ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການເດີນທາງແບບຮີບດ່ວນ ແລະສັບສົນໃນຊ່ວງບຸນຂອບຄຸນພະເຈົ້າ ໄດ້ກັບມາອີກຄັ້ງພ້ອມດ້ວຍກິດຈະກໍາອັນໃໝ່

ບັນດານັກເດີນທາງ ພາກັນມຸ້ງໜ້າເດີນທາງ ໂດຍຜ່ານຈຸດກວດຄວາມປອດໄພ ຢູ່ທີ່ເດີ່ນບິນສາກົນແອັດແລນຕ້າ ຮາຟຽວ-ແຈັກສັນ ກ່ອນມື້ວັນພັກບຸນຂອບຄຸນພະເຈົ້າ, ໃນນະຄອນແອັດແລນຕ້າ, ລັດຈໍເຈຍ, ວັນທີ 22 ພະຈິກ 2022.
ບັນດານັກເດີນທາງ ພາກັນມຸ້ງໜ້າເດີນທາງ ໂດຍຜ່ານຈຸດກວດຄວາມປອດໄພ ຢູ່ທີ່ເດີ່ນບິນສາກົນແອັດແລນຕ້າ ຮາຟຽວ-ແຈັກສັນ ກ່ອນມື້ວັນພັກບຸນຂອບຄຸນພະເຈົ້າ, ໃນນະຄອນແອັດແລນຕ້າ, ລັດຈໍເຈຍ, ວັນທີ 22 ພະຈິກ 2022.

ການເດີນທາງໃນຊ່ວງວັນບຸນຂອບຄຸນພະເຈົ້າແບບຮີບດ່ວນ ແລະສັບສົນ ໄດ້ກັບຄືນມາອີກແລ້ວໃນປີນີ້, ເຊິ່ງເຫັນໄດ້ວ່າ ຜູ້ຄົນພາກັນຈອງປີ້ເຮືອບິນເປັນຈໍານວນຫຼວງຫຼາຍທີ່ບໍ່ໄດ້ເຫັນມາເປັນເວລາຫຼາຍປີແລ້ວ ໂດຍປະຄວາມກັງວົນກ່ຽວກັບບັນຫາເງິນເຟີ້ ເພື່ອໄປຢູ່ລວມກັບຄົນທີ່ຮັກ ແລະມີຄວາມສຸກທີ່ເປັນປົກກະຕິ ລຸນຫຼັງທີ່ຕ້ອງປະເຊີນກັບກົດຂໍ້ບັງຄັບຕ່າງໆຂອງພະຍາດໂຄວິດ-19 ໃນຊ່ວງວັນພັກບຸນຂອບຄຸນພະເຈົ້າ.

ຢ່າງໃດກໍຕາມ, ການປ່ຽນແປງກິດຈະກໍາຕ່າງໆໃນການເຮັດວຽກ ແລະຫຼິ້ນທ່ຽວ ອາດຈະເພີ້ມຂະຫຍາຍຝູງຊົນຫຼາຍຂຶ້ນ ແລະຫຼຸດຈໍານວນຄວາມເຄັ່ງຕຶງໃນການເດີນທາງທີ່ເປັນປົກກະຕິລົງ. ບັນດານັກຊ່ຽວຊານກ່າວວ່າ ມີຫຼາຍໆຄົນອາດຈະເລີ້ມຕົ້ນການເດີນທາງໃນຊ່ວງວັນພັກຂອງພວກເຂົາເຈົ້າໄວຂຶ້ນ ແລະກັບຄືນມາເຮືອນຂອງພວກເຂົາເຈົ້າຫຼັງຈາກນັ້ນ ເນື່ອງຈາກພວກເຂົາເຈົ້າໃຊ້ເວລາປະມານສອງສາມມື້ ໃນການເຮັດວຽກແບບໄລຍະໄກ ຫຼື ຢ່າງໜ້ອຍກໍບອກຫົວໜ້າວ່າ ພວກເຂົາເຈົ້າເຮັດວຽກໃນໄລຍະໄກ.

ໂດຍປົກກະຕິແລ້ວ ມື້ເດີນທາງທີ່ຫຍຸ້ງທີ່ສຸດໃນຊ່ວງອາທິດຂອງວັນພັກບຸນຂອບ ຄຸນພະເຈົ້າ ແມ່ນວັນອັງຄານ, ວັນພຸດ ແລະວັນອາທິດ ລຸນຫຼັງວັນພັກ. ໃນປີນີ້ ອົງ​ການ​ຄຸ້ມ​ຄອງການບິນຂອງລັດຖະບານກາງຄາດວ່າ ວັນອັງຄານ ຈະເປັນມື້ເດີນທາງດ້ວຍຕາຕະລາງການບິນ 48,000 ຖ້ຽວທີ່ສັບສົນທີ່ສຸດ.

ກິດເກັດ ແມັກເຍີເນັດ (Gidget McBurnett), ທັກທາຍກັບຫຼານໆ ແລະລູກສາວຂອງລາວ ນາວວິດນີ (Whitney) ຫຼັງຈາກທີ່ຄອບຄົວ ໄດ້ລົງຈອດຢູ່ເດີ່ນບິນສາກົນແອັດແລນຕ້າ ຮາຟຽວ-ແຈັກສັນ, ໃນນະຄອນແອັດແລນຕ້າ, ລັດຈໍເຈຍ, ວັນທີ 22 ພະຈິກ 2022.

ທ້າວຄຣິສ ວີລລຽມ (Chris Williams) ຈາກເມືອງ​ຣາ​ເລ (Raleigh), ລັດຄາໂຣໄລນາເໜືອ, ​ໄດ້​ອອກ​ເດີນ​ທາງ​ໂດຍບິນໃນຕອນເຊົ້າວັນອັງຄານວານນີ້ ພ້ອມດ້ວຍພັນລະຍາ ແລະລູກສອງຄົນ, ໄປນະຄອນແອັດແລນຕ້າ ໃນລັດຈໍເຈຍ ເພື່ອໃຊ້ເວລາໃນຊ່ວງວັນພັກກັບຄອບຄົວ ແລະຍາດພີ່ນ້ອງ.

ທ້າວວີລລຽມອາຍຸ 44 ປີ, ເຊິ່ງເຮັດວຽກກ່ຽວກັບການເງິນກ່າວວ່າ “ແນ່ນອນ, ມັນມີຄວາມເຄັ່ງຕຶງຫຼາຍ ແລະເປັນຊ່ວງເວລາທີ່ແພງຫຼາຍທີ່ຈະນັ່ງເຮືອບິນ. ແຕ່ຫຼັງຈາກສອງປີທີ່ບໍ່ໄດ້ໃຊ້ເວລາ ໃນຊ່ວງວັນພັກກັບຄອບຄົວ ແລະຍາດຕິພີ່ນ້ອງ, ຂ້ອຍສາມາດເວົ້າໄດ້ວ່າ ພວກເຮົາຮູ້ສຶກຂອບໃຈເປັນຢ່າງສູງທີ່ໂລກໜ່ວຍນີ້ເປັນ ສະຖານທີ່ ທີ່ມີຄວາມປອດໄພພຽງພໍ ເພື່ອໃຫ້ພວກເຮົາສາມາດຢູ່ກັບຄົນທີ່ພວກເຮົາຮັກອີກຄັ້ງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG