ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະສ້າງຖະໜົນຫຼວງ ຕັດຜ່ານເຂດບຶງທາດຫຼວງ ທີ່ໄດ້ອະນຸມັດໃຫ້ຈີນລົງທຶນ


ພິທີເຊັນສັນຍາມອບສິດສໍາປະທານເຂດເສດຖະກິດສະເພາະບຶງທາດຫລວງ ແກ່ກຸ່ມນັກລຶງທຶນຈາກຈີນ
ພິທີເຊັນສັນຍາມອບສິດສໍາປະທານເຂດເສດຖະກິດສະເພາະບຶງທາດຫລວງ ແກ່ກຸ່ມນັກລຶງທຶນຈາກຈີນ

ຄະນະປົກຄອງເຂດນະຄອນຫລວງວຽງຈັນ ຈະສ້າງຖະໜົນຫຼວງສາຍໃໝ່ ທີ່ຕັດຜ່ານເຂດເສດຖະກິດ ສະເພາະບຶງທາດຫຼວງ ທີ່ໄດ້ອະນຸມັດການລົງທຶນ ໃຫ້ແກ່ກຸ່ມບໍລິສັດຈາກຈີນໄປແລ້ວ.

ຄະນະປົກຄອງເຂດນະຄອນວຽງຈັນພາຍໃຕ້ການເປັນປະທານ
ຂອງທ່ານສຸກັນ ມະ ຫາລາດ ໄດ້ມີມະຕິຮັບຮອງໂຄງການກໍ່
ສ້າງຖະໜົນຫຼວງສາຍໃໝ່ພາຍໃຕ້ເປົ້າໝາຍເພື່ອຂະຫຍາຍ
ເຂດຕົວເມືອງໃນເຂດນະຄອນວຽງຈັນຢ່າງເປັນທາງການເມື່ອ ບ່ໍດົນມານີ້.

ຖະໜົນຫຼວງສາຍໃໝ່ດັ່ງກ່າວນີ້ຈະມີລະຍະຍາວ 9.5 ຫຼັກກິໂລ
ແມັດຊຶ່ງຈະຕັ້ງຕົ້ນຈາກບ້ານດອນນົກຂຸ້ມໃນເຂດເມືອງສີສັດຕະ
ນາກໄປຍັງບ້ານດອນກອຍແລ້ວຕັດຜ່ານບຶງທາດຫຼວງໄປຍັງບ້ານ
ຊຽງດາໃນເຂດເມືອງໄຊເສດຖາ ແລະໄປເຊື່ອມຕໍ່ກັບຖະໜົນ 450 ປີ ນະຄອນວຽງຈັນ.

ໂຄງການກໍ່ສ້າງຖະໜົນຫຼວງສາຍໃໝ່ດັ່ງກ່າວນີ້ຖືເປັນພາກສ່ວນນຶ່ງໃນແຜນການແປງສິນ
ຊັບເປັນທຶນຂອງອໍານາດການປົກຄອງນະຄອນວຽງຈັນດ້ວຍການຈັດສັນທີ່ດິນເບື້ອງລະ 200
ແມັດ ຕະຫຼອດ 2 ຂ້າງທາງໃຫ້ເປັນເຂດພັດທະນາທາງເສດຖະກິດການຄ້າແລະການລົງທຶນ ຢ່າງຄົບຊຸດ ຈຶ່ງເຮັດໃຫ້ຕ້ອງມີການເວນຄືນທີ່ດິນບາງສ່ວນຂອງປະຊາຊົນໃນເຂດ 4 ບ້ານ ກໍຄືບ້ານເມືອງນ້ອຍ ບ້ານໜອງດາ ບ້ານໂພນປ່າເປົ້າ ແລະບ້ານດອນກອຍ.



ແຕ່ຢ່າງໃດກໍຕາມ ກໍມີລາຍງານວ່າປະຊາຊົນທີ່ຈະຕ້ອງຖືກເວນ
ຄືນທີ່ດິນນັ້ນຍັງບໍ່ເຫັນດີກັບອັດຕາຄ່າຊົດເຊີຍທີ່ດິນ ທີ່ທາງການ
ລາວເປັນຝ່າຍກໍາໜົດ ເພາະເຫັນວ່າ ເປັນອັດຕາທີ່ຕໍ່າຫຼາຍເມື່ອ
ທຽບໃສ່ແກ່ລາຄາທີ່ດິນທີ່ເປັນຈິງໃນປັດຈຸບັນ ໂດຍການຊົດ ເຊີຍຈະຢູ່ໃນອັດຕາລະຫວ່າງ 15,000-120,000 ກີບຕໍ່ຕາ
ລາງແມັດ ສ່ວນຜູ້ທີ່ເປັນກະເສດຕະກອນ ກໍຍັງຈະໄດ້ຮັບການ ຊົດເຊີຍຜົນຜະລິດເປັນເວລາ 3 ປີຕິດຕໍ່ກັນ ໃນອັດຕາສະເລ່ຍ ທີ່ທຽບເທົ່າກັບຜົນຜະລິດເຂົ້າ 4.5 ໂຕນ ແລະ 5 ໂຕນຕໍ່ເຮັກຕ້າ
ໃນລະດູຝົນ ແລະລະດູແລ້ງຕາມລໍາດັບ.

