໜຶ່ງໃນເມືອງ Barranquilla, ໂຄລົມເບຍ. 14 ກັນຍາ 2016.
ຫົວໜ້ານັກເຈລະຈາສັນຕິພາບ ສຳລັບລັດຖະບານ ໂຄລົມເບຍ ທ່ານ Humberto De la Calle ລົມກັບເຈົ້າໜ້າທີ່ຊ່ວຍເຫຼືອຄົນໜຶ່ງໃນເມືອງ Barranquilla, ໂຄລົມເບຍ. 14 ກັນຍາ 2016.

ປະມຸກລັດຂອງ 16 ປະເທດ ແລະ ລັດຖະມົນຕີການຕ່າງປະເທດຫຼາຍກວ່າ 20 ຄົນ, ລວມ ທັງລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ແມ່ນຄາດວ່າຈະເຂົ້າ ຮ່ວມໃນພິທີເຊັນສັນຍາທີ່ສູນກາງຫໍປະຊຸມໃນເມືອງທ່າເຮືອ Cartagena ທີ່ຕັ້ງຢູ່ທະເລ Caribbean ເຊິ່ງໄດ້ຖືກກໍ່ຕັ້ງຂຶ້ນໃນສັດຕະວັດທີ 16.

ຜູ້ນຳສູງສຸດຂອງກອງກຳລັງ FARC ທ່ານ Rodrigo Londono ຫຼື ຮູ້ຈັກກັນວ່າ Timochenko ໄດ້ກ່າວໃນວັນເສົາທີ່ຜ່ານມາໃນຂະນະທີ່ທ່ານໄດ້ເດີນທາງອອກຈາກທົ່ງ ພຽງ ໃນເຂດຊົນນະບົດທາງພາກໃຕ້ຂອງປະເທດ ແລະ ໄດ້ຂຶ້ນເຮືອບິນເຮລິຄັອບເຕີ ລຳ ໜຶ່ງທີ່ດຳເນີນການໂດຍຄະນະກຳມະການກາແດງສາກົນ, ພ້ອມກັບຜູ້ບັນຊາການພວກ ກະບົດຄົນອື່ນໆ 40​ ຄົນເວົ້າວ່າ “ສັນຕິພາບຈະເລີ່ມຂຶ້ນໃນວັນຈັນມື້ນີ້ ເມື່ອຂ້າພະເຈົ້າ ກັບ ທ່ານປະທານາທິບໍດີຈັບມືກັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Colombia Peace
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG