ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່າ​ນຖະ​ຫວັນ​ ສະ​ແຫວ​ງສຸກ ໃຫ້ສໍາພາດກັບ VOA ກ່ຽວກັບວິຖີຊີວິດຂອງຊາວລາວ ໃນຮາວາຍ


ຜູ້ປົກຄອງລັດຮາວາຍ ທ່ານ Abercrombie ໂອ້ລົມກັບປະຊາຄົມລາວ
ຜູ້ປົກຄອງລັດຮາວາຍ ທ່ານ Abercrombie ໂອ້ລົມກັບປະຊາຄົມລາວ

ໃນລາຍການຊີວິດຊາວລາວໃນຕ່າງແດນຂອງ VOA 2 ອາທິດແລ້ວນີ້ ທ່ານຖະຫວັນ ສະແຫວງສຸກ ອະດີດນັກການທູດ ຜູ້ລິເລີ່ມຈັດຕັ້ງວິທະຍຸສຽງອະເມຣິກາ ພາກພາສາລາວ ໄດ້ມາໂອ້ລົມ ກັບ VOA. ເຊີນຮັບຟັງການສໍາພາດໄດ້ເລີຍ.

ການ​ສໍາພາດ​ກັບ​ທ່າ​ນຖະ​ຫວັນ​ ສະ​ແຫວ​ງສຸກ​ ​ໃນ​ລາຍການຊີວິດຊາວລາວໃນຕ່າງແດນ
ຂອງ VOA ​ທັງ 2 ພາກ​ນີ້ ​ເປັນ​ການໂອ້ລົ​ມກັນ​ເຖິງເລື່ອງວິຖີ​ການ​ເປັນ​ຢູ່​ຂອງຊາ​ວລາວ
ໃນລັດ ຮາວາຍ​ ທີ່​ວ່າ ຊາວ​ລາວ​ອະ​ເມ​ຣິ​ກັນໃນ​ລັດ ຮາ​ວາຍ​ນີ້​ ​ແມ່ນ​ໄດ້​ສ້າງ​ຊື່​ສຽງ
ໃຫ້​ຊາວ​ໂລກ​ໄດ້​ຮຽນ​ຮູ້​ເຖິງ​ຄວາມ​ສໍາ​ເລັດ​ທາງ​ໜ້າ​ທີ່​ການ​ງານ​ຈາກ​ຫຼາກ​ຫຼາຍອາຊີບ
ອັນ​ມີ​ທັງ ການກະ​ສິກໍາ, ຮ້ານ​ອາຫານ​, ການ​ທຸລະ​ກິດ,​ ການແຟຊັນ ​ແລະ​ການບໍລິການ
ອື່ນ​ໆ​ ຊຶ່ງ​ທ່ານ​ຖະຫວັນ​ເລີ່​ມການ​ສໍາພາດ​ກັບ VOA ດັ່ງ​ນີ້: "ດີ​ໃຈ​ທີ່​ໄດ້​ມາ​ຢາມ​ໂຮງ
ການ​ສຽງ​ອະ​ເມ​ຣິກາ​ນີ້ ຂ້າພະ​ເຈົ້າ​ກະ​ໄດ້​ເຮັດ​ວຽກ​ຢູ່​ນີ້ສິບ​ກວ່າ​ປີ ແລະ​ມາ​ນີ້​
ກໍ​ເຫັນ​ໝູ່ຄູ່​ ເຫັນພັກ​ພວກ​ໄດ້​ດໍາ​ເນີນ​ວຽກ​ການ​ຕໍ່ໄປ​ ກໍ​ດີ​ໃຈ​ທີ່​ສຸດ​. ຕົ້ນປີໜ້າ​ນີ້
ເປັນ​ການ​ຄົບຮອບ 50 ປີ​ຂອງ​ສຽງ​ອະເມ​ຣິ​ກາ ພະ​ແນ​ກພາສາ​ລາວ ຕ້ອງ​ສະ
ຫຼອງ​ກັນ​."

ຄລິກບ່ອນນີ້ ເພື່ອຟັງການສໍາພາດພາກທີ 1

ວັດລາວທີ່ຈະສ້າງຂຶ້ນເພື່ອໃຫ້ເປັນສະຖານທີ່ບໍາເພນ ກຸສົນຂອງຊາວພຸດ
ວັດລາວທີ່ຈະສ້າງຂຶ້ນເພື່ອໃຫ້ເປັນສະຖານທີ່ບໍາເພນ ກຸສົນຂອງຊາວພຸດ

ນອກ​ນັ້ນ​ແລ້ວ​ທ່ານ ຖະ​ຫວັນ ຍັງ​ເວົ້າ​ເຖິງການເກັບຮັກສາ​ໄວ້​ ຊຶ່ງ​ພຸດ​ທະ​ສາສະໜາ ​
ໂດຍ​ການ​ສ້າງ​ວັດວາ​ອາ​ຮາມ​ ຊຶ່ງ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການຈັດ​ສ້າງ​ຢູ່​ ​ແລະ​ປະ​ເດັນ
ທີ່​ສໍາຄັນ​ຍິ່ງ​ອີກ​ປະການ​ນຶ່ງກໍ​ຄື​ວ່າ​ວັດ​ລາວ​ແຫ່ງ​ນີ້​ຈະ​ສ້າງ​ໃຫ້​ເປັນ​ສູນ​ຮວມຂອງ​
ຊາວ​ພຸດ​ທັງຫຼັງ​ທັງ​ປວງ ມີ​ທັງ​ສະຖານ​ທີ່​ປະຕິບັດ​ທໍາ, ນັ່ງ​ສະມາທິ ນອກຈາກ​ນັ້ນ
ຍັງມີ​ການ​ຫລິງ​ເຫັນ​ການ​ໄກ​ຂອງ​ເຍົາ​ວະ​ຊົນ​ຮຸ້ນ​ຫຼັງ ທີ່​ຂໍ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ເສີມ
ສ້າງ​ດັ່ງກ່າວ​ນໍາ​ອີກ ທ່ານ ຖະ​ຫວັນ ຍັງ​ໄດ້ເວົ້າ​ເຖິງການເກັບຮັກສາ​ໄວ້​ຊຶ່ງ​ພຸດ​ທະສາ
ສະໜາ ທີ່ທາງວັດລາວໃນລັດຮາວາຍ ມີແຜນການຈັດໃຫ້ມີຂຶ້ນ ດັ່ງ​ຄໍາ​ອະ​ທິບາຍ​
ຕອນ​ນຶ່ງ​ໃນ​ບົດ​ສໍາພາດ​ວ່າ: "ຕັ້ງ​ແຕ່​ນີ້​ໄປ ຄະນະ​ກໍາມະການ​ວັດ​ກໍ​ຢາກ​ແນ​ໃສ່​
ເລື່ອງ​ການ​ສົ່ງ​ເສີມ​ໃຫ້​ອາ​ຈານທີ່​ມີ​ຄວາມ​ຮູ້ກ່ຽວ​ກັບ​ພາສາ​ທີ່​ມາ​ຈາກ​ເມືອງ​
ລາວ​ມາ​ ຄັນ​ຂາດ​ໂຕ​ນີ້ມັນ​ກໍຈະ​ດໍາ​ເນີນ​ຖາວອນ​ຍາກ. ຈິງ​ຢູ່, ​ໃນ​ການ​ທີ່​
ຊອກ​ຫາ​ຄູບາ​ອາຈານ​ທີ່​ເກັ່ງ​ທາງ​ດ້ານ​ພາສາ​ຕ່າງປະ​ເທດ​ແລະ​ທາງໂລກ​ນີ້​
ກໍ​ບໍ່​ແມ່ນ​ງ່າຍ ​ແຕ່​ພວກ​ເຮົາ​ຕ້ອງ​ພະຍາຍາມ ຄັນ​ບໍ່​ພະຍາຍາມ​ແມ່ນ​ບໍ່​ໄດ້.

ຄລິກບ່ອນນີ້ ເພື່ອຟັງການສໍາພາດພາກທີ 2


ນອກນີ້ທ່ານ ຖະ​ຫວັນ ຍັງໄດ້ອະທິບາຍເຖິງບົດບາດ, ການປະກອບສ່ວນແລະການ
ໃຫ້ຄວາມສໍາຄັນຕໍ່ກົດລະບຽບແລະພວກເຈົ້າໜ້າທີ່ການປົກຄອງຂອງສະຫະລັດໃນ
ເຂດເທດສະບານທ້ອງຖິ່ນ ຊຶ່ງທ່ານໄດ້ອະທິບາຍເພີ່ມຕື່ມວ່າ: "ຄັນ​ເວົ້າ​ໃນ​ອີກ​ແງ່​
ນຶ່ງ​ກໍ​ແມ່ນ​ວ່າ ຄົນ​ລາ​ວຢູ່​ຮາ​ວາຍ​ຮູ້ສຶກ​ວ່າ​ເຮົາ​ຢູ່​ໃນ​ປະ​ເທດຊາດ​ອະ​ເມ​ຣິກັນ​ຫັ້ນ
ຄົນ​ລາວ​ກໍ​ພະຍາຍາມ​ຮວມ​ໃນ​ການ​ເມືອງ, ການ​ເລືອກ​ຕັ້ງ​ ເຮົາ​ກໍ​ສະໜັບສະໜູນ​
ຜູ້​ນັ້ນ​ຜູ້​ນີ້​ ບໍ່​ແມ່ນ​ຍ້ອນ​ພັກ​ໃດ​ດອກ ​ແຕ່​ຜູ້​ໃດ​ທີ່​ວ່າ​ສົ່ງ​ເສີມຜົນ​ປະ​ໂຫຍດຂອງ​
ຄົນ​ລາວ​ຢູ່​ໃນ​ຮາ​ວາຍ​ໄດ້ເຮົາ​ກໍ​ເຮັດ."

ໃນ​ປີໜ້າ​ຊຶ່ງ​ເປັນ​ການ​ຄົບຮອບ 50 ປີ ຂອງ​ວິທະຍຸ VOA ພະ​ແນ​ກພາສາ​ລາວ​ ​ທາງ​ເຮົາ​
ກໍ​ຈະ​ນໍາ​ການ​ສໍາ​ພາດ​ຈາກ​ຫຼາຍໆບຸກຄົນ​ສໍາຄັນ ມາສະ​ເໜີ​ທ່ານ ​ເຖິງຄວາມ​ຮູ້ສຶກຂອງ​
ພວກ​ເຂົ້າ​ເຈົ້າ​ເຫຼົ່າ​ນັ້ນ​ ຮວມທັງ​ທ່ານ​ຜູ້​ທີ່​ຕິດຕາມ​ຮັບ​ຟັງ​ວິທະຍຸ​ຂອງ​ເຮົາ​ອີກ​ນໍາ​.​

XS
SM
MD
LG