ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດ 17 ຄົນ ຖືກສັງຫານ ໃນພາກໃຕ້ ຂອງໄທ


ທະຫານຮັກສາຄວາມປອດໄພຂອງໄທສືບສວນເບິ່ງສົບ ຂອງພວກກະບົດ ຢູ່ສະຖານທີ່ທີ່ມີການບຸກໂຈມຕີຄ້າຍທະຫານແຫ່ງນຶ່ງ
ຢູ່ໃນຈັງຫວັດ Narathiwat ທາງພາກໃຕ້ ຂອງໄທ ໃນວັນທີ 13 ກຸມພາ 2013.
ທະຫານຮັກສາຄວາມປອດໄພຂອງໄທສືບສວນເບິ່ງສົບ ຂອງພວກກະບົດ ຢູ່ສະຖານທີ່ທີ່ມີການບຸກໂຈມຕີຄ້າຍທະຫານແຫ່ງນຶ່ງ ຢູ່ໃນຈັງຫວັດ Narathiwat ທາງພາກໃຕ້ ຂອງໄທ ໃນວັນທີ 13 ກຸມພາ 2013.
ກອງທັບໄທເວົ້າວ່າ ພວກກະບົດ 17 ຄົນ ຖືກສັງຫານໃນເຊົ້າ
ວັນພຸດມື້ນີ້ ໃນລະຫວ່າງການບຸກໂຈມຕີຄ້າຍທະຫານແຫ່ງນຶ່ງ
ຢູ່ໃນພາກໃຕ້ ຂອງໄທ.

ໂຄສົກທະຫານໄທ ທ່ານປຣາໂມດ ພຣົມມິນ ເວົ້າວ່າ ຢ່າງ
ໜ້ອຍຜູ້ຊາຍ 60 ຄົນ ທີ່ຕິດອາວຸດທີ່ໃຊ້ໃນການທະຫານ ພາກັນໂຈມຕີຄ້າຍທະຫານດັ່ງກ່າວ ແຕ່ໄດ້ຖືກຂັບໄລ່ໃຫ້
ຖອຍກັບໄປ.

ທ່ານກ່າວອີກວ່າ ທາງກອງທັບໄດ້ຮັບຂໍ້ມູນແຈ້ງໃຫ້ຮູ້ກ່ອນ
ແລະ ກໍໄດ້ກຽມ ພ້ອມ ຮັບມືກັບການໂຈມຕີ. ທ່ານພຣົມມິນ
ຍັງເວົ້າອີກວ່າ ໃນລະຫວ່າງການ ຕໍ່ສູ້ກັນຢ່າງດຸເດືອດນັ້ນ ທະຫານໄທຈໍານວນນຶ່ງໄດ້ຮັບບາດເຈັບ.

ຍັງບໍ່ເປັນທີ່ຮູ້ກັນຈະແຈ້ງໃນທັນທີນີ້ເທື່ອວ່າ ໃຜຢູ່ເບື້ອງຫລັງການໂຈມຕີດັ່ງກ່າວກັນ ແທ້.

ປະຊາຊົນໄທສ່ວນໃຫຍ່ລ້ວນແຕ່ເປັນຊາວພຸດ ແຕ່ວ່າ ຢູ່ໃນສາມແຂວງທາງ ພາກໃຕ້ ຂອງປະເທດໃກ້ກັບຊາຍແດນຂອງມາເລເຊຍນັ້ນ ປະຊາຊົນສ່ວນໃຫຍ່ ແມ່ນຊາວມຸສ ລິມ. ການກະບົດ ທີ່ຮຽກຮ້ອງເອົາສິດທິໃນການປົກຄອງຕົນເອງ ຫລາຍຂຶ້ນກວ່າເກົ່າ ໄດ້ມີມາຢູ່ໃນເຂດດັ່ງກ່າວ ຕັ້ງແຕ່ປີ 2004 ມາແລ້ວ.
XS
SM
MD
LG