ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ທັກສິນ ຊີນນະວັດ ຢາກໃຫ້ ລາວຮ່ວມມື ກັບໄທຫລາຍຂຶ້ນ


ທ່ານທັກສິນ ຊີນນະວັດ ອະດີດນາຍົກລັດຖະມົນຕີໄທ ໄດ້ຖືກຮັບຕ້ອນດ້ວຍການບາສີສູ່ຂວັນ ໃນໂອກາດ
ທີ່ທ່ານໄປຢ້ຽມຢາມລາວ ຊຶ່ງກົງກັບໄລຍະສະຫລອງບຸນປີໃໝ່ລາວ
ທ່ານທັກສິນ ຊີນນະວັດ ອະດີດນາຍົກລັດຖະມົນຕີໄທ ໄດ້ຖືກຮັບຕ້ອນດ້ວຍການບາສີສູ່ຂວັນ ໃນໂອກາດ ທີ່ທ່ານໄປຢ້ຽມຢາມລາວ ຊຶ່ງກົງກັບໄລຍະສະຫລອງບຸນປີໃໝ່ລາວ

ທ່ານທັກສິນ ຊີນນະວັດ ອະດີດນາຍົກລັດຖະມົນຕີໄທ ກ່າວວ່າ ມີຄວາມຈໍາເປັນຢ່າງຍິ່ງ ທີ່ລາວ ຈະຕ້ອງຮ່ວມມືກັບໄທຢ່າງໃກ້ສິດ ເພື່ອກ້າວໄປສູ່ປະຊາຄົມເສດຖະກິດອາຊຽນ ຮ່ວມກັນ ຢ່າງໝັ້ນຄົງ.

ທ່ານທັກສິນ ຊີນນະວັດ ອາດີດນາຍົກລັດຖະມົນຕີໄທ ຊຶ່ງເປັນອ້າຍຂອງທ່ານນາງ
ຍິ່ງລັກ ຊີນນະວັດ ນາຍົກລັດຖະມົນຕີໄທຄົນປັດຈຸບັນ ໄດ້ກ່າວເນັ້ນຢໍ້າໃນໂອກາດ
ການເດີນທາງໄປຢ້ຽມຢາມນະຄອນວຽງຈັນ ໃນຖານະແຂກຂອງສະພາການຄ້າແລະ
ອຸດສະຫະກໍາແຫ່ງຊາດລາວ ໃນຊ່ວງສົງການປີໃໝ່ລາວທີ່ຜ່ານມານີ້ ທີ່ 10 ປະເທດ
ສະມາຊິກຂອງອາຊຽນ ຈະສາມາດກ້າວໄປເປັນປະຊາຄົມນາໆຊາດດຽວກັນ ໄດ້ຢ່າງ
ແທ້ຈິງຕາມເປົ້າໝາຍທີ່ວາງໄວ້ ໃນປີ 2015 ນັ້ນ ກໍມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງ
ຮ່ວມມືກັນຢ່າງໃກ້ຊິດ ທັງໃນພາກລັດຖະບານ ແລະພາກເອກກະຊົນ.

ທ່ານທັກສິນ ອະດີດນາຍົກໄທ ໄປຢ້ຽມຢາມລາວ ໃນໂອກາດບຸນສົງການປີໃໝ່ລາວ 2012
ທ່ານທັກສິນ ອະດີດນາຍົກໄທ ໄປຢ້ຽມຢາມລາວ ໃນໂອກາດບຸນສົງການປີໃໝ່ລາວ 2012

