ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດໄທ ພ້ອມແລ້ວ ທີ່ຈະທົດລອງ ຢາວັກຊິນ ກັນໄວຣັສໂຄໂຣນາ ກັບມະນຸດ


ພວກເດັກນ້ອຍນັກຮຽນພາກັນເຝິກຊ້ອມການຢູ່ຫ່າງກັນ ແລະມາດຕະການປ້ອງກັນການແຜ່ລະບາດໄວຣັສໂຄໂຣນາ ກ່ອນໂຮງຮຽນເປີດ ທີ່ບາງກອກ ປະເທດໄທ ເມື່ອວັນທີ 23 ມິຖຸນາ 2020.
ພວກເດັກນ້ອຍນັກຮຽນພາກັນເຝິກຊ້ອມການຢູ່ຫ່າງກັນ ແລະມາດຕະການປ້ອງກັນການແຜ່ລະບາດໄວຣັສໂຄໂຣນາ ກ່ອນໂຮງຮຽນເປີດ ທີ່ບາງກອກ ປະເທດໄທ ເມື່ອວັນທີ 23 ມິຖຸນາ 2020.

ປະເທດໄທ ກ່າວວ່າຕົນອາດພ້ອມແລ້ວທີ່ຈະເລີ້ມທົດລອງກັບມະນຸດ ຢາວັກຊິນ ທີ່ຜະ
ລິດຂຶ້ນເອງ ໃນເດືອນຕຸລາຈະມາເຖິງນີ້ ຫຼັງຈາກການທົດລອງກັບໜູ ແລະ ລີງ ໄດ້ໃຫ້
ຄວາມຫວັງ.

ທ່ານກຽດ ຣັກຣຸ່ງທຳ ຫົວໜ້າສູນກາງຄົ້ນຄວ້າຢາວັກຊິນ ຢູ່ມະຫາວິທະຍາໄລ ຈຸລາລົງ
ກອນຂອງປະເທດໄທ ທີ່ເປັນຜູ້ນຳພາໃນການທົດລອງກ່າວວ່າ “ພວກ ເຮົາຄາດວ່າຈະ
ມີຂຶ້ນໄດ້ໃນເດືອນຕຸລາຈະມາເຖິງນີ້ ຫຼືໄຕມາດທີສີ່ (Q4) ຂອງ ປີນີ້.

ທ່ານກ່າວເພີ້ມວ່າ ຖ້າຫາກທຸກສິ່ງທຸກຢ່າງເປັນໄປດ້ວຍດີ ການຜະລິດຢ່າງຫຼວງຫຼາຍ
ອາດຈະເລີ້ມຂຶ້ນ ໃນໄຕມາດທີສາມ ຫຼືທີສີ່ຂອງປີໜ້ານີ້.

ບັນດານັກວິທະຍາສາດຢູ່ໃນທົ່ວໂລກ ພວມເລັ່ງພັດທະນາຢາວັກຊິນ ທີ່ສາມາດປາບ
ພະຍາດໂຄວິດ-19 ໄດ້ ໂດຍມີຄວາມຫວັງ ທີ່ຈະຫຼຸດຂັ້ນຕອນໃນການທົດ ລອງເປັນ
ເວລາຫຼາຍປີນັ້ນ ໃຫ້ມາເປັນຫຼາຍເດືອນ. ມີປະມານຢາວັກຊີນປະມານ 180 ຊະນິດກໍ
າລັງຢູ່ໃນລະຫວ່າງການພັດທະນາ. ຫຼາຍກວ່າ 20 ຊະນິດ ໄດ້ ຖືກນຳໄປທົດລອງກັບ
ມະນຸດແລ້ວ ໂດຍມີບາງປະເທດໄດ້ແນໃສ່ການອະນຸມັດຕໍ່ ຢາວັກຊິນພາຍໃນທ້າຍປີນີ້.

ສ່ວນໃຫຍ່ຂອງປະເທດທີ່ນຳໜ້າໃນດ້ານນີ້ ແມ່ນພວກປະເທດທີ່ຮັ່ງມີ ໂດຍສະເພາະ
ແມ່ນປະເທດຕາເວັນຕົກ ໂດຍປ່ອຍໃຫ້ປະເທດທີ່ບໍ່ຮັ່ງມີປານໃດນັ້ນ ມີຄວາມເປັນຫ່ວງ
ຢ້ານວ່າພວກເຂົາເຈົ້າໄປຢູ່ແຖວຫຼັງ ເວລາຢາວັກຊິນໄດ້ຖືກນຳອອກມາໃຊ້ໃນທີ່ສຸດນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG