ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

​ຊາວ​ໄທ ປະ​ທ້ວງ​ຄະ​ນະ​ກຳ​ມາ​ທິ​ການ ວ່າສໍ້​ໂກງການ​ເລືອກ​ຕັ້ງ ​


ພວກ​ນັກ​ເຄື່ອນ​ໄຫວ ປະ​ທ້ວງ​ຜົນ​ການ​ເລືອກ​ຕັ້ງ ໃນ​ບາງກອກ ປະ​ເທດ​ໄທ ວັນ​ທີ 31 ມີ​ນາ 2019.
ພວກ​ນັກ​ເຄື່ອນ​ໄຫວ ປະ​ທ້ວງ​ຜົນ​ການ​ເລືອກ​ຕັ້ງ ໃນ​ບາງກອກ ປະ​ເທດ​ໄທ ວັນ​ທີ 31 ມີ​ນາ 2019.

ພວກ​ປະ​ທ້ວງ​ກຸ່ມ​ນ້ອຍ​ໆ​ກຸ່ມ​ນຶ່ງ ຢູ່​ໃນ​ນະ​ຄອນ​ຫຼວງ​ຂອງ​ປະ​ເທດ​ໄທໃນ​ວັນ​ອາ​ທິດ​ວານ
​ນີ້ ກ່າວ​ຫາ​ຄະ​ນະ​ກຳມາ​ທິ​ການ​ເລືອກ​ຄຕັ້ງວ່າຊັກ​ຊ້າ ແລະດັດ​ແປງ​ຜົນ​ການ​ຢັ່ງ​ສຽງ​
ເລືອກ​ຕັ້ງ​ອາ​ທິດ​ແລ້ວ​ນີ້.

ກ​ານ​ເລືອກ​ຕັ້ງ​ໃນ​ປະ​ເທດ​ເທື່ອ​ທຳ​ອິດ​ນັບ​ແຕ່ມີການ​ເຮັດ​ລັດ​ຖະ​ປະ​ຫານ ໃນປີ 2014 ເປັນຕົ້ນມາ ທະ​ຫານ​ທີ່​ໜູ​ນ​ຫຼັງ​ພັກ​ພະ​ລັງ​ປະ​ຊາ​ລັດ ໄດ້​ຊະ​ນະ​ຄະ​ແນນ​ສຽງ​ນິ​ຍົມ​ເລືອກ
​ຕັ້ງ ແລ​ະ​ໄດ້​ປະ​ກາດວ່າໄດ້ຮັບ​ໄຊ​ຊະ​ນະ. ແຕ່​ວ່າ ພັກ​ເພື່ອ​ໄທ ທີ່​ເຊື່ອມ​ໂຍງ​ກັບ​ນາ​ຍົກ
​ລັດ​ຖະ​ມົ​ນຕີ​ທີ່​ຖືກ​ໄລ່​ອອກ ທ່ານ​ທັກ​ສິນ ຊິນ​ນະ​ວັດ ກໍໄດ້​ອ້າງ​ເອົາ​ໄຊ​ຊະ​ນະ​ເຊັ່ນ​ກັນ
ປະ​ກອບ​ແນວ​ໂຮມ​ກັບ​ບັນ​ດາ​ພັກ​ຝ່າຍ​ຄ້ານ​ອື່ນໆ ທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ບ່ອນ​ນັ່ງ​
ສຽງ​ສ່ວນ​ຫຼາຍ​ຢູ່​ໃນ​ສະ​ພາ​ຕ່ຳ.

ຄວາມ​ຈິງ​ຂອງ​ຜົນ​ການ​ເລືອກ​ຕັ້ງ​ອາດ​ຈະ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ກ່ອນ ວັນ​ທີ 9 ພຶດ​ສະ​ພາ
ເວ​ລາຄະ​ນະ​ກຳ​ມາ​ທິ​ການ​ໄດ້​ກ່າວ​ວ່າ​ຈະ​ເຜີຍ​ແຜ່​ຜົນ​ຢ່າງ​ເປັນ​ທາງ​ການ.

ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ເກືອບ 100 ຄົນ ໄດ້​ປະ​ທ້ວງ​ຢູ່​ໃກ້ໆ​ກັບສະ​ໝໍ​ລະ​ພູມ​
ໄຊ​ຊະ​ນະ ໃນ​ບາງກອກ​ໃນ​ວັນ​ອ​າ​ທິດ​ວານ​ນີ້ ກ່າວ​ຫາວ່າ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​
ຕັ້ງ​ວ່າ “ຂີ້​ລັກ” ດ້ວຍ​ການ​ຮ້ອງ​ໂຮ ແລະ​ຖື​ປ້າຍ​ຕ່າງໆ.

ອົງ​ການ​ປ່ຽນ​ແປງຍື່ນ​ຟ້ອງ ທີ່​ແຕກ​ຕ່າງອົງ​ການ​ນຶ່ງ ຮຽກ​ຮ້ອງ​ໃຫ້​ໄລ່​ບັນ​ດາ​ສະ​ມາ​ຊິກ
​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ອອກ ທີ່​ມີເຖິງ 800,000 ລາຍ​ເຊັ່ນ​ເທົ່າ​ເຖິງວັນ​ອາ​ທິດ​ວາ​ນນີ້.

ພັກ​ພ​ະ​ລັງປະ​ຊາ​ລັດ ທີ່​ໄດ້​ນຳ​ພາ​ໂດຍ​ຫົວ​ໜ້າ​ທະ​ຫານ ທ່ານ​ປ​ຣະ​ຍຸດ ຈັນ​ໂອ​ຊາ ຜູ້​ທີ່
​ໄດ້​ນຳ​ພາ​ທະ​ຫານ​ ທີ່​ໄດ້ຂັບ​ໄລ່ຊຶ່ງເວ​ລາ​ນັ້ນເປັນ ນາ​ຍົກ​ລັດ​ຖະ​ມົນຕີ ທ່າ​ນ ນາງຍິງ​
ລັກຊິນ​ນະ​ວັດ ໃນ​ປີ 2014 ໃນ​ຂະ​ນະ​ທີ່​ພັກເພື່ອໄທ ພົວ​ພັນ​ກັບ​ ທ່ານ​ທັກ​ສິນ ອ້າຍ​
ຂອງ​ທ່ານ​ນາງຍິງ​ລັກ ທີ່ໄດ້​ຮັບ​ໄຊ​ຊະ​ນະຢູ່​ໃນ​ທຸກ​ການ​ເລືອກ​ຢູ່ທົ່ວ​ໄປໃນ​ປີ 2001.

ແຕ່​ວ່າ​ໃນ​ວັນ​ເສົາ​ອາ​ທິດ​ແລ້ວ​ນີ້ ກະ​ສັດ​ໄທ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ລົບ​ລ້າງນາມ​ມະ​ຍົດ ທີ່​
\ໄດ້​ມອບ​ໃຫ້​ແກ່​ທ່ານ​ທັກ​ສິນ ການ​ເຄື່ອນ​ໄຫວ​ທີ່​ອາດ​ທຳ​ລາຍ​ການ​ສະ​ໜັບ​ສະ​ໜູນ​
ແກ່​ພັກ​ເພື່ອ​ໄທ ໃນ​ຂະ​ນະ​ທີ່ລະບອບລາຊາທິປະໄຕ​ເປັນ​ທີ່​ນັບ​ຖື ໂດຍປາດ​ສະ​ຈາກ​
ຄຳ​ຖາ​ມ​ໃດ​ໆ​ ຈາກ​ຊາວ​ໄທທົ່ວໄປ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG