ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ພັກ​ເພື່ອ​ໄທ ຂອງ ທ່ານ​ນາງ ຍິ່ງ​ລັກ ບໍ່ຍອມ​ຮັບ​ ​ການ​ເລື່ອນ ວັນ​ປ່ອນ​ບັດ (ວີດີໂອ)


ທ່ານນາງ ຍິ່ງລັກ ຊິນນະວັດ ເດີນທາງໄປຮອດຫ້ອງການ
ຖາວອນ ຂອງລັດຖະມົນຕີປ້ອງກັນປະເທດ ໃນເຂດ
ຊານເມືອງບາງກອກ
ວັນທີ 17 ມັງກອນ , 2014.
ທ່ານນາງ ຍິ່ງລັກ ຊິນນະວັດ ເດີນທາງໄປຮອດຫ້ອງການ ຖາວອນ ຂອງລັດຖະມົນຕີປ້ອງກັນປະເທດ ໃນເຂດ ຊານເມືອງບາງກອກ ວັນທີ 17 ມັງກອນ , 2014.
ຄະນະ​ກຳມະການ​ເລືອກ​ຕັ້ງຂອງ​ໄທ​ ໄດ້ຮຽກຮ້ອງ​ ໃນ​ວັນ​ຈັນ​ມື້​ນີ້
ໃຫ້​ເລື່ອນ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ ທີ່ຈະຈັດ​ຂຶ້ນ​ໃນ​ວັນ​ທີ 2 ກຸມ
ພາ​ ​ເດືອນໜ້າ​ນີ້ ​ອອກ​ໄປຢ່າງນ້ອຍ 1 ​ເດືອນ​ໂດຍ​ອ້າງ​ເຫດຜົນ​
ຄວາມ​ວຸ້ນວາຍ​ໃນ​ໝູ່​ພົນລະ​ເມືອງແລະ​ການ​ນອງ​ເລືອດ​ ​ໃນ​ລະ
ຫວ່າງ​ການ​ເດີນ​ຂະບວນປະ​ທ້ວງ​ ຢ່າງ​ຂະໜານ​ໃຫຍ່ຂອງ​ມວນ
ຊົນ​ ທີ່ມີ​ມາ​ໄດ້​ເກືອບ 3​ ເດືອນ​ແລ້ວ​ນັ້ນ.

ແຕ່​ວ່າ ຫົວໜ້າ​ພັກ​ເພື່ອ​ໄທ​ຂອງ​ນາຍົກລັດຖະມົນຕີ ຍິ່ງລັກ ຊິນ
ນະວັດ ທີ່​ປົກຄອງ​ປະ​ເທດຢູ່​ໃນ​ປັດຈຸບັນ ບໍ່​ຍອມ​ຮັບເອົາ​ຄຳ​ແນະ
ນຳ​ດັ່ງກ່າວ ດັ່ງ​ທີ່​ທາງພັກ​ໄດ້​ປະຕິ​ເສດ​ມາ ນັບ​ແຕ່​ສານ​ລັດຖະທຳ
​ມະນູນຂອງໄທ​ໄດ້​ຕັດສິນ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້​ວ່າ ການ​ເລື່ອນວັນ​
ເລືອກ​ຕັ້ງ​ອອກ​ໄປນັ້ນ ​ແມ່ນ​ຖືກຕ້ອງ​ຕາມ​ກົດໝາຍ.

ທ່ານ​ນາງ​ຍິ່ງ​ລັກ ມີ​ໝາຍ​ກຳນົດ​ທີ່​ຈະ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ກຳກັບ​ການ​ເລືອກ​ຕັ້ງ​ໃນ
ວັນ​ອັງຄານ​ມື້​ອື່ນ​ນີ້ ​ເພື່ອສົນທະນາ​ກັນ​ເລື້ອງ​ວັນເລືອກ​ຕັ້ງ​ນັ້ນ.

ວີໂອເອວິເຄາະ ບັນຫາຢູ່ເບື້ອງຫລັງ ການຍາດແຍ່ງອໍານາດ ຢູ່ໄທ:

Inside Thailand's Power Struggle (VOA On Assignment Jan. 24, 2014)
please wait

No media source currently available

0:00 0:04:36 0:00
ລິງໂດຍກົງ

ນາຍົກລັດຖະມົນຕີ ​ໄດ້​ຍຸບ​ສະພາ​ແຫ່ງ​ຊາດ​ໃນ​ຕົ້ນ​ເດືອນ​ແລ້ວ​ນີ້ ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ຂຶ້ນ​ກ່ອນ​ກຳນົດ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຍຸດຕິ​ການເດີນ​ຂະ​ບວນມາ​ເປັນ​ເວລາ​ຫຼາຍສັບປະດາ​ຂອງ​ພວກປະ​ທ້ວງຕໍ່ຕ້ານ​ລັດຖະບານ ​ທີ່​ຢາກ​ໃຫ້​ທ່ານ​ນາງ​ລາ​ອອກ​ຈາກ​ຕຳ
ແໜ່​ງ ​ແລະ​ໂອນ​ລັດຖະບານໄປໃຫ້​ສະພາ​ປະຊາຊົນ​ທີ່​ບໍ່​ຜ່ານ​ເລືອກຕັ້ງ​ຈາກ​ປະຊາຊົນ​.

ຄະນະ​ກຳມະການ​ການ​ເລືອກ​ຕັ້ງ ​ໄດ້​ເຕືອນ​ລັດຖະບານ​ ຊ້ຳ​ແລ້ວ​ຊ້ຳ​ອີກ ກ່ຽວ​ກັບການລົບ​
ກວນ​ຕ່າງໆທີ່​ອາດມີ​ຂຶ້ນໄດ້ ຕໍ່ການ​ເລືອກ​ຕັ້ງ​ໃນ​ເດືອນ​ກຸມພາ​ນັ້ນ ຮວມທັງ​ຄວາມ​ປອດ​ໄພ​ແລະ​ພວກ​ອາສາ​ສະໝັກ​ບໍ່​ພຽງພໍ​ ສຳລັບ​ປະ​ຈຳຢູ່ໜ່ວຍ​ປ່ອນ​ບັດ​ເລືອກຕັ້ງ​ນັ້ນ.

ພວກ​ປະ​ທ້ວງ​ ຈຳນວນ​ຫລວງ​ຫຼາຍ ສາມາດ​ກີດ​ກັນ​ການ​ປ່ອນ​ບັດ​ ຢູ່​ໜ່ວຍ​ປ່ອນ​ບັດ​ລ່ວງ​ໜ້າ​ບາງ​ບ່ອນ​ໄດ້​ໃນ​ວັນ​ອາທິດ​ວານ​ນີ້ ​ແລະ​ແກນ​ປະ​ທ້ວງ​ຝ່າຍ​ຄ້ານ​ຄົນ​ນຶ່ງ​ໄດ້​ຖືກ​ຍິງ​ຕາຍ ​ໂດຍ​ຄົນ​ຮ້າຍ ທີ່​ຂີ່​ລົດ​ກາຍ​ມາ​ ໃນຕອນ​ກາງ​ເວັນ​ວັນ​ຈັນ​ວານ​ນີ້.

ພວກສະໜັບສະໜຸນລັດຖະບານໄທ ຍັງແຂງແຮງຢູ່ພາກເໜືອຂອງປະເທດ:

In Thailand's North, Support for Ruling Party Remains Strong
please wait

No media source currently available

0:00 0:02:08 0:00
ລິງໂດຍກົງ
XS
SM
MD
LG