ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນໄທ 4 ຄົນ ຖືກສົ່ງໂຕໄປມາເລເຊຍ ກ່ຽວກັບການຄົ້ນພົບຂຸມຝັງສົບຂະໜາດໃຫຍ່ ຢູ່ໃນມາເລເຊຍ ເມື່ອປີ 2015


ແຜນທີ່ ປະເທດໄທ ແລະ ປະເທດມາເລເຊຍ.
ແຜນທີ່ ປະເທດໄທ ແລະ ປະເທດມາເລເຊຍ.

ຄົນໄທ 4 ຄົນ ຖືກສົ່ງໂຕໄປມາເລເຊຍໃນວັນພະຫັດວານນີ້, ເຊິ່ງພວກເຂົາເຈົ້າ ຈະປະເຊີນກັບການດໍາເນີນຄະດີ ກ່ຽວກັບຂຸມຝັງສົບຂະໜາດໃຫຍ່ ທີ່ເຊື່ອມໂຍງກັບການຄ້າມະນຸດ, ອີງຕາມການກ່າວຂອງລັດຖະມົນຕີກະຊວງພາຍໃນ.

ມີຫຼາຍກວ່າຮ້ອຍສົບ ຖືກຄົ້ນພົບໃນປີ 2015, ເຊິ່ງຖືກຝັງເລິກ ຢູ່ໃນປ່າດົງ ​ໃນ​ບໍ​ລິ​ເວນ​ ຊາຍ​ແດນຂອງມາເລເຊຍຕິດກັບປະເທດໄທ, ສົ່ງຜົນໃຫ້ມີການສືບສວນ ກ່ຽວກັບການລັກລອບການຄ້າຂາຍມະນຸດ ຢູ່ໃນເອເຊຍຕາເວັນອອກສຽງໃຕ້ໃນທັນທີ.

ພູມິພາກແຫ່ງນີ້ ໄດ້ເປັນທາງຜ່ານສໍາລັບຊາວມຸສລິມໂຣຮິງຢາທີ່ໜີອອກມາຈາກ ການຖືກກົດຂີ່ທີ່ຮຸນແຮງຢູ່ໃນບ້ານເກີດທີ່ມຽນມາ ແລະອົບພະຍົບທາງດ້ານເສດ ຖະກິດຈາກບັງກລາແດັສ.

ຜູ້ລັກລອບຄ້າມະນຸດໃນຫຼາຍໆປີທີ່ຜ່ານມາ ໄດ້ນໍາເອົາຊາວໂຣຮິງຢາຫຼາຍສິບພັນຄົນ ເດີນທາງທີ່ເປັນອັນຕະລາຍຜ່ານດິນແດນແລະທະເລ ໄປສູ່ມາເລເຊຍ, ເຊິ່ງເປັນປະເທດທີ່ມີຊາວມຸສລິມສ່ວນໃຫຍ່ ທີ່ຮັ່ງມີ ແລະປອດໄພ.

ລັດຖະມົນຕີກະຊວງພາຍໃນ ທ່ານຊາຍຟັດດິນ ນາຊູຊັນ (Saifuddin Nasution) ກ່າວວ່າ ໃນປີ 2017 ມາເລເຊຍໄດ້ຮ້ອງຂໍໃຫ້ ໄທ ສົ່ງຜູ້ຮ້າຍຂ້າມແດນທີ່ເປັນຄົນສັນຊາດໄທ 10 ຄົນ, ເຊິ່ງພວກເຂົາເຈົ້າເຊື່ອວ່າ ມີສ່ວນພົວພັນກັບຄະ​ດີດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG