ລັດຖະບານໃໝ່ຂອງ ໄທ ໄດ້ຮື້ຟື້ນການໂຕ້ຖຽງ ກ່ຽວກັບ ຮ່າງກົດໝາຍທີ່ຈະເຮັດໃຫ້
ປະເທດດັ່ງກ່າວ ເປັນຜູ້ທຳອິດໃນເອເຊຍຕາເວັນອອກສຽງໃຕ້ ທີ່ເຮັດ ໃຫ້ການແຕ່ງ
ງານຂອງຄົນເພດດຽວກັນ ເປັນສິ່ງຖືກຕ້ອງຕາມກົດໝາຍ ແຕ່ກໍໄດ້ສ້າງຄວາມແຕກ
ແຍກ ຢູ່ໃນປະຊາຄົມຂອງພວກຮັກຮ່ວມເພດ ຫຼື LGBT ສຳລັບການບໍ່ສາມາດທີ່ຈະ
ສະເໜີຂໍສິດທິອັນເທົ່າທຽມຢ່າງສົມບູນ.
ຫ້ອງການລັດຖະບານຂອງອະດີດລັດຖະບານທະຫານ ໄດ້ໃຫ້ການສະໜັບສະໜຸນຕໍ່
ຮ່າງກົດໝາຍດັ່ງກ່າວ ໃນເດືອນທັນວາທີ່ຜ່ານມາ, ກ່ອນຂໍ້ສະເໜີຈະຖືກໂຈະ ກ່ອນ
ການເລືອກຕັ້ງ ໃນເດືອນມີນາແລ້ວນີ້ ທີ່ໄດ້ເຮັດໃຫ້ຜູ້ນຳລັດຖະບານທະຫານກັບຄືນ
ສູ່ອຳນາດ. ພະແນກປົກປ້ອງສິດທິ ແລະ ເສລີພາບຂອງກະຊວງຍຸຕິທຳ ແມ່ນຫາກໍໄດ້
ສິ້ນສຸດກອງປະຊຸມສາທາລະນະຫຼາຍຄັ້ງ ເພື່ອຮັບຟັງການໃຫ້ຄວາມຄິດເຫັນ ກ່ຽວກັບ
ຮ່າງກົດໝາຍຄູ່ຮ່ວມຊີວິດນັ້ນ ກ່ອນລັດຖະບານໃໝ່ຈະດຳເນີນການຕໍ່ໄປ.
ລັດຖະມົນຕີຍຸຕິທຳ ທ່ານ ສົມສັກ ເທບສຸທິນ ໄດ້ກ່າວໃນກອງປະຊຸມທີ່ບາງກອກ ເມື່ອ
ສັບປະດາທີ່ຜ່ານມາວ່າ ຊະຕາກຳຂອງຮ່າງກົດໝາຍດັ່ງກ່າວຈະ “ຖືກຕັດສິນໂດຍ
ຄວາມເຫັນຂອງສາທາລະນະ” ອີງຕາມສື່ມວນຊົນໃນທ້ອງຖິ່ນ.
ຄວາມເຫັນດັ່ງກ່າວ ເບິ່ງຄືວ່າ ຈະເຄື່ອນໄປຕໍ່ ໃນການເຫັນພ້ອມກັບຮ່າງກົດໝາຍນັ້ນ.
ການສຳຫຼວດຄວາມຄິດເຫັນທາງອອນໄລນ໌ຈາກປະຊາຊົນຫຼາຍກວ່າ 1,000 ຄົນຜ່ານ
ເວັນໄຊ້ YouGov ທີ່ໄດ້ເປີດເຜີຍໃນເດືອນກຸມພາແລ້ວນີ້ ໄດ້ພົບເຫັນການສະໜັບ
ສະໜູນສຳລັບ ການແຕ່ງງານຂອງຄົນເພດດຽວກັນໃນປະເທດ ໄທ ຢ່າງຫຼວງຫຼາຍ.
ໃນຂະນະທີ່ 63 ເປີເຊັນຂອງຜູ້ຕອບໄດ້ສະໜັບສະໜູນຄວາມຄິດນັ້ນ, 11 ເປີເຊັນ
ແມ່ນໄດ້ຄັດຄ້ານ. ທີ່ເຫຼືອແມ່ນໄດ້ເລືອກ ທີ່ຈະບໍ່ແບ່ງປັນຄວາມຄິດເຫັນ.
ຕໍ່ມາໃນເດືອນມີນາ, ປະຊາຊົນ ໄທ ໄດ້ລົງຄະແນນສຽງເອົາສະມາຊິກສະພາທີ່ເປັນ
ກະເທີຍຢ່າງເປີດເຜີຍຄົນທຳອິດ ຂອງປະເທດ ເຂົ້າດຳລົງຕຳແໜ່ງ, ເຊິ່ງແມ່ນຕົວ
ເລືອກຂອງພັກອະນາຄົດໃໝ່.