ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂະບວນການປະທ້ວງລັດຖະບານໃນໄທ


ເວລານີ້ ທາງ​ການ​ໄທແມ່ນໄດ້​ປາບ​ປາມ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ ຈາກຊົນນະບົດ​ທ່ີ​ໄດ້​ພາ​ກັນ​ເຂົ້າ​ຄອບຄອງຫລາຍ​ເຂດ​ໃນ​ ນະຄອນຫລວງບາງກອກ ຫລື​ກຸງ​ເທບ ​ຂອງ​ໄທ​ເປັນ​ເວລາ 2 ​ເດືອນ​ນັ້ນ​ແລ້ວ. ການ​ກວາດ​ລ້າງ​ປາບ​ປາມ​ຂອງທະຫານ​ໄດ້ເຮັດ​ໃຫ້
ການ​ປະ​ທ້ວງ​ຍຸດຕິ​ລົງ ​ແຕ່ແມ່ນ​ຫລັງ​ຈາກມີຜູ້​ເສຍ​ຊີວິດ​ໄປຫລາຍ​ກວ່າ 80 ຄົນ ຊຶ່ງ​ສ່ວນໃຫຍ່​ແມ່ນພວກ​ປະ​ທ້ວງ​ນັ້ນ​ເອງ.

ຢ່າງ​ໃດ​ກໍ​ຕາ​ມ ດັ່ງ​ທີ່​ຜູ້​ສື່​ຂ່າວ​ວີ​ໂອ​ເອລາຍ​ງານ​ມາ​ຈາກ​ຈັງຫວັດອຸດອນ ​ທາ​ນີນັ້ນ​ ກໍ​ແມ່ນ​ວ່າ ພວກ​ປະ​ທ້ວງ​ຍັງ​ບໍ່​ປະລະຄຳຮຽກຮ້ອງ
ຂອງ​ເຂົາ​ເຈົ້າ ຂໍ​ໃຫ້​ຈັດການ​ເລືອກ​ຕັ້ງຂຶ້ນໃໝ່ ​ແລະຂໍ​ຄວາມ​ຍຸຕິ​ທຳ​ໃຫ້​ແກ່​ພວກ​ທ່ີເສຍ​ຊີວິດ​ໄປ​ນັ້ນ.
ສິງ ມີ​ລາຍ​ງານ​ມາສະ​ເໜີ​ທ່ານ​ຕໍ່​ໄປ…ສຽງ​ຜູ້​ແທນ​ໄທ​ອະພິປາຍ​ກັນ​ຢູ່​ໃນ​ສະພາ​ແຫ່ງ​ຊາດ

ນາງ​ແປ້ງ​ລ້ຳ ສະລີ​ໂຕ ນັ່ງ​ຢູ່​ກັບພື້ນໃນເຮືອນຫລັງ​ນ້ອຍໆ​ຂອງ​ລາວ​ໃນ​ຈັງຫວັດ​ອຸດອນ​ທານີ ຫູຟັງວິທະຍຸທີ່​ຖ່າຍ​ທອດ​ການໂຕ້​ວາທີ​ກັນ
ຂອງ​ພວກ​ນັກ​ການ​ເມືອງ​ ​ຢູ່ບາງກອກ​ກ່ຽວ​ກັບ​ຄວາມວຸ້ນວາຍ​ທ່ີ​ເກີດ​ຂຶ້ນ​ໃນ​ເດືອນ​ແລ້ວ​ນີ້. ນາງ​ແປ້ງ​ລ້ຳ ກ່າວ​ວ່າ ນາງ​ກໍ​ບໍ່​ເຂົ້າ​ໃຈ​ໝົດ​
ທຸກ​ສິ່ງ​ທຸກ​ຢ່າງ​ທ່ີ​ພວກເຂົາເຈົ້າ​ຖົກ​ຖຽງກັນ​ນັ້ນ ​ແຕ່​ມັນ​ເປັນ​ທ່ີ​ຈະ​ແຈ້ງ​ສຳລັບ​ນາງ ວ່າ ທັງ​ສອງ​ຝ່າຍ​ຄືຝ່າຍ​ລັດຖະບານ​ແລະ​ຝ່າຍ​ຄ້ານ
ຕ່າງ​ກໍກ່າວ​ໂຈມ​ຕີ​ກັນເທົ່າ​ນັ້ນ.

ຢູ່ທາງ​ຂ້າງ​ນາງ ​ມີ​ກອບ​ຮູບ​ລູກ​ຊາຍໄວ 32 ປີ​ຂອງ​ນາງ ຊຶ່ງ​ເປັນຄົນ ນຶ່ງໃນ​ບັນດາ​ພວກ​ປະ​ທ້ວງ​ເສື້ອ​ແດງ​ທ່ີ​ເສຍ​ຊີວິດ​ໄປ​ ໃນ​ວັນ​ທີ 19
ພຶດ ສະພາ​ ເວລາ​ພວກ​ທະຫານ​ທຳ​ການ​ກວາດ​ລ້າງ​ພວກ​ປະ​ທ້ວງ​ອອກ​ຈາກ​ບາງກອກ​.

ນາງ​ແປ້ງ​ລ້ຳສະໜັບສະໜຸນ​ການ​ໄປ​ປະ​ທ້ວງ​ຂອງລູກ​ຊາຍ​ຂອງ​ນາງ ຊຶ່ງ​ນາງ​ກ່າວ​ວ່າ ​ ເພາະວ່າ​ລູກ​ຊາຍ​ນາງ​ປົກ​ປ້ອງ​ລະບອບ​ປະຊາທິ
ປະ​ໄຕ​ ​ແລະຮຽກຮ້ອງ​ໃຫ້​ມີ​ລັດຖະບານ​ທ່ີ​ຍຸຕິ​ທຳ.

ແຕ່​ບາດ​ແລ້ວ ກໍ​ໄດ້​ມີ​ການ​ພົບ​ເຫັນ​ສົບ​ຂອງ​ລູກ​ຊາຍນາງ​ຢູ່​ໃນ​ວັດ​ແຫ່ງ​ນຶ່ງ ໃນ​ເຂດ​ຄ້າຍ​ຂອງ​ພວກ​ປະ​ທ້ວງ​ທ່ີ​ຄຶດ​ວ່າ​ເປັນ​ບ່ອນ​ທີ່ປອດ​ໄພ
ຈາກ​ການປະ​ທະ​ກັນ​ ໃນ​ບາງກອກ​ນັ້ນ.

ສຽງ​ນາງ​ແປ້ງ​ລ້ຳ​ເປັນ​ພາສາ​ໄທ…
ນາງ​ກ່າວ​ວ່າ ນາງ​ບໍ່​ຢາກ​ເຫັນ​ລູກ​ຂອງ​ລາວໄປປະ​ທ້ວງ​ຕື່ມ​ອີກ ຈັກ​ຄົນ. ກ່ອນ​ນີ້ ນາງ​ບໍ່ຮູ້ສຶກ​ສຳນຶກ​ເລີຍ​ວ່າ​ ຈະ​ມີ​ການ​ເຂັ່ນຂ້າ​ກັນ​ເ​ເບ​ບ​ນີ້
ຊຶ່ງ​ ຖ້າ​ນາງຮູ້ມາ​ກ່ອນ ນາງ​ກໍ​ຈະຫ້າມ​ລູກ​ຊາຍ​ ບໍ່​ໃຫ້​ໄປ​ຮ່ວມ​ໃນ​ການ​ປະ​ທ້ວງ​ນັ້ນ.

ເລີ້ມຕັ້ງ​ແຕ່​ເດືອນ​ມີນາ​ເປັນ​ຕົ້ນ​ມາ ພວກ​ປະ​ທ້ວງ​ເສື້ອ​ແດງ​ຫລາຍ​ພັນ​ຄົນ​ໄດ້​ພາກັນ​ເຂົ້າ​ຄອບ​ຄອງ​ຫລາຍ​ເຂດ​ໃນໃຈກາງບາງກອກ
ໂດຍພາ ກັນ​ກີດ​ຂວາງຖະ​ໜົນຫົນທາງສາຍ​ໃຫຍ່ໆ​ໄວ້ ​ແລະເຮັດ​ໃຫ້​ພວກ​ຮ້ານ​ຄ້າ​ຮ້ານ​ຂາຍ​ຫລາຍ​ຮ້ອຍ​ແຫ່ງ ​ຕ້ອງ​ປິດ​ກິດຈະການ​ລົງ.

ໃນ​ຊ່ວງ​ການ​ປະ​ທ້ວງ​ເປັນເວລາ​ 2 ​ເດືອນ​ນັ້ນ ມີປະຊາຊົນ​ຈຳນວນ ຫລາຍ​ກວ່າ 80 ຄົນ​ເສຍ​ຊີວິດ ​ແລະ​ເວລາ​ພວກ​ທະຫານ​ລັດຖະບານ
ເຂົ້າ​ທຳ​ການ​ກວາດ​ລ້າງ​ພວກ​ປະ​ທ້ວງ​ ໃນ​ວັນ​ທີ 19 ພຶດສະພາ ອອກ​ຈາກ​ພື້ນ​ທີ່ທີ່​ພວກ​ເຂົາ​ໄດ້​ເຂົ້າຄອບ​ຄອງນັ້ນ ພວກປະ​ທ້ວງ​ເສື້ອ​ແດງ
ທ່ີ​ມີ​ຄວາມ​ໂກດ​ແຄ້ນ ​ໄດ້ພາ​ກັນເອົາ​ໄຟ​ຈູດ​ເຜົາ​ຕຶກ​ອາຄານ​ຈຳນວນ​ຫລາຍ​ກວ່າ 30 ຫລັງ​ໃນ​ບາງກອກ.

ລັດຖະບານ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ຈະ​ມີ​ການ​ສອບສວນ​ສືບສວນ​ທ່ີ​ເປັນ​ອິດ​ສະລະ​ກ່ຽວ​ກັບ​ການ​ກໍ່​ຄວາມ​ຮຸນ​ແຮງ​ໃນ​ຄັງນັ້ນ ​ແຕ່ກ່າວ​ວ່າ
ການ​ກໍ່​ຄວາມ​ຮຸນ​ແຮງ​ສ່ວນ​ໃຫຍ່​ແມ່ນ​ເປັນ​ນ້ຳມື​ຂອງ​ພວກ​ກໍ່​ການ​ຮ້າຍ​ທ່ີ​ປະປົນ​ຢູ່ນຳພວກ​ປະ​ທ້ວງ​. ທ່ີຈັງຫວັດ​ອຸດອນ​ຊຶ່ງເປັນ​ສູນກາງ​
ຂອງ​ພວກ​ປະ ທ້ວງ​ເສື້ອ​ແດງນັ້ນ ​ແມ່ນມີ​ຄວາມ​ເຊື່ອ​ຖື​ໜ້ອຍຫລາຍ ​ໃນ​ໂຕພວກ​ເຈົ້າ​ໜ້າ​ທ່ີ​ລັດຖະບານ​ໃນບາງກອກ ຊຶ່ງ​ພວກ​ປະ​ທ້ວງ
ກ່າວ​ວ່າ ​ເປັນຜູ້ທ່ີ​ປົດ​ພວກ​ຜູ້ແທນ​ທີ່ເຂົາ​ເຈົ້າ​ໄດ້​ປ່ອນ​ບັດ​ເລືອກ​ເອົາ​ນັ້ນ ​ອອກ​ຈາກ​ອຳນາດ​.

ພາຍ​ໃຕ້​ກົດ​ພາວະ​ສຸກ​ເສີນທີ່​ໄດ້​ປະກາດ​ໃຊ້​ນັ້ນ ລັດຖະບານ​ໄທ​ສືບ​ຕໍ່​ທຳ​ການ​ປາບ​ປາມ​ສື່​ມວນ​ຊົນ​ແລະ​ກິດຈະ​ກຳ​ຕ່າງໆ​ຂອງພວກ​ເສື້ອ​ແດງ.
ບັນດາ​ເຈົ້າ​ໜ້າ​ທ່ີ​ລັດຖະບານກ່າວ​ວ່າ ​ເຂົາ​ເຈົ້າ​ກຳລັງ​ປະຕິບັດ​ການ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຄວາມຮຸນ​ແຮງ​ເກີດ​ຂຶ້ນອີກ ແລະ​ໃນ​ເວລາ​ດຽວ​ກັນ
ກໍດຳ​ເນີນ​ແຜນການ​ລະຍະ​ຍາວ ເພື່ອ​ສ້າງ​ຄວາມ​ປອງ​ດອງ​ຊາດໃນ​ປະ​ເທດ​ທ່ີ​ກຳລັງແຕກ​ແຍກ​ກັນ​ທາງ​ດ້ານ​ການ​ເມືອງ ​ແລະເພື່ອແກ້​ໄຂ​
ຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເສື້ອ​ແດງ​ ກ່ຽວ​ກັບຄວາມ​ບໍ່​ກ້ຳເກິ່ງ​ກັນທາງ​ດ້ານ​ລາຍ​ໄດ້ ​ແລະ​ຈັດການ​ເລືອກ​ຕັ້ງ​ຂຶ້ນ​ໃໝ່ນັ້ນ.

ນາຍ​ກະ​ມົ​ນສິນ ສິງ​ສຸຣິຍາ ຕຳຫລວດ​ເບ້ຍ​ບຳນານ​ ແລະເປັນ​ຜູ້​ນຶ່ງ​ໃນ​ບັນດາ​ພວກ​ຈັດ​ການ​ປະ​ທ້ວງໃນ​ເຂດ​ທ້ອງ​ຖິ່ນ ໄດ້​ຖືກເຈົ້າ​ໜ້າ​ທ່ີຈັບ
ໄປ ສືບສວນ​ສອບ​ສວນ​ ​ແລະ​ປ່ອຍ​ໂຕ​ມາ. ລາວກ່າວ​ວ່າ ພວກ​ເສື້ອ​ແດງ​ກຳລັງຖືກ​ກົດ​ດັນ​ຢ່າງ​ແຮງ:

ສຽງ​ນາຍ​ກະມົນ​ສິນ​ເປັນ​ພາສາ​ໄທ…
ນາຍ​ກະມົນສິນ ກ່າວ​ວ່າ ​ເວລາ​ໃດ​ມີ​ການ​ຍົກ​ເລີກການ​ໃຊ້​ກົດ​ພາວະ​ສຸນ​ເສີນ​ແລ້ວ ພວກ​ເຂົາ​ເຈົ້າ​ກໍຈະ​ເລີ້ມ​ຈັດ​ຕັ້ງ​ຂະ​ບວນການ​ໃໝ່​
ຂຶ້ນມາ​ ຊຶ່ງ​ຈະ​ເປັນຂະ​ບວນການທ່ີ​ບໍ່​ໃຊ້​ຄວາມ​ຮຸນ​ແຮງ ​ແລະຈະ​ສືບ​ຕໍ່​ຮຽກຮ້ອງເອົາ ​ປະຊາທິປະ​ໄຕ​ຢູ່​ຕໍ່​ໄປ.

ຫລັງ​ຈາກ​ການ​ປາບ​ການ​ປະ​ທ້ວງ​ໃນ​ເດືອນ​ຜ່ານ​ມາ​ນັ້ນ ພວກ​ປະ​ທ້ວງ​ຫລາຍຮ້ອຍ​ຄົນ​ໃນ​ຈັງຫວັດ​ອຸດອນ​ທານີ ​ໄດ້ພາກັນ​ເອົາ​ໄຟ
ຈູດ​ເຜົາ​ອາ ຄານ​ລັດຖະບານ​ຫລາຍ​ຫລັງ​ແລະ​ລົດ​ລາ​ຫລາຍ​ຄັນ. ໂຮງການ​ແຂ​ວງ ຫລື​ສາລາ​ກາງ ຫລັງ​ເກົ່າ​ໄດ້​ຖືກ​ເຜົາ​ໄໝ້ ​ແລະ​ພື້ນ
ໂຮງການ​ທ່ີ​ປູ​ດ້ວຍໄມ້​ສັກຢ່າງ​ສວຍ​ງາມ​ນັ້ນ ກໍ​ໄດ້ຖືກ​ເຜົາ​ເປັນ​ເຖົ້າ​ຖ່ານ​. ​ເວລາ​ນີ້ ຍັງ​ມີ ​ແຕ່ຊາກ​ລົດ​ຂົນ​ສົ່ງ​ທີ່ຖືກ​ໄຟ​ໄໝ້​ ຈຳນວນ​ນຶ່ງ
ຫລົງ​ເຫລືອ ຢູ່​ເດິ່ນ​ຈອດ​ລົດ.

ສຽງ​ເຈົ້າ​ໜ້າ​ທ່ີ​ຮັກສາ​ຄວາມ​ປອດ​ໄພ​ຕິດ​ຕໍ່​ກັນ​ທາງ​ວິທະຍຸ..

ບັດນີ້​ ພວກ​ນາຍ​ຍາມ​ຮັກສາ​ຄວາມ​ປອດ​ໄພ​ທ່ີ​ຖື​ປືນ M16 ພາກັນລາດ ຕະ​ເວັນ ຢູ່​ໃນຂົງ​ເຂດ​ນັ້ນ.

ພວກ​ເຈົ້າ​ໜ້າ​ທ່ີ​ຕຳຫລວດ​ແລະ​ພວກ​ເຈົ້າ​ໜ້າ​ທ່ີ​ຮັກສາ​ຄວາມ​ປອດ​ໄພຢູ່​ເຂດ​ນີ້​ກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ໝູ່​ເພື່ອນ​ແລະ​ຍາດ​ພີ່ນ້ອງ
ໃນ​ບັນດາ​ພວກ​ປະ ທ້ວງ​ນັ້ນ ​ແລະ​ເຂົາ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ​ເຖິງ​ແມ່ນ​ສະຖານະ​ການ ໃນ​ເວລາ​ນີ້​ ໄດ້ງຽບສະຫງົບ​ລົງແດ່​ແລ້ວ
ກໍ​ຕາມ ​ແຕ່​ຄວາມ​ວຸ້ນ​ວາ​ຍກໍ ອາກສາມາດ​ກັບຄືນ​ມາ​ໄດ້​ອີກ ​ໂດຍ​ໄວ.

ນາຍ​ຊູ​ຊາດ​ ກິ່ນ​ຈັນ ຊຶ່ງ​ເປັນຍາມຮັກ​ສາ​ຄວາມ​ປອດ​ໄພ​ທ່ີ​ສາລາ​ກາງເກົ່າ ກ່າວ​ວ່າ ​ເຖິງ​ແມ່ນ​ເຂົາ​ເຈົ້າ​ມີ​ຄວາມ​ເຫັນ​ໃຈກັບພວກ​ປະ​ທ້ວງ
ກໍ​ຕາມ ​ແຕ່​ພວກ​ເຈົ້າ​ໜ້າ​ທ່ີ​ຮັກສາ​ຄວາມ​ປອດ​ໄພ ກໍ​ຢູ່ໃນ​ທ່າ​ມີ​ສະຕິ​ລະວັງ ​ໂຕ ຕຽມ​ພ້ອມ​ຢ່າງ​ສູງ​ຢູ່ ຊຶ່ງ​ນາຍ​ຊູ​ຊາດ​ກ່າວ​ຕື່ມ​ວ່າ :

ສຽງ​ນາຍ​ຊູ​ຊາດ​ເປັນ​ພາສາ​ໄທ…
ນາຍ​ຊູ​ຊາດ​ກ່າວ​ວ່າ ມີ​ຂ່າວ​ເລົ່າ​ລື​ກັນ​ວ່າ ​ໃນ​ປະມານອີກ​ສອງ​ເດືອນ​ຂ້າງ​ໜ້າ​ນີ້ ອາດ​ຈະ​ມີ​ສິ່ງ​ໃດ​ສິ່ງ​ນຶ່ງ​ເກີດ​ຂຶ້ນ ​ເພາະວ່າ​ພວກ​ປະ​ທ້ວງ
ຍັງ ມີຄວາມ​ໂກດ​ແຄ້ນ​ຢູ່ ແລະ​ອາດ​ຈະ​ຢາກ​ທຳ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ລັດ ຖະບານ​ຕື່ມ​ອີກກໍ​ເປັນ​ໄດ້.

ທາງ​ການ​ໄທ​ໄດ້​ຕໍ່​ກຳໜົດການ​ໃຊ້​ກົດ​ພາວະ​ສຸກ​ເສີນ​ອອກ​ໄປ​ອີກ​ຈົນ​ຮອດ​ເດືອນ​ກໍລະກົດ ​ແຕ່​ກ່າວ​ວ່າ ພາຍ​ໃຕ້​ແຜນການ​ປອງ​ດອງ​ຊາດ
ຂອງ​ລັດຖະບານນັ້ນ ການ​ເລືອກ​ຕັ້ງ​ອາດ​ສາມາດ​ມີ​ຂຶ້ນ​ໄດ້​ໃນ​ຕົ້ນ​ປີໜ້າ.

ພວກ​ທ່ີ​ສະໜັບສະໜຸນ​ພວກ​ປະ​ທ້ວງ​ເສື້ອ​ແດງ​ໃນ​ຈັງຫວັດ​ອຸດອນ​ທານີ ກ່າວ​ວ່າ ​ເຂົາ​ເຈົ້າ​ເຕັມ​ໃຈ​ທ່ີ​ຈະ​ລໍຖ້າ​ການ​ເລືອກ​ຕັ້ງ​ໃໝ່​ນັ້ນ
ແຕ່ຖ້າ​ຫາກ​ວ່າ ການ​ສອບ​ສວນ​ສືບສວນ​ກ່ຽວ​ກັບ​ຄວາມ​ວຸ້ນວາຍຮຸນ​ແຮງທ່ີ​ພວກ​ປະ​ທ້ວງ​ກໍ່​ຂຶ້ນນັ້ນ ​ເປັນໄປ​ແບບ​ລຳອຽງ​ເຂົ້າຂ້າງ
ແຕ່​ຝ່າຍ​ດຽວ​ແລ້ວ ການ​ ແຕກ​ແຍກ​ພາຍ​ໃນ​ປະ​ເທດ​ ກໍຍິ່ງຈະ​ເພ່ີມຂຶ້ນ​ອີກ​ເທົ່າ​ນັ້ນ.

XS
SM
MD
LG