ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ​ໄທ ປ່ອນ​ບັດ​ຄະ​ແນນ​ສຽງ ເທື່ອ​ທຳ​ອິດ ນັບ​ແຕ່​ມີ​ ລັດ​ຖະ​ປ​ະ​ຫານ​ໃນ​ປີ 2014


ເຈົ້າ​ໜ້າ​ທີ່ ​ໄທ ​ຄົນ​ນຶ່ງ ກຳ​ລັງ​ກວ​ດ​ເບິ່ງ​ໂມ​ງ​ຢູ່​ໜ່ວຍ​ປ່ອນ​ບັດ ໃນ​ບາງກອກ ວັນ​ທີ 24 ເມ​ສາ 2019.
ເຈົ້າ​ໜ້າ​ທີ່ ​ໄທ ​ຄົນ​ນຶ່ງ ກຳ​ລັງ​ກວ​ດ​ເບິ່ງ​ໂມ​ງ​ຢູ່​ໜ່ວຍ​ປ່ອນ​ບັດ ໃນ​ບາງກອກ ວັນ​ທີ 24 ເມ​ສາ 2019.

ບັນ​ດາ​ຜູ້​ປ່ອນ​ບັດ​ຊ​າວ ​ໄທ ໄດ້ພາ​ກັນ​ໄປ​ຫາ​ໜ່ວຍ​ເລືອກ​ຕັ້ງ​ໃນ​ວັນ​ອາ​ທິດ​ມື້​ນີ້ ເປັນ​
ເທື່ອ​ທຳ​ອິດ ​ໃນຮອບ​ເກືອບ​ຫ້າ​ປີ​.

ລັດ​ຖະ​ບານ​ທະ​ຫານ​ປະ​ເທ​ດ ​ໄທ ໄດ້​ກຳອຳ​ນາດ​ໃນ​ເດືອນ​ພຶດ​ສະ​ພາ ​ປີ 2014 ຊຶ່ງ​ໃນ
​ເວ​ລາ​ນັ້ນ ຫົວ​ໜ້າ​ກອ​ງ​ທັບ​ບົກ ທ່ານ ​ປ​ຣະ​ຢຸດ ຈັນ​ໂອ​ຊາ ໄດ້​ນຳ​ພາ​ການ​ເຮັດ​ລັດ​ຖະ​
ປະ​ຫານ​ທີ່ໄດ້​ໂຄ່ນ​ລົ້ມ​ລັດ​ຖະ​ບານ.

ຜູ້​ນຳ​ລັດ​ຖະ​ບານທະ​ຫານ​ ທ່ານ ​ປ​ຣະ​ຢຸດ ກ່າວ​ໃນ​ຕອນ​ເຊົ້າ​ຂອງວັນ​ອາ​ທິດ​ມື້​ນີ​ຫຼັງ​
ຈາກ​ການ​ປ່ອນ​ບັດວ່າ “ຂ້າ​ພະ​ເຈົ້າ​ຫວັງ​ວ່າ ແຕ່​ລະ​ຄົນ​ຈະຊ່ວຍ​ເຫຼືອ​ກັນ​ ດ້ວຍ​ການ​ໄປ
ລົງ​ຄະ​ແນນ​ສຽງມື້​ນີ້ ໃນ​ຂະ​ນະ​ທີ່​ເປັນ​ເປັນ​ສິດ​ທິ​ຂອງທຸກໆ​ຄົນ​.”

​ຄົນ ໄທ ປະ​ມານ 51 ລ້ານ​ຄົນ ມີ​ສິດ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ.

ບັນ​ດາ​ຜູ້​ສັງ​ເກດ​ການ​ເຫັນ​ວ່າ ການ​ເລືອກ​ຕັ້ງເປັນ​ການ​ດີ້ນ​ລົນ ລະ​ຫວ່າງ​ປະ​ຊາ​ທິ​ປະ​
ໄຕ ແລະ​ ການ​ປົກ​ຄອງ​ທະ​ຫານ.

ທ່ານ​ປ​ຣະ​ຢຸດ​ ໄດ້ກ່າວ​ວ່າຖ້​າ​ຫາກ​ທ່ານ​ຊະ​ນະ ບັນ​ດາ​ຜູ້​ປ່ອນ​ບັດ​ຈະເຮັດ​ໃຫ້​ປະ​ເທດ
​ທີ່​ນຳ​ພາ​ໂດຍ​ລັດ​ຖະ​ບານ​ທະ​ຫານ ​ກັບ​ຄືນ​ໄປສູ່ “ປະ​ຊາ​ທິ​ປະ​ໄຕ.”

ການ​ກໍ່​ລັດ​ຖະ​ປະ​ຫານ ເຊິ່ງ​ແມ່ນ​ຄັ້ງ​ທີ 13 ​ໄທ ນັບ​ແຕ່​ປີ 1932 ເປັນ​ຕົ້ນ​ມາ ໄດ້​ຂັບ​
ໄລ່​ອະ​ດີດນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ​ນາງ ​ຍິ່ງ​ລັກ ຊິນ​ນະ​ວັດ ອອກ​ຈາກ​ຕຳ​ແໜ່ງ ແລະ ​
ໄດ້​ສ້າງ​ຄວາມໂມ​ໂຫຈາກ​ສາ​ກົນ.

ບັ​ນ​ດາ​ຜູ້​ສັງ​ເກດ​ການ​ກ່າວ​ວ່າ ໂອ​ກາດ​ທີ່​ລັດ​ຖະ​ບານ​ທະ​ຫານ​ຈະ​ເສຍ​ອຳ​ນາດ​ຢູ່​ທີ່​
ການ​ປ່ອນ​ບັດ​ປາ​ກົດ​ວ່າ​ມີ​ພຽງ​ໜ້ອຍ​ດຽວ.

ພາຍ​ໃຕ້​ລັດ​ຖະ​ທຳ​ມະ​ນູນ​ໃໝ່ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ​ຄົນ​ຕໍ່​ໄປ​ຈະ​ຖືກ​ເລືອກໃນ​ກອ​ງ​
ປະ​ຊຸມ​ສະ​ພາ​ຮ່ວມ. ​ສະ​ມາ​ຊິກສະ​ພາຍ​ສູງ 250 ຄົນ​ ທັງ​ໝົດຈະ​ຖືກ​ແຕ່ງ​ຕັ້ງໂດຍ​ກອງ​
ທັບ, ພ້ອມ​ດ້ວຍ​ພັກ​ການ​ເມືອງ ສາ​ມາ​ແຂ່ງ​ຂັນເອົາ​ບ່ອນ​ນັ່ງ​ໄດ້​ພຽງ​ແຕ່ ​500 ບ່ອນ​ໃນ
​ສະ​ພາ​ຕ່ຳ​ໃນ​ວັນ​ອາ​ທິດ​ມື້​ນີ້.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ທ່ານ​ປ​ຣະ​ຍຸດ ຈັນ​ໂອ​ຊາ ກຳ​ລັງ​ລົງ​ຄະ​ແນ​ສຽງ ຢູ່​ໜ່ວຍ​ປ່ອນ​ບັດ.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ທ່ານ​ປ​ຣະ​ຍຸດ ຈັນ​ໂອ​ຊາ ກຳ​ລັງ​ລົງ​ຄະ​ແນ​ສຽງ ຢູ່​ໜ່ວຍ​ປ່ອນ​ບັດ.

ສິ່​ງ​ດັ່ງ​ກ່າວ​ນັ້ນ​ໄດ້​ເຮັດ​ໃຫ້ທ່ານ ​ປ​ຣະ​ຢຸດ ມີ​ຄວາມ​ໄດ້​ປຽບ​ຢ່າງ​ຍິ່ງ ຜູ້​ທີ່​ຫວັງ​ຈະ ເຮັດ​
ໃຫ້​ການ​ນຳ​ພາ​ຂອງ​ທ່ານ ມີ​ຄວາມ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ດ້ວຍ​ການ​ເປັນນາ​ຍົກ​ລັດ​
ຖະ​ມົນ​ຕີ.

ພັນ​ທະ​ມິດ​ສື່ມວນ​ຊົນ​ອາ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ໄດ້​ສະ​ແດງ​ຄວາມ​ເປັນ​ ກ່ຽວ​ກັບ
ກ່ຽວ​ກັບ ກາ​ນ​ນຳ​ພາ​ຂອງ​ທ່ານ, ໂດຍ​ອ້າງ​ເຖິງ​ການ​ປາບ​ປາມ​ເສ​ລີ​ພາບ​ໃນ​ການ​ສື່​ຂ່າວ.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG