ເຈົ້າຊີວິດທີຄອງລາຊະບັນລັງດົນນານທີ່ສຸດໄດ້ສະຫວັນນະຄົດແລ້ວ. ເຈົ້າຊີວິດແຫ່ງປະ ເທດ ໄທ ພູມິພົນ ອະດຸນຍະເດດ ໄດ້ສະຫວັນນະຄົດດ້ວຍອາຍຸ 88 ປີໃນວັນພະຫັດມື້ນີ້, ອີງຕາມສຳນັກພະຣາດຊະວັງ.
ຄວາມເປັນຫ່ວງ ກ່ຽວກັບ ເຈົ້າຊີິວິດໄດ້ເພີ່ມສູງຂຶ້ນຫຼັງຈາກຖະແຫຼງການສຸຂະພາບປະຈຳ ວັນໄດ້ຖືກປະກາດໂດຍສຳນັກພະຣາດຊະວັງໃນຕອນຄ່ຳຂອງວັນອາທິດທີ່ຜ່ານມາ, ເຊິ່ງ ກ່າວວ່າ ກຸ່ມການແພດຂອງພະອົງໄດ້ທຳການຟອກໄຕ ແລະ ໄດ້ປ່ຽນທໍ່ທີ່ຖືກໃຊ້ເພື່ອລະ ບາຍນ້ຳອອກຈາກປອດ ໃນເວລາທີ່ຄວາມກົດດັນເລືອດຂອງພະລົງໄດ້ຫຼຸດລົງ, ແລະ ໄດ້ ໃສ່ເຄື່ອງຊ່ວຍຫາຍໃຈໃຫ້ແກ່ພະອົງ. ແນວໃດກໍຕາມ, ຫຼັງຈາກໄດ້ທຳຂະບວນການດັ່ງ ກ່າວ, ອາການຂອງພະອົງກໍ "ບໍ່ຊົງຕົວ" ອີງຕາມການກ່າວຂອງສຳນັກພະຣາດຊະວັງ.
ກະສັດ ພູມີພົນ ທີ່ຊົງພະຣາດຊະບັນລັງມາດົນກວ່າກະສັດອົງໃດໆຢູ່ໃນໂລກ ບໍ່ໄດ້ປາກົດ ໂຕຕໍ່ຝູງຊົນມາໄດ້ເກືອບນຶ່ງປີແລ້ວ ຍ້ອນການປິ່ນປົວໂຣຄາພະຍາດຕ່າງໆຂອງພະອົງຢູ່ ໂຮງໝໍທີ່ບາງກອກ.
ກະສັດ ພູມີພົນ ທີ່ເປັນເຈົ້າຊີວິດຂອງປະເທດ ພາຍໃຕ້ກົດໝາຍຣັດຖະທຳມະນູນ ແລະ ບໍ່ມີບົດບາດຢ່າງເປັນທາງການດ້ານການເມືອງ ຖືກມອງເຫັນກັນຢ່າງກວ້າງຂວາງວ່າເປັນ ພະອົງຜູ້ເຕົ້າໂຮມຊາດເຂົ້າຫາກັນ.
ຢູ່ໃນນະຄອນຫຼວງວໍຊິງຕັນ ທ່ານ Daniel Russelນັກການທູດໃນລະດັບສູງຂອງ ສຫຣ ຝ່າຍເອເຊຍຕາເວັນອອກ ບັນລະຍາຍວ່າ ກະສັດ ພູມີພົນ ທີ່ປະສູດຢູ່ໃນ ສະຫະລັດ ເປັນມິດທີ່ແທ້ຈິງຂອງ ສະຫະລັດ.