ຫາກແຕ່ວ່າເນື່ອງຈາກໂຄງການກໍ່ສ້າງຖະໜົນຫຼວງສາຍໃໝ່ດັ່ງກ່າວນີ້ເປັນໂຄງການທີ່ຕັດຜ່ານ
ເຂດເສດຖະກິດສະເພາະບຶງທາດຫຼວງຊຶ່ງຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິເສດ ແລະເສດຖະກິດສະເພາະແຫ່ງຊາດລາວໄດ້ອະນຸມັດສໍາປະທານໃຫ້ແກ່ບໍລິສັດພັດທະນາອະ ສັງຫາລິມະຊັບ ຫວານເຟິ່ງ ຊຽງໄຮ້ ຈາກປະເທດຈີນຢ່າງເປັນທາງການແລ້ວນັ້ນ ຈຶ່ງຖືວ່າ
ເປັນໂຄງການທີ່ຈະໄດ້ຮັບຜົນປະໂຫຍດການການກໍ່ສ້າງຖະໜົນຫຼວງສາຍໃໝ່ດັ່ງກ່າວນີ້
ໂດຍກົງນັ້ນເອງ.

ໂຄງການດັ່ງກ່າວນີ້ກໍຄື ໂຄງການທີ່ທາງການລາວເຄີຍປະກາດວ່າຈະໃຫ້ສໍາປະທານແກ່ກຸ່ມ
ທຸລະກິດຈາກຈີນ ເພື່ອຕອບແທນຕໍ່ການທີ່ບໍລິສັດຈາກຈີນໄດ້ລົງທຶນສ້າງສະໜາມກິລາແຫ່ງ
ໃໝ່ ໃຫ້ແກ່ລັດຖະບານລາວເປັນເຈົ້າພາບຈັດການແຂ່ງຂັນກິລາຊີເກມສ໌ຄັ້ງທີ່ 25 ໃນທ້າຍ ປີ 2009 ທີ່ຜ່ານມາ.

ຫາກແຕ່ໂຄງການດັ່ງກ່າວນີ້ ກໍຕ້ອງປະສົບແກ່ບັນຫາຊັກຊ້າມາໂດຍຕະຫຼອດເນື່ອງຈາກວ່າ ຈະຕ້ອງມີການເວນຄືນທີ່ດິນທີ່ກວ້າງເຖິງ 1,000 ເຮັກຕ້າ ຈຶ່ງຖືກຄັດຄ້ານຈາກປະຊາຊົນ
ລາວຢ່າງກວ້າງຂວາງ ແລະການທີ່ຕ້ອງປະເຊີນກັບບັນຫານໍ້າຖ້ວມໃຫຍ່ເມື່ອປີກາຍນີ້ ກໍຍັງ
ເຮັດໃຫ້ຕ້ອງທໍາການສຶກສາຄວາມເປັນໄປໄດ້ ຂອງໂຄງການຢ່າງລະອຽດ ອີກເທື່ອໃໝ່ ອີກດ້ວຍ ດັ່ງທີ່ທ່ານສົມສະຫວາດ ເລ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານ ດ້ານ ເສດຖະກິດ ຂອງລັດຖະບານລາວ ໄດ້ອະທິບາຍວ່າ:


“ເນື່ອງຈາກວ່າມັນເກີດນໍ້າຖ້ວມວຽງຈັນ ຫັ້ນເດ ຈັ່ງຊັ້ນຈຶ່ງ ເຮັດໃຫ້ຜູ້ອອກແບບຫັ້ນໜະ ເຂົາເຈົ້າວ່າ ຄັນເປັນແນວນີ້ ຈະໄດ້ມາຄົ້ນຄວ້າການອອກແບບຄືນໃໝ່ ເພາະວ່າແຕ່
ກ່ອນນີ້ ຂໍ້ມູນວ່ານໍ້າຖ້ວມປີ 1966 ແລະຫລ້າສຸດປີ 1978
ຫັ້ນ ມັນຫຼະຕໍ່າກວ່າ ສະນັ້ນແລ້ວເຂົາເຈົ້າກະມາຄິດເບິ່ງ
ວ່າ ຖ້າເປັນແນວນີ້ ກໍລະນີນໍ້າຖ້ວມເດ ເຮົາເຮັດເມືອງຢູ່ນີ້
ມັນສິບໍ່ຖ້ວມບໍ່ ກະຈັ່ງວ່າໄດ້ມາສຶກສາກັນໃນດ້ານນີ້ຕື່ມ ກະເລີຍຕ້ອງມາເສຍເວລາຕື່ມຊັ້ນນ່າ.”


ແຕ່ຢ່າງໃດກໍຕາມ ການອະນຸມັດສໍາປະທານໃນຄັ້ງຫລ້າສຸດນີ້ ກໍເປັນຜົນເຮັດໃຫ້ພື້ນທີ່ ຂອງໂຄງການໄດ້ຖືກຫລຸດລົງຈາກ 1,000 ເຮັກຕ້າ ມາເປັນ 365 ເຮັກຕ້າ ໂດຍບໍລິສັດ ຈາກຈີນກໍໄດ້ປະກາດວ່າ ຈະໃຊ້ເງິນລົງທຶນເຖິງ 1,600 ລ້ານໂດລາ ເພື່ອພັດທະນາ ສວນສາທາລະນະສຸກ ສູນກິລາ ສູນການຄ້າ ໂຮງແຮມລະດັບ 5 ດາວ ຮ້ານສັບພະສິນຄ້າ ວິລລາລະດັບສູງແບບວັດທະນະທໍາລາວ-ແບບຢູໂຣບ ແລະ ອາພາດເມັນ ທີ່ສາມາດຮອງ
ຮັບ ປະຊາກອນໄດ້ຫຼາຍກວ່າ 55,000 ຄົນ ທີ່ສ່ວນໃຫຍ່ກໍຄືນັກທຸລະກິດຈາກຈີນນັ້ນເອງ.
XS
SM
MD
LG