ໂດຍສະເພາະແມ່ນການພັດ
ທະນາທາງເສດຖະກິດນັ້ນ
ລັດຖະບານລາວ ແລະເອກະ
ຊົນລາວ ກໍຍິ່ງຈະຕ້ອງຮ່ວມ
ມືກັບໄທຢ່າງໃກ້ຊິດ ເປັນກໍ
ລະນີພິເສດ ເນື່ອງຈາກວ່າ
ເປັນປະເທດເພື່ອນບ້ານ ທີ່
ມີຄວາມໃກ້ຊິດກັນ ທັງໃນ
ດ້ານສັງຄົມ-ວັດທະນາທໍາ
ປະເພນີ ສາສະໜາ, ພາສາ
ແລະພູມີສາດ ຊຶ່ງກໍເຊັ່ນດຽວ
ກັນກັບການຮ່ວມມືທາງເສດຖະກິດ ທີ່ໄທກໍຍັງຄົງເປັນຜູ້ລົງທຶນລາຍໃຫຍ່ໃນລາວ ແລະ
ກໍຍັງເປັນຄູ່ການຄ້າອັນດັບ 1 ຂອງລາວ ມາໂດຍຕະຫຼອດອີກດ້ວຍ.

ເພາະສະນັ້ນ ການເສີມສ້າງການຮ່ວມມືທາງເສດຖະກິດຢ່າງໃກ້ຊິດລະຫວ່າງລາວກັບ
ໄທ ພາຍໃຕ້ເປົ້າໝາຍເພື່ອມຸ້ງໄປສູ່ ການເປັນປະຊາຄົມເສດຖະກິດດຽວກັນ ໃນເອເຊຍ
ດ້ວຍການອາໃສຈຸດພິເສດດັ່ງກ່າວ ຈຶ່ງຖືເປັນປັດໃຈສໍາຄັນທີ່ຈະຊຸກຍູ້ໃຫ້ລາວກັບໄທ ກ້າວໄປທາງໜ້າຮ່ວມກັນໄດ້ຢ່າງໝັ້ນຄົງ ດ້ວຍການສະໜັບສະໜູນ ແລະສົ່ງເສີມໃຫ້ມີ
ການຜະລິດສິນຄ້າ ແລະບໍລິການຕ່າງໆ ຕາມຄວາມອາດສາມາດໃນແຕ່ລະປະເທດ
ເປັນສໍາຄັນ ດັ່ງທີ່ທ່ານທັກສິນ ໄດ້ກ່າວວ່າ:

“ຕ້ອງວາງຍຸທະສາດຮ່ວມກັນວ່າ ອະໄຣທີ່ມາຜະລິດທີ່ລາວແລ້ວ ຕົ້ນທຶນຖືກ
ກວ່າ ກໍໃຫ້ຜະລິດທີ່ລາວ ອະໄຣທີ່ຜະລິດທີ່ໄທ ມີປະສິດທິພາບດີກວ່າ ກໍຜະ
ລິດທີ່ໄທ ເພາະສະນັ້ນ ວັນນີ້ໄມ່ສາມາດ ທີ່ຈະປິດຕົວເອງໄດ້ ເມື່ບອກວ່າ
ເປັນຊຸມຊົນເສດຖະກິດດຽວກັນແລ້ວ ປິດຕົວເອງໄມ່ໄດ້ ເພາະສະນັ້ນ ຫ້າມ
ຄົບເພາະເພື່ອນໃນປະເທດດຽວກັນ ເຮົາຕ້ອງຄົບເພື່ອນທັ້ງອາຊຽນ.”

ການແຫ່ນາງສັງຂານທີ່ນະຄອນວຽງຈັນ ໃນໂອກາດປີໃໝ່ລາວ ພ.ສ. 2555 ຫລື ຄ.ສ. 2012
ການແຫ່ນາງສັງຂານທີ່ນະຄອນວຽງຈັນ ໃນໂອກາດປີໃໝ່ລາວ ພ.ສ. 2555 ຫລື ຄ.ສ. 2012

