ວັນຂອບຄຸນພະເຈົ້າ ກໍຄືບຸນເກັບກ່ຽວຜົນລະປູກຂອງສະຫະ
ລັດ ນັ້ນເອງ. ບຸນນີ້ແມ່ນສະຫລອງກັນໃນທຸກໆວັນພະຫັດ
ຂອງອາທິດທີ 4 ຂອງເດືອນພະຈິກ. ໃນວັນພະຫັດມື້ນີ້
ຊາວອາເມຣິກັນຫລາຍລ້ານຄົນ ຈະໄປເຕົ້າໂຮມກັບ
ຄອບຄົວແລະເພື່ອນມິດ ເພື່ອສະແດງຄວາມຂອບຄຸນຕໍ່
ພະເຈົ້າສໍາລັບສິ່ງທີ່ດີຕ່າງໆທີ່ເຂົາເຈົ້າໄດ້ຮັບ ຕະຫລອດ
ປີທີ່ຜ່ານມາແລະຊຸມເຂົ້າສັງສັນກັນ ໂດຍການກິນອາຫານ
ທີ່ບໍລິໂພກກັນມາເປັນປະເພນີ ເກືອບ 4 ຮ້ອຍປີມາແລ້ວ.
ຊາວຢູໂຣບຈຸທໍາອິດໆ ທີ່ອົບພະຍົບເຂົ້າມາຢູ່ໃນດິນແດນ
ອາເມຣິກາເໜືອ ໄດ້ມີພິທີແລະວິທີການທີ່ແຕກຕ່າງກັນໄປ ເພື່ອສະຫລອງບຸນເກັບກ່ຽວ
ແລະ ສະແດງຄວາມຂອບຄຸນຕໍ່ພະເຈົ້າ ທີ່ຊ່ວຍໃຫ້ເຂົາເຈົ້າລອດຊີວິດມາໄດ້ ຈາກຄວາມ
ລໍາບາກຍາກແຄ້ນ ໃນການດໍາລົງຊີວິດ ຢູ່ທ່າມກາງປ່າດົງພົງໄພ ອັນເຕັມໄປດ້ວຍອັນ
ຕະລາຍຈາກສັດສາວາສິ່ງທີ່ດຸຮ້າຍ ແລະອາກາດທີ່ໜາວເຢັນຈັບກະດູກໃນດິນແດນແຫ່ງ
ນີ້. ແຕ່ການສະຫລອງທີ່ຊາວອາເມຣິກັນຖືວ່າເປັນບຸນ Thanksgiving ເທື່ອທໍາອິດນັ້ນ
ກໍຄືການສະຫລອງຂອງພວກຊາວ Pilgrims ທີ່ມາຕັ້ງຖິ່ນຖານຢູ່ເມືອງ Plymouth ໃນ
ເຂດອານານິຄົມຂອງອັງກິດ ທີ່ເວລານີ້ແມ່ນລັດ Massachusetts ທາງພາກຕາເວັນ
ອອກສຽງເໜືອຂອງສະຫະລັດ.
ຊາວ Pilgrims ກໍຄືພົນລະເມືອງອັງກິດ ທີ່ຫລົບໜີການປະຫັດປະຫານທາງສາສະໜາ
ມາຕັ້ງຊີວິດໃໝ່ຢູ່ໃນດິນແດນໃໝ່ແຫ່ງນີ້ໃນຕົ້ນ ຊຸມປີ 1600 ເພື່ອທີ່ເຂົາເຈົ້າຈະໄດ້ນັບຖື
ສາສະໜາທີ່ເຂົາເຈົ້າມັກ. ໃນໄລຍະ 2-3 ປີທໍາອິດນັ້ນ ຊາວ Pilgrims ໄດ້ສູນເສຍ
ສະມາຊິກໄປຫລາຍຄົນ ຍ້ອນດິນຟ້າອາກາດໜາວຢ່າງຮ້າຍແຮງແລະຄວາມອຶດຫິວ
ເນື່ອງຈາກເຂົາເຈົ້າບໍ່ຮູ້ຈັກວິທີປູກຝັງທີ່ຖືກຕ້ອງ ກັບດິນຟ້າອາກາດ. ຕໍ່ມາ ເຂົາເຈົ້າໄດ້
ທໍາຄວາມລຶ້ງແກ່ນກັບຊາວພື້ນເມືອງທ້ອງຖິ່ນ ຫລື Native American ເຜົ່ານຶ່ງທີ່ພວກ
ເຮົາເຄີຍເອີ້ນກັນວ່າ ອິນເດຍແດງ ຢູ່ໃນຮູບເງົາຄາວບອຍນັ້ນ. ຊາວອິນເດຍແດງໄດ້ສອນ
ໃຫ້ຊາວ Pilgrims ຮູ້ຈັກວິທີປູກເຂົ້າສາລີ ປູກຜັກປູກໝີ່ ຫາປາລ່າສັດ ແລະລ້ຽງສັດ
ຢ່າງຖືກຕ້ອງ ຈົນສາມາດເກັບອາຫານສະສົມໄວ້ສໍາລັບບໍລິໂພກໃນຍາມໝາວແລະຊ່ວຍ
ໃຫ້ພວກເຂົາເຈົ້າລອດຊີວິດມາໄດ້.
ຊາວ Pilgrims ຈຶ່ງຈັດງານລ້ຽງສະຫລອງຂຶ້ນ ເພື່ອສະແດງຄວາມຂອບຄຸນຕໍ່ຊາວອິນ
ເດຍແດງ ທີ່ໄດ້ຊ່ວຍເຫລືອພວກເຂົາເຈົ້າແລະຕໍ່ພະຜູ້ເປັນເຈົ້າ ທີ່ໄດ້ອໍານວຍໃຫ້ເຂົາເຈົ້າ
ໄດ້ຮັບຜົນເກັບກ່ຽວທີ່ອຸດົມສົມບູນ. ບຸນ Thanksgiving ຫລືບຸນຂອບຄຸນພະເຈົ້າ
ຄັ້ງທໍາອິດນັ້ນ ແມ່ນຈັດຂຶ້ນ ເປັນເວລາສາມມື້ສາມຄືນ ໃນລະດູໄບໄມ້ຫລົ່ນຂອງປີ
1621 ຊື່ງພວກຊາວ Pilgrims ແລະລູກໆຫລານໆລຸ່ນຕໍ່ໆມາ ກໍໄດ້ສືບຕໍ່ປະຕິບັດ
ກັນມາ ຈົນກະທັ່ງພວກອານານິຄົມທັງໝົດຂອງອັງກິດໄດ້ປະກາດໂຕເປັນເອກກະລາດ
ແລະກາຍມາເປັນປະເທດສະຫະລັດອາເມຣິກາ. ຕໍ່ມາໃນປີ 1863 ປະທານາທິບໍດີ
Abraham Lincoln ກໍໄດ້ອອກດໍາລັດ ປະກາດເອົາວັນພະຫັດສຸດທ້າຍຂອງເດືອນ
ພະຈິກ ເປັນວັນ Thanksgiving ຫລືວັນຂອບຄຸນພະເຈົ້າ ນັ້ນເອງ.
ອາຫານທີ່ພວກຊາວ Pilgrims ບໍລິໂພກກັນແລະໄດ້ກາຍມາເປັນອາຫານຫລັກຂອງ
ວັນ Thanksgiving ກໍຄື turkey ຫລືໄກ່ງວງ. ຄາດວ່າພວກລ້ຽງໄກ່ງວງຂາຍໃນ
ສະຫະລັດ ຈະລ້ຽງໄກ່ງວງໄດ້ຮອດ 234 ລ້ານໂຕໃນປີນີ້. ລັດຖະບານເວົ້າວ່າ ໂຕເລກ
ດັ່ງກ່າວແມ່ນໜ້ອຍກ່ວາປີກາຍນີ້ 2% ຊຶ່ງກໍໝາຍຄວາມວ່າ ໃນປີ 2009 ນັ້ນ ພວກກະ
ເສດຕ ະກອນອາເມຣິກັນ ຜະລິດໄກ່ງວງໄດ້ 246 ລ້ານ 8 ແສນ 4 ໝື່ນໂຕ ຕົກເປັນ
ມູນຄ່າປະມານ 3500 ລ້ານໂດລ່າ.
ແຕ່ວ່າໃນພວກໄກ່ງວງ 200 ລ້ານກ່ວາໂຕ
ທີ່ຈະຖືກຂ້ານໍາມາປຸງແຕ່ງ ເປັນອາຫານສໍາ
ລັບມື້ນີ້ ກໍຈະມີ 2 ໂຕທີ່ໂຊກດີລອດມາໄດ້.
ທັງນີ້ໄກ່ງວງສອງໂຕນີ້ ກໍຕ້ອງຂອບຄຸນ
ປະເພນີ ທີ່ປະທານາທິບໍດີ George H.
W. Bush ໄດ້ຈັດຕັ້ງປະຕິບັດເມື່ອ 20 ປີ
ກ່ອນ ຄືທ່ານໄດ້ປະກາດ ໃຫ້ອະໄພຍະໂທດ
ກໍຄືໂຜດ ໄກ່ງວງ 2 ໂຕ ໝາຍຄວາມວ່າ
ໃຫ້ຖືກຍົກເວ້ນຈາກການຖືກຂ້າເປັນອາຫານ
ແລະໃຫ້ເອົາໄປລ້ຽງໄວ້ ຊຶ່ງປະເພນີນີ້ກໍໄດ້
ປະຕິບັດກັນສືບຕໍ່ມາທຸກໆປີ ໂດຍທີ່ມື້
ວານນີ້ ປະທານາທິບໍດີ ໂອບາມາ ກໍໄດ້
ໂຜດໄກ່ງວງສອງໂຕ ໃນພິທີທີ່ຖ່າຍທອດ
ອອກທາງໂທລະພາບ. ໂຕແມ່ ຊື່ Apple
ແລະໂຕຜູ້ຊື່ Cider ຊຶ່ງໄດ້ຖືກຄັດເລືອກ
ຍ້ອນຄວາມງາມແລະຄວາມແຂງແຮງຂອງ
ພວກເຂົາ ໃນການທີ່ຈະສືບພັນ ແລະຢູ່ລອດຊີວິດໄປໄດ້ດົນ. ໄກ່ງວງສອງໂຕນີ້ຈະຖືກ
ນໍາໄປລ້ຽງໄວ້ທີ່ Mount Vernon ຟາມບ້ານເກີດຂອງມື້ລາງປະທານາທິບໍດີຄົນທໍາອິດ
ຂອງສະຫະລັດທ່ານ George Washington ທີ່ລັດເວີຈີເນຍຫ່າງຈາກນະຄອນຫລວງ
ວໍຊິງຕັນ ທາງລົດປະມານນຶ່ງຊົ່ວໂມງ. ໃນພິທີໂຜດໄກ່ງວງສອງໂຕນີ້ ທ່ານໂອບາມາໄດ້
ກ່າວຂອບອົກຂອບໃຈພວກທະຫານຫານຂອງກອງທັບ ສໍາລັບການເສຍສະລະເວລາ
ແລະຊີວິດ ຮັບໃຊ້ປະເທດຊາດ ຊື່ງທ່ານໄດ້ເວົ້າວ່າ ພວກເຂົາເຈົ້າເຮັດໃຫ້ທ່ານພູມໃຈ
ທີ່ໄດ້ເປັນຜູ້ບັນຊາການສູງສຸດ ຂອງກອງທັບແຫ່ງຊາດ.
ໄກ່ງວງນີ້ ເຂົາເຈົ້າຈະເອົາມາອົບກິນເປັນໂຕ. ບາງຄົນກໍຈືນເອົາ ຄືສຽບໃສ່ເຫລັກຕາມ
ລວງໂຕຂອງມັນ ແລ້ວກໍເອົາລົງໝໍ້ນໍ້າມັນສູງໆເລິກໆ ແຕ່ການຈືນນີ້ ຕ້ອງໄດ້ລະມັດ
ລະວັງເປັນພິເສດເພາະວ່າມັນອາດເກີດລະເບີດຂຶ້ນໄດ້. ຖ້າອົບເອົາ ເຂົາເຈົ້າກໍຈະເອົາ
ເຂົ້າຈີ່ມຸ່ນໆປຸງໃສ່ເຄື່ອງເທດ ຍັດເຂົ້າໄປໃນທ້ອງໄກ່ງວງ ແລ້ວເອົາມາກິນກັບ ຊຶ່ງເຂົາເຈົ້າ
ເອີ້ນວ່າ stuffing ຫລື dressing ເວລາກິນ ກໍຈະເອົານໍ້າ sauce ທີ່ເອີ້ນວ່າ gravy
ໂຮຍໃສ່ ເພື່ອບໍ່ໃຫ້ມັນແຫ້ງເກີນໄປ. ສ່ວນອາຫານອື່ນໆກໍມີ ອົບຂາໝູທີ່ເອີ້ນວ່າ ham
ມັນຝຣັ່ງຕົ້ມບົດ ຫລື mashed potatoes. ແລ້ວກໍມີຜັກ ເຊ່ນໝາກຖົ່ວຕົ້ມ ໝາກສາລີ
ສະລັດ sweet potatoes ຫລືມັນດ້າງເຫລືອງ ຫລືເອີ້ນວ່າ yam ກໍໄດ້ ແລ້ວກໍມີ
cranberry sauce ທາກິນກັບເຂົ້າຈີ່ ຫລື dinner roll. ສ່ວນຂອງຫວານ ກໍມີ apple
pie, pumpkin pie ແລະ pecan pie. ເຄື່ອງດື່ມຫລັກກໍແມ່ນນໍ້າໝາກ pomme ຫລື
apple cider.
ອາຫານມື້ Thanksgiving ນີ້ ສ່ວນຫລາຍ
ແລ້ວ ເຂົາເຈົ້າຈະກິນກັນໃນຕອນທ່ຽງ.
ຫລັງຈາກນັ້ນ ກໍຈະພາກັນນັ່ງເບິ່ງ football
ທາງໂທລະພາບ ຮອດມື້ແລງມາ ກໍກິນກັນຕໍ່.
ຢູ່ບາງເມືອງ ກໍມີການຈັດຂະບວນແຫ່ໃຫ້
ປະຊາຊົນໄດ້ຊົມກັນ ຊຶ່ງຂະບວນແຫ່ທີ່ໃຫຍ່
ໂຕ ມີຊື່ສຽງທີ່ສຸດກໍຄື ຂະບວນແຫ່ຂອງຫ້າງ
ສັບພະສິນຄ້າ Macy’s ຫລື Macy’s
Thanksgiving Parade ຢູ່ນະຄອນນິວ
ຢອກ ທີ່ຖ່າຍທອດອອກທາງ TV ໃຫ້ຄົນ
ໄດ້ຊົມທົ່ວປະເທດ ກໍຄືທົ່ວໂລກ.
ດັ່ງທີ່ໄດ້ເວົ້າມາແລ້ວ ວັນ Thanksgiving ແມ່ນວັນຂອບຄຸນພະເຈົ້າ. ຊາວອາເມຣິກັນ
ບາງຄົນຈະພາກັນໄປໂບດ ສວດມົນພາວະນາສະແດງຄວາມຮູ້ບຸນຄຸນຕໍ່ God ຫລືພະເຈົ້າ
ແລະກ່ອນຈະກິນເຂົ້າ ເຂົາເຈົ້າກໍຈະກ່າວຄໍາຂອບຄຸນອອກມາ ຂອບຄຸນສໍາລັບພໍ່ແມ່ ຂອບ
ຄຸນສໍາລັບລູກເຕົ້າ ສໍາລັບສິ່ງທີ່ດີໆຕ່າງໆທີ່ໄດ້ເກີດຂຶ້ນໃນຊີວິດຂອງເຂົາເຈົ້າ ຂອບຄຸນທີ່
ຍັງມີວຽກເຮັດງານທໍາໃນຍາມທີ່ເສດຖະກິດຝືດເຄືອງແບບນີ້ ແລະສໍາຄັນທີ່ສຸດ ກໍແມ່ນ
ຂອບຄຸນທີ່ຍັງມີຊີວິດຢູ່ ແລະມີສຸຂະພາບແຂງແຮງ.
ວິທີນຶ່ງທີ່ຊາວອາເມຣິກັນສະແດງຄວາມຂອບ
ຄຸນຂອງເຂົາເຈົ້າໃນເທດສະການ Thanks-
giving ນີ້ ກໍຄ່ສະແດງຄວາມເອື້ອເຟື້ອເພື່ອ
ແພ່ຕໍ່ຄົນທຸກຍາກຂັດສົນ. ໃນມື້ນີ້ ຫລາຍຄົນ
ຈະພາກັນເອົາອາຫານໄປມອບໃຫ້ພວກອົງ
ການກຸສົນ ແລະກຸ່ມສາສະໜາຕ່າງໆໃນທົ່ວ
ປະເທດທີ່ພາກັນຈັດອາຫານ ບໍລິການພວກທີ່
ບໍ່ມີເຮືອນຢູ່ອາໃສແລະພວກຄົນທຸກຍາກ ທີ່ບໍ່
ມີເງິນຈະຊື້ອາຫານແຊບໆກິນໃນມື້ນີ້. ໃນມື້
ວານນີ້ ປະທານາທິບໍດີໂອບາມາ ກັບຄອບຄົວ
ກໍໄດ້ເອົາໄກ່ງວງອົບສອງໂຕໄປມມອບໃຫ້ອົງ
ການກຸສົນນຶ່ງໃນວໍຊິງຕັນ ເພື່ອຊ່ວຍລ້ຽງ
ພວກຄົນທຸກຍາກ ທີ່ຈະພາກັນໄປລຽນແຖວ
ລໍຖ້າຮັບປະທານອາຫານອັນແຊບນົວຢ່າງ
ອີ່ມໜໍາສໍາລານ.