ໃນປັດຈຸບັນ ໄທມີມູນຄ່າການ
ລົງທຶນ ສະເພາະຢູ່ໃນລາວ
ເກືອບ 3 ພັນລ້ານໂດລາ ຊຶ່ງ
ຖືເປັນປະເທດອັນດັບ 3 ຮອງ
ຈາກຫວຽດນາມ ແລະຈີນ
ທີ່ມີມູນຄ່າການລົງທຶນໃນ
ລາວຫຼາຍທີ່ສຸດ ຫາກແຕ່ວ່າ
ສໍາລັບໃນດ້ານການຄ້ານັ້ນ
ໄທກໍຍັງຄົງເປັນປະເທດຄູ່ຄ້າ
ທີ່ສໍາຄັນທີ່ສຸດຂອງລາວ
ໂດຍໃນປີ 2011 ທີ່ຜ່ານມາ
ນັ້ນ ກໍປາກົດວ່າລາວກັບໄທ
ມີມູນຄ່າການຄ້າລະຫວ່າງກັນ ຫຼາຍກວ່າ 3.8 ພັນລ້ານໂດລາ ຊຶ່ງໃນນີ້ແບ່ງເປັນການສົ່ງ
ອອກຂອງລາວ ໄປໄທ ໃນມູນຄ່າ 1.1 ພັນລ້ານໂດລາ ແລະໃນຂະນະດຽວກັນ ລາວກໍ່ໄດ້
ນໍາເຂົ້າສິນຄ້າຈາກໄທ ໃນມູນຄ່າຫຼາຍກວ່າ 2.7 ພັນລ້ານໂດລາ.

ທາງດ້ານທ່ານນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສະຫະກໍາ ແລະການຄ້າ
ຂອງລາວ ກໍ່ໄດ້ຖະແຫຼງຢືນຢັນເມື່ອບໍ່ນານມານີ້ວ່າ ທາງການລາວກັບໄທ ໄດ້ວາງເປົ້າ
ໝາຍຮ່ວມກັນໄວ້ວ່າ ຈະສົ່ງເສີມການຄ້າລະຫວ່າງກັນ ໃຫ້ມີມູນຄ່າເພີ່ມຂຶ້ນເຖິງ 2 ເທົ່າ
ພາຍໃນປີ 2015 ກໍຄືການເພີ່ມມູນຄ່າການຄ້າ ຈາກ 4 ພັນລ້ານໂດລາ ໃນປີ 2012 ນີ້
ເປັນ 8 ພັນລ້ານໂດລາ ໃນປີ 2015.

ທັງນີ້ໂດຍພາກສ່ວນທີ່ສໍາຄັນ ທີ່ຈະເຮັດໃຫ້ການຄ້າລະຫວ່າງລາວກັບໄທ ມີມູນຄ່າເພີ່ມ
ຂຶ້ນໄດ້ ຕາມເປົ້າໝາຍດັ່ງກ່າວ ກໍຄືພາກພະລັງງານໄຟຟ້າ ແລະການຂຸດຄົ້ນບໍ່ແຮ່ ເພາະ
ວ່າ 2015 ເປັນປີທີ່ຈະຕ້ອງຮັບຊື້ກະແສໄຟຟ້າຈາກລາວ ໃນປະລິມານລວມ ບໍ່ໜ້ອຍ
ກວ່າ 7,000 MW ຕາມທີ່ໄດ້ຕົກລົງກັນໄວ້ ໃນບົດບັນທຶກຄວາມເຂົ້າໃຈຮ່ວມກັນ
(MOU) ລະຫວ່າງລັດຖະບານລາວກັບໄທ ນັ້ນເອງ.

ສ່ວນໃນດ້ານການຂຸດຄົ້ນບໍ່ແຮ່ນັ້ນ ໄທກໍຄືລູກຄ້າລາຍໃຫຍ່ທີ່ສຸດ ທີ່ນໍາເຂົ້າແຮ່ທາດ
ຊະນິດຕ່າງໆຈາກລາວ ໂດຍສະເພາະແມ່ນແຮ່ຄໍາ, ແຮ່ເງິນ ແລະແຮ່ທອງແດງ ທີ່ຜະລິດ
ຈາກບໍ່ແຮ່ຢູ່ເຊໂປນ ແລະຢູ່ທີ່ພູເບ້ຍນັ້ນໄດ້ ສົ່ງມາໄທເກີນກວ່າ 90% ຂອງປະລິມານ
ແຮ່ທາດ ທີ່ຜະລິດໄດ້ທັງໝົດໃນແຕ່ລະປີ.

XS
SM
MD
LG