ແລະນັ້ນກໍແມ່ນປະເພນີການສະຫລອງວັນ Thanksgiving ຫລືວັນຂອບຄຸນພະເຈົ້າ
ຂອງຊາວອາເມຣິກັນ ຊຶ່ງກໍບໍ່ແມ່ນແຕ່ຄົນອາເມຣິກັນເທົ່ານັ້ນ ທີ່ພາກັນສະຫລອງບຸນ
ນີ້. ຊົນຊາດອື່ນທີ່ມາອາໃສຢູ່ໃນປະເທດນີ້ ກໍພາກັນປະຕິບັດຕາມຄືສະເຫລີມສະຫລອງ
ຕາມວັດທະນະທໍາແລະຄວາມນິຍົມຂອງຊາດໃຜລາວ ເພື່ອສະແດງຄວາມຂອບຄຸນ
ຕໍ່ປະເທດນີ້ ທີ່ໄດ້ໃຫ້ໂອກາດເຂົາເຈົ້າ ມາເພິ່ງພາອາໃສຢູ່ ຢ່າງມີຄວາມສຸກ.
ອັນດັບຕໍ່ໄປ ວັນນະສອນຈະມາເລົ່າສູ່ທ່ານຟັງ ກ່ຽວກັບວິທີສະຫລອງວັນ Thanks-
giving ຂອງຄົນລາວຄອບຄົວນຶ່ງ ຢູ່ໃນສະຫະລັດ. ເຊີນທ່ານຕິດຕາມຟັງໄດ້ເລີຍ.
//ດົນຕີ //
ຊາວລາວທີ່ໄດ້ມາຕັ້ງຖິ່ນຖານໃນສະຫະລັດອະເມຣິກັນກໍໃຫ້ຄວາມສໍາຄັນໃນວັນສະເຫຼີມ
ສະຫຼອງເທດສະການປະຈໍາປີບຸນ “Thanksgiving” ຫຼືວັນ “ຂອບຄຸນພະເຈົ້າ” ເຊັ່ນກັນ
ຊຶ່ງຈັດໃຫ້ເປັນວັນຮວມຍາດ ກິນເຂົ້າສາມະຄີ ສັງສັນແລະຮ່ວມມ່ວນຊືນນໍາກັນດັ່ງຄອບຄົວ
ຫຼວງວິເສດ ທີ່ເວົ້າເຖິງການຈັດສະຫຼອງເທດສະການບຸນ Thanksgiving Day
ໃນບົດສໍາພາດຕໍ່ໄປນີ້:
///ບົດສໍາພາດ///
ວັນສະເຫຼີມສະຫຼອງເທດສະການ
“Thanksgiving” ກໍຖືວ່າເປັນ
ວັນສໍາຄັນຂອງຄອບຄົວໄປແລ້ວ
ທີ່ໄດ້ມານັ່ງພ້ອມໜ້າພ້ອມຕາ
ຮັບປະທານອາຫານແລະສັງສັນ
ຮ່ວມກັນ ຊຶ່ງມັນເປັນການດີທີ່
ຈະໄດ້ສະແດງຄວາມຂອບໃຈ
ແລະໃຫ້ທັງຄວາມຮັກ, ຄວາມ
ອົບອຸ່ນແລະຄວາມສົ່ງເສີມຊຶ່ງກັນ
ແລະກັນ.
ທາງຄະນະ VOA ຂໍສົ່ງຄວາມສຸກ ທີ່ພັ່ງພ້ອມໄປດ້ວຍຄວາມອຸດົມສົມບູນ ຄວາມຈະເຣີນ
ກ້າວໜ້າແລະສຸຂະພາບທີ່ເຂັ້ມແຂງ ແດ່ທ່ານຜູ້ຟັງທຸກໆທ່ານເລີຍແລະຕ້ອງຂໍຖືໂອກາດນີ້ ຂອບໃຈທີ່ຄອຍຕິດຕາມຟັງແລະຈະສືບຕໍ່ຮັບຟັງວິທະຍຸ Voice of America.